ອົງການຊ່ວຍເຫຼືອເດັກນ້ອຍ: ປັບປຸງສຸຂະພາບຈະເລີນພັນ, ເປີດອະນາຄົດແບບຍືນຍົງ

ອົງການຊ່ວຍເຫຼືອເດັກນ້ອຍ: ປັບປຸງສຸຂະພາບຈະເລີນພັນ, ເປີດອະນາຄົດແບບຍືນຍົງ

ຍສໝ - ສຸຂະພາບເກີດຈະເລີນພັນບໍ່ພຽງແຕ່ເປັນບັນຫາສ່ວນຕົວເທົ່ານັ້ນ ຫາກຍັງເປັນພື້ນຖານໃຫ້ແກ່ການພັດທະນາສັງຄົມແບບຍືນຍົງ. ຢູ່​ຫວຽດນາມ, ອົງການອະນຸເຄາະເດັກນ້ອຍ ​ໄດ້​ນຳ​ເອົາ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ​ຜ່ານ​ບັນດາ​ໂຄງການ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້, ​​ຄວາມ​ຮູ້, ປ່ຽນ​ແປງ​ພຶດຕິ​ກຳ ​ແລະ ປັບປຸງ​ການ​ບໍລິການ​ຮັກສາ​ສຸຂະພາບເກີດແມ່ແຜ່ລູກ. ດ້ວຍ​ເຫດ​ນີ້​ຈຶ່ງ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ສ້າງ​ເດັກ​ນ້ອຍ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ ແລະ ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ.

Sunflower Mission ມອບ​ທຶນ​ການ​ສຶກ​ສາ 355 ທຶນ​ໃຫ້​ນັກ​ສຶກ​ສາ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຢູ່ ຝູ​ອຽນ ແລະ ກຽນ​ຢາງ

Sunflower Mission ມອບ​ທຶນ​ການ​ສຶກ​ສາ 355 ທຶນ​ໃຫ້​ນັກ​ສຶກ​ສາ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຢູ່ ຝູ​ອຽນ ແລະ ກຽນ​ຢາງ

ຍສໝ - ອົງການ Sunflower Mission (ອາ​ເມ​ລິ​ກາ) ຫາ​ກໍ່​ມອບ​ທຶນ​ສຶກສາ 355 ທຶນ​ໃຫ້​ນັກຮຽນ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຢູ່​ແຂວງ ຝູ​ອຽນ ແລະ ກຽນ​ຢາງ ​ໃນ​ເດືອນ ມີນາ ແລະ ຕົ້ນເດືອນ ເມສາ 2025..

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Knapper: ອາ​ເມ​ລິ​ກາ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ກວາງຈີ້ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Knapper: ອາ​ເມ​ລິ​ກາ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ກວາງຈີ້ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ

ຍສໝ - ວັນທີ 2 ເມສາ, ຄະນະປະຕິບັດງານກະຊວງການຕ່າງປະເທດ ໂດຍທ່ານຮອງລັດຖະມົນຕີ ໂງ່ຫວຽດຮຸ່ງ ເປັນນຳໜ້າ ພ້ອມກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ເຮື໋ອງຮວ໋າ (ແຂວງ ກວາງຈີ້). ກ່າວ​ຄຳປາໄສທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ Marc E. Knapper ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ, ພິ​ເສດ​ແມ່ນ​ແຂວງ ກວາງຈີ້ ​ເພື່ອ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ.

ຫວຽດນາມ ປະກອບສ່ວນຢ່າງ​ແທດ​ຈິງ, ພົ້ນ​ເດັ່ນ​ໃນ​ບັນດາ​ບັນຫາ​ສິດທິ​ມະນຸດ

ຫວຽດນາມ ປະກອບສ່ວນຢ່າງ​ແທດ​ຈິງ, ພົ້ນ​ເດັ່ນ​ໃນ​ບັນດາ​ບັນຫາ​ສິດທິ​ມະນຸດ

ຍສໝ - ວັນ​ທີ 4 ​ເມສາ​ນີ້ (ຕາມ​ເວລາ​ທ້ອງ​ຖິ່ນ), ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 58 ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນ Geneva (ສະວິດ) ພາຍຫຼັງ 6 ອາທິດ​ໄດ້​ດຳ​ເນີນ​ວຽກ​ງານ​ຢ່າງ​ບໍ່​ຢຸດ​ຢັ້ງ. ດ້ວຍ​ຄວາມ​ຮັບ​ຜິດ​ຊອບ ​ແລະ ຂໍ້​ລິ​ເລີ່​ມ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ປະກອບສ່ວນຢ່າງ​ແທດ​ຈິງ, ພົ້ນ​ເດັ່ນເຂົ້າ​ໃນ​ບັນດາ​ບັນຫາ​ສິດທິ​ມະນຸດ​ທີ່​ເປັນ​ຫ່ວງ​ຂອງ​ປະຊາ​ຄົມ​ໂລກ.

