ຕຳຫຼວດປະຊາຊົນລາວ - ຫວຽດນາມ: ເຕັມໄປດ້ວຍນ້ຳໃຈມິດຕະພາບ

09:23 | 24/03/2021

ດ້ວຍພາບຖ່າຍ, ເອກະສານ ແລະ ວັດຖຸພັນທີ່ດີເດັນກວ່າ 300 ຢ່າງທີ່ໄດ້ສະສົມຈາກວັດຖຸພັນນັບຮ້ອຍຢ່າງທີ່ລ້ຳຄ່າ, ງານວາງສະແດງໄດ້ແນະນຳໂດຍສັງເຂບວິວັດທະການ 60 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນລາວ

ຕຳຫ ວດປະຊາຊ ນລາວ ຫວຽດນາມ ເຕ ມໄປດ ວຍນ ຳໃຈມ ດຕະພາບ ກຳປູເຈຍ ສັກວັກຊິນກັນໂຄວິດ-19 ໃຫ້ພະນັກງານການທູດ ຫວຽດນາມ
ຕຳຫ ວດປະຊາຊ ນລາວ ຫວຽດນາມ ເຕ ມໄປດ ວຍນ ຳໃຈມ ດຕະພາບ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນການສ້າງກົດໝາຍສາກົນ
ຕຳຫ ວດປະຊາຊ ນລາວ ຫວຽດນາມ ເຕ ມໄປດ ວຍນ ຳໃຈມ ດຕະພາບ
ຜູ້ແທນເຂົ້າຮ່ວມງານວາງສະແດງຢ້ຽມຢາມງານວາງສະແດງ. (ພາບ: ສະຖານທູດລາວປະຈຳຫວຽດນາມ)

ເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຕຳຫຼວດປະຊາຊົນລາວ; 60 ປີແຫ່ງວັນນັກຊ່ຽວຊານຕຳຫຼວດຫວຽດນາມ ປະຈຳລາວ; 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ,ກະຊວງຕຳຫຼວດລາວ; 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ລາວ. ຕອນເຊົ້າວັນທີ 19 ມີນາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດງານວາງສະແດງ “ຕຳຫຼວດປະຊາຊົນລາວ - ຫວຽດນາມ: ເຕັມໄປດ້ວຍນ້ຳໃຈມິດຕະພາບ”.

ດ້ວຍພາບຖ່າຍ, ເອກະສານ ແລະ ວັດຖຸພັນທີ່ດີເດັນກວ່າ 300 ຢ່າງທີ່ໄດ້ສະສົມຈາກວັດຖຸພັນນັບຮ້ອຍຢ່າງທີ່ລ້ຳຄ່າ, ງານວາງສະແດງໄດ້ແນະນຳໂດຍສັງເຂບວິວັດທະການ 60 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນລາວ; ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ສະໜິດຕິດພັນ ແລະ ການຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນລະຫວ່າງກຳລັງຕຳຫຼວດ 2 ປະເທດ ເປັນເວລາກວ່າເຄິ່ງສະຕະວັດແຫ່ງການຮ່ວມມື ແລະ ພັດທະນາ.

ຕຳຫ ວດປະຊາຊ ນລາວ ຫວຽດນາມ ເຕ ມໄປດ ວຍນ ຳໃຈມ ດຕະພາບ
ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເລເຕີ໊ນເຕີ໊ຍ

ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເລເຕີ໊ນເຕີ໊ຍ, ຢືນຢັນວ່າ.

“ນີ້ບໍ່ພຽງແຕ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ແທດຈິງເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກະຊວງຕຳຫຼວດລາວ, 60 ປີແຫ່ງວັນນັກຊ່ຽວຊານຕຳຫຼວດຫວຽດນາມ ປະຈຳລາວ ເທົ່ານັ້ນ, ຫາກຍັງແມ່ນການເຄື່ອນໄຫວຕອບບຸນແທນຄຸນບັນດາການອຸທິດສ່ວນຂອງກຳລັງຕຳຫຼວດປະຊາຊົນລາວ - ຫວຽດນາມ ໃນພາລະກິດປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ; ຜ່ານນັ້ນຍັງຊ່ວຍສຶກສາມູນເຊື້ອອຸດົມຄະຕິການປະຕິວັດໃຫ້ແກ່ລຸ້ນອະນາຄົດ; ປັບປຸງ, ພັດທະນາການພົວພັນຮ່ວມມື, ການຊ່ວຍເຫຼືອທີ່ເປັນມູນເຊື້ອຂອງກຳລັງຕຳຫຼວດ 2 ປະເທດ; ພັດທະນາສາຍພົວພັນອັນດີງາມ, ໝັ້ນຄົງໜັກແໜ້ນລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດລາວ - ຫວຽດນາມ ອີກດ້ວຍ.”

