ນັກ​ຊ່ຽວ​ຊາ​ນ​ລັດ​ເຊຍ​ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ພັດ​ທະ​ນາ​ຈະ​ເລີນ​ຮຸ່ງ​ເຮືອງ

15:03 | 30/03/2021

ຍ​ສ​ໝ - ພາຍຫຼັງ​ປະ​ຕິ​ບັດມາ​ເປັນ​ເວ​ລາ 10 ປີ, ນະ​ໂຍ​ບາຍ​ປ່ຽນ​ແປງ​ໃໝ່ ໄດ້​ນຳມາ​ເຊິ່ງ​ບັນ​ດາ​ຜົນ​ງານ​ຢ່າງ​ຈະ​ແຈ້ງ​ໃຫ້​ແກ່​ຫວຽດ​ນາມ ໂດຍ​ໄດ້​ນອນ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ນຳ​ໜ້າ​ໂລກ​ກ່ຽວ​ກັບ​ຄວາມ​ໄວ​ໃນການ​ເຕີບ​ໂຕ​ເສດ​ຖະ​ກິດ

ນ ກ ຊ ຽວ ຊາ ນ ລ ດ ເຊຍ ເຊ ອ ໝ ນ ວ າ ຫວຽດ ນາມ ຈະ ພ ດ ທະ ນາ ຈະ ເລ ນ ຮ ງ ເຮ ອງ ໜັງ​ສື​ພິມ ລັດ​ເຊຍ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜົນ​ງານ​ດ້ານ​ເສດ​ຖະ​ກິດ ແລະ ການ​ທູດ ຂອງ ຫວຽດ​ນາມ
ນ ກ ຊ ຽວ ຊາ ນ ລ ດ ເຊຍ ເຊ ອ ໝ ນ ວ າ ຫວຽດ ນາມ ຈະ ພ ດ ທະ ນາ ຈະ ເລ ນ ຮ ງ ເຮ ອງ ສື່ມວນ​ຊົນ​ລັດ​ເຊຍ​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ພັກ​ກອ​ມູ​ນິດ ຫວຽດ​ນາມ
ນ ກ ຊ ຽວ ຊາ ນ ລ ດ ເຊຍ ເຊ ອ ໝ ນ ວ າ ຫວຽດ ນາມ ຈະ ພ ດ ທະ ນາ ຈະ ເລ ນ ຮ ງ ເຮ ອງ
ທ່ານ ປ.ອ Evgeny Kobelev ອະ​ດີດ​ຮອງ​ປະ​ທານ​ຜູ້​ທີ ໜຶ່ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ລັດ​ເຊຍ - ຫວຽດ​ນາມ,

ທ່ານ ປ.ອ Evgeny Kobelev ອະ​ດີດ​ຮອງ​ປະ​ທານ​ຜູ້​ທີ ໜຶ່ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ລັດ​ເຊຍ - ຫວຽດ​ນາມ, ນັກຄົ້ນ​ຄ້​ວາ​ກ່ຽວ​ກັບ​ຫວຽດ​ນາມ​ ​ແຖວ​ໜ້າ​ຂອງ​ລັດ​ເຊຍ ຫາ​ກໍ່​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ - ເສັ້ນ​ທາງ​ໄປ​ສູ່​ຜົນ​ສຳ​ເລັດ​ໃໝ່.

ໃນ​ບົດ​ຂຽນ​ທ່ານ ປ.ອ Evgeny Kobelev ໃຫ້​ຮູ້​ວ່າ ກອງ​ປະ​ຊຸມ​ຄັ້ງ​ທີ VI ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ສ້າງ​ບາດ​ກ້າວ​ປະ​ຫວັດ​ສາດ​ຜ່ານ​ນະ​ໂຍ​ບາຍ​ປ່ຽນ​ແປງ​ໃໝ່ ເພື່ອ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ປະ​ສົບ​ຜົນ​ສຳ​ເລັດ, ຊ່ວຍ​ສ້າງ​ ສະ​ຖຽນ​ລະ​ພາບ​ໃນ​ສັງ​ຄົມ. ຜູ້​ຂຽນ​ຖື​ວ່າ ນະ​ໂຍ​ບາຍ​ດັ່ງ​ກ່າວ​ຕາມ​ຄວາມ​ຈິງ​ແລ້ວ, ພາຍຫຼັງ​ປະ​ຕິ​ບັດມາ​ເປັນ​ເວ​ລາ 10 ປີ, ນະ​ໂຍ​ບາຍ​ປ່ຽນ​ແປງ​ໃໝ່ ໄດ້​ນຳມາ​ເຊິ່ງ​ບັນ​ດາ​ຜົນ​ງານ​ຢ່າງ​ຈະ​ແຈ້ງ​ໃຫ້​ແກ່​ຫວຽດ​ນາມ ໂດຍ​ໄດ້​ນອນ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ນຳ​ໜ້າ​ໂລກ​ກ່ຽວ​ກັບ​ຄວາມ​ໄວ​ໃນການ​ເຕີບ​ໂຕ​ເສດ​ຖະ​ກິດ.

