ລັດຖະບານລາວວາງອອກບັນດາວຽກງານຈຸດສຸມ ປະຈໍາເດືອນຕຸລາ ປີ 2020

16:39 | 02/10/2020

ໃຫ້ບັນດາກະຊວງ-ອົງການ ສືບຕໍ່ເປັນເຈົ້າການເພີ່ມທະວີຄວາມຮັບຜິດຊອບໃຫ້ສູງກວ່າເກົ່າ ແລະ ສືບຕໍ່ເຮັດວຽກງານການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ຢ່າງເປັນປົກກະຕິ ໃຫ້ມີສະຕິຕໍ່ກົນອຸບາຍຕໍ່ກຸ່ມຄົນທີ່ບໍ່ຫວັງດີ ເພື່ອສ້າງບັນຍາກາດອັນດີ ແລະ ເອື້ອອໍານວຍໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI.

ລ ດຖະບານລາວວາງອອກບ ນດາວຽກງານຈ ດສ ມ ປະຈ າເດ ອນຕ ລາ ປ 2020 ລາວ ສົ່ງຄະນະນັກກິລາອອກເດີນທາງໄປເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ ຄັ້ງທີ 6 ປີ 2020
ລ ດຖະບານລາວວາງອອກບ ນດາວຽກງານຈ ດສ ມ ປະຈ າເດ ອນຕ ລາ ປ 2020 ຄາດວ່າ ຫວຽດນາມ ຈະເປີດເສັ້ນທາງການບິນວຽງຈັນ - ເວັນດົນ ແຕ່ເດືອນສິງຫາ ປີ 2020
ລ ດຖະບານລາວວາງອອກບ ນດາວຽກງານຈ ດສ ມ ປະຈ າເດ ອນຕ ລາ ປ 2020
ບັນຍາກາດທີ່ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020. ພາບ:pasaxon.org.la

ເພື່ອສືບຕໍ່ເພີ່ມທະວີຄວາມຮັບຜິດຊອບການເມືອງໃນການປົກປັກຮັກສາຄວາມສະຫງົບເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍຍົກສູງຄວາມເປັນເຈົ້າການ ໃນການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ການຄາດຕະກໍາ, ປຸ້ນຈີ້ຊິງຊັບ, ອຸປະຕິເຫດ, ອາລະວາດຕີກັນ, ຂີ້ລັກງັດແງະ, ອັກຄີໄພ, ບັນຫາສິ່ງເສບຕິດທີ່ເປັນໄພອັນຕະລາຍ ແລະ ສ້າງຄວາມກັງວົນໃຫ້ແກ່ສັງຄົມ ຫລຸດໜ້ອຍຖອຍລົງເທື່ອລະກ້າວ... ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ໄດ້​ຊີ້​ນຳໃຫ້ບັນດາຂະແໜງການກ່ຽວຂ້ອງສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:

ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບການເມືອງ ໃນການປົກປັກຮັກສາຄວາມສະຫງົບເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍຍົກສູງຄວາມເປັນເຈົ້າການໃນການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ການຄາດຕະກໍາ, ປຸ້ນຈີ້ຊີງຊັບ, ອຸປະຕິເຫດ, ອາລະວາດຕີກັນ, ຂີ້ລັກງັດແງະ, ອັກຄີໄພ,ບັນຫາສິ່ງເສບຕິດ ທີ່ເປັນໄພອັນຕະລາຍ ແລະ ສ້າງຄວາມກັງວົນໃຫ້ແກ່ສັງຄົມຫຼຸດໜ້ອຍຖອຍລົງ ເທື່ອລະກ້າວ. ພ້ອມກັນນັ້ນ ກໍໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ການເຄື່ອນໄຫວທີ່ມີລັກສະນະແບ່ງແຍກ ແລະ ຍຸແຍ່ປະຊາຊົນໃຫ້ເຂົ້າໃຈຜິດເຂວ ຕໍ່ການນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ລັດຖະບານ ໂດຍມີມາດຕະການຕອບຕ້ານຢ່າງທັນການ.

