ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອາເມລິກາ ກວ່າອີກ

08:59 | 24/03/2021

2 ຝ່າຍໄດ້ເຫັນດີຕີລາຄາການພົວພັນລະຫວ່າງ 2 ປະເທດບັນລຸໄດ້ຫຼາຍບາດກ້າວສຳຄັນໃນທຸກຂົງເຂດ, ສືບຕໍ່ພັດທະນາຢ່າງສະຖຽນລະພາບ, ເຂົ້າສູ່ລວງເລິກ.

ເພ ມທະວ ການພ ວພ ນຄ ຮ ວມມ ຮອບດ ານລະຫວ າງຫວຽດນາມ ອາເມລ ກາ ກວ າອ ກ ລາວ: ອາເມລິກາ ສະໜັບສະໜູນໂຄງການອາຫານທ່ຽງ ໃນໂຮງຮຽນ 25 ລ້ານໂດລາ ໄລຍະ 5 ປີ
ເພ ມທະວ ການພ ວພ ນຄ ຮ ວມມ ຮອບດ ານລະຫວ າງຫວຽດນາມ ອາເມລ ກາ ກວ າອ ກ FBI (ສະຫະລັດອາເມລິກາ) ແລກປ່ຽນປະສົບການກັບກະຊວງຕຳຫຼວດຫວຽດນາມ
ເພ ມທະວ ການພ ວພ ນຄ ຮ ວມມ ຮອບດ ານລະຫວ າງຫວຽດນາມ ອາເມລ ກາ ກວ າອ ກ
ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທັງເຊີນ (ພາບ: VOV)

ວັນທີ 22 ມີນາ, ກ່າວຄຳເຫັນທີ່ການໂອ້ລົມທາງໂທລະສັບກັບທ່ານ Krut Campbell, ຜູ້ປະສານງານພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ ຂຶ້ນກັບສະພາຄວາມໝັ້ນຄົງແຫ່ງຊາດອາເມລິກາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ຢືນຢັນແນວທາງພົວພັນກັບຕ່າງປະເທດເອກະລາດເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດຂອງຫວຽດນາມ ເປັນຫຼາຍຝ່າຍຫຼາຍແບບ, ຖືການພັດທະນາການພົວພັນກັບອາເມລິກາ ເປັນສຳຄັນ; ພ້ອມທັງສະແດງຄວາມກຽມພ້ອມຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ສ່ວນທ່ານ Krut Campbell ຢືນຢັນວ່າ, ອາເມລິກາ ສືບຕໍ່ຖືການພົວພັນກັບຫວຽດນາມ ເປັນສຳຄັນ; ປາດຖະໜາວ່າ 2 ຝ່າຍຈະຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກໃນບັນດາກົນໄກພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍໄດ້ເຫັນດີຕີລາຄາການພົວພັນລະຫວ່າງ 2 ປະເທດບັນລຸໄດ້ຫຼາຍບາດກ້າວສຳຄັນໃນທຸກຂົງເຂດ, ສືບຕໍ່ພັດທະນາຢ່າງສະຖຽນລະພາບ, ເຂົ້າສູ່ລວງເລິກ; ຢືນຢັນວ່າ ດ້ວຍພື້ນຖານການພົວພັນເຊິ່ງ 2 ຝ່າຍໄດ້ມານະພະຍາຍາມກໍ່ສ້າງໃນຫຼາຍປີຜ່ານມາ ແລະ ບົນພື້ນຖານ, ຫຼັກການ “ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ”, ການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ໄດ້ຮັບການພັດທະນາຢ່າງແຮງກວ່າອີກ.

ເພ ມທະວ ການພ ວພ ນຄ ຮ ວມມ ຮອບດ ານລະຫວ າງຫວຽດນາມ ອາເມລ ກາ ກວ າອ ກ ລາວ: ອາເມລິກາ ສະໜັບສະໜູນໂຄງການອາຫານທ່ຽງ ໃນໂຮງຮຽນ 25 ລ້ານໂດລາ ໄລຍະ 5 ປີ

ອົງການອາຫານໂລກ ໄດ້ຮັບທຶນຈາກກະຊວງກະສິກຳ ສະຫະລັດອາເມລິກາ ຈຳນວນ 25 ລ້ານ ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການ ອາຫານທ່ຽງ ໃນໂຮງຮຽນ ຢູ່ ສປປ ລາວ ພາຍໃຕ້ແຜນງານແມັກໂກເວີນໂດ (McGovern-Dole) ເປັນໄລຍະເວລາ 5 ປີ (2021-2025).

ເພ ມທະວ ການພ ວພ ນຄ ຮ ວມມ ຮອບດ ານລະຫວ າງຫວຽດນາມ ອາເມລ ກາ ກວ າອ ກ FBI (ສະຫະລັດອາເມລິກາ) ແລກປ່ຽນປະສົບການກັບກະຊວງຕຳຫຼວດຫວຽດນາມ

ຍສໝ - ແຕ່ວັນທີ 8-12 ມີນາ 2021, ທີ່ສຳນັກງານກົມການຕ່າງປະເທດ, ກະຊວງຕຳຫຼວດ ໄດ້ປະສານສົມທົບກັບອົງການສືບສວນຂອງ ສະຫະລັດອາເມລິກາ (FBI) ເພື່ອຈັດກອງປະຊຸມສຳມະນາທາງອອນລາຍ ເພື່ອຍົກສູງຄວາມສາມາດຂອງກຳລັງຕຳຫຼວດໃນການປ້ອງກັນ, ຕ້ານອາດຊະຍາກຳ ຂອງຫວຽດນາມເວົ້າສະເພາະ ແລະ ປະເທດອື່ນໆເວົ້າລວມ.

ເພ ມທະວ ການພ ວພ ນຄ ຮ ວມມ ຮອບດ ານລະຫວ າງຫວຽດນາມ ອາເມລ ກາ ກວ າອ ກ ຫວຽດນາມ ໃຫ້ຄຳເຫັນກ່ຽວກັບປື້ມແນະນຳກ່ຽວກັບຍຸດທະສາດຄວາມໝັ້ນຄົງແຫ່ງຊາດຊົ່ວຄາວ ຂອງສະຫະລັດອາເມລິກາ

ຍສໝ - ເມື່ອບໍ່ດົນມານີ້, ທີ່ກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລຖິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບຄຳຖາມຂອງນັກຂ່າວ ເພື່ອໃຫ້ຄຳເຫັນກ່ຽວກັບ “ປື້ມແນະນຳກ່ຽວກັບຍຸດທະສາດຄວາມໝັ້ນຄົງແຫ່ງຊາດຊົ່ວຄາວ ຂອງສະຫະລັດອາເມລິກາ".

vovworld.vn

ເຫດການ
302 Found

Found

The document has moved here.