ລັດຖະບານ ຈະສຸມໃສ່ຍົກສູງຄຸນນະພາບ ການສຶກສາ ແລະ ການບໍລິການຮັກສາສຸຂະພາບ

15:23 | 04/11/2020

ລັດຖະບານ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມ ທີ່ກຳນົດໄວ້ ໂດຍສະເພາະ ແມ່ນການຍົກສູງຄຸນນະພາບ ການຮຽນ-ການສອນ ແລະ ການສະໜອງພື້ນຖານ ໂຄງລ່າງ ເພື່ອເປັນສິ່ງອຳ ນວຍຄວາມສະດວກ ໃຫ້ແກ່ການຮຽນ-ການສອນ ແລະ ການບໍລິການ ຮັກສາສຸຂະພາບ, ແນໃສ່ເພື່ອຮັບ ປະກັນໃຫ້ບັນດາຄາດໝາຍ ໃນຂົງເຂດສຶກສາ ແລະ ສາທາລະນະສຸກ ບັນລຸຕາມແຜນການທີ່ວາງໄວ້ ໃນຕໍ່ໜ້າ.

ລ ດຖະບານ ຈະສ ມໃສ ຍ ກສ ງຄ ນນະພາບ ການສ ກສາ ແລະ ການບ ລ ການຮ ກສາສ ຂະພາບ ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ
ລ ດຖະບານ ຈະສ ມໃສ ຍ ກສ ງຄ ນນະພາບ ການສ ກສາ ແລະ ການບ ລ ການຮ ກສາສ ຂະພາບ ລາວ ໄດ້ສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ
ລ ດຖະບານ ຈະສ ມໃສ ຍ ກສ ງຄ ນນະພາບ ການສ ກສາ ແລະ ການບ ລ ການຮ ກສາສ ຂະພາບ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໂດຍຕາງໜ້າໃຫ້ລັດຖະບານ ລາຍງາານຕໍ່ກອງ ປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 2 ພະຈິກ 2020 ນີ້ວ່າ: ໃນໄລຍະຜ່ານມາ, ລັດຖະບານ ກໍໄດ້ເອົາໃຈໃສ່ເປັນພິເສດ ໃນການຈັດສັນທຶນຮອນ ເຂົ້າໃນການພັດທະນາ ຊັບພະຍາກອນມະນຸດ, ເຊິ່ງຂະແໜງສຶກສາ ແລະ ສາທາລະນະສຸກ ໄດ້ຮັບງົບປະມານຫລາຍກວ່າ ຂະແໜງສັງຄົມອື່ນໆ. ໃນ 5 ປີຜ່ານມາ ຂະແໜງສຶກສາໄດ້ຮັບ ການຈັດສັນງົບ ປະມານຂອງລັດ ທັງໝົດປະມານ 603 ຕື້ກີບ ແລະ ຂະແໜງສາທາລະນະສຸກ ໄດ້ຮັບຈຳນວນ 264 ຕື້ກີບ. ໃນຕໍ່ໜ້າ, ລັດຖະບານຈະໄດ້ສືບຕໍ່ ຖືເອົາວຽກງານສຶກສາ ແລະ ສາທາລະນະສຸກ ເປັນຂົງເຂດວຽກງານທີ່ສຳຄັນ ໃນການພັດທະນາ ຊັບພະຍາກອນມະນຸດ ໂດຍຈະສືບຕໍ່ສຸມທຶນຮອນ ຂອງລັດຖະບານ ໃນການຈັດສັນງົບປະມານ ໃຫ້ສອງຂະແໜງການດັ່ງກ່າວ ໃຫ້ເພີ່ມຂຶ້ນ ຕາມຄວາມສາມາດ ຂອງງົບປະມານໃນແຕ່ລະປີ.

