ສື່ມວນຊົນ ສປປ.ລາວ ໄດ້ຕີລາຄາສູງຕໍ່ປີດຳລົງຕຳແໜ່ງເປັນປະທານອາຊຽນ ຂອງຫວຽດນາມ

10:23 | 16/11/2020

ຍສໝ - ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມລະດັບສູງທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-15 ພະຈິກ, ສື່ມວນຊົນຂອງປະເທດ ສປປ.ລາວ ໄດ້ສົ່ງຂ່າວກ່ຽວກັບເຫດການດັ່ງກ່າວ, ແລະ ເຊິ່ງໄດ້ຕີລາຄາສູງຕໍ່ບົດບາດດຳລົງຕຳແໜ່ງປີປະທານອາຊຽນ 2020 ຂອງຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງອາຊຽນ ແລະ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານພິທີເປີດກອງປະຊຸມສຸດຍອດອາຊຽນຄັ້ງທີ 37

ໃນວັນທີ 13 ພະຈິກ, ໜັງສືພິມປະຊາຊົນ ມີບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມ ມີຄວາມພະຍາຍາມ ເພື່ອປະຊາຄົມອາຊຽນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ບົດຂຽນ ໄດ້ວິເຄາະວ່າ, ປີ 2020 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດສຳລັບອາຊຽນ.

ຄຽງຄູ່ກັບຂໍ້ໄດ້ປຽບເຫຼົ່ານີ້, ອາຊຽນ ກຳລັງປະເຊີນ​​ໜ້າກັບສິ່ງທ້າທາຍຫຼາຍຢ່າງ, ເຊັ່ນ: ສະພາບການທີ່ສັບສົນ ແລະ ບໍ່ສາມາດຄາດເດົາໄດ້ໃນໂລກ ແລະ ພາກພື້ນ, ແລະ ຂູ່ເຂັນດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ, ເຊັ່ນ: ການລະບາດຂອງພະຍາດ COVID-19 ທີ່ລະບາດຢ່າງສັບສົນ ແລະ ຄວບຄຸມຍາກ, ສົ່ງຜົນກະທົບຕໍ່ເສດຖະກິດໂລກເວົ້ົ້າລວມທົ່ວໄປ ແລະ ເສດຖະກິດຂອງບັນດາປະເທດສະມາຊິກອາຊຽນເວົ້າສະເພາະ, ເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດ ຂອງບັນດາປະເທດທີ່ບໍ່ບັນລຸຕາມແຜນການ, ສ້າງຜົນກະທົບອັນໃຫຍ່ຫຼວງຕໍ່ຊີວິດ, ເສດຖະກິດ - ສັງຄົມຂອງປະຊາຊົນ.

ສື່ມວນຊົນ ສປປ.ລາວ ໄດ້ຕີລາຄາສູງຕໍ່ປີດຳລົງຕຳແໜ່ງເປັນປະທານອາຊຽນ ຂອງຫວຽດນາມ
ກອງປະຊຸມສຸດຍອດອາຊຽນຄັ້ງທີ 37. (ພາບ: TTXVN)

ຈາກບັນດາສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ, ພ້ອມທັງຂໍ້ກຳນົດ ແລະ ໜ້າທີ່ຂອງການກໍ່ສ້າງປະຊາຄົມອາຊຽນ, ຫວຽດນາມ ໃນຖານະເປັນປະທານອາຊຽນໄດ້ເລືອກຫົວຂໍ້ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ຫວຽດນາມ ປາດຖະໜາຢາກຢັ້ງຢືນວ່າ ຄວາມສາມັກຄີແມ່ນການຕັດສິນໃຈກັບຄວາມຍືນຍົງຂອງອາຊຽນ. ປະຊາຄົມອາຊຽນທີ່ມີຄວາມສາມັກຄີ ແລະ ພັດທະນາ ເຊິ່ງສາມາດເໝາະສົມ ເຂົ້າກັບບັນດາປັດໃຈອິດທິພົນຈາກພາຍນອກຢ່າງມີປະສິດທິຜົນ ແລະ ການເປັນເຈົ້າການຮັບມື ຈະຊ່ວຍໃຫ້ສາມາດເພີ່ມທະວີຄວາມເຂັ້ມແຂງໂດຍລວມຂອງອາຊຽນ.

