ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຢູ່ທະ​ເລ ແລະ ອາ​ຊີບ​ຫາ​ປາ

09:06 | 18/10/2020

ຍສ​ໝ - ລັດຖະບານອິນໂດເນເຊຍເອົາໃຈໃສ່ເປັນພິເສດເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ, ສະນັ້ນກະຊວງທະເລ ແລະການປະມົງອິນໂດເນເຊຍປາດຖະໜາຢາກຊຸກຍູ້ ແລະ ນຳການພົວພັນຮ່ວມມືກັບຫວຽດນາມຂຶ້ນ​ສູ່​ ລະດັບສູງໃໝ່ ໃນການຫາປາ, ການລ້ຽງປາ ແລະການນຳເຂົ້າ ແລະສົ່ງອອກສິນໃນນ້ຳເພື່ອຜົນປະໂຫຍດຂອງຊາວກະສິກອນ ແລະຊາວປະມົງຂອງສອງປະເທດ

ຫວຽດ​ນາມເຂົ້າ​ຮ່ວມ ກອງ​ປະ​ຊຸມອອ​ນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ເຂດ​ບັນ​ດາ​ໜອງ​ໃຫຍ່​ຢູ່ ອາ​ຟ​ຼິກ​ກາ
ປະ​ທານ​ສະ​ພາ​ຕ່ຳ ອິນ​ໂດ​ເນ​ເຊຍ ຕີ​ລາ​ຄາ​ສູງ​ບັນ​ດາ​ຂີດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ
ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຢູ່ທະ​ເລ ແລະ ອາ​ຊີບ​ຫາ​ປາ
ການພົບ​ປະ​ລະ​ຫວ່າງ ທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບຫາປາ ອິນໂດເນເຊຍ ແລະ ທ່ານ ຟ້າມວິງກວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ (ພາບ: VOV)

ວັນທີ 16 ຕຸລາ, ຢູ່ຈາກາຕາ, ທ່ານ Edhy Prabowo ລັດຖະມົນຕີກະຊວງທະເລແລະການປະມົງອິນໂດເນເຊຍ, ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ ສຫວຽດນາມ ປະຈຳ ອິນໂດເນເຊຍ, ທ່ານ ຟ້າມກວາງ​ວິງ. ທີ່ການພົບປະ, ທ່ານລັດຖະມົນຕີ Edhy Prabowo ໄດ້ເນັ້ນໜັກວ່າ: ລັດຖະບານອິນໂດເນເຊຍເອົາໃຈໃສ່ເປັນພິເສດເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ, ສະນັ້ນກະຊວງທະເລ ແລະການປະມົງອິນໂດເນເຊຍປາດຖະໜາຢາກຊຸກຍູ້ ແລະ ນຳການພົວພັນຮ່ວມມືກັບຫວຽດນາມຂຶ້ນ​ສູ່​ ລະດັບສູງໃໝ່ ໃນການຫາປາ, ການລ້ຽງປາ ແລະການນຳເຂົ້າ ແລະສົ່ງອອກສິນໃນນ້ຳເພື່ອຜົນປະໂຫຍດຂອງຊາວກະສິກອນ ແລະຊາວປະມົງຂອງສອງປະເທດ.

ນອກຈາກນັ້ນ, ລັດຖະມົນຕີ Edhy Prabowo ຍັງເຫັນດີກັບຂໍ້ສະເໜີ ຂອງທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ເພື່ອແກ້ໄຂບັນຫາຊາວປະມົງຖືກຈັບບົນ​ເນື້ອມ​ໃນຈິດໃຈມະນຸດສະທຳ ແລະການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບລະຫວ່າງສອງປະເທດ, ບໍ່ຄວນປ່ອຍໃຫ້ບັນຫານີ້ສົ່ງຜົນກະທົບຕໍ່ການພັດທະນາຂອງການພົວພັນສອງຝ່າຍ. ບົນຈິດໃຈນັ້ນ, ທ່ານລັດຖະມົນຕີ Edhy Prabowo ໃຫ້ຮູ້ວ່າ, ອິນໂດເນເຊຍໄດ້ສັນຍາວ່າຈະຕັ້ງ​ໜ້າພິຈາລະນາ, ເພື່ອຈະລົງນາມໃນບົດບັນທຶກຊ່ວຍຈຳ ລະຫວ່າງກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ແລະກະຊວງທະເລ ແລະການປະມົງອິນໂດເນເຊຍ​ໂດຍ​ໄວ ສ້າງຕັ້ງສາຍດ່ວນເພື່ອຕ້ານການຫາປາຜິດກົດໝາຍ. ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຊາວປະມົງຫວຽດນາມຖືກກັກຂັງແລະ ຄຳໝັ້ນ ສັນຍາຂອງຝ່າຍອິນໂດເນເຊຍໃນການຮັກສາມະນຸດສະທຳ, ຕອບສະໜອງ ສະພາບການດຳລົງຊີວິດ ແລະຊີວິດການເປັນຢູ່ຢ່າງຄົບຖ້ວນແລະຮັບປະກັນສຸຂະພາບໃນໄລຍະດັ່ງກ່າວ. ການແປພາສາ Covid-19.

ຫວຽດ​ນາມເຂົ້າ​ຮ່ວມ ກອງ​ປະ​ຊຸມອອ​ນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ເຂດ​ບັນ​ດາ​ໜອງ​ໃຫຍ່​ຢູ່ ອາ​ຟ​ຼິກ​ກາ

ຍ​ສໝ - ສອງ​ປະ​ເທດ ອາ​ຊຽນ ແມ່ນ​ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ​ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ​ລວມ​ຈຳ​ນວນ​ໜຶ່ງ​ເພື່ອ​ແນ​ໃສ່​ເພີ່​ມ​ທະ​ວີ​ສຽງ​ເວົ້າ ແລະ ພາບ​ພົດ​ຂອງ​ອາ​ຊຽນ ນັບ​ແຕ່​ເດືອນ​ພຶດ​ສະ​ພາ ປີນີ້. ໃນ​ເດືອນນີ້, ສອງ​ປະ​ເທດ​ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ​ລວມ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ມາ​ລີ​ໃນ​ວັນ​ທີ 8 ຕຸ​ລາ.

ປະ​ທານ​ສະ​ພາ​ຕ່ຳ ອິນ​ໂດ​ເນ​ເຊຍ ຕີ​ລາ​ຄາ​ສູງ​ບັນ​ດາ​ຂີດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ

ຍ​ສ​ໝ - ທ່ານ​ນາງ ປ.ອ Puan Maharani ປະ​ທານ​ສະ​ພາ​ຕໍ່າ ອິນ​ໂດ​ເນ​ເຊຍ​ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA ທາງ​ອອນ​ລາຍ​ຄັ້ງ​ທຳ​ອິດ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ Covid – 19.

ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ ​ ​ສະ​ໜັບ​ສະ​ໜູນ​ ລັດ​ຖະ​ບານ Haiti ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ

ຍ​ສໝ - ທີ່ກອງ​ປະ​ຊຸມ, ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ​ ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ​ລວມ, ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ, ຄວາມ​ບໍ່​ມີ​ສະ​ຖຽນ​ລະ​ພາບ ໃນຫຼາຍ​ດ້ານ​ ທີ່​ກ່ຽວ​ຂ້ອງ​ເຖິງ​ສະ​ພາບ​ການ Haiti, ພິ​ເສດ​ແມ່ນ​ບັນ​ດາ​ຜົນ​ກະ​ທົບ​ທາງ​ລົບ​ຂອງ ໂລກ​ລະ​ບາດ Covid -19.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.