ໂລກ​ຮ່ວມແຮງຮ່ວມໃຈ​ຊ່ວຍ​ເຫຼືອ​ມຽນມາ ​ແລະ ​ໄທ ​ຫຼັງ​ເຫດ​ແຜ່ນ​ດິນ​ໄຫວ

ໂລກ​ຮ່ວມແຮງຮ່ວມໃຈ​ຊ່ວຍ​ເຫຼືອ​ມຽນມາ ​ແລະ ​ໄທ ​ຫຼັງ​ເຫດ​ແຜ່ນ​ດິນ​ໄຫວ

ຍສໝ - ພາຍຫຼັງເຫດ​ແຜ່ນດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ມຽນມາ ​ແລະ​ ໄທ​ໃນ​ວັນ​ທີ 28 ມີນາ​ນີ້, ຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ສົ່ງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ແລະ​ສະ​ແດງ​ຄວາມ​ພ້ອມ​ທີ່​ຈະ​ສະໜັບສະໜູນ​ສອງ​ປະ​ເທດ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ.

ຫວຽດນາມໃຫ້ຄຳໝັ້ນສັນຍາຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

ຫວຽດນາມໃຫ້ຄຳໝັ້ນສັນຍາຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

ຍສໝ - ວັນ​ທີ 25 ມີນາ 2025, ຢູ່​ນະຄອນ ​ໂຮ່ຈິ​ມິນ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ສົມທົບ​ກັບ ອົດສະຕາລີ ​ແລະ ກາ​ນາ​ດາ ຈັດ​ຕັ້ງ​ການ​ສຳ​ມະ​ນາ​ເວທີ​ປາ​ໄສ​ພາກ​ພື້ນ​ ອາ​ຊຽນ (ARF) ກ່ຽວ​ກັບຫົວຂໍ້​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ ຄັ້ງ​ທີ 2 ດ້ວຍ​ຮູບ​ແບບ​ໂດຍກົງສົມທົບກັບທາງ​ອອນ​ລາຍ.

ການ​ເດີນ​ທາງ

ການ​ເດີນ​ທາງ "ຫົວ​ໃຈເພື່ອຫົວ​ໃຈ" ຢູ່ ດານັງ ຂອງ​ຜົວເມຍສາດສະດາຈານຊາວເຢຍ​ລະ​ມັນ

ຍສໝ - ເກືອບ 20 ປີທີ່ຜ່ານມານີ້, ​ຜົວເມຍທ່ານສາດສະດາຈານ Erich Johann Lejeune ໄດ້ຮ່ວມເດີນທາງພ້ອມກັບຂະແໜງແພດສາດ ດານັງ ຢ່າງຕໍ່ເນື່ອງ, ນຳມາເຊິ່ງໂອກາດຊີວິດໃຫ້ແກ່ເດັກນ້ອຍນັບພັນຄົນທີ່ເປັນພະຍາດຫົວໃຈມາແຕ່ກຳເນີດ. ​ໂດຍ​ໄດ້​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຢ່າງ​ບໍ່​ຢຸດ​ຢັ້ງ, ນະຄອນ ດານັງ ໄດ້​ມອບ​ລາງວັນ “ອຸທິດ​ຕົນ​ໃຫ້​ນະຄອນ ດານັງ” ​ໃນ​ວັນ​ທີ 18 ມີນາ.

