ປະທານປະເທດ ເຂົ້າຮ່ວມກອງປະຊຸມສໍາມະນາ ສາກົນທາງໄກ ຂອງບັນດາພັກການເມືອງ

13:50 | 13/10/2020

ໃນໂອກາດທີ່ພັກກອມມູນິດຈີນ ເປັນເຈົ້າພາບຈັດກອງປະຊຸມ ສໍາມະນາສາກົນທາງໄກ ພາຍໃຕ້ຫົວຂໍ້: “ການຫລຸດພົ້ນຈາກຄວາມທຸກຍາກ ແລະ ພາລະໜ້າທີ່ ຂອງພັກການເມືອງ” ຢູ່ ແຂວງຟູ ຈ້ຽນ, ສປ ຈີນ ໃນວັນທີ 12-13 ຕຸລາ 2020, ໂດຍມີຜູ້ຕາງໜ້າພັກການ ເມືອງຈຳນວນ 400 ກວ່າທ່ານ ຈາກ 100 ກວ່າປະເທດໃນໂລກ. ນອກນັ້ນ, ຍັງມີສະຖານທູດຕ່າງປະເທດ ປະຈຳ ສປ ຈີນ, ຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນ ປະຈຳ ສປ ຈີນ, ສື່ມວນຊົນບັນດາ ປະເທດກໍາລັງພັດທະນາ ແລະ ຜູ້ຊ່ຽວຊານຕ່າງໆ ໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກ ແລະ ເຂົ້າຮ່ວມຢູ່ສະຖານທີ່ຕົວຈິງ.

ປະທານປະເທດ ເຂ າຮ ວມກອງປະຊ ມສ າມະນາ ສາກ ນທາງໄກ ຂອງບ ນດາພ ກການເມ ອງ ໜັງສືພິມເຢຍລະມັນ ຍ້ອງຍໍຊົມເຊີຍຮູບແບບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຂອງຫວຽດນາມ
ປະທານປະເທດ ເຂ າຮ ວມກອງປະຊ ມສ າມະນາ ສາກ ນທາງໄກ ຂອງບ ນດາພ ກການເມ ອງ ຊຽງໄຮ້ ປາດຖະໜາຢາກຊຸກຍູ້ການພົວພັນກັບທ້ອງຖິ່ນຕ່າງໆຂອງຫວຽດນາມ
ປະທານປະເທດ ເຂ າຮ ວມກອງປະຊ ມສ າມະນາ ສາກ ນທາງໄກ ຂອງບ ນດາພ ກການເມ ອງ
ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ກ່າວຄຳປາໄສຜ່ານວິດີໂອທາງໄກ ໂດຍໄດ້ຕີລາຄາເຖິງຄວາມໝາຍ ຄວາມສຳຄັນຂອງກອງປະຊຸມ ວ່າ: ຫົວຂໍ້ຂອງກອງປະຊຸມຄັ້ງນີ້, ມີຄວາມໝາຍສໍາຄັນດ້ານຍຸດທະສາດ ທັງມີລັກສະນະສາກົນ, ເພາະການລົບລ້າງ ຄວາມທຸກຍາກໃຫ້ແກ່ປະຊາຊົນ ແມ່ນໜຶ່ງໃນພາລະກໍາປະຫວັດສາດ, ທັງແມ່ນຄວາມຮັບຜິດຊອບ, ພັນທະ ແລະ ໜ້າທີ່ຂອງບັນດາພັກ ການເມືອງ ເພື່ອນໍາເອົາຄວາມຮັ່ງມີຜາສຸກ ໃຫ້ແກ່ປະຊາຊົນ. ກອງປະຊຸມ ເປັນໂອກາດທີ່ດີ ໃຫ້ແກ່ບັນດາພັກການເມືອງໃນໂລກ ໄດ້ຮັບຊາບເຖິງຜົນສໍາເລັດ, ຄວາມຫຍຸ້ງຍາກໃນການແກ້ໄຂ ຄວາມທຸກຍາກ ຂອງບັນດາປະເທດ, ທັງເປັນໂອກາດດີ ໃນການເພີ່ມທະວີ ການແລກປ່ຽນບົດຮຽນຮ່ວມກັນ ໃນການແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຜາສຸກ ໃຫ້ແກ່ປະຊາຊົນ. ພ້ອມນັ້ນ, ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປ ຈີນ ໃນຕະຫລອດໄລຍະ 71 ປີທີ່ຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ, ປະດິດສ້າງ ແລະ ຮອບດ້ານຂອງ ພັກກອມມູນິດຈີນ, ຈາກທີ່ເປັນປະເທດ ທຸກຍາກຫລ້າຫລັງ, ປະເທດຈີນ ໄດ້ກາຍເປັນປະເທດຮັ່ງມີ, ເຂັ້ມແຂງ ແລະ ທັນສະໄໝ, ກໍາລັງການຜະລິດ ໄດ້ຮັບການປົດປ່ອຍ, ປະຊາຊົນຈີນຫລາຍຮ້ອຍ ລ້ານຄົນ ໄດ້ຫລຸດພົ້ນອອກຈາກ ຄວາມທຸກຍາກຂາດເຂີນ ທາງດ້ານວັດຖຸ ສິ່ງຂອງທີ່ເປັນປັດໄຈ ພື້ນຖານຂອງການດໍາລົງຊີວິດ ແລະ ກ້າວໄປເຖິງລະດັບທີ່ມີ ຄວາມອີ່ມໜໍາສໍາລານ ໂດຍພື້ນຖານ ພຽງໃນໄລຍະເວລາສັ້ນໆ ເຊິ່ງເປັນປະກົດການ ທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດຂອງມວນມະນຸດ ແລະ ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາຂອງ ພັກກອມມູນິດຈີນ ທີ່ມີ ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນກາງ, ດ້ວຍບົດຮຽນ, ປະສົບການທີ່ອຸດົມສົມບູນ ແລະ ຜົນສໍາເລັດອັນໂດດເດັ່ນ ໃນການແກ້ໄຂຄວາມທຸກຍາກ ໃຫ້ແກ່ປະຊາຊົນ ຂອງພັກກອມມູນິດຈີນ, ປະຊາຊົນຈີນ ຈະບັນລຸຜົນສໍາເລັດ ໃນການສ້າງສັງຄົມທີ່ອີ່ມ ໜໍາສໍາລານຢ່າງຮອບດ້ານ ຕາມທີ່ຄາດໝາຍໄວ້.

ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ຍົກໃຫ້ເຫັນບົດຮຽນ ໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢູ່ ສປປ ລາວ, ເຊິ່ງຍາມໃດ ພັກປະຊາຊົນປະຕິວັດລາວ ກໍຖືເອົາວຽກງານ ການລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຜາສຸກ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ ເປັນວຽກບູລິມະສິດ ອັນໜຶ່ງ ໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ ແລະ ປະສົບຜົນສໍາເລັດ ເປັນກ້າວໆມາ. ພ້ອມນັ້ນ, ສະຫາຍເລຂາທິການໃຫຍ່ ໄດ້ຕີລາຄາສູງຕໍ່ແນວຄວາມຄິດ ໃນການສ້າງປະຊາຄົມ ຮ່ວມຊາຕາກໍາຂອງມວນມະນຸດ ທີ່ສະເໜີໂດຍ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ, ເຊິ່ງສອດຄ່ອງກັບທ່າອ່ຽງ ຂອງຍຸກສະໄໝ ແລະ ຮຽກຮ້ອງໃຫ້ບັນດາພັກການມືອງໃນໂລກ ຈົ່ງເພີ່ມທະວີການ ປະສານສົມທົບເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ປະຊາຊົນ ຫລຸດພົ້ນອອກຈາກ ຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຮັ່ງມີຜາສຸກ, ປະກອບສ່ວນສູ້ຊົນ ເຮັດໃຫ້ບັນດາເປົ້າໝາຍ ສະຫະສະວັດ ແຫ່ງການພັດທະນາ ຂອງ ອົງການສະຫະປະຊາຊາດ ວາງໄວ້ ບັນລຸຕາມຄາດ ໝາຍ.

ປະທານປະເທດ ເຂ າຮ ວມກອງປະຊ ມສ າມະນາ ສາກ ນທາງໄກ ຂອງບ ນດາພ ກການເມ ອງ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Suga Yoshihide ໄດ້​ສະ​ແດ​ງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ການ​ພົວ​ພັນ​ລະ​ຫ່ວາງ​ຍີ່​ປຸ່ນ - ຫວຽດ​ນາມ, ທ່ານ​ກໍ່​ຂອບ​ໃຈ​ການ​ຮ່ວມ​ມື​ຢ່າງ​ຕ​ັ້ງ​ໜ້າ​ຂອງ​ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid - 19.

ປະທານປະເທດ ເຂ າຮ ວມກອງປະຊ ມສ າມະນາ ສາກ ນທາງໄກ ຂອງບ ນດາພ ກການເມ ອງ 40 ມື້ຢ່າງລຽນຕິດທີ່ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກພະຍາດໂຄວິດ-19 ໃນຊຸມຊົນ

ປະຈຸບັນ, ຫວຽດນາມ ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ຫາຍດີເປັນປົກກະຕິ 1.042 ໃນຈຳນວນຜູ້ຕິດພະຍາດ 1.109 ຄົນ.

ປະທານປະເທດ ເຂ າຮ ວມກອງປະຊ ມສ າມະນາ ສາກ ນທາງໄກ ຂອງບ ນດາພ ກການເມ ອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸ໊ງ ໄດ້ເປັນປະທານກອງປະຊຸມເຈົ້າໜ້າທີອາວຸໂສອາຊຽນ

ຍສໝ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸ໊ງ ໄດ້ຕີລາຄາຢ່າງສູງການຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ສຳລັບຫວຽດນາມໃນບົດບາດເປັນປະທານຂອງອາຊຽນປີ 2020.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.