ລາວ: ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

17:24 | 22/09/2020

ໃນວັນທີ 22 ກັນຍາ 2020, ຢູ່ກະຊວງສາທາລະນະສຸກ ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວກັບ ສະ ພາບການລະບາດ ແລະ ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ ອັກເສບປອດຈາກ ເຊື້ອຈຸລະໂລກໂຄໂລນາສາຍພັນໃໝ່ COVID-19 ຢູ່ ສປປ ລາວ ວ່າ: ມາຮອດເວລາ 17:00 ໂມງຂອງວັນທີ 21 ກັນຍາ 2020, ມີຜູ້ເດີນທາງຜ່ານ ດ່ານຕ່າງໆເຂົ້າມາ ສປປ ລາວ ທັງໝົດ 2.047 ຄົນ. 

ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ອາເມລິກາແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ
ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ກອງປະຊຸມທາງໄກກຸ່ມປະຕິບັດງານຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ສິງກະໂປ ຄັ້ງທີ 8
ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ
ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ.

ໃນນີ້, ຜ່ານດ່ານລາວ-ໄທ 964 ຄົນ, ດ່ານລາວ-ຈີນ 24 ຄົນ, ດ່ານລາວ-ຫວຽດນາມ 714 ຄົນ, ດ່ານລາວ-ກໍາປູເຈຍ, ດ່ານລາວ-ມຽນມາ 3 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ 342 ຄົນ, ໂດຍທັງໝົດໄດ້ຮັບການກວດອຸນຫະພູມ ແລະ ບໍ່ພົບອາການໄຂ້, ພ້ອມທັງໄດ້ເກັບຕົວຢ່າງ ທຸກຄົນມາກວດວິເຄາະ ແລະ ຈັດສົ່ງໄປຈໍາກັດບໍລິເວນ ຕາມສູນທີ່ທາງການກໍານົດ ໄວ້ເປັນເວລາ 14 ມື້. ຂະນະດຽວກັນ, ຍັງມີຜູ້ທີ່ຈໍາກັດບໍລິ ເວນຢູ່ສູນ 47 ແຫ່ງໃນທົ່ວປະເທດ ປະມານ 3.456 ຄົນ, ແຕ່ບໍ່ພົບເຊື້ອ,​ ໝາຍວ່າຢູ່ ສປປ ລາວເຮົາ ຍັງບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ຍັງຢູ່ທີ່ຕົວເລກຜູ້ຕິດເຊື້ອ ລວມທັງໝົດ 23 ຄົນ, ປິ່ນປົວຫາຍດີ 22 ຄົນ ແລະ ຍັງປິ່ນປົວຢູ່ໂຮງໝໍມິດຕະພາບ 1 ຄົນ.

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ຕື່ມວ່າ: ມາຮອດເວລາ 6:00 ໂມງເຊົ້າວັນທີ 22 ກັນຍາ 2020 ທົ່ວໂລກມີລາຍງານຜູ້ຕິດເຊື້ອພະຍາດ COVID-19 ຢູ່ໃນ 213 ປະເທດ/ເຂດ ຫລາຍກວ່າ 31,4 ລ້ານຄົນ, ໃນນີ້ມີຜູ້ປິ່ນປົວຫາຍດີ 23 ລ້ານກ່ວາຄົນ ແລະ ເສຍຊີວິດ 968.820 ກວ່າຄົນ. ຕໍ່ສະພາບດັ່ງກ່າວ, ຂໍຮຽກຮ້ອງໃຫ້ບັນດາໂຮງແຮມ ທີ່ໄດ້ຮັບອະນຸຍາດຈາກ ຄະນະສະເພາະກິດ ເພື່ອກຳນົດເປັນບ່ອນ ຈຳກັດບໍລິເວນຈົນຄົບ 14 ວັນ ໃຫ້ແກ່ຜູ້ເດີນທາງເຂົ້າມາ ສປປ ລາວ ແມ່ນໃຫ້ເອົາໃຈໃສ່ກວດກາເຄັ່ງຄັດ ແລະ ປະຕິບັດບຽບຢ່າງເຂັ້ມງວດ ຕໍ່ຜູ້ທີ່ເຂົ້າມາຈຳກັດ ບໍລິເວນຢູ່ໂຮງແຮມຂອງຕົນ, ຖ້າຫາກບໍ່ປະຕິບັດມາດຕະການ ທີ່ຄະນະສະເພາະກິດ ໄດ້ວາງອອກ ແມ່ນຈະໄດ້ຖືກດຳເນີນຕາມລະບຽບກົດໝາຍຢ່າງເຂັ້ມງວດ, ເນື່ອງຈາກ ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍ ຕໍ່ສຸຂະພາບຂອງປະ ຊາຊົນເປັນທີ່ສຸດ, ການວາງມາດຕະການຕ່າງໆອອກມາ ກໍເພື່ອຫລຸດຜ່ອນ ແລະ ຢັບຢັ້ງການລະບາດ ຂອງພະຍາດດັ່ງກ່າວ.

