ລາວ: ການສັກວັກຊີ​ນແມ່ນເພື່ອແກ້ໄຂພາວະສຸກເສີນຈາກການລະບາດ ຂອງພະຍາດ COVID-19 ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍບູລິມະສິດກ່ອນ

09:00 | 27/03/2021

ມາຮອດປັດຈຸບັນ ໄດ້ສັກເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍບູລິມະສິດ ທັງໝົດ 40.732 ຄົນ ໃນຂອບເຂດທົ່ວປະເທດ ລາວ.

ລາວ ການສ ກວ ກຊ ນແມ ນເພ ອແກ ໄຂພາວະສ ກເສ ນຈາກການລະບາດ ຂອງພະຍາດ covid 19 ຈ ງໄດ ສ ມໃສ ກ ມເປ າໝາຍບ ລ ມະສ ດກ ອນ ຫວຽດນາມ ແມ່ນສະຖານທີ່ນັດພົບທີ່ມີຄວາມດຶງດູດ ແລະ ປອດໄພ
ລາວ ການສ ກວ ກຊ ນແມ ນເພ ອແກ ໄຂພາວະສ ກເສ ນຈາກການລະບາດ ຂອງພະຍາດ covid 19 ຈ ງໄດ ສ ມໃສ ກ ມເປ າໝາຍບ ລ ມະສ ດກ ອນ ໃນປີ 2020, ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີລະດັບເຕີບໂຕສູງທີ່ສຸດໃນໂລກ
ລາວ ການສ ກວ ກຊ ນແມ ນເພ ອແກ ໄຂພາວະສ ກເສ ນຈາກການລະບາດ ຂອງພະຍາດ covid 19 ຈ ງໄດ ສ ມໃສ ກ ມເປ າໝາຍບ ລ ມະສ ດກ ອນ
ພາບປະກອບ

ໃນວັນທີ 5 ມີນາ 2021 ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດຕັ້ງສັກວັກ​ຊີ​ນ ປ້ອງກັນພະຍາດ ໂຄວິດ-19 ເຂັມທໍາອິດ ໃຫ້ກຸ່ມຄົນທີ່ມີຄວາມສ່ຽງ ເປັນຕົ້ນ ກຸ່ມພະນັກງານແພດໝໍ, ຜູ້ທີ່ເຮັດວຽກໃກ້ຊິດກັບຄົນເຈັບ ຢູ່ແຕ່ລະໂຮງໝໍ, ກຸ່ມຄົນທີ່ປະຕິບັດໜ້າທີ່ ຕາມຈຸດຜ່ານແດນ, ພະນັກງານດ່ານກວດກາ ຄົນເຂົ້າເມືອງ ແລະ ກຸ່ມຄົນທີ່ເຮັດວຽກ ຢູ່ສູນຈໍາກັດບໍລິເວນ ນັບແຕ່ຜູ້ອະນາໄມ ຈົນຮອດຜູ້ບໍລິຫານ.

ໃນ​ວັນ​ທີ 12 ມີນາ 2021 ພະ​ແນ​ກສາ​ທາ​ລະນະ​ສຸກ ນະຄອນຫລວງ​ວຽງ​ຈັນ ​ໄດ້​ເປີດ​ຂະ​ບວນການ ​ສັກ​ວັກ​ຊີ​ນກັນ​ພະຍາດ​ ໂຄ​ວິດ-19 ​ເຂັມ​ທຳ​ອິດໃຫ້ບຸກຄົນທົ່ວໄປ ແລະ ບຸກຄົນທີ່ມີຄວາມສ່ຽງສູງ ທົ່ວນະຄອນຫລວງວຽງຈັນ ຢ່າງ​ເປັນ​ທາງ​ການ ຢູ່​ໂຮງໝໍ​ຊຸມ​ຊົນ ​ເມືອງ​ຈັນທະ​ບູລີ ນະຄອນ ຫລວງ​ວຽງ​ຈັນ. ສຳລັບເງື່ອນໄຂ ຂອງຜູ້ທີ່ຈະໄດ້ຮັບວັກຊີນ ຕ້ອງເປັນຜູ້ທີ່ມີຄວາມສະໝັກໃຈ, ມີສຸຂະພາບແຂງແຮງ, ບໍ່ມີພະຍາດ ຫລື ໂລກປະຈຳຕົວ ແລະ ອື່ນໆ. ພາຍຫລັງໄດ້ຮັບວັກຊີນແລ້ວ ແມ່ນບໍ່ໃຫ້ດື່ມສິ່ງຂອງມືນເມົາ (ເຫລົ້າ, ເບຍ) ແລະ ອາຫານທີ່ມີລົດຊາດເຜັດເຄັມ.

ໄລ່ຮອດປັດຈຸບັນ ທົ່ວປະເທດລາວໄດ້ຮັບ ການສັກວັກຊີ​ນ ປ້ອງກັນພະຍາດ ໂຄວິດ-19 40 ພັນກວ່າຄົນແລ້ວ, ເຊິ່ງການສັກວັກຊີ​ນແມ່ນເພື່ອແກ້ໄຂ ພາວະສຸກເສີນ ຈາກການລະບາດ ຂອງພະຍາດ ໂຄວິດ-19 ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍບູລິມະສິດກ່ອນ ເປັນຕົ້ນ ແມ່ນພະນັກງານແພດໝໍ ພະນັກງານດ່ານໜ້າຜູ້ທີ່ມີຄວາມສ່ຽງສູງ ຢູ່ສູນກາງ ແລະ ທ້ອງຖິ່ນ.

