ຜູ້ນຳບັນດາກະຊວງ ແລະ ຂະແໜງການຂອງລາວ ອວຍພອນ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

15:31 | 04/02/2021

ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳ ສປປ.ລາວ, ໃນວັນທີ 3 ກຸມພາ, ຜູ້ນຳຂອງຫຼາຍກະຊວງ, ພະແນກການ ແລະ ອົງການຈັດຕັ້ງຕ່າງໆຂອງ ສປປ.ລາວ ໄດ້ມາຢ້ຽມຢາມສະຖານທູດຫວຽດນາມປະ ຈຳນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 91 ປີ ແລະ ຊົມເຊີຍໃນການປະສົບຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

ສະຫາຍ ຫງວຽນຝູຈ້ອງ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII
ສື່ມວນຊົນສາກົນຕີລາຄາສູງຕໍ່ບັນດາກາລະໂອກາດທາງດ້ານເສດຖະກິດຂອງຫວຽດນາມ

ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ, ສະຫາຍ ທອງສະລິດ ມັງໜໍ່ເມັກ ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ; ສະຫາຍ ທອງສະຫວັນ ພົມວິຫານ - ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ; ສະຫາຍ ສົມດີ ບຸນຄຸນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ… ໄດ້ສະແດງຄວາມຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມບັນລຸໄດ້ໃນຕະຫຼອດ 91 ປີຜ່ານມາ, ພິເສດແມ່ນໃນໄລຍະ 53 ປີຂອງຂະບວນການປ່ຽນໃໝ່, ພາຍໃຕ້ການ ນຳພາຂອງພັກກອມມູນິດຫວຽດນາມ.

ຜູ້ນຳບັນດາກະຊວງ ແລະ ຂະແໜງການຂອງລາວ ອວຍພອນ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ
ສະຫາຍ ທອງສະຫວັນພົມວິຫານ - ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ. (ພາບ: TTXVN)

ຜູ້ນຳບັນດາກະຊວງ, ຂະແໜງການ ແລະ ອົງການຈັດຕັ້ງຕ່າງໆຂອງສປປ.ລາວ ລ້ວນແຕ່ຢືນຢັນວ່າ ພັກປະຊາຊົນປະຕິວັດ ສປປ.ລາວ ແລະ ພັກກອມມູນິດ ສສ.ຫວຽດນາມ ລ້ວນແຕ່ມີຕົ້ນກຳເນີດມາຈາກພັກກອມມູນິດອິນດູຈີນ, ມີຕົ້ນກຳເນີດ, ອຸດົມການ ແລະ ແຫຼ່ງກຳເນີດຂອງສາຍສຳພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງສປປ.ລາວ ແລະ ສສ.ຫວຽດນາມ; ຢືນຢັນວ່າເຖິງວ່າສະພາບການໃນພາກພື້ນ ແລະ ໃນໂລກຈະມີການພັດທະນາທີ່ສັບສົນ ແລະ ບໍ່ສາມາດຄາດເດົາໄດ້, ແຕ່ວ່າພັກ, ລັດ ແລະ ປະຊາຊົນທຸກຊົນເຜົ່າຂອງລາວ ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ບຳລຸງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ ແລະ ປະຊາຊົນຂອງສອງປະເທດໄດ້ນຳພາໂດຍບັນດາຜູ້ນຳຂັ້ນສູງ, ຄື: ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ກໍ່ສ້າງ, ອອກເຫື່ອເທແຮງ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງສອງປະເທດ.

ເນື່ອງໃນໂອກາດປີໃໝ່ 2021, ການນຳບັນດາກະຊວງ, ຂະແໜງການຂອງປະເທດລາວ ໄດ້ສະແດງຄວາມມຸ່ງຫວັງວ່າສະຖານທູດຫວຽດນາມປະຈຳ ສປປ.ລາວ ຈະສືບຕໍ່ເປັນຂົວຕໍ່ ແລະ ຊຸກຍູ້ການພົວພັນລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຂອງພັກຢ່າງສຳເລັດຜົນໃນແຕ່ລະປະເທດ.

ຜູ້ນຳບັນດາກະຊວງ ແລະ ຂະແໜງການຂອງລາວ ອວຍພອນ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ
ສະຫາຍ ທອງສະລິດ ມັງໜໍ່ເມັກ ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ. (ພາບ: TTXVN)

ໂດຍສະແດງຄວາມຂອບອົກຂອບໃຈຕໍ່ຜູ້ນຳບັນດາກະຊວງ ແລະ ຂະແໜງການຂອງປະເທດລາວ, ຜູ້ອຸປະທູດຊົ່ວຄາວຂອງສະຖານທູດຫວຽດນາມປະຈຳ ສປປ.ລາວ, ທ່ານນາງ ຈິງຖິເຕີມ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຢັ້ງຢືນໄຊຊະນະທັງໝົດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມຕະຫຼອດໄລຍະທີ່ຜ່ານມາ ລ້ວນແຕ່ຕິດພັນກັບການສະໜັບສະໜູນຂອງພັກ, ລັດ ແລະ ປະຊາຊົນລາວ, ແລະ ໃຫ້ຄຳໝັ້ນສັນຍາວ່າ ສະຖານທູດຫວຽດນາມປະຈຳລາວ ແລະ ບັນດາອົງການໃກ້ຄຽງຍາມໃດກໍ່ມານະພະຍາຍາມປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດ, ຜ່ານນັ້ນປະກອບສ່ວນເຂົ້າໃນການຮັກສາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ - ລາວ.

ການຮ່ວມມືດ້ານອຸຕຸນິຍົມ-ອຸທົກກະສາດຫວຽດນາມ - ລາວ ໄດ້ຕິດພັນຈາກມູນເຊື້ອສະໜິດຕິດແໜ້ນຢ່າງໝັ້ນແກ່ນລະຫວ່າງສອງປະເທດໃນປະຫວັດສາດ

ຍສໝ - ທີ່ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ ແລະລາວ, ໂດຍການເປັນປະທານຮ່ວມຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ, ການນໍາລັດຖະບານສອງປະເທດຫວຽດນາມ - ລາວ ໄດ້ເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຊຸກຍູ້ການຮ່ວມມືກ່ຽວກັບການພະຍາກອນອາກາດ ແລະການເຕືອນໄພພິບັດທາງທຳມະຊາດລະຫວ່າງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຂອງສອງປະເທດ.

ສາຍພົວພັນຫວຽດນາມ - ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ

ຕອນບ່າຍວັນທີ 6 ທັນວາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ນຳຫນ້າ ພວມຢູ່ຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ.

ເປີດຕົວສະມາຄົມມິດຕະພາບຫວຽດນາມ - ລາວ ອະດີດທະຫານອາສາສະໝັກ

ຍສໝ - ຕອນເຊົ້າວັນທີ 28 ຕຸລາ 2020, ທີ່ຫໍຮັບແຂກຂອງກະຊວງປ້ອງກັນຄວາມສະຫງົບ, ຄະນະທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ປະຈຳລາວ, ນະຄອນຫຼວງຮ່າໂນ້ຍ ໄດ້ຈັດກອງປະຊຸມປິດອາຍຸປະຈຳການ 2015-2020 ແລະ ເປີດສະມາຄົມມິດຕະພາບ ຫວຽດນາມ - ລາວ ອະດີດນັກທະຫານອາສາສະໝັກຮ່າໂນ້ຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.