ພ້ອມກັນນັ້ນ, ກໍຈະສືບຕໍ່ປຸກລະດົມ ຂົນຂວາຍການຊ່ວຍເຫລືອ ຈາກຄູ່ຮ່ວມພັດທະນາ ແລະ ການມີສ່ວນຮ່ວມ ຈາກພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ການປະກອບສ່ວນ ຂອງສັງຄົມ ເຂົ້າໃນ ສອງຂະແໜງການນີ້ ໃຫ້ຫລາຍຂຶ້ນ ເພື່ອສຸມໃສ່ການພັດທະນາ ການສຶກສາເດັກກ່ອນໄວຮຽນ, ສາຍອາຊີວະສຶກສາ (ສາຍວິຊາຊີບ) ແລະ ການແກ້ໄຂບັນຫາ ການປະລະ ການຮຽນ ຂອງສາຍສາມັນສຶກສາ. ສຳລັບຂະ ແໜງສາທາລະນະສຸກ ຈະໄດ້ສຸມໃສ່ສ້າງ ບຸກຄະລາກອນແພດໝໍ ໃຫ້ມີຄວາມຊຳນານສະເພາະດ້ານ, ສືບຕໍ່ສ້າງສຸກສາລາ ໃນເຂດຫ່າງໄກ ສອກຫລີກ ແລະ ປັບປຸງການບໍລິການ ໃຫ້ມີຄຸນນະພາບກວ່າເກົ່າ ເພື່ອຮັບ ປະກັນເຮັດໃຫ້ບັນດາຄາດໝາຍຕ່າງໆ ທີ່ວາງໄວ້ໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ບັນລຸຜົນສຳເລັດ ໄດ້ຕາມຄາດໝາຍທີ່ວ່າງອອກ.

ລ ດຖະບານ ຈະສ ມໃສ ຍ ກສ ງຄ ນນະພາບ ການສ ກສາ ແລະ ການບ ລ ການຮ ກສາສ ຂະພາບ ຂະແໜງກະສິກຳ ແລະ ປ່າໄມ້ ວາງຄາດໝາຍຜະລິດສະບຽງອາຫານ ເພື່ອແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ

ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວໄດ້ ກໍຄື ການຈັດຕັ້ງປະຕິບັດ ຄາດໝາຍສູ້ຊົນ ດັ່ງກ່າວໄດ້ ມັນຮຽກຮ້ອງໃຫ້ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຊາວກະສິກອນທົ່ວປະເທດ ຕ້ອງດຳເນີນມາດຕະ ການທີ່ຕັ້ງໜ້າ ຢ່າງມີປະສິດຕິພາບ, ເອົາໃຈໃສ່ຜັນຂະຫຍາຍ ຈັດຕັ້ງປະຕິບັດ ຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການເພີ່ມທະວີ ຄວາມຮັບຜິດຊອບ ຂອງຄະນະພັກ ໃນການຊີ້ນຳ-ນຳພາ ການປ້ອງກັນ ແລະ ຮັບມືກັບໄພພິບັດທຳມະຊາດ ແລະ ຄຳສັ່ງຂອງນາຍົກ ...

ລ ດຖະບານ ຈະສ ມໃສ ຍ ກສ ງຄ ນນະພາບ ການສ ກສາ ແລະ ການບ ລ ການຮ ກສາສ ຂະພາບ ລັດຖະບານ ຊີ້ແຈງຄຳຊັກຖາມຂອງ ສສຊ ຕໍ່ການພັດທະນາປະເທດຊາດ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໂດຍຕາງໜ້າໃຫ້ລັດຖະບານ ຊີ້ແຈງ ຕໍ່ຄຳຊັກຖາມ ຂອງບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໂດຍໄດ້ເນັ້ນໃສ່ 3 ບັນຫາທີ່ສຳຄັນ ຄື: ການຈັດຕັ້ງປະຕິບັດ ນະໂຍບາຍ 3 ເປີດ, ການສ້າງສິ່ງ ແວດລ້ອມ ເພື່ອດຶງດູດ-ຂົນຂວາຍການລົງທຶນ ...

ລ ດຖະບານ ຈະສ ມໃສ ຍ ກສ ງຄ ນນະພາບ ການສ ກສາ ແລະ ການບ ລ ການຮ ກສາສ ຂະພາບ ຜູ້ຕິດເຊື້ອນ້ຳເບີ 23 ໄດ້ອອກໂຮງໝໍແລ້ວ ສ່ວນເບີ 24 ຍັງຮັກສາໂຕຢູ່ໂຮງໝໍ ມິດຕະພາບຕໍ່ໄປ

ປັດຈຸບັນ ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.821 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

kpl.gov.la

ເຫດການ
302 Found

Found

The document has moved here.