ໃນຖານະທີ່ເປັນປະທານອາຊຽນ, ຫວຽດນາມ ໄດ້ສະແດງຈິດໃຈທີ່ຖືກຕ້ອງຂອງ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ກັບການກະທຳຕົວຈິງ ຄືໃນການປະເຊີນໜ້າກັບຜົນກະທົບຂອງໂລກລະບາດ, ຫວຽດນາມຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ເພື່ອຈັດກອງປະຊຸມທີ່ສຳຄັນປຶກສາຫາລື ແລະ ອອກຖະແຫຼງການຕອບສະໜອງຕໍ່ການລະບາດຂອງພະຍາດ COVID-19, ສ້າງຕັ້ງກົນໄກຕ່າງໆ, ເຊັ່ນ ກອງທຶນອາຊຽນເພື່ອຕອບສະໜອງພະຍາດ COVID-19, ສ້າງສາງສຳຮອງອຸປະກອນດ້ານການແພດອາຊຽນ ແລະ ສູນອາຊຽນເພື່ອຕອບໂຕ້ພະຍາດທີ່ເກີດຂື້ນ...

ໃນຊຸມປີມໍ່ໆມານີ້, ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າ ໃນການສ້າງປະຊາຄົມອາຊຽນກ່ຽວກັບຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງບັນດາປະເທດສະມາຊິກ ແລະ ໄດ້ຮັບການສະໜັບສະໜູນ, ເຮັດວຽກຢ່າງໃກ້ຊິດກັບບັນດາປະເທດຄູ່ຮ່ວມສະໜິດຕິດພັນ.

ບົດຂຽນໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນຖານະເປັນປະທານອາຊຽນ 2020, ຫວຽດນາມ ຈະສົມທົບກັບບັນດາປະເທດສະມາຊິກອື່ນໆ ເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກ, ຮັກສາຄວາມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ.

ມາເລເຊຍ ຢຶດໝັ້ນຕໍ່ຫຼັກໝັ້ນທີ່ວ່າບັນດາບັນຫາທີ່ກ່ຽວຂ້ອງເຖິງທະເລຕາເວັນອອກຕ້ອງໄດ້ແກ້ໄຂໂດຍສັນຕິວິທີ ແລະມີລັກສະນະສ້າງສັນ

ຍສໝ- ທ່ານ Muhyiddin Yassin ນາຍົກລັດຖະມົນຕີມາເລເຊຍ ເນັ້ນໜັກວ່າ ມາເລເຊຍ ຊີ້ແຈ້ງວ່າ ບັນດາມາດຕະການແກ້ໄຂບັນຫາທະເລຕາເວັນອອກຕ້ອງສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNLCOS) ປີ 1982.

ກອງປະຊຸມສຸດຍອດອາຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື

ຍ​ສ​ໝ - ທ່ານ ຫຼີເຄືອສຽງ ນາຍົກລັດຖະມົນຕີຈີນ ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ໂລກລະບາດ ໂຄວິດ - 19, ການຄ້າ ອາຊຽນ - ຈີນຍັງຄົມເພີ່ມຂຶ້ນ ແລະ ອາຊຽນຈະແມ່ນຄູ່ຮ່ວມມືທາງການຄ້າ ໃຫຍ່ທີ່ສຸດຂອງ ຈີນ ເມື່ອວົງເງິນການຄ້າສອງສົ້ນ ໃນໄລຍະ 3 ເດືອນຕົ້ນປີ 2020 ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ ...

ສາກົນໄດ້ຕີລາຄາສູງ ບົດບາດເປັນປະທານອາຊຽນ 2020 ຂອງຫວຽດນາມ

ອາ​ຊຽນ ໄດ້​ຮັບ​ການ​ກຳ​ເນີດແຕ່​ປີ 1967 ແລະ ປາດຖະ​ໜາ ​ຢາກ​ສ້າງ​ສະ​ຫະ​ສະ​ມາ​ຄົມ ​​ທີ່​ເຕົ້າ​ໂຮມ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທັງ​ໝົດ ​ເພື່ອ​ມຸ່ງ​ໄປ​ເຖິງ​ພາກ​ພື້ນ ​ສັນ​ຕິ​ພາບ-ເສ​ລີ-ວັດ​ທະ​ນາ​ຖາ​ວອນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.