ອາຊຽນ ໄດ້ສົ່ງເສີມການນຳໃຊ້ສະກຸນເງິນຕາໃນປະເທດ ພາຍໃນກຸ່ມອາຊຽນ

06:35 | 17/08/2020

ຍສໝ - ເມື່ອບໍ່ດົນມານີ້, ໃນກອງປະຊຸມຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງອາຊຽນ +3 (AFCDM + 3) ໄດ້ສະແດງຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມໃໝ່, ຄື: ການສົ່ງເສີມນຳໃຊ້ສະກຸນເງິນຕາໃນປະເທດສຳລັບການຊຳລະການຄ້າ ແລະ ການລົງທືນ, ພ້ອມທັງການເຊື່ອມໂຍງຊຳລະ.

ອາຊຽນ ໄດ ສ ງເສ ມການນຳໃຊ ສະກ ນເງ ນຕາໃນປະເທດ ພາຍໃນກ ມອາຊຽນ ພິທີປະກາດເວັບໄຊຂອງປີປະທານ AIPA 2020
ອາຊຽນ ໄດ ສ ງເສ ມການນຳໃຊ ສະກ ນເງ ນຕາໃນປະເທດ ພາຍໃນກ ມອາຊຽນ ADMM ເເມ່ນເວທີທີ່ຊ່ວຍເຫຼືອບັນດາປະເທດອາຊຽນເຈລະຈາຢ່າງມີປະສິດທິຜົນສຳລັບບັນຫາປ້ອງກັນປະເທດ-ຄວາມສະຫງົບ ໃນພາກພື້ນ ແລະ ທົ່ວໂລກ

ໃນກອງປະຊຸມ, ບັນດາຮອງລັດຖະມົນຕີການເງິນ, ຮອງຜູ້ວ່າການທະນາຄານກາງຂອງບັນດາປະເທດອາຊຽນ ພ້ອມດ້ວຍຄູ່ຮ່ວມມືປະເທດຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ໄດ້ປຶກສາຫາລືກ່ຽວກັບຂໍ້ລິເລີ່ມການຮ່ວມມືດ້ານການເງິນໃນພາກພື້ນ, ເຊັ່ນ: ຫັນເປັນຫຼາຍຝ່າຍຂໍ້ລິເລີ່ມ Chiang Mai (CMIM), ການພັດທະນາຕະຫຼາດພັນທະບັດອາຊີ (ABMI), ກວດກາຂໍ້ລິເລີ່ມໃໝ່ກ່ຽວກັບການຮ່ວມມືທາງການເງິນພາຍໃນອາຊຽນ +3, ແລະ ຮັບຮອງເອົາບັນດານະໂຍບາຍ ແລະ ແຜນການເຮັດວຽກໄລຍະກາງຂອງ AMRO.

ກອງປະຊຸມໄດ້ຊົມເຊີຍຄວາມຄືບໜ້າໃນການສືບຕໍ່ເຮັດສຳເລັດສັນຍາ CMIM ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃໝ່ຂອງຕະຫຼາດການເງິນ ແລະ ສອດຄ່ອງກັບກົນໄກການປະສານງານລະຫວ່າງ CMIM ແລະ IMF, ເພື່ອແນໃສ່ນຳເອົາ CMIM ໄດ້ກາຍເປັນເຄື່ອງມືທີ່ມີປະສິດທິພາບໃນການປະກອບເຄືອຂ່າຍຄວາມປອດໄພທາງການເງິນທົ່ວໂລກ ແລະ ພາກພື້ນ.

ອາຊຽນ ໄດ ສ ງເສ ມການນຳໃຊ ສະກ ນເງ ນຕາໃນປະເທດ ພາຍໃນກ ມອາຊຽນ
ກອງປະຊຸມຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງອາຊຽນ +3 (AFCDM + 3). (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການເງິນຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຫ້ອງການຄົ້ນຄ້ວາເສດຖະກິດມະຫາພາກອາຊຽນ +3 (AMRO) ເຊິ່ງແມ່ນອົງການຈັດຕັ້ງສາກົນໃນຊຸມປີມໍ່ໆມານີ້ ໄດ້ປະຕິບັດບັນດາກິດຈະກຳຕິດຕາມກວດກາເສດຖະກິດມະຫາພາກ ແລະ ສະໜັບສະໜູນປະເທດຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃນການສ້າງນະໂຍບາຍ ໃນສະພາບການບຸກຄະລາກອນ ແລະ ງົບປະມານທີ່ຈຳກັດ.