NUOY - ນຳອະພິນິຫານທາງການແພດມາປິ່ນປົວເດັກພິການຢູ່ຫວຽດນາມ

NUOY - ນຳອະພິນິຫານທາງການແພດມາປິ່ນປົວເດັກພິການຢູ່ຫວຽດນາມ

ຍສໝ - ເມື່ອ 25 ປີກ່ອນ, ຄະນະແພດອາສາສະໝັກຈາກ NUOY (USA) ໄດ້ມາຫວຽດນາມ ດ້ວຍຄວາມປາຖະຫນາທີ່ຈະປ່ຽນແປງຊະຕາກໍາຂອງເດັກນ້ອຍທີ່ມີຄວາມພິການແຕ່ກໍາເນີດ. ປະຈຸ​ບັນ, ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຟື້ນ​ຟູ​ຊີວິດ​ນັບ​ພັນ​ຄົນ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຍົກ​ສູງ​ກຳລັງ​ການ​ແພດ​ຂອງ​ຫວຽດນາມ, ເພື່ອໃຫ້ບັນດາອະພິນິຫານທາງ​ການ​ແພດ​ບໍ່​ພຽງ​ແຕ່​ແມ່ນ​ໂຊກ​ດີ​ເທົ່າ​ນັ້ນ ຫາກ​ຍັງກາຍເປັນສິ່ງທີ່ຈຳເປັນຢ່າງເດັດຂາດ.

ປະກາດຜົນການຄົ້ນຄວ້າແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ປະກາດຜົນການຄົ້ນຄວ້າແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ຍສໝ - ວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ ເພື່ອປະກາດໝາກຜົນແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ. ການສຳມະນາ ເພື່ອແບ່ງປັນ​ໝາກຜົນ​ຂອງຫົວຂໍ້ “ຄົ້ນຄວ້າ, ຕີ​ລາຄາສັງລວມກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ເພື່ອ​ຮັບໃຊ້​ການ​ພັດທະນາ​ແບບ​ຍືນ​ຍົງ” ​ໂດຍ​ສະພາມະຫາບັນດິດວິທະຍາສາດ​ສັງຄົມ ຫວຽດນາມ ປະຕິບັດ; ຜ່ານ​ນັ້ນ​ ວິ​ເຄາະ​ສະພາບ​ການ​ໃນ​ປະຈຸ​ບັນ ​ແລະ ບັນຫາ​ທີ່​ໄດ້​ຍົກ​ອອກ​ມາ​ໃນ 7 ຂົງ​ເຂດ​ສຳຄັນ​ຄື: ດ້ານ​ການ​ເມືອງ, ການ​ນຳ, ການ​ຄຸ້ມ​ຄອງ; ການສຶກສາ, ການບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ; ເສດຖະກິດ, ແຮງງານ-ວຽກເຮັດງານທຳ; ການດູແລສຸຂະພາບ; ຄອບຄົວ; ການ​ປ້ອງ​ກັນ ​ແລະ ການ​ຕອບ​ໂຕ້​ຕໍ່​ຄວາມ​ຮຸນ​ແຮງ​ທາງ​ເພດ; ຕອບ​ໂຕ້​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໄພ​ທຳ​ມະ​ຊາດ, ...

ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນໃນການປະຕິບັດສິດທິຂອງຄົນພິການ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນໃນການປະຕິບັດສິດທິຂອງຄົນພິການ

ຍສໝ - ປະເທດຫວຽດນາມໄດ້ສະແດງຄຳໝັ້ນສັນຍາຢ່າງໜັກແໜ້ນໃນການຮັບປະກັນສິດທິຂອງຄົນພິການ ຜ່ານການເຄື່ອນໄຫວພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ບໍ່ພຽງແຕ່ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນເວທີປາໄສສາກົນເທົ່ານັ້ນ, ປະເທດຫວຽດນາມ ຫາກຍັງສ້າງລະບົບກົດໝາຍຄົບຊຸດ, ຜັນຂະຫຍາຍຫຼາຍໂຄງການສະໜັບສະໜູນຕົວຈິງ, ເພື່ອຊຸກຍູ້ສິດທິຂອງຄົນພິການໃນທຸກຂົງເຂດ.

ChildFund ຫນູນຊ່ວຍການຟື້ນຟູຫຼັງພາຍຸຢູ່ ກາວບັ່ງ

ChildFund ຫນູນຊ່ວຍການຟື້ນຟູຫຼັງພາຍຸຢູ່ ກາວບັ່ງ

ຍສໝ - ​ໃນ​ວັນ​ທີ 26 ແລະ 27 ກຸມພາ, ອົງການ ChildFund ​ໄດ້​ຜັນຂະຫຍາຍໂຄງການ “ໜູນ​ຊ່ວຍ​ການ​ຟື້ນ​ຟູ​ຫຼັງ​ພາຍຸ Yagi” ຢູ່ສອງ​ເມືອງ ຫງວຽນ​ບິ່ງ ​ແລະ ຮ່າ​ກວາງ (​ແຂວງ ກາວ​ບັ່ງ). ໂຄງການດັ່ງກ່າວແມ່ນໄດ້ຮັບການປະຕິບັດດ້ວຍແຫຼ່ງທຶນຈາກກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ ຜ່ານ ChildFund New Zealand.

ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ ແລະ ປົກປ້ອງສິດທິມະນຸດ

ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ ແລະ ປົກປ້ອງສິດທິມະນຸດ

ຍາໝ - ​ໃນ​ປີ 2025, ຫວຽດນາມ ​ຈະ​ດຳ​ເນີນ​ບັນດາການ​ສົນທະນາ​ກ່ຽວ​ກັບ​ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການຜັນຂະຫຍາຍ​ປະຕິບັດ​ບັນດາສົນທິສັນຍາ​ສາກົນ​ທີ່​ສຳຄັນ​ກ່ຽວ​ຂ້ອງກັບ​ສິດທິ​ມະນຸດ​ຄື CRPD, ICCPR, CEDAW.

Plan International ນຳ​​ຫ້ອງ​ຮຽນ​ຖາວອນ​ໃຫ້​ນັກຮຽນ​ທີ່​ດ້ອຍ​ໂອກາດ​ຢູ່​ ກວາງ​ຈີ້

Plan International ນຳ​​ຫ້ອງ​ຮຽນ​ຖາວອນ​ໃຫ້​ນັກຮຽນ​ທີ່​ດ້ອຍ​ໂອກາດ​ຢູ່​ ກວາງ​ຈີ້

ຍສໝ - ວັນ​ທີ 27 ກຸມພາ 2025, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ທ້ວນ ໄດ້​ສົມທົບ​ກັບ​ອົງການ Plan International ຫວຽດນາມ ​ແລະ ວິ​ສາ​ຫະກິດ ຍີ່​ປຸ່ນ ແຫ່ງໜຶ່ງ ເພື່ອຈັດ​ຕັ້ງ​ພິທີ​ເປີດສະຫຼອງຕົວແບບໂຮງ​ຮຽນ​ປະຖົມ ທ້ວນ 1. ຕົວແບບໂຮງ​ຮຽນ​ໃໝ່ ໄດ້ນຳພື້ນທີ່ຮຳຮ່ຽນແຫ່ງໜຶ່ງທີ່​ປອດ​ໄພ ​ແລະ ໝັ້ນຄົງ​ໃຫ້​ແກ່​ນັກຮຽນ​ປະຖົມຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ເມືອງ ເຮື໋ອງຮວ໋າ, ແຂວງ ກວາງ​ຈີ້.

ໜູນ​ຊ່ວຍ​ປະຊາຊົນ 10.000 ກວ່າ​ຄົນ​ຢູ່ ນິງທ້ວນ ​ແລະ ກ່າ​ເມົາ ​ໄດ້ເຂົ້າເຖິງ​ນ້ຳ​ສະອາດ ​ແລະ ການຫາລ້ຽງຊີບ

ໜູນ​ຊ່ວຍ​ປະຊາຊົນ 10.000 ກວ່າ​ຄົນ​ຢູ່ ນິງທ້ວນ ​ແລະ ກ່າ​ເມົາ ​ໄດ້ເຂົ້າເຖິງ​ນ້ຳ​ສະອາດ ​ແລະ ການຫາລ້ຽງຊີບ

ຍສໝ - ປະຊາຊົນຫຼາຍກວ່າ 10.000 ຄົນ, ພິເສດແມ່ນແມ່ນແມ່ຍິງ ແລະ ເດັກນ້ອຍໃນບັນດາເຂດທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ແລະ ທະເລຊຶມເຂົ້າຢູ່ແຂວງ ນິງທ້ວນ ແລະ ກ່າເມົາ ໄດ້ເຂົ້າເຖິງແຫຼ່ງນໍ້າສະອາດທີ່ດີກ່ວາ ແລະ ປັບປຸງການຫາລ້ຽງຊີບຍ້ອນມີໂຄງການ “ນໍ້າຄືການມີຊີວິດ”.