ຕຳຫ ວດປະຊາຊ ນລາວ ຫວຽດນາມ ເຕ ມໄປດ ວຍນ ຳໃຈມ ດຕະພາບ
ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. (ພາບ: ສະຖານທູດລາວປະຈຳຫວຽດນາມ)

ພາຍຫຼັງທີ່ໄດ້ທ່ຽວຊົມບັນດາຮູບພາບການເຄື່ອນໄຫວຂອງສອງກໍາລັງຕໍາຫຼວດລາວ-ຫວຽດນາມ, ຫວຽດ ນາມ-ລາວ ທີ່ນໍາມາວາງສະແດງແລ້ວ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມ ກໍໄດ້ສະແດງຄວາມຮູ້ສຶກຂອງຕົນ ແລະ ລົງນາມໃນປື້ມລະນຶກຄວາມຊົງຈໍາວ່າ:

ຕຳຫ ວດປະຊາຊ ນລາວ ຫວຽດນາມ ເຕ ມໄປດ ວຍນ ຳໃຈມ ດຕະພາບ
(ພາບ: ສະຖານທູດລາວປະຈຳຫວຽດນາມ)

“ຂ້າພະເຈົ້າຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມາຮ່ວມງານວາງສະແດງຄັ້ງນີ້ຈັດໂດຍກະຊວງຕຳຫຼວດຫວຽດນາມ ຊຶ່ງຢູ່ໃນທ່າມກາງຜົນສຳເລັດອັນຍິ່ງໃຫຍ່ຂອງກຳລັງຕຳຫຼວດປະຊາຊົນຫວຽດນາມ-ລາວ ໃນພາລະກິດປະຕິວັດ ກໍຄືພາລະກິດປ່ຽນແປງໃໝ່ໃນການສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ແລະ ລາວ. ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍອັນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີ, ການຮ່ວມມືມິດຕະພາບ ແລະ ມີປະສິດທິຜົນຂອງສອງກຳລັງຕຳຫຼວດປະຊາຊົນສອງປະເທດ ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນສະໜິດແໜ້ນຂອງສອງພັກ, ສອງລັດ, ສອງກໍາລັງ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ. ຕາງໜ້າງໃຫ້ສະຖານທູດ ສປປ ລາວ ປະຈຳ ຫວຽດນາມ ແລະ ປະຊາຊົນລາວ ທີ່ກຳລັງດຳລົງຊີວິດ, ກຳລັງສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ ຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດາສະຫາຍຕຳຫຼວດປະຊາຊົນຫວຽດນາມ ທີ່ໄດ້ຈັດກິດຈະກຳສະເຫຼີມສະຫຼອງຂຶ້ນໃນມື້ນີ້. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນພິເສດ ລາວ-ຫວຽດນາມ ຈົ່ງນັບມື້ນັບຂຽວສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

ຕຳຫ ວດປະຊາຊ ນລາວ ຫວຽດນາມ ເຕ ມໄປດ ວຍນ ຳໃຈມ ດຕະພາບ ຮັບກະແສການລົງທຶນໃໝ່-ຫວຽດນາມສຸມໃສ່ພັດທະນາອຸດສາຫະກຳໜູນຊ່ວຍຢູ່ລະດັບສູງກວ່າ

ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຟື້ນຟູຢ່າງແຮງໃນເດືອນ ກຸມພາ 2021.

ຕຳຫ ວດປະຊາຊ ນລາວ ຫວຽດນາມ ເຕ ມໄປດ ວຍນ ຳໃຈມ ດຕະພາບ ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອາເມລິກາ ກວ່າອີກ

2 ຝ່າຍໄດ້ເຫັນດີຕີລາຄາການພົວພັນລະຫວ່າງ 2 ປະເທດບັນລຸໄດ້ຫຼາຍບາດກ້າວສຳຄັນໃນທຸກຂົງເຂດ, ສືບຕໍ່ພັດທະນາຢ່າງສະຖຽນລະພາບ, ເຂົ້າສູ່ລວງເລິກ.

ຕຳຫ ວດປະຊາຊ ນລາວ ຫວຽດນາມ ເຕ ມໄປດ ວຍນ ຳໃຈມ ດຕະພາບ ສະຖານທູດຫວຽດນາມ ເຮັດວຽກກັບບັນດາຄູ່ຮ່ວມມືປະເທດໂຮນລັງ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ

ຍສໝ - ອາທິດທີ່ຜ່ານມາ, ທີ່ສະຖານທູດຫວຽດນາມ ປະຈຳໂຮນລັງ, ທ່ານເອກອັກຄະລັດຖະທູດ ຟ້າມຫວຽດແອງ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຜູ້ຕາງໜ້າ 6 ຄູ່ຮ່ວມມືຂອງໂຮນລັງ, ເຊິ່ງແມ່ນບັນດາສະມາຄົມ, ອົງການຈັດຕັ້ງ ແລະ ວິສາຫະກິດ ທີ່ມີການຮ່ວມມືຢ່າງແໜ້ນແຟ້ນກັບສະຖານທູດຫວຽດນາມ ໃນການຊຸກຍູ້ການຮ່ວມມືສອງຝ່າຍຫວຽດນາມ - ໂຮນລັງ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.