ເພື່ອເສີມຂະຫຍາຍສະຖຽນລະພາບທາງດ້ານເສດຖະກິດ ແລະ ການເງິນໃນພາກພື້ນ, ບັນດາທ່ານຮອງລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງອາຊຽນ ໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມໃໝ່ ພາຍໃຕ້ທິດທາງຍຸດທະສາດຂອງຂະບວນການຮ່ວມມືດ້ານການເງິນ ອາຊຽນ+3, ລວມທັງບັນດາຂໍ້ລິເລີ່ມ, ຄື: ສົ່ງເສີມການນຳໃຊ້ສະກຸນເງິນຕາໃນປະເທດໃນການຊຳລະການຄ້າ ແລະ ການລົງທືນ, ພ້ອມທັງການເຊື່ອມຕໍ່ການຈ່າຍເງິນ; ພັດທະນາຂໍ້ລິເລີ່ມທີ່ສົມບູນແບບ ໃນດ້ານການເງິນພື້ນຖານໂຄງລ່າງ; ເພີ່ມທະວີການປະສານງານດ້ານນະໂຍບາຍ ເພື່ອໝູນໃຊ້ຜົນປະໂຫຍດຈາກຄວາມກ້າວໜ້າທາງເຕັກໂນໂລຢີ ໃນການຫຼຸດຜ່ອນຄວາມສ່ຽງດ້ານການເງິນ.

ໃນກອງປະຊຸມຄັ້ງນີ້ ບັນດາລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ໄດ້ມີກອງປະຊຸມພິເສດກ່ຽວກັບ "ຍຸດທະສາດ, ການຈັດຕັ້ງປະຕິບັດ ແລະ ຊ່ອງທາງນະໂຍບາຍສະກັດກັ້ນພະຍາດ COVID-19" ເພື່ອແບ່ງປັນມາດຕະການນະໂຍບາຍ ໃນການຕອບໂຕ້ຕໍ່ຜົນກະທົບຂອງພະຍາດ COVID-19, ປັບປຸງສະຖານະການ ແລະ ປະເມີນຄວາມສາມາດບົ່ມຊ້ອນດ້ານເສດຖະກິດມະຫາພາກຂອງບັນດາປະເທດໃນພາກພື້ນ.

ອາຊຽນ ໄດ ສ ງເສ ມການນຳໃຊ ສະກ ນເງ ນຕາໃນປະເທດ ພາຍໃນກ ມອາຊຽນ ຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມກຸ່ມປຶກສາຫາລື AIPA ຄັ້ງທີ 11

ຍສມ - ໃນວັນທີ 14 ສິງຫາ 2020, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມກຸ່ມປຶກສາຫາລື AIPA ຄັ້ງທີ 11 (AIPA Caucus) ດ້ວຍຮູບການອອນລາຍ ໂດຍສະພາແຫ່ງຊາດຟີລິບປິນເປັນເຈົ້າພາບ.

ອາຊຽນ ໄດ ສ ງເສ ມການນຳໃຊ ສະກ ນເງ ນຕາໃນປະເທດ ພາຍໃນກ ມອາຊຽນ ພິທີປະກາດເວັບໄຊຂອງປີປະທານ AIPA 2020

ຍສໝ - ວັນທີ 13 ສິງຫາ ທີ່ຫໍສະພາແຫ່ງຊາດ, ທ່ານນາງຫງວຽນທິກິມເງິນ - ປະທານສະພາລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 41 (AIPA 41), ຫົວໜ້າຄະນະຊີ້ນຳແຫ່ງຊາດ AIPA 41, ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມພິທີປະກາດເວັບໄຊຂອງປີປະທານ AIPA 2020.

ອາຊຽນ ໄດ ສ ງເສ ມການນຳໃຊ ສະກ ນເງ ນຕາໃນປະເທດ ພາຍໃນກ ມອາຊຽນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ອາຊຽນ - ການາດາ ຄັ້ງທີ 17

ຍສໝ - ວັນທີ 11 ສິງຫາ, ອົງການອາຊຽນ ແລະ ປະເທດການາດາ ໄດ້ຈັດກອງປະຊຸມສົນທະນາທາງອອນລາຍຄັ້ງທີ 17. ນີ້ແມ່ນກອງປະຊຸມປະຈຳປີ ໃນຂອບການພົວພັນຄູ່ເຈລະຈາອາຊຽນ - ການາດາ ເພື່ອແລກປ່ຽນ ແລະ ກຳນົດທິດທາງການຮ່ວມມືອາຊຽນ - ການາດາ, ແລກປ່ຽນການປະເມີນຜົນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈເຊິ່ງກັນ ແລະ ກັນ, ແລະ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.