ມາຮອດປັດຈຸບັນ ໄດ້ສັກເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍບູລິມະສິດ ທັງໝົດ 40.732 ຄົນ ໃນຂອບເຂດທົ່ວປະເທດ. ປະ ກອບມີ ພະນັກງານແພດໝໍ ກວມເອົາ 13.005 ຄົນ, ພະນັກງານເຮັດວຽກທີ່ມີຄວາມສ່ຽງ 22.791 ຄົນ, ຜູ້ທີ່ມີຄວາມຈໍາເປັນເດີນທາງ ອອກນອກປະເທດ 625 ຄົນ, ຜູ້ສູງອາຍຸກວ່າ 60 ປີ 220 ຄົນ, ຜູ້ທີ່ມີພະຍາດປະຈຳຕົວ 31 ຄົນ ແລະ ກຸ່ມອື່ນໆ 4.060 ຄົນ.

ໃນວັນທີ 16 ມີນາ 2021 ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ໃນວັນທີ 15 ມີນາ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 474 ຄົນ ເຊິ່ງຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອໂຄວິດ-19 ສັງລວມການກວດວິເຄາະ ນັບແຕ່ເດືອນມັງ ກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 123.323 ຕົວຢ່າງ, ກວດພົບເຊື້ອສະສົມ 49 ຄົນ.

ລາວ ການສ ກວ ກຊ ນແມ ນເພ ອແກ ໄຂພາວະສ ກເສ ນຈາກການລະບາດ ຂອງພະຍາດ covid 19 ຈ ງໄດ ສ ມໃສ ກ ມເປ າໝາຍບ ລ ມະສ ດກ ອນ ບຸກ​ທະ​ລຸ​ເພື່ອ​ນຳ​ໜ້າ​ໃນ​ສະ​ພາບ​ການ​ເປັນ​ປົກ​ກະ​ຕິ​ໃໝ່

ກອງປະຊຸມສຳມະນາ ເພື່ອແນໃສ່ເຊື່ອມຕໍ່ສຽງເວົ້າຂອງບັນດາຝ່າຍທີ່ກ່ຽວຂ້ອງ, ຈາກວິສາຫະກິດ ຕະຫຼອດຮອດບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ...

ລາວ ການສ ກວ ກຊ ນແມ ນເພ ອແກ ໄຂພາວະສ ກເສ ນຈາກການລະບາດ ຂອງພະຍາດ covid 19 ຈ ງໄດ ສ ມໃສ ກ ມເປ າໝາຍບ ລ ມະສ ດກ ອນ FBI (ສະຫະລັດອາເມລິກາ) ແລກປ່ຽນປະສົບການກັບກະຊວງຕຳຫຼວດຫວຽດນາມ

ຍສໝ - ແຕ່ວັນທີ 8-12 ມີນາ 2021, ທີ່ສຳນັກງານກົມການຕ່າງປະເທດ, ກະຊວງຕຳຫຼວດ ໄດ້ປະສານສົມທົບກັບອົງການສືບສວນຂອງ ສະຫະລັດອາເມລິກາ (FBI) ເພື່ອຈັດກອງປະຊຸມສຳມະນາທາງອອນລາຍ ເພື່ອຍົກສູງຄວາມສາມາດຂອງກຳລັງຕຳຫຼວດໃນການປ້ອງກັນ, ຕ້ານອາດຊະຍາກຳ ຂອງຫວຽດນາມເວົ້າສະເພາະ ແລະ ປະເທດອື່ນໆເວົ້າລວມ.

ລາວ ການສ ກວ ກຊ ນແມ ນເພ ອແກ ໄຂພາວະສ ກເສ ນຈາກການລະບາດ ຂອງພະຍາດ covid 19 ຈ ງໄດ ສ ມໃສ ກ ມເປ າໝາຍບ ລ ມະສ ດກ ອນ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນປົກປ້ອງ ແລະຊຸກຍູ້ສິດທິມະນຸດ, ໃນນັ້ນ ມີບັນດາສິດເສລີພາບໂດຍພື້ນຖານເຊິ່ງໄດ້ກໍານົດຢ່າງລະອຽດໃນລັດຖະທຳມະນູນ 2013

ຍສໝ - ທ່ານນາງ ເລທິທຸຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ: “ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນປົກປ້ອງ ແລະຊຸກຍູ້ສິດທິມະນຸດ, ໃນນັ້ນ ມີບັນດາສິດເສລີພາບໂດຍພື້ນຖານເຊິ່ງໄດ້ກໍານົດຢ່າງລະອຽດໃນລັດຖະທຳມະນູນ 2013 ແລະເອກະສານກົດໝາຍຫຼາຍສະບັບທີ່ກ່ຽວຂ້ອງ.

ໄຊພອນ

ເຫດການ
302 Found

Found

The document has moved here.