ຜູ້ຕິດເຊື້ອນ້ຳເບີ 23 ໄດ້ອອກໂຮງໝໍແລ້ວ ສ່ວນເບີ 24 ຍັງຮັກສາໂຕຢູ່ໂຮງໝໍ ມິດຕະພາບຕໍ່ໄປ

18:28 | 02/11/2020

ປັດຈຸບັນ ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.821 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. 

ຜ ຕ ດເຊ ອນ ຳເບ 23 ໄດ ອອກໂຮງໝ ແລ ວ ສ ວນເບ 24 ຍ ງຮ ກສາໂຕຢ ໂຮງໝ ມ ດຕະພາບຕ ໄປ ເປັນມື້ທີ 61 ແລ້ວທີ່ ຫວຽດນາມ ບໍ່ພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.
ຜ ຕ ດເຊ ອນ ຳເບ 23 ໄດ ອອກໂຮງໝ ແລ ວ ສ ວນເບ 24 ຍ ງຮ ກສາໂຕຢ ໂຮງໝ ມ ດຕະພາບຕ ໄປ ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງ ບຸກຄະລາກອນຂັ້ນສູງຂອງລັດ
ຜ ຕ ດເຊ ອນ ຳເບ 23 ໄດ ອອກໂຮງໝ ແລ ວ ສ ວນເບ 24 ຍ ງຮ ກສາໂຕຢ ໂຮງໝ ມ ດຕະພາບຕ ໄປ
ພາບປະກອບ

ໃນວັນທີ 2 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ຜູ້ຕິດເຊື້ອນ້ຳເບີ 23 ຜົນກວດແມ່ນບໍ່ພົບ ເຊື້ອຕິດຕໍ່ກັນ 2 ຄັ້ງ, ສະນັ້ນ ມື້ນີ້ຜູ້ກ່ຽວ ຈະໄດ້ອອກໂຮງໝໍ ແລະ ໄປສືບຕໍ່ຕິດຕາມອາການ ຢູ່ເຮືອນຂອງຕົນຈົນຄົບ 14 ວັນ, ພ້ອມທັງປະຕິບັດ ວິຖີການດຳລົງຊີວິດ ປົກກະຕິແບບໃໝ່, ສຳລັບຄົນເຈັບຕິດ ເຊື້ອພະຍາດ COVID-19 ນ້ຳ ເບີ 24 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.

ໃນວັນທີ 01 ພະຈິກ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 132 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 46 ຕົວຢ່າງ, ແຮງງານຫວຽດນາມ 64 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 21 ຕົວຢ່າງ ແລະ ຜູ້ຕິດເຊື້ອເບີ 23 ມາກວດຄືນ 01 ຕົວຢ່າງ ແລະ ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ປັດຈຸບັນ ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.821 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດ ວັນທີ 01 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 66.366 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ເພື່ອສະກັດກັ້ນ ແລະ ຫລຸດຜ່ອນການລະບາດຂອງ COVID-19 ໃນປະເທດຂອງພວກເຮົາ ຈຶ່ງຂໍຮຽກ ຮ້ອງມາຍັງ ທຸກພາກສ່ວນ ໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ເອົາໃຈໃສ່ປະຕິບັດ ຕາມແຈ້ງການ ຂອງຫ້ອງວ່າການ ສຳນັກງານນາຍົກລັດຖະ ມົນຕີ, ສະບັບເລກທີ 1202/ຫສນຍ, ລົງວັນທີ 31 ຕຸລາ 2020 ວ່າດ້ວຍການສືບຕໍ່ ປະຕິບັດມາດຕະ ການຜ່ອນຜັນ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງ COVID-19 ໃນໄລຍະວັນທີ 01 ພະຈິກ ຫາ ວັນທີ 31 ທັນວາ 2020 ຢ່າງຖືກຕ້ອງ ແລະ ເຄັ່ງຄັດ, ພ້ອມດຽວກັນນັ້ນ ກໍ່ໃຫ້ສືບຕໍ່ປະຕິບັດ ການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ, ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ເພື່ອປ້ອງກັນການແຜ່ເຊື້ອດັ່ງກ່າວ, ໄປຍັງຄົນໃນ ຄອບຄົວຂອງທ່ານ ແລະ ສູ່ສັງຄົມ, ຂໍໃຫ້ບັນດາທ່ານ ຕິດຕາມຂ່າວ ຈາກພາກປົກກະຕິ ຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດ ຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ຜ ຕ ດເຊ ອນ ຳເບ 23 ໄດ ອອກໂຮງໝ ແລ ວ ສ ວນເບ 24 ຍ ງຮ ກສາໂຕຢ ໂຮງໝ ມ ດຕະພາບຕ ໄປ ກອງເຊຍຫວຽດນາມ ກວ່າ 1.000ຄົນ ບິນໄປເຊຍທີມ ໂອລິມປິກ ຢູ 23 ຮອບຮອງຊະນະເລີດ

