ສ້າງ​ຫ້ອງ​ການ​ຕິດ​ຕໍ​ພົວ​ພັນ​ຜ່າ​ນ​ຊາຍ​ແດນ​ຮັບ​ມື​ກັບ​ອາດ​ຊະ​ຍາ​ກຳ​ຢາ​ເສັບ​ຕິດ ຫວຽດ​ນາມ - ລາວ

06:54 | 30/03/2021

ຍ​ສ​ໝ - ຫ້ອງ​ການ​ຕິດ​ຕໍ​ພົວ​ພັນ​ຜ່ານ​ເຂດ​ຊາຍ​ແດນ ທີ່​ຫາ​ກໍ່​ໄດ້​ສ້າງ​ຕັ້ງ​ຂຶ້ນ ຈະ​ເຄື່ອນ​ໄຫວ​ຢູ່​ເຂດ​ຊາຍ​ແດນ ກັບ​ແຂວງ​ຄຳ​ມ່ວນ ແລະ ສາ​ຫວັນ​ນາ​ເຂດ ຂອງ ສ​ປ​ປ.ລາວ, ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ຫ້ອງວ່າ​ການ BLO ຢ່າງ​ເປັນ​ທາງ​ການ, ໄດ້​ກາຍ​ເປັນ​ຫ້ອງ​ການ​ພົວ​ພັນ​ຕິດ​ຕໍ່​ພົວ​ພັນ​ຄັ້ງ​ທີ 21 ຢູ່ ຫວຽດ​ນາມ ໂດຍ UNODC ໜູນ​ຊ່ວຍ.

ສ າງ ຫ ອງ ການ ຕ ດ ຕ ພ ວ ພ ນ ຜ າ ນ ຊາຍ ແດນ ຮ ບ ມ ກ ບ ອາດ ຊະ ຍາ ກຳ ຢາ ເສ ບ ຕ ດ ຫວຽດ ນາມ ລາວ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ ເພື່ອສົ່ງເສີມການພົວພັນຮ່ວມມື ສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບ ມີການພັດທະນາ ເຂົ້າສູ່ລວງເລິກ ແລະ ກວ້າງຂວາງ
ສ າງ ຫ ອງ ການ ຕ ດ ຕ ພ ວ ພ ນ ຜ າ ນ ຊາຍ ແດນ ຮ ບ ມ ກ ບ ອາດ ຊະ ຍາ ກຳ ຢາ ເສ ບ ຕ ດ ຫວຽດ ນາມ ລາວ 7 ບັນຫາສຳຄັນ ທີ່ລັດຕ້ອງເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າ
ສ າງ ຫ ອງ ການ ຕ ດ ຕ ພ ວ ພ ນ ຜ າ ນ ຊາຍ ແດນ ຮ ບ ມ ກ ບ ອາດ ຊະ ຍາ ກຳ ຢາ ເສ ບ ຕ ດ ຫວຽດ ນາມ ລາວ

ພິ​ທີ​​ປະ​ກາດ ຫ້ອງ​ການ​ຕິດ​ຕໍ​ພົວ​ພັນ​ຜ່າ​ນ​ຊາຍ​ແດນ​ຮັບ​ມື​ກັບ​ອາດ​ຊະ​ຍາ​ກຳ​ຢາ​ເສັບ​ຕິດ ຫວຽດ​ນາມ - ລາວ. (ພາບ: nhandan.com.vn)

ເມື່ອບໍ່ດົນມານີ້, ອົງ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ ແລະ ຢາ​ເສັບ​ຕິດ​ຂອງ ສ​ປ​ຊ (UNODC) ສົມ​ທົບ ກົມ​ຕຳຫຼວດ​ສືບ​ສວນ​ອາດ​ຊະ​ຍາ​ກຳ​ກ່ຽວ​ກັບ​ຢາ​ເສັບ​ຕິດ (ກະ​ຊວງ​ຕຳຫຼ​ວດ) ແລະ ຕຳຫຼວດ​ແຂວງ​ກ໋​ວາງ​ບິ່ງ ໄດ້​ຈັດ​ຕັ້ງ​ພິ​ທີ​ເປີດ​ຕົວ​ຫ້ອງວ່າ​ການ​ຕິດ​ຕໍ​ພົວ​ພັນ​ຜ່ານ​ຊາຍ​ແດນ (BLO) ຈາ​ລໍ, ແຂວງ​ກ໋​ວາງ​ບິ່ງ.

