ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມເວທີປາໄສນະໂຍບາຍການຕ່າງປະເທດ

00:00 | 07/08/2023

ຍສໝ - ຕອນບ່າຍວັນທີ 5/8, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສນະໂຍບາຍການຕ່າງປະເທດ “ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ເຊື່ອມໂຍງຢ່າງສະໜິດແໜ້ນພ້ອມກັນສູ້ຊົນເພື່ອທະວີບອາຊີ - ປາຊີຟິກ ແລະ ມະຫາສະໝຸດອິນເດຍທີ່ຂະຫຍັນຂັນເຄື່ອນ,ກວມລວມ, ສັນຕິພາບ, ຮ່ວມມື ແລະ ພັດທະນາ”, ຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ.

ກ່າວຄຳເຫັນກ່ຽວກັບສະພາບການຂອງພາກພື້ນອາຊີ - ປາຊີຟິກ ແລະ ມະຫາສະໝຸດອິນເດຍ, ກ່ຽວກັບສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ການຮ່ວມມືຫວຽດນາມ ແລະ ອິນໂດເນເຊຍໃນອາຊຽນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ:

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມເວທີປາໄສນະໂຍບາຍການຕ່າງປະເທດ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ M. Arsjad Rasjid P.M ( ພາບ ; vov)

“ເພື່ອປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ວັດທະນາຖາວອນ, ທຸກປະເທດຕ້ອງສົມທົບກັນສ້າງໂຄງປະກອບການຮ່ວມມືພາກພື້ນແບບກວມລວມ ແລະ ຍືນຍົງ, ເຊື່ອມຕໍ່ດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ ແລະ ວັດທະນະທຳ, ສັງຄົມ ແລະ ການພົວພັນແລກປ່ຽນປະຊາຊົນ. ເຊີດຊູການປະພຶດໂດຍອີງຕາມກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

ແລກປ່ຽນກ່ຽວກັບອາຊຽນ, ທ່ານປະທານສະພາແຫ່ງຊາດຢືນຢັນວ່າ: ໃນສະພາບການປະຈຸບັນ, ອາຊຽນ ຕ້ອງກຳນົດທີ່ຕັ້ງຄືນໃໝ່, ສ້າງແນວຄວາມຄິດ, ປຸກລະດົມແຫຼ່ງກຳລັງໃຫ້ແກ່ການພັດທະນາປະຊາຄົມ, “ອາຊຽນທີ່ມີຂອບຂະໜາດໃຫຍ່” ຕ້ອງຍຶດໝັ້ນຮັບປະກັນຫຼັກການເອກະລາດ, ເປັນເຈົ້າຕົນເອງ, ບໍ່ຍອມຮັບເລື່ອງອາຊຽນກາຍເປັນເຄື່ອງມືແກ່ບໍ່ວ່າການສູ້ຢັນກັນແລະການແບ່ງແຍກໃດໆ.

ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ M. Arsjad Rasjid P.M ຢູ່ນະຄອນຫຼວງ ຈາກາຕາ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.