ບຸນເຕັດຫວຽດນາມ ຢູ່ ຕ່າງປະເທດ

14:37 | 11/02/2021

ຍສໝ - ຕາມຮີດຄອງປະເພນີແລ້ວ, ກ່ອນບຸນເຕັດ, ບັນດາຄອບຄົວຊາວຫວຽດນາມ ຢູ່ເຢຍລະມັນ ຍັງຄົງຮັກສາພິທີສົ່ງເຈົ້າເຕົາໄຟເມືອເຝົ້າເທວະດາຟ້າແຖນ ໃນຕອນຄໍ່າຂອງວັນທີ 22 ຫຼື ວັນທີ 23 ເດືອນສິບສອງ.

ບ ນເຕ ດຫວຽດນາມ ຢ ຕ າງປະເທດ ສື່ມວນຊົນລາວ ມີຄວາມຮັບຜິດຊອບສູງໃນການສະໜອງຂໍ້ມູນຂ່າວສານຂອງກອງປະຊຸມໃຫຍ່ ໃຫ້ແກ່ບັນດາສື່ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ຕະຫລອດໄລຍະການດຳເນີນກອງປະຊຸມ
ບ ນເຕ ດຫວຽດນາມ ຢ ຕ າງປະເທດ ຕ່າງປະເທດ ຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກເພີ່ມຂຶ້ນ38 ລ້ານກວ່າຄົນ
ບ ນເຕ ດຫວຽດນາມ ຢ ຕ າງປະເທດ
ພາບປະກອບ

ໃນຕອນຄ່ຳວັນທີ 6 ກຸມພາ, ສະມາຄົມຂະແມ-ຫວຽດນາມ ພ້ອມກັບພໍ່ແມ່ພີນ້ອງ ຊາວຫວຽດນາມ, ຜູ້ຕາງໜ້າສະຖານທູດຫວຽດນາມ ແລະ ບັນດສາວິສາຫະກິດທີ່ພວມລົງທຶນຢູ່ກຳປູເຈຍ ກໍໄດ້ຈັດງານມະໂຫລານ ຊົມເຊີຍລະດູບານໃໝ່, ບຸນເຕັດປີສະຫຼູ 2021. ທີ່ສຳນັກງານ ສະມາຄົມຂະແມ-ຫວຽດນາມ ຢູ່ພະນົມເປັນ, ທ່ານປະທານ ສະມາຄົມຂະແມ-ຫວຽດນາມ ຊິມຈີ ໄດ້ຕາງໜ້າສະມາຄົມ ສົ່ງຄຳອວຍພອນເຖິງ ພໍ່ແມ່ພີນ້ອງຊາວຫວຽດນາມຢູ່ກຳປູເຈຍ.

ຕອນຄ່ຳວັນທີ 6 ກຸມພາ, ສະຖານທູດຫວຽດນາມປະຈຳຈີນທີ່ປັກກິງ ໄດ້ຈັດພິທີຕ້ອນຮັບບຸນເຕັດປີສະຫຼູ 2021 ຊຶ່ງມີການເຂົ້າຮ່ວມຂອງບັນດາພະນັກງານ ພາລະກອນສະຖານທູດ ພ້ອມກັບບັນດາສຳນັກງານຜູ້ຕ່າງໜ້າຂອງຫວຽດນາມ ແລະ ຄອບຄົວຊາວຫວຽດນາມຢູ່ປັກກິງ. ກ່າວຄຳເຫັນທີ່ການພົບປະສັງສັນ, ອຸປະທູດຊົ່ວຄາວ ຝ້າມແທງບີງ ໄດ້ສະແດງຄວາມພາກພູມໃຈເມື່ອແຈ້ງໃຫ້ໃຫ້ຊາບບັນດາຜົນງານທາງດ້ານເສດຖະກິດ ການເມືອງ ແລະ ສັງຄົມຂອງຫວຽດນາມໃນປີທີ່ຜ່ານມາ, ທ່ານໄດ້ຕີລາຄາສູງ ຈິດໃຈສາມັກຄີ ການຊ່ວຍເຫຼືອກັນ ກໍຄືຈິດໃຈຂອງພະນັດງານ ແລະ ຄອບຄົວຊາວຫວຽດນາມ ອວາຍໜ້າເມືອງນອນປະເທດຊາດ.

ໃນຕອນເຊົ້າວັນທີ 7 ກຸມພາ, ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ໄດ້ຈັດຕັ້ງບຸນເຕັດປະຊາຄົມ ປີສະຫຼູ 2021 ຜ່ານລະບົບທາງໄກ. ກ່າວຄໍາເຫັນໄຂເຫດການ, ທ່ານ ຟ້າມວີງກວາງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິນໂດເນເຊຍ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງປະເທດ, ບັນດາຜົນງານພົ້ນເດັ່ນໃນການພົວພັນຢູ່ພາຍໃນ ແລະຕ່າງປະເທດຂອງຫວຽດນາມ ໃນປີ 2020 ແລະຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ. ທ່ານ ຟ້າມວີງກວາງ ກໍ່ຝາກຄໍາອວຍພອນປີໃໝ່ເຖິງພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ອິນໂດເນເຊຍ.