ຫ້ອງ​ການ​ຕິດ​ຕໍ​ພົວ​ພັນ​ຜ່ານ​ເຂດ​ຊາຍ​ແດນ ທີ່​ຫາ​ກໍ່​ໄດ້​ສ້າງ​ຕັ້ງ​ຂຶ້ນ ຈະ​ເຄື່ອນ​ໄຫວ​ຢູ່​ເຂດ​ຊາຍ​ແດນ ກັບ​ແຂວງ​ຄຳ​ມ່ວນ ແລະ ສາ​ຫວັນ​ນາ​ເຂດ ຂອງ ສ​ປ​ປ.ລາວ, ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ຫ້ອງວ່າ​ການ BLO ຢ່າງ​ເປັນ​ທາງ​ການ, ໄດ້​ກາຍ​ເປັນ​ຫ້ອງ​ການ​ພົວ​ພັນ​ຕິດ​ຕໍ່​ພົວ​ພັນ​ຄັ້ງ​ທີ 21 ຢູ່ ຫວຽດ​ນາມ ໂດຍ UNODC ໜູນ​ຊ່ວຍ.

ທີ່​ພິ​ທີ, ທ່ານ​ພົນ​ຈັດ​ຕະ​ວາ ໂດ​ດຶກ​ບິ່ງ, ຮອງ​ຫົວ​ໜ້າ​ກົມ​ຄຳຫຼວດ​ສືບ​ສວນ​ອາດ​ຊະ​ຍາ​ກຳ​ກ່ຽວ​ກັບ​ຢາ​ເສັບ​ຕິດ, ໃຫ້​ຮູ້​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ສະ​ພາບ​ການ​ອາດ​ຊະ​ຍາ​ກຳ​ຢາ​ເສັບ​ຕິດ ຢູ່​ເຂດ​ຊາຍ​ແດນ​ຂຶ້ນ​ກັບ​ບັນ​ດາ​ແຂວງ​ຕິດ​ພັນ​ຢູ່​ເຂດ​ຊາຍ​ແດນ​ລາວ ສືບ​ຕໍ່​ຜັນ​ແປ​ຢ່າງ​ສັບ​ສົນ​ພໍ​ສົມ​ຄວນ, ລັກ​ສະ​ນະ​ຍິ່ງ​ນັບ​ມື້​ນັບ​ຮ້າຍ​ແຮງ​ກ່​ວາ ແລະ ອັນ​ຕະ​ລາຍ​ກ່​ວາ. ອາດ​ຊະ​ຍາ​ກຳ​ຢາ​ເສັບ​ຕິດ ໄດ້​ສ້າງ​ຕັ້ງ​ເສັ້​ນ​ທາງ​ຄ້າ​ຂາຍ, ຄ້າ​ຂາຍ​ຂ້າມ​ຊາດ​ນຳ​ຢາ​ເສັບ​ຕິດ​ຈາກ​ເຂດ ສາມ​ລ່ຽມ​ຄຳ ເຂົ້າ​ຫວຽດ​ນາມ.