Campaign for Tobacco-Free Kids (ອາເມລິກາ) ຊ່ວຍໃຫ້ເດັກນ້ອຍ 2.400 ຄົນ ໄດ້ຮຽນລອຍນໍ້າຢ່າງປອດໄພ

Campaign for Tobacco-Free Kids (ອາເມລິກາ) ຊ່ວຍໃຫ້ເດັກນ້ອຍ 2.400 ຄົນ ໄດ້ຮຽນລອຍນໍ້າຢ່າງປອດໄພ

ຍສໝ - ໂຄງການ “ໜູນຊ່ວຍການ​ຜັນ​ຂະຫຍາຍ​ບັນດາການຍື່ນມືຊ່ວຍຢ່າງມີປະສິດທິຜົນ ແລະ ຍືນຍົງ ເພື່ອປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ” ໂດຍອົງການ Campaign for Tobacco-Free Kids, ອາເມລິກາ ໄດ້ອຸປະຖຳ ຈະຊ່ວຍໃຫ້ເດັກນ້ອຍ 2.400 ຄົນຢູ່ ຮ່າໂນ້ຍ ໄດ້ຮຽນລອຍນ້ຳຢ່າງປອດໄພ.

​ເປີດສະຫຼອງແບບຢ່າງໂຮງ​ຮຽນອະ​ນຸ​ບານສອງ​ແຫ່ງ​ຢູ່​ຕາ​ແສງ ຈິ້ງເຕື່ອງ ເມືອງ​  ບາດຊາດ (ລາວ​ກາຍ)

​ເປີດສະຫຼອງແບບຢ່າງໂຮງ​ຮຽນອະ​ນຸ​ບານສອງ​ແຫ່ງ​ຢູ່​ຕາ​ແສງ ຈິ້ງເຕື່ອງ ເມືອງ​ ບາດຊາດ (ລາວ​ກາຍ)

ຍສໝ - ວັນ​ທີ 19 ກຸມພາ, ແບບຢ່າງໂຮງ​ຮຽນອະ​ນຸ​ບານສອງ​ແຫ່ງ​ຢູ່​ຕາ​ແສງ​ ຈິ້ງເຕື່ອງ ເມືອງ​ ບາດຊາດ (ລາວ​ກາຍ) ​ໄດ້​​ເປີດສະຫຼອງຢ່າງ​ເປັນ​ທາງ​ການ​ພາຍຫຼັງຂະບວນການປັບປຸງ,​ ຍົກ​ລະດັບ. ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ ​ແລະ ວິສາຫະກິດຈຳນວນໜຶ່ງ, ເພື່ອ​ຊ່ວຍ​ແກ້​ໄຂ​ຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ​ທີ່​ເກີດ​ຈາກ​ພະຍຸ​ເລກທີ 3 (Yagi).

ຫວຽດນາມ ເລີ່ມດຳເນີນອາຍຸການເປັນສະມາຊິກສະພາບໍລິຫານງານ UN Women ອາຍຸການ 2025-2027

ຫວຽດນາມ ເລີ່ມດຳເນີນອາຍຸການເປັນສະມາຊິກສະພາບໍລິຫານງານ UN Women ອາຍຸການ 2025-2027

ຍສໝ - ວັນ​ທີ 10 ກຸມພາ 2025, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ, ຫົວໜ້າ​ຄະນະຜູ້ແທນ ຫວຽດນາມ ປະຈຳ ​ນິວຢອກ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາບໍລິຫານ​ງານ ອົງການເພື່ອຄວາມສະເໝີພາບລະຫວ່າງຍິິງ - ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫັແກ່ແມ່່ຍິິງຂອງສະຫະປະຊາຊາດ (UN Women) ​ໃນ​ຖານະ​ເປັນ​ສະມາຊິກ​ສະພາ​ບໍລິຫານ​ງານອາຍຸ​ການ 2025-2027.

ຄອບຄົວທຸກຍາກ ແລະ ໃກ້ຂັ້ນທຸກຍາກກວ່າ 1,48 ລ້ານຄອບຄົວ ມີຂອງຂວັນບຸນປີໃໝ່ ດ້ວຍຍອດມູນຄ່າກວ່າ 786 ຕື້ດົ່ງ

ຄອບຄົວທຸກຍາກ ແລະ ໃກ້ຂັ້ນທຸກຍາກກວ່າ 1,48 ລ້ານຄອບຄົວ ມີຂອງຂວັນບຸນປີໃໝ່ ດ້ວຍຍອດມູນຄ່າກວ່າ 786 ຕື້ດົ່ງ

ຍສໝ - ວັນທີ 3 ກຸມພາ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຮັບປະກັນຊີວິດສັງຄົມໃນຊ່ວງເວລາບຸນປີ​ໃໝ່​ປະຈຳ​ຊາດ ປີມະເສັງ 2025. ຕາມນັ້ນແລ້ວ, ຄອບຄົວທຸກຍາກ ແລະ ໃກ້ຂັ້ນ​ທຸກ​ຍາກກວ່າ 1,48 ລ້ານຄອບຄົວ ໄດ້ຮັບການໜູນຊ່ວຍ, ມອບຂອງຂວັນ ດ້ວຍ​ມູນ​ຄ່າ​ກວ່າ 786 ຕື້​ດົ່ງ.

