ຄະນະກຳມະການອາຊຽນປະຈຳ Pretoria ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ໃນຖານະເປັນປະທານ

12:14 | 30/03/2021

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ ຮ່​ວາງວັນ​ເລິ້ຍ  ໄດ້ຕິດຕໍ່ກັບສະມາຊິກ APC ເປັນປະ ຈຳ, ກັບກົມໃຫຍ່ອາຊີແລະຕາເວັນອອກກາງ, ກະຊວງການຕ່າງປະເທດແລະການຮ່ວມມືສາກົນ (DIRCO) ເພື່ອແລກປ່ຽນຂໍ້ມູນຂ່າວສານ, ສະພາບການກ່ຽວກັບອາຟຣິກາໃຕ້ແລະອາຟຣິກກາ, ແລກປ່ຽນຂໍ້​ມູນ​ຂ່າວ​ສາ​ນ ໃນການປ້ອງກັນ,ຕ້ານ​ໂລກ​ລະ​ບາດ​ COVID -19 ແລະສົ່ງເສີມການຮ່ວມມືລະຫວ່າງບັນດາຝ່າຍ.

ຄະນະກຳມະການອາຊຽນປະຈຳ pretoria ຕ ລາຄາສ ງການປະກອບສ ວນຂອງ ຫວຽດນາມ ໃນຖານະເປ ນປະທານ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ
ຄະນະກຳມະການອາຊຽນປະຈຳ pretoria ຕ ລາຄາສ ງການປະກອບສ ວນຂອງ ຫວຽດນາມ ໃນຖານະເປ ນປະທານ ມອບ-ຮັບຕໍາແໜ່ງປະທານຄະນະກໍາມະການອາຊຽນ ປະຈໍາ Caracas ໃຫ້ແກ່ປະເທດ ອິນໂດເນເຊຍ
ຄະນະກຳມະການອາຊຽນປະຈຳ pretoria ຕ ລາຄາສ ງການປະກອບສ ວນຂອງ ຫວຽດນາມ ໃນຖານະເປ ນປະທານ
ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຊຽນ​ຖ່າຍ​ຮູບ​ນຳ​ກັນ (ພາບ: TTXVN)

ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ສະຖານທູດຫວຽດນາມປະຈຳ ອາຟະລິກາໃຕ້ ໄດ້ ສຳ ເລັດບົດບາດເປັນປະທານຄະນະກຳມະການອາຊຽນປະຈຳ Pretoria (APC) ໃນປີ 2020, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສະມາຄົມບັນດາຄອບຄົວອາຊີຕາເວັນອອກສ່ຽງໃຕ້ກັບອາຟຣິກາໃຕ້ເວ​ົ້າສະເພາະແລະອາຟຣິກກາເວົ້າ​ລວມ.

ຕາມສຳນັກຂ່າວສານຫວຽດນາມ ປະຈຳ Pretoria ແລ້ວ, ເມື່ອກ່າວຄຳເຫັນທີ່ພິທີມອບຮັບຕຳ​ແໜ່ງປະທານ APC ຈາກທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາຟະລິກາໃຕ້ ຮ່​ວາງວັນ​ເລິ້ຍ ທີ່ ໄດ້ດຳເນີນໃນອາ​ທິດ​ຜ່ານ​ມາ. ທ່ານເອກອັກຄະລັດຖະທູດອິນໂດເນເຊຍ Salman Al Farisi ຕີລາຄາສູງການ​ເປັນ​ເຈົ້າ​ການ​ຢ່າ​ງ​ຕັ້ງ​ໜ້າ ແລະຝ່າຍຫວຽດນາມໃນຖານະເປັນປະທານ APC 2020. ຕາມຜູ້ຕາງໜ້າອິນໂດເນເຊຍແລ້ວ, ທ່ານເອກອັກຄະລັດຖະທູດຫວຽດນາມ ຮ່​ວາງວັນ​ເລິ້ຍ ໄດ້ຮັບໜ້າທີ່ເປັນປະທານ APC 2020 ຈາກປະເທດໄທໃນສະພາບການ ປະເທດອາຟຼິກາໃຕ້ນີ້ ໄດ້ເກີດໂລກລະບາດ COVID-19 ເຊິ່ງ​ກໍ່ຜົນສະທ້ອນທີ່ຮ້າຍແຮງຕໍ່ຊີວິດການເມືອງ, ເສດຖະກິດ ແລະ ສັງຄົມຢູ່​ປະ​ເທດ ທ້ອງຖິ່ນ, ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການດຳເນີນງານຂອງຜູ້ຕາງ ໜ້າ ຕ່າງປະເທດ.

ໃນສະພາບຄວາມຫຍຸ້ງຍາກດັ່ງກ່າວ, ສະຖານທູດຫວຽດນາມໄດ້ແນະນຳ ຮູບແບບການເຄື່ອນໄຫວເພື່ອຕອບສະໜອງ ບົດບາດຂອງປະທານ APC ແລະສະພາບການຕົວຈິງ. ທ່ານເອກອັກຄະລັດຖະທູດ ຮ່​ວາງວັນ​ເລິ້ຍ ໄດ້ຕິດຕໍ່ກັບສະມາຊິກ APC ເປັນປະຈຳ, ກັບກົມໃຫຍ່ອາຊີື ແລະຕາເວັນອອກກາງ, ກະຊວງການຕ່າງປະເທດແລະການຮ່ວມມືສາກົນ (DIRCO) ເພື່ອແລກປ່ຽນຂໍ້ມູນຂ່າວສານ, ສະພາບການກ່ຽວກັບອາຟຣິກາໃຕ້ແລະອາຟຣິກກາ, ແລກປ່ຽນຂໍ້​ມູນ​ຂ່າວ​ສາ​ນ ໃນການປ້ອງກັນ,ຕ້ານ​ໂລກ​ລະ​ບາດ​ COVID -19 ແລະສົ່ງເສີມການຮ່ວມມືລະຫວ່າງບັນດາຝ່າຍ, ໂດຍສະເພາະແມ່ນການຍາດແຍ່ງໂອກາດທີ່ ນຳ ມາຈາກສັນຍາການຄ້າເສລີອາຟຣິກາ (AfCFTA).