ສືບຕໍ່ເພີ່ມທະວີການປະສານສົມທົບ ລະຫວ່າງ ຂະແໜງການກ່ຽວຂ້ອງ ແລະ ບັນດາທ້ອງຖິ່ນ ເພື່ອຮັບປະກັນຄວາມເຂັ້ມງວດໃນການເຂົ້າ-ອອກ ຢູ່ບັນດາດ່ານຊາຍແດນຕ່າງໆ (ທາງບົກ, ທາງນໍ້າ, ທາງອາກາດ) ແລະ ການລັກລອບເຂົ້າມາຈາກປະເທດໃກ້ຄຽງ ແນໃສ່ປ້ອງກັນການລະບາດ ຂອງພະຍາດ ໂຄວິດ-19 ແລະ ສະກັດກັ້ນການສ້າງຄວາມບໍ່ສະຫງົບຕາມຊາຍແດນ.

ສືບຕໍ່ຕິດຕາມສະພາບການຜັນແປຂອງພາກພື້ນແລະ ສາກົນໃຫ້ທັນການໂດຍມີການວິເຄາະວິໄຈຢ່າງລະອຽດ, ເລິກເຊິ່ງ ຕໍ່ກັບທ່າອ່ຽງທີ່ມີຄວາມສ່ຽງ ແລະ ອາດມີຜົນກະທົບ ຕໍ່ສະຖຽນລະພາບດ້ານການເມືອງຕໍ່ເສດຖະກິດ-ສັງຄົມ ຂອງປະເທດເຮົາ ເພື່ອລາຍງານຂັ້ນເທິງຊາບເປັນປົກກະຕິ, ໃຫ້ສືບຕໍ່ກະກຽມຄວາມພ້ອມຢ່າງຮອບດ້ານ ໃນການພົບປະ, ເຂົ້າຮ່ວມກອງປະຊຸມສໍາຄັນຕ່າງໆ ຂອງການນໍາຂັ້ນສູງ.

ສືບຕໍ່ຕິດຕາມການຈັດເກັບລາຍຮັບໃຫ້ຄົບຖ້ວນ ແລະ ທັນເວລາ ໂດຍສະເພາະ, ເຊັ່ນ ລາຍຮັບຈາກພາສີທີ່ດິນ, ຄ່າທໍານຽມທາງການເຊົ່າສໍາປະທານ, ບັນດາພັນທະຕາມກົດໝາຍຂອງບັນດາຫົວໜ່ວຍທຸລະກິດ, ຮີບຮ້ອນເລັ່ງທວງໜີ້ຄ້າງມອບຄ່າສໍາປະທານການຊອກຄົ້ນ, ສໍາຫຼວດ ຫຼື ຂຸດຄົ້ນແຮ່ທາດ, ໜີ້ຄ້າງມອບຄ່າພາກຫຼວງໄຟຟ້າ..., ສືບຕໍ່ປັບປຸງບັນດາລັດວິສາຫະກິດ ແລະ ການຫັນບັນດາຫົວໜ່ວຍວິຊາການ ຈໍານວນໜຶ່ງທີ່ມີລາຍຮັບໃຫ້ກຸ້ມຕົນເອງດ້ານງົບປະມານ.

ສືບຕໍ່ລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ປັບປຸງບັນດາສິ່ງກີດຂວາງ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ; ຍົກສູງປະສິດທິພາບການບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ໃຫ້ມີປະສິດທິຜົນ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ.

ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້, ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ-ກວດກາ ບັນດາສະຖາບັນການເງິນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ.

ສືບຕໍ່ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານ ຢ່າງເຂັ້ມງວດ ແລະ ເດັດຂາດ ເພື່ອຍົກສູງຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ຂະບວນຍຸຕິທໍາ ຕາມທິດສ້າງລັດປົກຄອງດ້ວຍກົດໝາຍ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ຊຸກຍູ້ສົ່ງເສີມການຜະລິດສິນຄ້າກະສິກຳ ໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດພາຍໃນ ແລະ ສົ່ງອອກຕ່າງປະເທດ ເປັນຕົ້ນ: ການສະໜອງຊີ້ນໝູ, ງົວ, ຄວາຍ, ພືດຜັກພາຍໃນ ແລະ ການສົ່ງອອກງົວໄປ ສປ ຈີນ ທັນຕາມກຳນົດເວລາ, ຮັບປະກັນໄດ້ຄຸນນະພາບ ແລະ ຄວາມຕໍ່ເນື່ອງ. ພ້ອມນີ້, ໃຫ້ຮີບຮ້ອນກະກຽມຊຸກຍູ້ການຜະລິດລະດູແລ້ງ ໂດຍສະເພາະ ການຜະລິດເຂົ້ານາແຊງ ໃຫ້ທັນຕາມລະດູການ ແລະ ໃນຕໍ່ໜ້າໃຫ້ຄົ້ນຄວ້າການຜະລິດເຂົ້າໃຫ້ໄດ້ ປີໜຶ່ງ 3 ລະດູການ ໂດຍສຸມໃສ່ເຂດທີ່ມີທ່າແຮງ ເພື່ອຮັບປະກັນການຂາດເຂົ້າກິນຂອງປະຊາຊົນ ໃນທົ່ວປະເທດ; ລົງເລິກຄົ້ນຄວ້າ ບັນຈຸນັກສຶກສາທີ່ສຳເລັດ ການສຶກສາມັດທະຍົມຕອນປາຍ ເຂົ້າໃນສາຂາວິຊາຊີບ ແລະ ມະຫາວິທະຍາໄລ ໃຫ້ເໝາະສົມກັບຄວາມຕ້ອງການຂອງວຽກງານຕົວຈິງ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ.

ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະຍາດໂຄວິດ-19 ໃນໄລຍະວັນທີ 1-30 ກັນຍາ 2020 ພ້ອມທັງ ຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ ບໍ່ໃຫ້ແຜ່ອອກໄປເປັນວົງກວ້າງ; ໃຫ້ຄະນະສະເພາະກິດ ທີ່ຮັບຜິດຊອບວຽກງານນີ້ຄົ້ນຄວ້າ ເພື່ອກໍານົດມາດຕະການຜ່ອນຜັນໃນຕໍ່ໜ້າ ໃຫ້ແທດ ເໝາະກັບສະພາບຕົວຈິງ ແລະ ປະຕິບັດມີປະສິດທິຜົນ ໃນແຕ່ລະໄລຍະ.

ໃຫ້ສືບຕໍ່ຈັດສົ່ງບຸກຄະລາກອນໄປຝຶກອົບຮົມ ປະກອບເຂົ້າໃນການບໍລິການລົດໄຟ ທີ່ຈະເປີດນໍາໃຊ້ຢ່າງເປັນທາງການ ໃນທ້າຍປີ 2021 ແລະ ການອໍານວຍຄວາມສະດວກ ໃຫ້ແກ່ແຮງງານທີ່ຈະເຂົ້າມາກໍ່ສ້າງທາງລົດໄຟ ລາວ-ຈີນ ເພື່ອຮັບປະກັນໃຫ້ໂຄງການສໍາເລັດຕາມແຜນທີ່ກໍານົດໄວ້; ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ເພື່ອແຈ້ງໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ ເພື່ອກະກຽມຮັບມືໃຫ້ທັນສະພາບການ.

ໃຫ້ກະຊວງພະລັງງານ ແລະ ບໍ່ເເຮ່ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ອະທິບາຍຊີ້ແຈງຕໍ່ບັນຫາທີ່ສັງຄົມມີຄວາມສົນໃຈ ກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກຂອງລັດວິສາຫະກິດໄຟຟ້າລາວ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ; ສືບຕໍ່ຊຸກຍູ້ໂຄງການລົງທຶນພັດທະນາພະລັງງານໄຟຟ້າ, ສາຍສົ່ງ ແລະ ບໍ່ແຮ່ ໃຫ້ດໍາເນີນໄປຕາມແຜນທີ່ກໍານົດໄວ້ ແລະ ໃຫ້ທັນສົ່ງກະແສໄຟຟ້າໃຫ້ປະເທດເພື່ອນບ້ານ ຕາມສັນຍາທີ່ໄດ້ກໍານົດໄວ້; ສືບຕໍ່ຄົ້ນຄວ້າແກ້ໄຂວຽກເຮັດງານທໍາ ໃຫ້ແຮງງານລາວທີ່ເດີນທາງກັບມາຈາກຕ່າງປະເທດ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19.

ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະສານສົມທົບກັບນະຄອນຫຼວງວຽງຈັນ ປຶກສາຫາລືກ່ຽວກັບຄວາມເໝາະສົມໃນການຈັດງານບຸນອອກພັນສາ ແລະ ງານບຸນມະນັດສະການພຣະທາດຫຼວງວຽງຈັນ ທີ່ຈະມາເຖິງນີ້ ຈະຈັດໃຫ້ກະທັດຮັດແບບໃດຈຶ່ງຈະເໝາະສົມເພື່ອຫຼີກເວັ້ນຄວາມສ່ຽງການຕິດເຊື້ອພະຍາດໂຄວິດ-19.

