ສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ມອບຜ້າບັງປາກ ໃຫ້ແກ່ລັດ Maryland ເພື່ອປ້ອງກັນການລະບາດຂອງ COVID-19

15:30 | 10/08/2020

ຍສໝ - ວັນທີ 8 ສິງຫາ, ຢູ່ສູນສຳນັກງານແຫ່ງລັດ Maryland - ສະຫະລັດອາເມລິກາ, ທ່ານ ຫ່າກິມຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ແລະ ທ່ານ John Wobensmith - ລັດຖະມົນຕີກະຊວງການຕ່າງປະເທດລັດ Maryland ໄດ້ມອບຜ້າບັງປາກ 10,000 ໃບໃຫ້ແກ່ລັດ Maryland ເພື່ອປ້ອງກັນການລະບາດຂອງ COVID-19.

ສະຖານທ ດຫວຽດນາມ ປະຈຳອາເມລ ກາ ໄດ ມອບຜ າບ ງປາກ ໃຫ ແກ ລ ດ maryland ເພ ອປ ອງກ ນການລະບາດຂອງ covid 19 ສະຖານທູດຫວຽດນາມປະຈຳ ການາດາຮ່ວມ​ເດີນ​ທາງ​ກັບພົນລະເມືອງໃນ​ການປ້ອງກັນ ແລະ ຕ້ານ​ໂລກ​ລະ​ບາດ Covid-19
ສະຖານທ ດຫວຽດນາມ ປະຈຳອາເມລ ກາ ໄດ ມອບຜ າບ ງປາກ ໃຫ ແກ ລ ດ maryland ເພ ອປ ອງກ ນການລະບາດຂອງ covid 19 ສະຖານທູດຫວຽດນາມປະຈຳ ກຳປູເຈຍ ຢ້ຽມຢາມບັນດາຄອບຄົວຊາວຫວຽດນາມ ປະສົບສະພາບການທີ່ຫຍຸ້ງຍາກ

ກ່າວຄຳເຫັນນະທີ່ນີ້, ທ່ານ ຫ່າກິມຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ໄດ້ສະແດງຄວາມຫວັງວ່າ ຈຳນວນຜ້າບັງປາກດັ່ງກ່າວ ຈະປະກອບສ່ວນສະໜັບສະໜູນການຄວບຄຸມພະຍາດ COVID-19 ຢູ່ລັດ Maryland. ທ່ານ ຫ່າກິມຫງອກ ໄດ້ເນັ້ນໜັກວ່າກິດຈະກຳນີ້ສືບຕໍ່ສະແດງໃຫ້ເຫັນຄວາມເປັນມິດຕະພາບ ແລະ ຄວາມສາມັກຄີຮ່ວມມື ແລະ ນໍ້າໃຈສະໜັບສະໜູນເຊິ່ງກັນ ແລະ ກັນລະຫວ່າງລັດຖະບານ ແລະ ປະຊາຊົນຂອງສອງປະເທດ, ລວມທັງມີຄວາມພະຍາຍາມຮ່ວມກັນສະກັດກັ້ນຕ້ານການລະບາດຂອງຄຸມພະຍາດ COVID-19.

ສະຖານທ ດຫວຽດນາມ ປະຈຳອາເມລ ກາ ໄດ ມອບຜ າບ ງປາກ ໃຫ ແກ ລ ດ maryland ເພ ອປ ອງກ ນການລະບາດຂອງ covid 19
ສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ມອບຜ້າບັງປາກ ໃຫ້ແກ່ລັດ Maryland ເພື່ອປ້ອງກັນການລະບາດຂອງ COVID-19. (ພາບ: baoquocte)

ທ່ານເອກອັກຄະລັດຖະທູດ ຫ່າກິມຫງອກ ກໍ່ຕີລາຄາສູງວ່າ ລັດຖະບານອາເມລິກາ ໄດ້ປະຕິບັດຫຼາຍກິດຈະກຳເພື່ອໜູນຊ່ວຍຫວຽດນາມ ໃນຂົງເຂດສາທາລະນະສຸກ, ການແບ່ງປັນຂໍ້ມູນຂ່າວສານ, ການຄົ້ນຄວ້າໂລກລະບາດ ແລະ ພິເສດແມ່ນການບໍລິຈາກເຄື່ອງຫາຍໃຈຈຳນວນ 100 ເຄື່ອງ ເພື່ອສະໜັບສະໜູນຄົນເຈັບ COVID-19 ຢູ່ຫວຽດນາມ.

ທ່ານ John Wobensmith - ລັດຖະມົນຕີກະຊວງການຕ່າງປະເທດລັດ Maryland ໄດ້ສະແດງຄວາມຂອບໃຈຕໍ່ສະຖານທູດຫວຽດນາມເຊິ່ງທີ່ໄດ້ມອບຂວັນທີ່ມີຄວາມໝາຍ ແລະ ຢືນຢັນວ່າລັດ Maryland ຈະນຳໃຊ້ຈຳນວນຜ້າບັງປາກດັ່ງກ່າວໃຫ້ມີປະສິດທິຜົນ. ທ່ານ John Wobensmith ກໍ່ຢັ້ງຢືນໝາກຜົນແທດກັບຕົວຈິງຂອງການຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງ ລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດຫວຽດນາມ - ສະຫະລັດອາເມລິກາ, ເຊັ່ນ: ລັດ Maryland ໄດ້ແຮກສ່ຽວກັບແຂວງ ນິງທ້ວນ - ຫວຽດນາມ ນັບແຕ່ປີ 2011, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການຄ້າ, ການສຶກສາ ແລະ ວັດທະນະທຳ.