ໃນ​ໄລ​ຍະ 25 – 30 ປີ​ມານີ້, ຫວຽດ​ນາມ​ໄດ້ ແລະ ພວມ​ຮັກ​ສາ​ຄວາມ​ໄວ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ເປັນ​ປົກ​ກະ​ຕິ​, ແຕ່​ລະ​ປີ​ຢູ່​ລະ​ດັ​ບ 5 – 7%. ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19, ເສດ​ຖະ​ກິດ ຫວຽດ​ນາມ​ຍັງ​ບັນ​ລຸ​ຜົນ​ເປັນ​ບວກ ໃນ​ນັ້ນ ຍອດ​ຜະ​ບິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ຂອງ​ສ່ວນຫຼາຍ​ປະ​ເທດ​ມີ​ຜົນ​ເປັນ​ລົບ. ຫວຽດ​ນາມ​ໄດ້​ສຳ​ເລັດ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ, ເຊິ່ງ​ມີ​ຜູ້​ເສຍ​ຊີ​ວິດ​ພຽງ​ແຕ່ 35 ຄົນ​ໃນ​ປະ​ເທດ​ທີ່​ມີ​ປະ​ຊາ​ກອນເກືອບ 100 ລ້ານ​ຄົນ.

ສ່ວນ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ທ່ານ ປ.ອ Evgeny Kobelev ໄດ້​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ​ແມ່ນ​ໄດ້​ຮັບ​ການ​ຊຸກ​ຍູ້​ຈາກ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ນະ​ໂຍ​ບາຍ​ທາງ​ການ​ທູດຫຼາຍ​ຝ່າຍ, ຜ່ານ​ທຸກ​ຊ່ອງ​ທາງ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ.

ນັກ​ຊ່ຽວ​ຊານນີ້​ຍັງ​ຕີ​ລາ​ຄາ​ວ່າ ນະ​ໂຍ​ບາຍ​ທາງ​ການ​ທູດ​ມີ​ພາ​ລະ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ການ​ຮັກ​ສາ​ສັນ​ຕິ​ພາບ, ຮັກ​ສາ​ສະ​ຖຽນ​ລະ​ພາບຢູ່​ພາກ​ພື້ນ, ກໍ່​ຄື​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ. ຫວຽດ​ນາມ​ແມ່ນ​ປະ​ເທດ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ພາກ​ພື້ນ​ເກືອບ​ທັງ​ໝົດ, ໄດ້​ລົງ​ນາມ​ບັນ​ດາ​ສົນ​ທິ​ສັນ​ຍາ, ຖະ​ແຫຼງ​ການ​ກັບຫຼາຍ​ປະ​ເທດ​ໃນ​ໂລກ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢູ່ຫຼາຍ​ຮູບ​ການ​ທີ່​ແຕກ​ຕ່າງ​ກັນ. ຫວຽດ​ນາມ ໄດ້​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ 2 ຕຳ​ແໜ່ງຄວບ​ຄູ່​ນັ້ນ​ແມ່ນ ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແລະ ປະ​ທານ​ອາ​ຊຽນ ໃນ​ປີ 2020.

ທ່ານ ກໍ່​ເຊື່ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ທີ່​ສົດ​ໃສ​ໃຫ້​ແກ່​ຊົນ​ຊາດ​ຫວຽດ​ນາມ ແລະ ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ, ຫວຽດ​ນາມ ຈະ​ປະ​ຕິ​ບັດ​ໄດ້​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ​ກາຍ​ເປັນ​ປະ​ເທດ ຈະ​ເລີນ​ຮຸ່ງ​ເຮືອງ ແລະ ຜາ​ສຸກ ແລະ ຮອດ​ກາງ​ສະ​ຕະ​ວັດ​ທີ 21 ຫວຽດ​ນາມ ຈະ​ບັນ​ລຸ​ໄດ້​ເປົ້າ​ໝາຍ ກາຍ​ເປັນ​ປະ​ທານ​ພັດ​ທະ​ນາ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ.