ນັກຮຽນຢູ່ເຂດຫຍຸ້ງຍາກຢູ່ແຂວງ ຮວ່າບິ່ງ ໄດ້ຮັບການອຸປະຖຳອຸປະກອນການສຶກສາ

ນັກຮຽນຢູ່ເຂດຫຍຸ້ງຍາກຢູ່ແຂວງ ຮວ່າບິ່ງ ໄດ້ຮັບການອຸປະຖຳອຸປະກອນການສຶກສາ

ຍສໝ - ChildFund ຫວຽດນາມ ສົມທົບກັບບໍລິສັດ Beiersdorf ແລະ ຄະນະຄຸ້ມຄອງບັນດາໂຄງການບໍ່ຂຶ້ນກັບລັດຖະບານ ຢູ່ເມືອງ ເຕີນຫຼາກ (ແຂວງ ຮວ່າບິ່ງ) ໄດ້ມອບອຸປະກອນການສຶກສາ ແລະ ຂອງຂວັນໃຫ້ນັກຮຽນຢູ່ບັນດາໂຮງຮຽນເຂດຫຍຸ້ງຍາກຢູ່ທ້ອງຖິ່ນ.

ປີໃໝ່ອົບອຸ່ນມາໃຫ້ເດັກນ້ອຍຢູ່ເຂດພູດອຍ ກວາງຈີ ແລະ ກວາງຫງາຍ

ປີໃໝ່ອົບອຸ່ນມາໃຫ້ເດັກນ້ອຍຢູ່ເຂດພູດອຍ ກວາງຈີ ແລະ ກວາງຫງາຍ

ຍສໝ - ໃນ 2 ມື້ວັນ​ທີ 21 ແລະ 24 ມັງກອນ​, ອົງການ Zhi Shan Foundation ​ໄດ້​ສົມທົບ​ກັບ​ກອງ​ທຶນ​ໜູນ​ຊ່ວຍ​ເດັກ​ຂອງສອງ​ແຂວງ ກວາງ​ຈີ ​ແລະ ກວາງ​ຫງາຍ ​ຈັດ​ຕັ້ງ​ລາຍການ “ລະດູບານ​ໃໝ່​ແຫ່ງ​ຄວາມ​ຮັກແພງ” ​ໃຫ້​ເດັກນ້ອຍ​ເຂດ​ພູດ​ອຍ 3.000 ຄົນ ຢູ່​ເມືອງ ດັກ​ກຣົງ (​ກວາງ​ຈີ) ​ແລະ ​ເມືອງ ຈ່າບົງ (ກວາງ​ຫງາຍ).

250 ຄອບຄົວທຸກຍາກຢູ່ ຈ່າວິງ ໄດ້ຮັບຂອງຂວັນບຸນເຕັດຈາກອົງການ Tzu Chi

250 ຄອບຄົວທຸກຍາກຢູ່ ຈ່າວິງ ໄດ້ຮັບຂອງຂວັນບຸນເຕັດຈາກອົງການ Tzu Chi

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ຈ່າ​ວິງ ສົມທົບ​ກັບ​ອົງການ Tzu Chi (​ໄຕ້​ຫວັນ, ຈີນ) ​ແລະ ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ຈ່າ​ວິງ ​ໄດ້​ຈັດ​ຕັ້ງ​ລາຍການ​ມອບ​ຂອງຂວັນປີ​ໃໝ່​ປະຈຳ​ຊາດ ປີມະເສັງ ​ໃຫ້​ແກ່ບັນດາ​ຄອບຄົວໃກ້ຂັ້ນທຸກຍາກ, ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ຕາ​ແສງ ຫງາຍຊວຽນ, ​ເຕີນ​ເຊີນ ​ແລະ ຮ່າມ​ຢາງ.