ພ້ອມທັງຮຽກຮ້ອງ ໃຫ້ປະຊາຊົນບັນດາເຜົ່າ ຈົ່ງສືບຕໍ່ຮ່ວມມື ແລະ ເປັນເຈົ້າການປະຕິບັດ ບັນດາຂໍ້ແນະນຳຕ່າງໆ ທີ່ໄດ້ວາງອອກຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ, ປະຕິບັດການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອໃຫ້ສະພາບການ ລະບາດຂອງພະຍາດ COVID-19 ຜ່ອນຄາຍລົງ.

ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ນິວຊີແລນ ຕີລາຄາສູງກຳລັງຄວາມສາມາດນຳພາຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ 2020

ຍສໝ - ທ່ານນາງ Alison Mann, ຫົວໜ້າກົມໃຫຍ່ເຊື່ອມໂຍງພາກພື້ນ ອາຊີ - ປາຊີຟິກ, ກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ ໃຫ້ຮູ້ວ່າ: Wellington ຕີລາຄາສູງທີ່ສຸດຕໍ່ກຳລັງຄວາມສາມາດນຳພາຂອງ ຫວຽດນາມ ໃນຖານະເປັນປະທານ ອາຊຽນ 2020.

ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຖ້ຽວບິນການຄ້າສາກົນຖ້ຽວທຳອິດເລີ່ມເຄື່ອນໄຫວປົກກະຕິພາຍຫຼັງຢຸດຕິຊົ່ວຄາວມາເປັນເວລາຫຼາຍເດືອນຍ້ອນໂລກລະບາດໂຄວິດ-19

ຍສໝ - ໃນເວລາ 6 ໂມງ 30 ນາທີຂອງວັນທີ 19 ກັນຍາ, ຖ້ຽວບິນໝາຍເລກ VN310 ຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ຈາກຮ່າໂນ້ຍ ໄປໂຕກຽວ ໄດ້ເລີ່ມເດີນທາງຈາກສະໜາມບິນ ໂນ້ຍບາຍ ຢ່າງປອດໄພ.

ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ງານວາງສະແດງຮູບພາບກ່ຽວກັບປະເທດຊາດ ແລະ ປະຊາຊົນຫວຽດນາມ ຢູ່ຣູມານີ

ຍສໝ - ຮູບພາບຈຳນວນຫຼາຍກ່ວາ 60 ຮູບທີ່ວາງສະແດງຢູ່ງານວາງສະແດງ ແມ່ນຊຸດສະສົມທີ່ລ້ຳຄ່າເປັນສັນຍາລັກ ກ່ຽວກັບປະຫວັດສາດແຫ່ງການພັດທະນາ, ຜົນສຳເລັດດ້ານເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າຂອງຫວຽດນາມ.

kpl.gov.la

ເຫດການ
302 Found

Found

The document has moved here.