ກ໋​ວາງ​ຍິ່ງ ດ້ວຍ​ເສັ້ນ​ຊາຍ​ແດນ​ທີ່​ມີ​ລວງ​ຍາວ​ກ່​ວາ 200 ກີ​ໂລ​ແມັດ, ມີ​ດ່ານ​ຊາຍ​ແດນຫຼາຍ​ແຫ່ງ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ຮ້ອນ​ແຮງ​ທີ່​ສັບ​ສົນ​ກ່ຽວ​ກັບ​ການ​ຊື້​ຂາຍ, ຂົນ​ສົ່ງ​ຢາ​ເສັບ​ຕິດ​ຜ່ານ​ຊາຍ​ແດນ. ໃນ​ປີ 2020, ຕຳຫຼວດ ກ໋​ວາງ​ບິ່ງ​ໄດ້​ກັກ10 ເຫດ​ດ້ວຍ​ເປົ້າ​ໝາຍ​ອາດ​ຊະ​ຍາ​ກຳ 12 ຄົນ ກ່ຽວ​ກັບ​ຢາ​ເສັບ​ຕິດ​ຈາກ​ລາວ ໄປ​ຍັງ ກ໋​ວາງ​ບິ່ງ.

ເຂົ້າ​ຮ່ວມ​ພິ​ທີ​ທາງ​ອອນ​ລາຍ, ທ່ານ​ນາງ Valentina Pancieri, ປະ​ສານ​ງານ ໂຄງ​ການ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ ຂອງ UNODC ປະ​ຈຳ​ພາກ​ພື້ນ​ໃຫ້​ຮູ້​ວ່າ: ຄຸ້ມ​ຄອງ ເຂດ​ຊາຍ​ແດນ ແລະ ຮ່ວມ​ມື​ສາ​ກົນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ສຸມ​ໃນ​ໂຄງ​ການ​ດຳ​ເນີນ​ງານ ອາ​ຊຽນ, ໃນ​ນັ້ນ ການ​ຮ່ວມ​ມື​ສາ​ກົນ ໄດ້​ຖື​ວ່າ ແມ່ນ​ເຊື່ອມ​ຕໍ່​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ ແລະ ບັນ​ດາ​ຫ້ອງ​ການ BLO ໄດ້​ມີ​ການ​ປະ​ກອບ​ສ່ວນ​ທີ​ສຳ​ຄັນ​ເຂົ້າ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍນີ້.

ທ່ານ​ພົນ​ຈັດ​ຕະ​ວາ ໂດ​ດຶກ​ບິ່ງ ໄດ້​ເນັ້ນ​ໜັກ​ເຖິງ ຄວາມ​ສຳ​ຄັນ​ຂອງ​ລະ​ບົບ BLO ດ້ວຍ​ບົດ​ບາດ​ແມ່ນ​ຊາວ​ແລ​ກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ສຳ​ຄັນ, ໜູນ​ຊ່ວຍ​ຕັ້ງ​ໜ້າ ແລະ ຍົກ​ສູງ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຢາ​ເສັບ​ຕິດ​ຜ່ານ​ຊາຍ​ແດນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ເຂົ້​າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກຳ​ລັງປ້ອງ​ກັນ, ຕ້ານ​ຢາ​ເສັບ​ຕິດ ລະ​ຫວ່າງ​ສອງ​ປະ​ເທດ ໃຫ້​ນັບ​ມື້​ນັບ​ສະ​ໜິດ​ຕິດ​ພັນ ແລະ​ພັດ​ທະ​ນາ. ດັ່ງ​ນັ້ນ, ຈະ​ມີ​ຫຼາຍ​ເຫດ​ຄ້າ​ຂາຍ​ຢາ​ເສັບ​ຕິດ, ມີ​ປັດ​ໄຈ​ຕ່າງ​ປະ​ເທດ​ໄດ້​ພົບ​ເຫັນ ແລະ ສະ​ກັດ​ກັ້ນ​ຢ່າງ​ທັນ​ການ, ປະ​ກອບ​ສ່ວນ​ບໍ່​ແມ່ນ​ໜ້ອຍ​ໃນ​ການ​ປົກ​ປັກ​ຮັກ​ສາ​ລະ​ບອບ​ລະ​ບ​ຽບ​ການ ແລະ ຄວາມ​ສະ​ຫງົບ​ໃນ​ເຂດ​ຊາຍ​ແດນ.