ນ ກ ຊ ຽວ ຊາ ນ ລ ດ ເຊຍ ເຊ ອ ໝ ນ ວ າ ຫວຽດ ນາມ ຈະ ພ ດ ທະ ນາ ຈະ ເລ ນ ຮ ງ ເຮ ອງ ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - EU ແລະ ຜັນ​ຂະ​ຫຍາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ຍ​ສ​ໝ - ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫ​ວຽດ​ນາມ ແລະ Eu ຢັ້ງ​ຢຶນ​ໄດ້​ຈິດ​ໃຈ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ມິດ​ຕະ​ພາບ, ພ້ອມ​ກັນ​ແບ່ງ​ປັນ​ວິ​ໄສ​ທັ​ດ​ຍາວ​ນານ​ຂອງ​ທັງ​ສອງ​ຝ່າຍ​ໃນ​ການ​ຍົກ​ສູງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສອງ​ຝ່າຍ, ກໍ່​ຄື​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ຮ່ວມ​ມື, ພັດ​ທະ​ນາ​ຢູ່​ສອງ​ພາກ​ພື້ນ ແລະ ໃນ​ໂລກ

ນ ກ ຊ ຽວ ຊາ ນ ລ ດ ເຊຍ ເຊ ອ ໝ ນ ວ າ ຫວຽດ ນາມ ຈະ ພ ດ ທະ ນາ ຈະ ເລ ນ ຮ ງ ເຮ ອງ ໜັງ​ສື​ພິມ ລັດ​ເຊຍ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜົນ​ງານ​ດ້ານ​ເສດ​ຖະ​ກິດ ແລະ ການ​ທູດ ຂອງ ຫວຽດ​ນາມ

ຍ​ສ​ໝ - ຕາມ​ບົດ​ຂຽນ, ໃນ​ຈໍາ​ນວນ 30 ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ມີ​ຜົນ​ເປັນ​ບວກ​ໃນ​ປີ 2020, ຫວຽດ​ນາມ ພວມ​ພົ້ນ​ເດັ່ນ​ຂຶ້ນ​ດ້ວຍ​ລະ​ດັບ​ການ​ເຕີບ​ໂຕ​ເພີ່ມ​ຂຶ້ນ 2,9 %. ວົງ​ການ​ການ​ຄ້າ​ຂອງ ຫວຽດ​ນາມ​ໃນ​ໄລ​ຍະ​ແຕ່​ເດືອນ 1 – 11 ປີ 2020 ກໍ່​ເພີ່ມ​ຂຶ້ນ 3,6% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້, ບັນ​ລຸ​ໄດ້ 490 ຕື້ ...

ນ ກ ຊ ຽວ ຊາ ນ ລ ດ ເຊຍ ເຊ ອ ໝ ນ ວ າ ຫວຽດ ນາມ ຈະ ພ ດ ທະ ນາ ຈະ ເລ ນ ຮ ງ ເຮ ອງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຝ​ລັ່ງ​ໄດ້​ເປີດ​ຕົວ​ປຶ້ມ​ພາບ​ຖ່າຍ ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອ​ນ

ຍ​ສ​ໝ - ທ່ານ ຫງວຽນ​ແທັງ​ຕ່ອງ, ອະ​ດີດ​ຮອງ​ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ​ໄອ​ໄສ​ຢູ່​ຝ​ລັ່ງ​ຫາ​ກໍ່​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ປຶ້ມ​ພາບ​ຖ່າຍ “ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອນ”. ປຶ້ມ​ຫົວ​ນີ້ແມ່ນ​ບັນ​ດາ​ຄວາມ​ຊົງ​ຈຳ​ທີ່​ບໍ່​ອາ​ດ​ລົງ​ລືມ​ໄດ້​ກ່ຽວ​ກັບ​ການ​ຢ້ຽມ​ຢາມ, ລະ​ດົມ​ກຳ​ລັງ​ໃຈ​ຂອງ​ທະ​ຫານ ປະ​ຊາ​ຊົນຢູ່​ໝູ່​ເກາະ​ເຈື່ອງ​ຊາ ແລະ ເຮືອນ​ຮ້ານ DK1 ປີ 2016.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.