ພິທີລົງນາມ ຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ

17:23 | 16/12/2020

ໃນວັນທີ 16 ທັນວາ 2020 ຢູ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມຈົດໝາຍ ແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (Exchange Notes) ເພື່ອຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມື ດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ-ຍີ່ປຸນ ທີ່ໄດ້ລົງນາມກັນ ໃນເດືອນພຶດ ສະພາ ຜ່ານມາ. ຕາງໜ້າຝ່າຍລາວ ຮ່ວມລົງນາມ ຄັ້ງນີ້, ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນ ທ່ານ ທາເກວາກະ ເຄໂຊ (TAKEWAKA Keizo) ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ມີບັນດາພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ພ ທ ລ ງນາມ ຈ ດໝາຍແລກປ ຽນ ລະຫວ າງ ສປປ ລາວ ແລະ ຍ ປ ນ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ
ພ ທ ລ ງນາມ ຈ ດໝາຍແລກປ ຽນ ລະຫວ າງ ສປປ ລາວ ແລະ ຍ ປ ນ VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ
ພ ທ ລ ງນາມ ຈ ດໝາຍແລກປ ຽນ ລະຫວ າງ ສປປ ລາວ ແລະ ຍ ປ ນ
ພິທີລົງນາມ ຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ

ຈຸດປະສົງລະດັບຄາດໝາຍ ຂອງການລົງນາມຈົດໝາຍ ແລກປ່ຽນໃນຄັ້ງນີ້, ແມ່ນເພື່ອຜັນຂະ ຫຍາຍສັນຍາວ່າດ້ວຍ ການຮ່ວມມື ທາງດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ທີ່ໄດ້ລົງນາມກັນ ໃນເດືອນພຶດສະພາ 2020 ຜ່ານມາ ໂດຍສະເພາະ ການອະນຸມັດ ແລະ ອຳນວຍຄວາມສະດວກ ໃຫ້ແກ່ບັນດາຊ່ຽວຊານ ແລະ ອາສາສະໝັກຍີ່ປຸ່ນ ໃນເວລາເດີນທາງເຂົ້າມາປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ຕາມໂຄງການ/ແຜນງານ ພາຍໃຕ້ສັນຍາຮ່ວມມື ທາງດ້ານເຕັກນິກ-ວິ ຊາການດັ່ງກ່າວ.

ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫລືອ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ຍີ່ປຸ່ນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ໃນໄລຍະຕໍ່ໜ້າ ໂດຍສະເພາະ ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາ ພາຍໃນອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານຂໍ້ລິເລິ່ມ ການເຊື່ອມໂຍງອາຊຽນ ສະບັບທີ່ 4 ຫລື ໄອເອໄອ ສະບັບທີ 4 ໄລຍະ 2021-2025; ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍ ການເຊື່ອມຈອດອາຊຽນ 2025; ການພັດທະນາ ຊັບພະຍາກອນມະນຸດ ແລະ ການຮ່ວມມື ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.

ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ທາເກວາກະ ເຄໂຊ ໄດ້ສະແດງຄວາມຍິນດີທີ່ໄດ້ຕາງໜ້າ ໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງນາມຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ ປຸ່ນ ໃນຄັ້ງນີ້ ແລະ ເຊື່ອໝັັ້ນວ່າ: ການຮ່ວມມືດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ ແລະ ຍີ່ ປຸ່ນ ຈະປະກອບສ່ວນອັນສຳຄັນ ແລະ ເສີມເຕີມໃຫ້ແກ່ການ ສະໜັບສະໜູນ-ຊ່ວຍເຫລືອ ສອງຝ່າຍ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ ແລະ ປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍ່ຄື ປະກອບສ່ວນເຂົ້າໃນ ການສົ່ງເສີມການພົວພັນ-ຮ່ວມມື ສອງຝ່າຍ ລາວ-ຍີ່ປຸ່ນ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

ພ ທ ລ ງນາມ ຈ ດໝາຍແລກປ ຽນ ລະຫວ າງ ສປປ ລາວ ແລະ ຍ ປ ນ ທົບທວນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບ ການຄຸ້ມຄອງ ຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ

ຍສໝ - ວັນທີ 30 ພະຈິກ, ທີ່ນະຄອນຫຼວງວຽງຈັນ, ສປປ.ລາວ, ກອງປະຊຸມສາມັນປະຈຳປີ ຄັ້ງທີ 30 ໄດ້ຈັດຂຶ້ນເພື່ອທົບທວນຄືນ ການຈັດຕັ້ງປະຕິບັດ ສັນຍາ ວ່າດ້ວຍລະບຽບ ການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ປີ 2016 ແລະ ບົດບັນທຶກກອງປະຊຸມຄະນະ ຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ ...

ພ ທ ລ ງນາມ ຈ ດໝາຍແລກປ ຽນ ລະຫວ າງ ສປປ ລາວ ແລະ ຍ ປ ນ ການພົບປະເຈລະຈາແລກປ່ຽນບົດຮຽນທາງໄກ ລະຫວ່າງ ພັກ ສປປ ລາວ ແລະ ພັກກອມມູນິດຈີນ

ໂດຍອີງຕາມແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ປະຈໍາປີ 2020 ໃນວັນທີ 19 ພະຈິກ 2020, ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວ ພັນ ຕ່າງປະເທດສູນກາງພັກ ພ້ອມກັບພະນັກງານຫລັກແຫລ່ງ ຈາກບັນດາກະຊວງ- ອົງການ ຂັ້ນສູນກາງ ຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມ ແລກປ່ຽນບົດຮຽນທາງໄກ ກັບ ...

ພ ທ ລ ງນາມ ຈ ດໝາຍແລກປ ຽນ ລະຫວ າງ ສປປ ລາວ ແລະ ຍ ປ ນ ສປປ ລາວ: ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະ ປ່າໄມ້ໃນຂອບເຂດທົ່ວປະເທດລາວແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4

ປັດຈຸບັນການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະປ່າໄມ້ ໃນຂອບເຂດທົ່ວປະເທດລາວ ແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4,2 ຕື້ໂດລາ

kpl.gov.la

ເຫດການ
302 Found

Found

The document has moved here.