ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຕຳແໜ່ງປະທານ AIPA 41

12:00 | 30/08/2019

ຍສໝ - ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະແດງຄວາມເປັນກຽດເມື່ອໄດ້ຮັບຕຳແໜ່ງປະທານ AIPA 41.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຕຳແໜ່ງປະທານ AIPA 41

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຕຳແໜ່ງປະທານ AIPA 41.(ພາບ: vietnamnet.vn)

ຕອນເຊົ້າວັນທີ 29 ສິງຫາ, ຢູ່ ບາງກອກ, ປະເທດ ໄທ, ກອງປະຊຸມລັດຖະສະພາ AIPA 40 ໄດ້ສິ້ນສຸດລົງພາຍໃຕ້ການເປັນປະທານຂອງທ່ານ ຊວນຫລີກໄພ ປະທານສະພາຜູ້ແທນລາສະດອນແຫ່ງລາຊະອານາຈັກ ໄທ, ປະທານ AIPA 40. ທີ່ວາລະປິດ AIPA 40 ທ່ານ ຊວນຫລີກໄພ ໄດ້ດຳເນີນພິທີມອບຕຳແໜ່ງປະທານ AIPA 41 ໃຫ້ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ. ສະແດງຄວາມເປັນກຽດເມື່ອໄດ້ຮັບຕຳແໜ່ງປະທານ AIPA 41.

ພາຍຫລັງວາລະປິດ AIPA 40 ແລະ ຮັບຕຳແໜ່ງປະທານ AIPA 41, ທ່ານນາງ ຫງວຽນທິກິມເງິນ ແລະ ທ່ານ ຊວນຫລີກໄພ ໄດ້ເຂົ້າຮ່ວມການຖະແຫຼງຂ່າວ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ: ໄທ ໄດ້ຈັດຕັ້ງກອງປະຊຸມ AIPA 40 ສຳເລັດ, ນັບແຕ່ຮູບການຕະຫລອດຮອດເນື້ອໃນ; ແລະ ໝາກຜົນນີ້ ຫວຽດນາມ ຈະຖືເປັນບົດຮຽນໃນການຈັດຕັ້ງ AIPA 41 ໃນປີ 2020 ຢູ່ນະຄອນ ຮ້າລອງ ແຂວງ ກ໋ວາງນິງ.

ຕອນຄ່ຳຂອງວັນທີ 29 ສິງຫາ 2019, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມ AIPA 40 ແລະ ຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ.

(ໄຊພອນ)

ເຫດການ
302 Found

Found

The document has moved here.