ຕາມຮີດຄອງປະເພນີແລ້ວ, ກ່ອນບຸນເຕັດ, ບັນດາຄອບຄົວຊາວຫວຽດນາມ ຢູ່ເຢຍລະມັນ ຍັງຄົງຮັກສາພິທີສົ່ງເຈົ້າເຕົາໄຟເມືອເຝົ້າເທວະດາຟ້າແຖນ ໃນຕອນຄໍ່າຂອງວັນທີ 22 ຫຼື ວັນທີ 23 ເດືອນສິບສອງ. ເມື່ອເບິ່ງຄຼິບບັນທຶກຮູບພາບຊາວຫວຽດນາມ ໄປປ່ອຍປາໄນລົງໜອງຍາມໃດ, ຊາວເຢຍລະມັນ ກໍ່ຍ້ອງຍໍວ່າ ເຮົາມີອະລິຍະທຳ. ສະເພາະປະເພນີໄປທໍາບຸນຢູ່ວັດໃນຊຸມວັນບຸນເຕັດນັ້ນ ຊາວ ຫວຽດນາມ ອາໄສຢູ່ເຢຍລະມັນ ຍັງຄົງຮັກສາໄວ້. ໃນວັນຂຶ້ນປີໃໝ່ ຫຼື ວັນເພັງ (ສິບຫ້າຄໍ່າ) ເດືອນຈຽງ, ຢູ່ຕາມວັດວາອາຮາມແຫ່ງຕ່າງໆຈະເຫັນຊາວຫວຽດນາມ ເປັນຈໍານວນຫຼາຍນໍາເອົາທູບທຽນ, ເຄື່ອງບູຊາໄປຖະຫວາຍວັດເພື່ອຂໍພອນ, ຂໍໂຊກລາບ.

ບ ນເຕ ດຫວຽດນາມ ຢ ຕ າງປະເທດ ນັກຊ່ຽວຊານອິນເດຍມີຄວາມປະທັບໃຈຕໍ່ຜົນງານດ້ານເສດຖະກິດຂອງຫວຽດນາມ

ຍ​ສ​ໝ - ປີ 2016, ຫວຽດ​ນາມ​ໄດ້​ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​, ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ຜູ້​ຂຽນ​ກໍ່​ຖື​ວ່າ ບັນ​ດ​ການ​ປ່ຽນ​ແປງ​ທີ່​ມີ​ລັກ​ສະ​ນະ​ໂຄງ​ປະ​ກອບນີ້ ໄດ້​ປັບ​ປຸງ​ເງື່ອນ​ໄຂ​ເສດ​ຖະ​ກິດ​ຂອງ​ປະ​ຊາ​ຊົນ ແລະ ບັນ​ດາ​ການ​ປະ​ຕິ​ຮູບ​ດ້ານ​ເສດ​ຖະ​ກິດນີ້ ໄດ້​ນຳ​ມາ​ເຊິ່ງ​ສະ​ພາບ​ການ​ແຫ່ງ​ຄວາມ​ສະ​ເໝີພາບ​ໃຫ້​ແກ່​ການ​ລົງ​ທຶນ​ເອ​ກະ​ຊົນ​ພາຍ​ໃນ​ປະ​ເທດ.

ບ ນເຕ ດຫວຽດນາມ ຢ ຕ າງປະເທດ ຄະນະກຳມະການອາຊຽນປະຈຳ Pretoria ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ໃນຖານະເປັນປະທານ

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ ຮ່​ວາງວັນ​ເລິ້ຍ ໄດ້ຕິດຕໍ່ກັບສະມາຊິກ APC ເປັນປະ ຈຳ, ກັບກົມໃຫຍ່ອາຊີແລະຕາເວັນອອກກາງ, ກະຊວງການຕ່າງປະເທດແລະການຮ່ວມມືສາກົນ (DIRCO) ເພື່ອແລກປ່ຽນຂໍ້ມູນຂ່າວສານ, ສະພາບການກ່ຽວກັບອາຟຣິກາໃຕ້ແລະອາຟຣິກກາ, ແລກປ່ຽນຂໍ້​ມູນ​ຂ່າວ​ສາ​ນ ໃນການປ້ອງກັນ,ຕ້ານ​ໂລກ​ລະ​ບາດ​ COVID -19 ແລະສົ່ງເສີມການຮ່ວມມືລະຫວ່າງບັນດາຝ່າຍ.

ບ ນເຕ ດຫວຽດນາມ ຢ ຕ າງປະເທດ ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ

ຍສໝ - ໃນໄລຍະທີ່ຈະມາເຖິງ, ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ຈະສືບຕໍ່ເດີນຄຽງຂ້າງກັນນຳພາທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຂອງແຕ່ລະປະເທດ, ປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ, ເຊິ່ງເຮັດໃຫ້ສາຍພົວພັນດັ່ງກ່າວນີ້ ມີການພັດທະນາຢ່າງມີຊີວິດຊີວາ, ມີປະສິດທິຜົນ ແລະ ແທດຈິງ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.