ລັດ Maryland ຍັງໄດ້ເຊື້ອເຊີນບັນດາຜູ້ຕາງໜ້າຊາວຫວຽດນາມ ໃນຄະນະກຳມະການຮ່ວມມື Maryland - ນິງທ້ວນ ເຂົ້າຮ່ວມເຫດການຄັ້ງນີ້. ຜູ້ຕາງໜ້າຄະນະກຳມະການກ່າວວ່າມີແຜນການທີ່ຈະສົ່ງຄະນະຜູ້ແທນໄປຫວຽດນາມ ເພື່ອສົ່ງເສີມກິດຈະກຳການຮ່ວມມື ເມື່ອການລະບາດພະຍາດ COVID-19 ໄດ້ຄວບຄຸມ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ແລະ ທ່ານ John Wobensmith - ລັດຖະມົນຕີກະຊວງການຕ່າງປະເທດລັດ Maryland ໄດ້ປຶກສາຫາລືກ່ຽວກັບທິດທາງໃນການເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີການຊຸກຍູ້ການເຄື່ອນໄຫວດ້ານການຄ້າ ແລະ ການລົງທືນ, ການສົ່ງເສີມບັນດາຄວາມສາມາດບົ່ມຊ້ອນຂອງລັດ Maryland ກ່ຽວກັບການສ້າງເຮືອ, ເຕັກໂນໂລຢີສູງ, ການສຶກສາ... ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ສະເໜີໃຫ້ລັດ Maryland ສືບຕໍ່ສ້າງເງື່ອນໄຂ ແລະ ໜູນຊ່ວຍປະຊາຄົມຊາວຫວຽດນາມປະມານ 30.000 ຄົນ ທີ່ດຳລົງຊີວິດ ແລະ ຮໍ່າຮຽນ ຢູ່ ລັດ Maryland.

ສະຖານທ ດຫວຽດນາມ ປະຈຳອາເມລ ກາ ໄດ ມອບຜ າບ ງປາກ ໃຫ ແກ ລ ດ maryland ເພ ອປ ອງກ ນການລະບາດຂອງ covid 19 ລັດຖະມົນຕີຕ່າງປະເທດຫວຽດນາມ ໂອ້ລົມສົນທະນາທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ

ຍສໝ - ວັນທີ 6 ສິງຫາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການໂອ້ລົມສົນທະນາທາງໂທລະສັບ ກັບທ່ານ Michael Pompeo - ລັດຖະມົນຕີການຕ່າງປະເທດອາເມລິກາ ເພື່ອປຶກສາຫາລືກ່ຽວກັບການພົວພັນອາເມລິກາ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງປະເທດ ແລະ ບັນຫາສາກົນ, ພາກພື້ນ ...

ສະຖານທ ດຫວຽດນາມ ປະຈຳອາເມລ ກາ ໄດ ມອບຜ າບ ງປາກ ໃຫ ແກ ລ ດ maryland ເພ ອປ ອງກ ນການລະບາດຂອງ covid 19 ສະຖານທູດຫວຽດນາມມອບຜ້າອັດປາກ ຈຳນວນ 3.500 ອັນ ໃຫ້ແກ່ນະຄອນວໍຊິງຕັນ

ຍສໝ - ສະຖານທູດຫວຽດນາມປະຈຳສະຫະລັດອາເມລິກາໄດ້ຈັດພິທີມອບຮັບຜ້າອັດປາກ 3.500 ອັນ ໃຫ້ຜູ້ຕາງໜ້າ ອໍານາດການປົກຄອງນະຄອນວໍຊິງຕັນເພື່ອປ້ອງກັນ ແລະ ຄວບຄຸມ COVID-19.

ສະຖານທ ດຫວຽດນາມ ປະຈຳອາເມລ ກາ ໄດ ມອບຜ າບ ງປາກ ໃຫ ແກ ລ ດ maryland ເພ ອປ ອງກ ນການລະບາດຂອງ covid 19 ສະຫະລັດອາເມລິກາ ໄດ້ພິຈາລະນາ ຈະນຳເຂົ້າອຸປະກອນການແພດຈາກປະເທດ ຫວຽດນາມ ເພື່ອຕ້ານພະຍາດ Covid-19

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມຫງອກ ໄດ້ກ່າວຄືແນວນັ້ນ ໃນຖະແຫຼງການຕໍ່ໜັງສືພິມກ່ຽວກັບນະໂຍບາຍການນຳເຂົ້າຂອງ ສະຫະລັດອາເມລິກາ ກັບ ຫວຽດນາມ ແລະ ການຮ່ວມມືລະຫວ່າງສອງປະເທດ ໃນການປ້ອງກັນການລະບາດຂອງ Covid-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.