ບຸນເຕັດປຸ້ມລຸມກັນ - ລະດູບານໃໝ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ: ແຜ່ກະຈາຍຄວາມຮັກແພງໃຫ້ບັນດາສະມາຊິກສະຫະພັນ ແລະ ຜູ້ອອກແຮງງານແຂວງ ກວາງບິ່ງ

ບຸນເຕັດປຸ້ມລຸມກັນ - ລະດູບານໃໝ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ: ແຜ່ກະຈາຍຄວາມຮັກແພງໃຫ້ບັນດາສະມາຊິກສະຫະພັນ ແລະ ຜູ້ອອກແຮງງານແຂວງ ກວາງບິ່ງ

ຍສໝ - ສະຫະພັນ​ແຮງ​ງານ​ແຂວງ ກວາງ​ບິ່ງ ຫາ​ກໍ່​ຈັດ​ຕັ້ງ​ລາຍການ “​ບຸນ​ເຕັດປຸ້ມລຸມກັນ - ລະດູບານ​ໃໝ່ສະແດງຄວາມ​ຮູ້​ບຸນ​ຄຸນຕໍ່​ພັກ” ​ແລະ ງານ​ຕະຫຼາດນັດ​ອົງການກຳມະບານ ປີ 2025 ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ແລະ ມີ​ມະນຸດສະທຳ ​ໃຫ້​ບັນດາ​ສະມາຊິກ​ສະຫະພັນ, ຜູ້​ອອກ​ແຮງ​ງານ.

ການນຳພັກ ແລະລັດ ໄດ້ມອບຂອງຂວັນປີໃໝ່ໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ

ການນຳພັກ ແລະລັດ ໄດ້ມອບຂອງຂວັນປີໃໝ່ໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ

​ຍສໝ - ເນື່ອງ​ໃນ​ໂອກາດ​ບຸນ​ປີ​ໃໝ່ປະເພນີລະດູບານໃໝ່ ປີມະເສັງ 2025, ການ​ນຳ​ພັກ, ລັດ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ປີໃໝ່ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ, ຜູ້​ອອກ​ແຮງ​ງານ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ.

ດັກລັກ: ຂອງຂວັນຫຼາຍຢ່າງມອບໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຜູ້ປະສົບກັບຄວາມຫຍຸ້ງຍາກ

ດັກລັກ: ຂອງຂວັນຫຼາຍຢ່າງມອບໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຜູ້ປະສົບກັບຄວາມຫຍຸ້ງຍາກ

ຍສໝ - ວັນທີ 4 ມັງກອນ, ຢູ່ເມືອງ ກືກູອິນ, ຄະນະຊາວໜຸ່ມຕຳຫຼວດປະຊາຊົນ (ກະຊວງຕຳຫຼວດ ຫວຽດນາມ) ໄດ້ສົມທົບກັບຕຳຫຼວດ ແຂວງ ດັກລັກ, ຄະນະຊາວໜຸຸ່ມແຂວງ ດັກລັກ ຈັດຕັ້ງລາຍການ “ກັບຄືນໝູ່ບ້ານ” ດ້ວຍຫຼາຍການເຄື່ອນໄຫວຮັບປະກັນຊີວິດສັງຄົມ​ທີ່​ມີ​ຄວາມ​ຫມາຍ​, ​ມີມະນຸດສະທຳ​.

ນາຍທະຫານ 8 ສະຫາຍ ໄດ້ຮັບໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ

ນາຍທະຫານ 8 ສະຫາຍ ໄດ້ຮັບໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ

ຍສໝ - ບັນດາ​ນາຍ​ທະຫານ ຈະ​ປະຕິບັດໜ້າທີ່​​ຮັກສາ​ສັນຕິພາບ​ຂອງ ​ສະຫະ​ປະຊາ​ຊາດ​ ຢູ່ ​ສາທາລະນະ​ລັດ​ອາ​ຟຼິກາ​ກາງ (MINUSCA) ​ແລະ ສາທາລະນະ​ລັດ Sudan ​ໃຕ້ (UNMISS).

ຊີວິດໃໝ່ຂອງປະຊາຊົນ ລາວ ທີ່ໄດ້ຖືສັນຊາດ ຫວຽດນາມ

ຊີວິດໃໝ່ຂອງປະຊາຊົນ ລາວ ທີ່ໄດ້ຖືສັນຊາດ ຫວຽດນາມ

ຍສໝ - ແຂວງ​ ກອນ​ຕູມ ​ເປັນ​ແຂວງ​ທີ່​ມີເສັ້ນຊາຍ​ແດນ​​ຕິດ​ກັບ​ປະເທດ ລາວ ແລະ ກຳ​ປູ​ເຈຍ ຍາວ​ກວ່າ 292 ກິ​ໂລ​ແມັດ. ໂດຍປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ຊາວ​ ລາວ ​ຫຼາຍ​ຄົນ​ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ຊາຍ​ແດນ​ຂອງແຂວງ ກອນ​ຕູມ ​ໄດ້ຖື​ສັນຊາດ​ ຫວຽດນາມ.