ສະຖານທູດຫວຽດນາມໄດ້ສວມ​ບົດ​ບາດ​ເປັນຂົວຕໍ່ລະຫວ່າງ DIRCO ແລະກະຊວງການຕ່າງປະເທດຫວຽດນາມ, ກະກຽມຂັ້ນຕອນທີ່ຈຳເປັນສຳລັບອາຟຣິກາໃຕ້ເພື່ອເຂົ້າຮ່ວມສົນທິສັນຍາມິດຕະພາບແລະການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC). ວັນທີ 10 ພະຈິກ 2020, ພາຍໃຕ້ການເປັນປະທານຂອງຫວຽດນາມ - ປະທານອາຊຽນ 2020, ອາຟຣິກາໃຕ້, ຮ່ວມກັບໂກລົມເບຍແລະກູບາໄດ້ເຊັນເອກະສານເຂົ້າຮ່ວມ TAC, ເຊິ່ງເປັນຂີດໝາຍ ປະຫວັດສາດເປີດກາລະໂອກາດໃຫ້ແກ່ການຮ່ວມມືຢ່າງເລິກເຊິ່ງກວ່າເກົ່າໃນດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະສັງຄົມລະຫວ່າງອາຊຽນ ເປັນກຸ່ມແລະຄູ່ຮ່ວມງານເຫຼົ່ານີ້.

ທ່ານເອກອັກຄະລັດຖະທູດ ຮ່​ວາງວັນ​ເລິ້ຍ ໃຫ້ຮູ້ວ່າ, ປີ 2020, ເມື່ອອາຟຣິກາໃຕ້ພ້ອມກັນຮັບໜ້າທີ່ທັງ​ເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ປະທານສະຫະພັນອາຟຣິກາ (AU), ຫວຽດນາມ ແລະ ອາຟຣິກາໃຕ້ໄດ້ເຮັດວຽກຢ່າງໃກ້ຊິດໃນເວ​ທີ​ປ​າ​ໄສ​ສາ​ກົນ ແລະ ພາກພື້ນ ກຸ່ມເພື່ອຜົນປະໂຫຍດລວມຂອງປະ​ຊາ​ຄົມສາກົນ, ຂອງອາຟຣິກາ ແລະອາຊີ.

ຄະນະກຳມະການອາຊຽນປະຈຳ pretoria ຕ ລາຄາສ ງການປະກອບສ ວນຂອງ ຫວຽດນາມ ໃນຖານະເປ ນປະທານ ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ຊູ​ແ​ອັດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມ​ະ​ນາ​ກ່ຽວ​ກັບ​ໂອ​ກາດ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ - ຊູ​ແອັດ

ຍ​ສ​ໝ - ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 170 ທ່ານ, ທ່ານ Krister Nilsson ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ, ການ​ຄ້າ ແລະ ການ​ພົວ​ພັນ ເອີ​ລົບ​ເໜືອ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມ​ະ​ນາ. ນອກ​ຈາກ​​ສະ​ຖານ​ທູດບັນ​ດາ​ປະ​ເທດ​ອາ​ຊຽນ (ຄື​ ຫວຽດ​ນາມ, ລາວ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ໄທ ແລະ ຟີ​ລິບ​ປິນ), ...

ຄະນະກຳມະການອາຊຽນປະຈຳ pretoria ຕ ລາຄາສ ງການປະກອບສ ວນຂອງ ຫວຽດນາມ ໃນຖານະເປ ນປະທານ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ

ຍສໝ - ກອງປະຊຸມໄດ້ສຸມໃສ່ປຶກສາຫາລືຮ່າງຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+); ຕີລາຄາການຜັນຂະຫຍາຍບັນດາຂໍ້ລິເລີ່ມໃນ ADMM ແລະປຶກສາຫາລືບັນດາຂໍ້ລິເລີ່ມໃໝ່...

ຄະນະກຳມະການອາຊຽນປະຈຳ pretoria ຕ ລາຄາສ ງການປະກອບສ ວນຂອງ ຫວຽດນາມ ໃນຖານະເປ ນປະທານ ອາ​ຊຽນ​ຢັ້ງ​ຢືນ​ບົດ​ບາດ​ສູນ​ການ​ໃນ​ປີ 2020 ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຜັນ​ແປ

ຍ​ສ​ໝ - ໃນ​ປີ 2020, ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ຍັ​ງ​ບໍ່​ເຄີຍ​ມີ​ມາ​ກ່ອນ, ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ​ສືບ​ຕໍ່​ໄດ້​ສະ​ແດງ ແລະ ຢັ້ງ​ຢືນ​ບົນ​ທຸກ​ແງ່​ມູນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.