ສ າງ ຫ ອງ ການ ຕ ດ ຕ ພ ວ ພ ນ ຜ າ ນ ຊາຍ ແດນ ຮ ບ ມ ກ ບ ອາດ ຊະ ຍາ ກຳ ຢາ ເສ ບ ຕ ດ ຫວຽດ ນາມ ລາວ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ ເພື່ອສົ່ງເສີມການພົວພັນຮ່ວມມື ສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບ ມີການພັດທະນາ ເຂົ້າສູ່ລວງເລິກ ແລະ ກວ້າງຂວາງ

ຫວ່າງແລ້ວນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ. ລາວ ປະຈຳ ສສ.ຫວຽດນາມ ພ້ອມດ້ວຍຄະນະ ຈາກສະຖານທູດລາວ, ສະຖານກົງສຸນໃຫຍ່ລາວ ທີ່ນະຄອນໂຮ່ຈິມິນ ແລະ ນະຄອນດານັງ ໄດ້​​ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມ ແອດ ຮອງປະທານຄະນະກໍາມະການປະຊາຊົນແຂວງເລິມດົ່ງ ແລະ ທ່ານ ເລ ຫງອກ ...

ສ າງ ຫ ອງ ການ ຕ ດ ຕ ພ ວ ພ ນ ຜ າ ນ ຊາຍ ແດນ ຮ ບ ມ ກ ບ ອາດ ຊະ ຍາ ກຳ ຢາ ເສ ບ ຕ ດ ຫວຽດ ນາມ ລາວ 7 ບັນຫາສຳຄັນ ທີ່ລັດຕ້ອງເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າ

ຍ​ສ​ໝ - ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີັ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄຂຂຶ້ນໃນວັນທີ 13 ມັງ ກອນ 2021 ນີ້ວ່າ: 7 ບັນຫາສຳຄັນຕົ້ນຕໍທີ່ຄວນເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າຄື:

ສ າງ ຫ ອງ ການ ຕ ດ ຕ ພ ວ ພ ນ ຜ າ ນ ຊາຍ ແດນ ຮ ບ ມ ກ ບ ອາດ ຊະ ຍາ ກຳ ຢາ ເສ ບ ຕ ດ ຫວຽດ ນາມ ລາວ ນັກສຶກສາລາວ: 4 ປີທີ່ດໍາລົງຊີວິດ ແລະຮໍ່າຮຽນຢູ່ຮ່າຕິ້ງ ນ້ອງ ຮູ້ສຶກຮັກຫອມດິນແດນແຫ່ງນີ້ ແລະຮັກແພງປະຊາຊົນຢູ່ທີ່ນີ້ຫຼາຍກວ່າ

10 ກວ່າປີຜ່ານມາ, ມະຫາວິທະຍາໄລຮ່າຕິ້ງ ສສ.ຫວຽດນາມ ໄດ້ກາຍເປັນສະຖານທີ່ບໍາລຸງສ້າງທີ່ດຶງດູດນັກສຶກສາລາວ ມາສຶກສາຮໍ່າຮຽນ, ຈາກແຫຼ່ງບໍາລຸງສ້າງນີ້ມີນັກສຶກສາລາວ ຮຸ່ນຕ່າງໆໄດ້ເຕີບໃຫຍ່ຂະຫຍາຍຕົວ, ນັກສຶກສາລາວຫຼາຍຄົນມີວຽກເຮັດງານທໍາຖືກຕາມວິຊາສະເພາະທີ່ຕົນເອງໄດ້ຮຽນມາ.

ສ າງ ຫ ອງ ການ ຕ ດ ຕ ພ ວ ພ ນ ຜ າ ນ ຊາຍ ແດນ ຮ ບ ມ ກ ບ ອາດ ຊະ ຍາ ກຳ ຢາ ເສ ບ ຕ ດ ຫວຽດ ນາມ ລາວ

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.