ພິທີປະກາດເວັບໄຊຂອງປີປະທານ AIPA 2020

10:30 | 15/08/2020

ຍສໝ - ວັນທີ 13 ສິງຫາ ທີ່ຫໍສະພາແຫ່ງຊາດ, ທ່ານນາງຫງວຽນທິກິມເງິນ - ປະທານສະພາລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 41 (AIPA 41), ຫົວໜ້າຄະນະຊີ້ນຳແຫ່ງຊາດ AIPA 41, ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມພິທີປະກາດເວັບໄຊຂອງປີປະທານ AIPA 2020.

ພ ທ ປະກາດເວ ບໄຊຂອງປ ປະທານ aipa 2020 ປະທານສະພາແຫ່ງຊາດຫວຽດນາມ: ສະເໜີຈັດກອງປະຊຸມ AIPA 41 ທາງອອນລາຍ ຢູ່ ຮ່າໂນ້ຍ
ພ ທ ປະກາດເວ ບໄຊຂອງປ ປະທານ aipa 2020 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຕຳແໜ່ງປະທານ AIPA 41

ກ່າວຄຳເຫັນທີ່ພິທີ, ຕາງໜ້າໃຫ້ຄະນະຊີ້ນຳແຫ່ງຊາດ AIPA 41, ທ່ານນາງຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງການເປັນເຈົ້າການ, ຕ້ັງໜ້າຂອງຄະນະຈັດຕັ້ງກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ AIPA 41 ແລະອະນຸກໍາມະການໂຄສະນາ, ສື່ສານ ໃນການສ້າງເວັບໄຊ, ແອັບພຼີເຄຊັນໃນໂທລະສັບມືຖື.

ພ ທ ປະກາດເວ ບໄຊຂອງປ ປະທານ aipa 2020
ພິທີປະກາດເວັບໄຊຂອງປີປະທານ AIPA 2020. (ພາບ: TTXVN)

ໃນຖານະເປັນປະທານ AIPA 2020, ປະທານສະພາແຫ່ງຊາດຫວຽດນາມ ໄດ້ກ່າວວ່າ ວຽກງານສຳຄັນຂອງສະພາແຫ່ງຊາດຫວຽດນາມ ແມ່ນການຈັດຕັ້ງກອງປະຊຸມໃຫຍ່ AIPA ຄັ້ງທີ 41 ແລະ ກິດຈະກຳທີ່ກ່ຽວຂ້ອງຢ່າງສຳເລັດຜົນ. ນີ້ແມ່ນຈຸດພົ້ນເດັ່ນທີ່ສຳຄັນໃນວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XIV, ປະກອບສ່ວນຍົກສູງຜົນສຳເລັດຂອງວຽກງານການຕ່າງປະເທດ ຂອງສະພາຂອງຫວຽດນາມ.

ນີ້ແມ່ນຄັ້ງທີ 3 ທີ່ສະພາແຫ່ງຊາດຫວຽດນາມ ໄດ້ຮັບໜ້າທີ່ເປັນປະທານ AIPA ແລະ ຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA, ເຊິ່ງສະແດງໃຫ້ເຫັນບົດບາດ ແລະ ຄວາມຮັບຜິດຊອບຂອງສະພາແຫ່ງຊາດຫວຽດນາມຢູ່ AIPA ແລະ ກໍ່ແມ່ນຄັ້ງທຳອິດໃນປະຫວັດສາດຂອງກອງປະຊຸມໃຫຍ່ AIPA ໄດ້ຈັດຂື້ນດ້ວຍຮູບການອອນລາຍ.

ທ່ານນາງ ຫງວຽນທິກິມເງິນ ໄດ້ຮຽກຮ້ອງໃຫ້ຄະນະກຳມະການຈັດຕັ້ງ AIPA 41 ຊີ້ນຳຄະນະອະນຸກຳມະການຂໍ້ມູນຂ່າວສານ - ໂຄສະນາເຜີຍແຜ່ ທີ່ປະສານສົມທົບຢ່າງແໜ້ນແຟ້ນກັບຄະນະເລຂາແຫ່ງຊາດ AIPA 41 ແລະ ອະນຸກຳມະການອື່ນໆຢ່າງຮີບດ່ວນ ເພື່ອປັບປຸງຂໍ້ມູນຂ່າວສານລົງໃນເວບໄຊ, ການນຳໃຊ້ອຸປະກອນມືຖື ກ່ຽວກັບເນື້ອໃນປະຕິບັດງານຂອງ AIPA, ໂດຍສະເພາະແມ່ນບັນດາກິດຈະກຳທີ່ກ່ຽວຂ້ອງກັບກອງປະຊຸມສະມັດຊາໃຫຍ່ AIPA 41 ທີ່ມີຫົວຂໍ້: "ການທູດລັດຖະສະພາ ເພື່ອປະຊາຄົມອາຊຽນທີ່ມີຄວາມສະໜິດຕິດພັນ ແລະ ເໝາະສົມເປັນເຈົ້າການ".

ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ ສະເໜີພາຍຫຼັງພິທີປະກາດ, ຄະນະຈັດຕັ້ງກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ AIPA 41 ຄວນຊີ້ນໍາຢ່າງໃກ້ຊິດເລື່ອງຍູ້ແຮງການເຄື່ອນໄຫວໂຄສະນາໃນລະດັບສູງສຸດຜ່ານພາຫະນະສື່ມວນຊົນ, ເອົາໃຈໃສ່ເປັນພິເສດເຖິງເນື້ອໃນໂຄສະນາກ່ອນ, ໃນ ແລະພາຍຫຼັງການດໍາເນີນກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ AIPA 41, ສົມທົບກັນຢ່າງແໜ້ນແຟ້ນກັບຄະນະເລຂາແຫ່ງຊາດ AIPA 41 ແລະບັນດາອະນຸກໍາມະການອື່ນເພື່ອອັບເດັດຂໍ້ມູນ, ເອກະສານລົງໃນເວັບໄຊ AIPA 41.

ພ ທ ປະກາດເວ ບໄຊຂອງປ ປະທານ aipa 2020 ທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໂອ້ລົມທາງໂທລະສັບ ກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ

ຍ​ສ​ໝ - ສ່ວນທ່ານເລ​ຂາ​ທິ​ຫານ​ໃຫຍ່​, ປະ​ທານ​ປະ​ເທດ ​ຫວຽດນາມ ຫງວຽນ​ຝູ​ຈ້ອງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ລາວ​ ທີ່​ໄດ້​ສົມ​ທົບ​ກັບ​ຫວຽດ​ນາມ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ສອງ​ຝ່າຍ​ກໍ່​ຄື ການ​ຮ່ວມ​ມື​ໃນ​ອາ​ຊຽນ; ທ່ານ​ກໍ່​ຕີ​ລາ​ຄາ​ສູງ​ຕໍ່​ການ​ນຳ​ພາ​ຂອງ​ພັກ, ລັດ​ຖະ​ບານ ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ​ລາວ​ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ຢ່າງ​ຂ້ຽ​ວ​ຂາດ ແລະ ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດສັງຄົມ.

ພ ທ ປະກາດເວ ບໄຊຂອງປ ປະທານ aipa 2020 ລັດຖະມົນຕີຕ່າງປະເທດຫວຽດນາມ ໂອ້ລົມສົນທະນາທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ

ຍສໝ - ວັນທີ 6 ສິງຫາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການໂອ້ລົມສົນທະນາທາງໂທລະສັບ ກັບທ່ານ Michael Pompeo - ລັດຖະມົນຕີການຕ່າງປະເທດອາເມລິກາ ເພື່ອປຶກສາຫາລືກ່ຽວກັບການພົວພັນອາເມລິກາ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງປະເທດ ແລະ ບັນຫາສາກົນ, ພາກພື້ນ ...

ພ ທ ປະກາດເວ ບໄຊຂອງປ ປະທານ aipa 2020 ກະຊວງປ້ອງກັນປະເທດຫວຽດນາມ ໄດ້ກຽມພ້ອມເຂົ້າຮ່ວມວຽກງານຮັກສາສັນຕິພາບສາກົນ

ຍສໝ - ວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີວິ້ງ - ກຳມະການສູນກາງພັກ, ຜູ້ປະຈຳການຄະນະກຳມະການການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການໂອ້ລົມສົນທະນາຖ່າຍທອດສົດ ກັບທ່ານ Atul Khare - ຮອງເລຂາທິການໃຫຍ່ສະຫະປະຊາຊາດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.