ຫວຽດນາມ ມອບຫຼຽນໄຊອັນສູງສົ່ງໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນສັງກັດກອງທັບ ປະຊາຊົນລາວ | |
ມີຄວາມເຂົ້າໃຈ ແລະ ເລິກເຊິ່ງ ກ່ຽວກັບການປ້ອງກັນ ພະຍາດ ມືຕີນປາກ, ອີ່ສຸກອີ່ໄສ ແລະ ໄຂ້ເລືອດອອກ |
ອີງຕາມຂໍ້ມູນຂອງກົມຄວບຄຸມພະຍາດຕິດແປດ ສັງກັດກະຊວງສາທາລະນະສຸກຂອງລາວ, ມີຈຳນ່ວນເກືອບ 6.400 ກໍລະນີເປັນຕິດແປດພະຍາດໄຂ້ເລືອດອອກ ໄດ້ບັນທຶກໄວ້ໃນຫລາຍທ້ອງຖິ່ນ, ໃນນັ້ນມີ 11 ກໍລະນີເສຍຊີວິດ.
ນະຄອນຫຼວງວຽງຈັນ ຍັງແມ່ນທ້ອງຖິ່ນທີ່ບັນທຶກກໍລະນີໄຂ້ເລືອດອອກຈຳນວນຫຼາຍທີ່ສຸດ, ເຊິ່ງມີຫຼາຍກວ່າ 1500 ກໍລະນີ ແລະ ມີຜູ້ເສຍຊີວິດ 4 ຄົນ; ແຂວງບໍລິຄຳໄຊມີຜູ້ຕິດເຊື້ອ 725 ກໍລະນີ, ເສຍຊີວິດ 2 ຄົນ, ແຂວງວຽງຈັນມີຈຳນວນຕິດເຊື້ອເກືອບ 640 ກໍລະນີ, ແຂວງບໍ່ແກ້ວ 640 ກໍລະນີ, ແຂວງສະຫວັນນະເຂດ 620 ກໍລະນີ...
![]() |
ພະນັກງານສີດຢາຂ້າຍຸງປ້ອງກັນ ແລະ ຕ້ານພະຍາດໄຂ້ເລືອດອອກ. (ພາບ: baohatinh) |
ບັນດາເຫດຜົນຫຼັກໆ ທີ່ເຮັດໃຫ້ຈໍານວນກໍລະນີເປັນໄຂ້ເລືອດອອກເພີ່ມຂື້ນ ເມື່ອບໍ່ດົນມານີ້ ແມ່ນການຂາດຂໍ້ມູນກ່ຽວກັບການປ້ອງກັນ ແລະ ຕ້ານພະຍາດ, ລະດູຝົນເຮັດໃຫ້ຕົ້ນໄມ້, ພຸ່ມໄມ້ຕຶບໜາເປັນຫຼາຍ, ສະນ້ຳອັ່ງ, ນ້ຳຂັງ, ຕະຄອງຮ່ອງນ້ຳທີ່ບໍ່ໄດ້ທຳຄວາມສະອາດ...ຈະເຮັດໃຫ້ຍຸງມີຈຳນວນເພີ່ມຂື້ນຢ່າງໄວວາ.
ຂະແໜງສາທາລະນະສຸກລາວ ໄດ້ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເພື່ອໂຄສະນາເຜີຍແຜ່ ແລະ ແນະນຳໃຫ້ປະຊາຊົນມີມາດຕະການປ້ອງກັນ ແລະ ຕ້ານພະຍາດໄຂ້ເລືອດອອກ. ປີກາຍນີ້, ປະເທດລາວໄດ້ບັນທຶກເກືອບ 39.000 ກໍລະນີເປັນໄຂ້ເລືອດອອກທົ່ວປະເທດ, ມີຜູ້ເສຍຊີວິດຫຼາຍກວ່າ 70 ຄົນ.
![]() | ກອງທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກໄທຈັດກອງປະຊຸມທາງໄກປຶກສາຫາລື ວຽກງານສ້າງກິດຈະກຳຕ່າງໆຮ່ວມກັນ ໃນວັນທີ 19 ກັນຍາ 2020 ນີ້, ຢູ່ທີ່ຫ້ອງປະຊຸມກະຊວງປ້ອງ ກັນປະເທດ ແຫ່ງ ສປປ.ລາວ ໄດ້ຈັດກອງປະຊຸມທາງໄກປຶກສາ ຫາລືກ່ຽວກັບວຽກງານການ ສ້າງກິດຈະກຳຕ່າງໆລະຫວ່າງ ກອງທັບປະຊາຊົນລາວກັບກອງ ທັບຣາຊະອານາຈັກໄທ. |
![]() | ການແຂ່ງຂັນ ARMY GAMES: ເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ຍາດໄດ້ອັນດັບ 2 ການແຂ່ງຂັນກີລາການທະຫານ (ARMY GAMES 2020) ຮອບຊີງຊະນະເລີດການນຳໃຊ້ພາຫະນະຊ່າງແສງຮັບປະກັນສູ້ຮົບ ໄດ້ຈັດຂຶ້ນໃນວັນທີ 31 ສິງຫານີ້, ຢູ່ທີ່ສະໜາມແຂ່ງຂັນຂອງກອງພົນນ້ອຍຊ່າງແສງ ກອງທັບ ສ.ຮັດເຊຍ ທີ່ເມືອງ ໂວນກາກຼາດ. |
![]() | ກົມໃຫຍ່ພະລາທິການກອງທັບປະຊາຊົນລາວຂອບໃຈຕໍ່ການໜູນຊ່ວຍ, ຊ່ວຍເຫຼືອຂອງກອງທັບປະຊາຊົນຫວຽດນາມ ຕໍ່ກັບກອງທັບປະຊາຊົນລາວ ຍສໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງພະລາທິການກອງທັບ ຄົບຮອບ 70 ປີ (11-7-1950/11-7-2020). |
ຄຳຮຸ່ງ