ຍສໝ - ຕັ້ງແຕ່ຕອນເຊົ້າມື້ນີ້ ຢູ່ທີ່ສະໜາມບິນ ຮ່າໂນ້ຍ ແລະ ອີກຫຼາຍໆແຂວງ ຂອງຫວຽດນາມ ເຕັມໄປດ້ວຍເສື້້ອສີແດງ ທຸງຊາດຫວຽດນາມ ທີ່ກຳລັງກະກຽມ ບິນໄປເຊຍການແຂ່ງຂັນເຕະບານ ຮອບຮອບຊະນະເລີດພົບກັບ ເກົາຫຼີໃຕ້.

ຜ ຕ ດເຊ ອນ ຳເບ 23 ໄດ ອອກໂຮງໝ ແລ ວ ສ ວນເບ 24 ຍ ງຮ ກສາໂຕຢ ໂຮງໝ ມ ດຕະພາບຕ ໄປ ວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນຍຶດອຳນາດທົ່ວປະເທດ 23 ສິງຫາ

ຍສໝ - ໃນ​ວັນ​ທີ 16 ສິງຫາ 2018 ແຂວງ​ຄຳ​ມ່ວນ ​ ຈັດ​​ປະຖະກະຖາ​ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 68 ປີ ແລະ ວັນ ຢຶດອຳນາດທົ່ວປະເທດ 23 ສິງຫາ​​ ໂດຍການ​ປາຖະກະຖາ​ຂອງ ທ່ານ ​ແສງ​ທອງ​ ພະ​ຄຸນ​ທອງ ...

ຜ ຕ ດເຊ ອນ ຳເບ 23 ໄດ ອອກໂຮງໝ ແລ ວ ສ ວນເບ 24 ຍ ງຮ ກສາໂຕຢ ໂຮງໝ ມ ດຕະພາບຕ ໄປ ດາໜັງ ຊ່ວຍເຫຼືອແຂວງອັດຕະປື ກ່ວາ 2,3 ຕື້ດົ່ງ

ຍສໝ - ໃນສອງວັນ 30 ແລະ 31 ກໍລະກົດ ຄະນະຮັບຜິດຊອບ ຂອງນະຄອນ ດາໜັງ ນຳໂດຍທ່ານ ວໍ໋ກົງຈີ໋ ຮອງເລຂາພັກແຂວງ ຄະນະປະປະຈຳພັກແຂວງ ໄດ້ເດີນທາງມາຮອດແຂວງ ອັດຕະປື ສປປ ລາວ ຢ້ຽມຢາມຖາມຂ່າວ ແລະ ມອບເງິນຈຳນວນ 2,3 ຕື້ດົ່ງ ເພື່ອຊ່ວຍໃນການແກ້ໄຂໄພພິບັດ ສາຍເຫດມາຈາກ ...

kpl.gov.la

ເຫດການ
302 Found

Found

The document has moved here.