ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື ແລະ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ກັບ ອາກ​ຊັງ​ຕິນ

17:50 | 06/10/2020

ຍ​ສ​ໝ - ທ່ານ ຫງວຽນແມັ້ງ​ຕ໊ຽນ​ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ທາງ​ການ​ທູດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ: ຍ​າມ​ໃດ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກໍ່​ເອົາ​ໃຈ​ໃສ່​ຕິດ​ຕາມ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ​ປະ​ຊາ​ຊົນ​ອາກ​ຊັງ​ຕິນ ທີ່​ພວມ​ປະ​ເຊີນ​ໜ້າ.

ຫວຽດ​ນາມ ​ຊຸກ​ຍູ້​ການ​ຄ້າ​ກັ​ບ Mercosur
ຫວຽດນາມແລະ ອ​າກ​ຊັງ​ຕິນ ຍູ້ແຮງການຮ່ວມມືສອງຝ່າຍ
ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື ແລະ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ກັບ ອາກ​ຊັງ​ຕິນ
​ການ​ແລກ​ປ່ຽນ​ທາງ​ອອນ​ລາຍ​ກ່ຽວ​ກັບ​ສິດ​ຂອງ​ແມ່​ຍິງ: ສິ່ງ​ທ້າ​ທາຍ ແລະ ວິ​ທີ​ການ​ແກ້​ໄຂ​ຕໍ່​ໂລກ​ລະ​ບາດ Covid – 19 (ພາບ: quochoi.vn)

ຕອນ​ຄ່ຳ​ວັນ​ທີ 5 ຕຸ​ລາ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ອາກ​ຊັງ​ຕິນ​ໄດ້​ມີ​ການ​ແລກ​ປ່ຽນ​ທາງ​ອອນ​ລາຍ​ກ່ຽວ​ກັບ​ສິດ​ຂອງ​ແມ່​ຍິງ: ສິ່ງ​ທ້າ​ທາຍ ແລະ ວິ​ທີ​ການ​ແກ້​ໄຂ​ຕໍ່​ໂລກ​ລະ​ບາດ Covid – 19. ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ ຫງວຽນແມັ້ງ​ຕ໊ຽນ​ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ທາງ​ການ​ທູດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ: ຍ​າມ​ໃດ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກໍ່​ເອົາ​ໃຈ​ໃສ່​ຕິດ​ຕາມ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ​ປະ​ຊາ​ຊົນ​ອາກ​ຊັງ​ຕິນ ທີ່​ພວມ​ປະ​ເຊີນ​ໜ້າ. ທ່ານ ຫງວຽ​ໜ​ແມັ້ງ​ຕ໊ຽນ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ກັບ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ອາກ​ຊັງ​ຕິນ.

ທ່ານກໍ່​ໃຫ້​ຮູ້​ວ່າ: ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ມີ​ຄວາມ​ປາດ​ຖະ​ໜາ​ຢາກສະ​ພາ​ແຫ່ງ​ຊາດ​ອາກ​ຊັງ​ຕິນ​ສະ​ໜັບ​ສະ​ໜູນ​ວິ​ວັດ​ການ​ເຈ​ລະ​ຈາ ແລະ ຮັບ​ຮອງ​ເອົາ​ບັນ​ດາ​ສັນ​ຍາ, ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ເພື່ອ​ເພີ່ມ​ທະ​ວີ, ເປີດ​ກ້​ວາງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້ຫຼາຍ​ກ່າວ​ອີກ, ເປັນ​ຕົ້ນ​ແມ່ນ​ພາຍຫຼັງ ຄວບ​ຄຸມ​ໄດ້​ໂລກ​ລະ​ບາດ Covid – 19 ແລະ ສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທ​ດ​ສືບ​ຕໍ່​ຊຸກ​ຍູ້​ການ​ແລກ​ປ່ຽນ ຄະ​ນະ​ຜູ້​ແທນ, ເພີ່ມ​ທະ​ວີ​ການ​ພົບ​ປະ​ສອງ​ຝ່າຍ​ຢູ່ນອກ​ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາຫຼາຍ​ຝ່າຍ, ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ບັນ​ດາ​ຂົງ​ເຂດ​ການ​ເຄື່ອນ​ໄຫວ​ລັດ​ຖະ​ສະ​ພາ ແລະ ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ ແລະ ໂລກ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ສ່ວນ​ທ່ານ​ນາງ ເລ​ທິງວຽດ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ ສັງ​ຄົມ ຖື​ວ່າ: ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ - ອາກ​ຊັງ​ຕິນ ຕ້ອງ​ມີ​ຄວາມ​ສາ​ມັກ​ຄີ, ຮ່ວມ​ມື, ແບ່ງ​ປັນ ບົດ​ຮຽນ ຮ່ວມ​ແຮງ​ຮ່ວມ​ໃຈ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ປະ​ກັນ​ຊີ​ວິດ​ສັງ​ຄົມ​ໃຫ້​ແກ່​ປະ​ຊາ​ຊົນ, ພິ​ເສດ ແມ່ນ​ກຸ່ມ​ນັກ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​​ມິດ​ຕະ​ພາບ ເພດ​ຍິງ ຂອງ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະ​ວີກ​ານ​ແລກ​ປ່ຽນ ບົດ​ຮຽນ​ໃນ​ການ​ປະ​ຕິ​ບັດ ແລະ ວາງ​ແຜນ​ກຳ​ນົດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລ​ະ​ຫວ່າງ ຍິງ - ຊາຍ ແລະ ເດັກ​ຍິງ​ຢູ່​ລະ​ດັບ​ຊາດ.