ສືບຕໍ່ອອກຂ່າວ, ຖະແຫຼງການ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ, ແກ້ໄຂການເຜີຍແຜ່ຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃສ່ຮ້າຍປ້າຍສີ ການນຳພັກ-ລັດ ຜ່ານສື່ອອນລາຍ. ໃຫ້ພາກສ່ວນກ່ຽວຂ້ອງກະກຽມບັນດາເອກະສານທີ່ຈະລາຍງານຕໍ່ກອງປະຊຸມກົມການເມືອງ ໃນທ້າຍເດືອນກັນຍາ ແລະ ລາຍງານຕໍ່ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 11, ສະໄໝທີ X ຊຶ່ງຈະຈັດຂຶ້ນໃນວັນທີ 12-16 ຕຸລາ 2020.

ໃຫ້ບັນດາກະຊວງ-ອົງການ ສືບຕໍ່ເປັນເຈົ້າການເພີ່ມທະວີຄວາມຮັບຜິດຊອບໃຫ້ສູງກວ່າເກົ່າ ແລະ ສືບຕໍ່ເຮັດວຽກງານການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ຢ່າງເປັນປົກກະຕິ ໃຫ້ມີສະຕິຕໍ່ກົນອຸບາຍຕໍ່ກຸ່ມຄົນທີ່ບໍ່ຫວັງດີ ເພື່ອສ້າງບັນຍາກາດອັນດີ ແລະ ເອື້ອອໍານວຍໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI.

ລ ດຖະບານລາວວາງອອກບ ນດາວຽກງານຈ ດສ ມ ປະຈ າເດ ອນຕ ລາ ປ 2020 ສັນ​ຍາ EVFTA – EVIPA ບາດ​ກ້າວ​ຜັນ​ຂະ​ຫຍາຍ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ສັງ​ລວມ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຈົນ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030

ຍ​ສ​ໝ - ໂດຍ​ແມ່ນ​ສັນ​ຍາ​ຮອບ​ດ້ານ, ມີ​ລະ​ດັບ ແລະ ຂອບ​ເຂດ​ຄຳ​ໝັ້ນ​ສັນ​ຍາ​ຕາມ​ມາດ​ຕະ​ຖານ​ສູງ, ພ້ອມ​ທັງ​ຍ້ອນ​ວ່າ​ຕະຫຼາດ​ຫວຽດ​ນາມ ແລະ EU ມີ​ລັກ​ສະ​ນະ​ເພີ່ມ​ເຕີ​ມ​ສູງ​, ດັ່ງ​ກ​ນັ້ນ EVFTA ໄດ້​ມຸ່​ງ​ຫວັງ​ວ່າ ຈະ​ນຳ​ມາ​ຜົນ​ປະ​ໂຫຍດ​ອັນຍິ່ງ​ໃຫຍ່ ແລ​ະ ສົມ​ດູນໃຫ້​ແກ່​ທັງ ຫວ​ຽດ​ນາມ ແລະ EU.

ລ ດຖະບານລາວວາງອອກບ ນດາວຽກງານຈ ດສ ມ ປະຈ າເດ ອນຕ ລາ ປ 2020 ສັນຍາ EVFTA ມີຜົນສັກສິດແຕ່ວັນທີ 1 ສິງຫາ ປີ 2020

ຍສໝ - ທັນທີພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາຂໍ້ຕົກລົງ EVFTA, ທ່ານ ເຈີ່ນຕ໋ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Phil Hogan ຂ້າຫຼວງໃຫຍ່ການຄ້າສະຫະພາບເອີລົບ (ອີຢູ).

ລ ດຖະບານລາວວາງອອກບ ນດາວຽກງານຈ ດສ ມ ປະຈ າເດ ອນຕ ລາ ປ 2020 ປະເທດລາວ: ໄຂງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ປີ 2020

ຍສໝ - ແຕ່ວັນທີ 27 ພຶດສະພາ ຫາວັນທີ 4 ມິຖຸນາ 2020, ປະເທດລາວ ໄດ້ຈັດຕັ້ງງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ທີ່ ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ.

vietlao.vietnam.vn

ເຫດການ
302 Found

Found

The document has moved here.