ການນຳ ຫວຽດນາມ ສົ່ງໂທລະເລກຢື້ຢາມຖາມຂ່າວກ່ຽວກັບຜົນກະທົບຂອງພະຍຸ Chido ຢູ່ Mayotte (ຝລັ່ງ)

ການນຳ ຫວຽດນາມ ສົ່ງໂທລະເລກຢື້ຢາມຖາມຂ່າວກ່ຽວກັບຜົນກະທົບຂອງພະຍຸ Chido ຢູ່ Mayotte (ຝລັ່ງ)

ຍສໝ - ບັນດາການ​ນຳ​ ຫວຽດນາມ ​ໄດ້​ສົ່ງ​ໂທລະ​ເລກ​ຢື້ຢາມຖາມຂ່າວ​ເຖິງ​ການນຳ ​ຝລັ່ງ ​ເມື່ອ​ໄດ້ຮັບຂ່າວວ່າ ພາຍຸ Chido ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ໃຫ້​ແກ່​ປະຊາຊົນ ​ແລະ ຊັບ​ສິນ​ຢູ່​ໝູ່​ເກາະ Mayotte.

ອົງການ Samaritan’s Purse ໃຫ້ການຊ່ວຍເຫຼືອສຸກເສີນແກ່ປະຊາຊົນໃນເຂດໄພພິບັດທໍາມະຊາດ ກວາງບິ່ງ

ອົງການ Samaritan’s Purse ໃຫ້ການຊ່ວຍເຫຼືອສຸກເສີນແກ່ປະຊາຊົນໃນເຂດໄພພິບັດທໍາມະຊາດ ກວາງບິ່ງ

ຍສໝ - ຫວ່າງມໍ່ໆມານີ້, ອົງການ Samaritan’s Purse (ອາເມລິກາ) - ຫ້ອງການຕາງໜ້າຢູ່ ຫວຽດນາມ ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ມອບເຄື່ອງຂອງ 250 ພູດໃຫ້ແກ່ບັນດາຄອບຄົວທີ່ຖືກຜົນກະທົບຈາກພະຍຸເລກ 6 (ຈ່າມີ) ປີ 2024 ທີ່ເກີດຢູ່ແຂວງ ເຈືອງຖຸ້ຍ, ​ເມືອງ​ ເລ້​ຖຸ້ຍ (​ແຂວງ​ກວາງ​ບິ່ງ).

ສິດທິມະນຸດຢູ່ ຫວຽດນາມ: ບັນດາຂີດໝາຍໃນການເດີນທາງເພື່ອມະນຸດ

ສິດທິມະນຸດຢູ່ ຫວຽດນາມ: ບັນດາຂີດໝາຍໃນການເດີນທາງເພື່ອມະນຸດ

ຍສໝ - ຄຽງ​ຄູ່​ກັບ​ບັນດາ​ຜົນງານ​ໃນ​ການ​ສ້າງ​ສາປະ​ເທດຊາດ, ຫວຽດນາມ ຍັງບັນລຸ​ໄດ້​​ຜົນງານ​ຫຼາຍຢ່າງ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ສັງຄົມ.

"ການປົກປ້ອງສິດທິມະນຸດແມ່ນເຮັດໃຫ້ປະຊາຊົນທຸກຄົນນັບມື້ນັບອີ່ມໜຳສຳລານ ແລະ ມີຄວາມຜາສຸກ"

ຍສໝ - ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ, ຄວາມ​ມານະ​ພະຍາຍາມ​ຮ່ວມ ​ແລະ ຄວາມ​ພ້ອມຈິດພ້ອມໃຈກັນ​ຂອງ​ທົ່ວ​ລະບົບ​ການ​ເມືອງ ​ແລະ ທົ່ວ​ປວງ​ຊົນ, ວຽກ​ງານ​ປົກ​ປ້ອງ​ສິດທິ​ມະນຸດ ​ແລະ ການ​ສຶກສາ​ສິດທິ​ມະນຸດຈະ​ນັບ​ມື້​ນັບ​ບັນລຸ​ໄດ້​ໝາກຜົນ​ດີ.

|< < 1 2 3 4 5 > >|
ເຫດການ