ຫວຽດ​ນາມ ​ຊຸກ​ຍູ້​ການ​ຄ້າ​ກັ​ບ Mercosur

ຍ​ສໝ - ໃນຊຸມປີຜ່ານມາ, ອົງການການຄ້າຫວຽດນາມ ປະຈຳ Brazil ໄດ້ຍູ້ແຮງວຽກງານໂຄສະນາ, ສົ່ງເສີມການຄ້າ, ຊອກຫາ, ກວດກາ, ແນະນຳບັນດາຄູ່ຮ່ວມມືໃຫ້ແກ່ບັນດາວິສາຫະກິດ ກໍ່ຄືຕິດແທດກັບບັນດາອົງການມີໜ້າທີ່ຮັບຜິດຊອບຂອງປະເທດນີ້ ເພື່ອແນໃສ່ແກ້ໄຂຂໍ້ຕິດຂັດຢ່າງລະອຽດ.

ຫວຽດ​ນາມ​ ​ສາ​ມາດ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ໄດ້​ເປັນ​ຢ່າງ​ດີ

ຍ​ສ​ໝ - ຕາມ​ໜັງ​ສື​ພິມ​ດັ່ງ​ກ່າວ​ແລ້ວ, ​ຫວຽດ​ນ​າມ​ໄດ້​ຢັ້ງ​ຢືນມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ ​Covid – 19 ສະ​ສົມ​ທັງ​ໝົດ ກ່​ວາ 1000 ຄົນ ແລະ ມີຜູ້​ເສຍ​ຊີ​ວິດ 35 ຄົນ, ພ້ອມ​ກັນ​ນັ້ນ​ 28 ມື້​ລຽນ​ຕິດ ທີ່​ຫວຽດ​ນາມ ບໍ່​ກວດພົບ​ຜູ້​ຕິດ​ເຊື້ອ​ໃນ​ຊຸມ​ຊົນ (ຄິດ​ໄລ່​ຮອດ​ວັນ​ທີ 30 ກັນ​ຍາ), ເມື່​ອ​ທຽບ​ໃສ່ປະ​ຊາ​ກອນ ເກືອບ 100 ...

ຫວຽດນາມແລະ ອ​າກ​ຊັງ​ຕິນ ຍູ້ແຮງການຮ່ວມມືສອງຝ່າຍ

ຍ​ສ​ໝ - ທ່ານ Juan Valle Raleigh ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈຳ ຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ສຳ ຄັນ ໃນນະໂຍບາຍການຕ່າງປະເທດຂອງປະເທດອາກຊັງຕີນ ແລະເລື່ອງສອງປະເທດໄດ້ຍົກ​ລະ​ດັບ​ການພົວພັນຂຶ້ນ​ເປັນຄູ່ຮ່ວມມືຍຸດທະສາດເມື່ອ 10 ປີກ່ອນໄດ້ສ້າງພື້ນຖານໃນການສົ່ງເສີມໂຄງ​ການ​ດຳ​ເນີນ​ງານຮ່ວມມືທີ່ອຸດົມສົມບູນ, ໂດຍສະເພາະໃນດ້ານເສດຖະກິດການຄ້າ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.