ສະຖານທູດຫວຽດນາມ ເຮັດວຽກກັບບັນດາຄູ່ຮ່ວມມືປະເທດໂຮນລັງ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ

18:00 | 23/03/2021

ຍສໝ - ອາທິດທີ່ຜ່ານມາ, ທີ່ສະຖານທູດຫວຽດນາມ ປະຈຳໂຮນລັງ, ທ່ານເອກອັກຄະລັດຖະທູດ ຟ້າມຫວຽດແອງ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຜູ້ຕາງໜ້າ 6 ຄູ່ຮ່ວມມືຂອງໂຮນລັງ, ເຊິ່ງແມ່ນບັນດາສະມາຄົມ, ອົງການຈັດຕັ້ງ ແລະ ວິສາຫະກິດ ທີ່ມີການຮ່ວມມືຢ່າງແໜ້ນແຟ້ນກັບສະຖານທູດຫວຽດນາມ ໃນການຊຸກຍູ້ການຮ່ວມມືສອງຝ່າຍຫວຽດນາມ - ໂຮນລັງ.

ສະຖານທ ດຫວຽດນາມ ເຮ ດວຽກກ ບບ ນດາຄ ຮ ວມມ ປະເທດໂຮນລ ງ ເພ ອຊ ກຍ ການຮ ວມມ ສອງຝ າຍ ປະຊາຄົມຊາວຫວຽດນາມຢູ່ ພູເກັດ (ປະເທດໄທ) ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ
ສະຖານທ ດຫວຽດນາມ ເຮ ດວຽກກ ບບ ນດາຄ ຮ ວມມ ປະເທດໂຮນລ ງ ເພ ອຊ ກຍ ການຮ ວມມ ສອງຝ າຍ ສະຖານທູດຫວຽດນາມ ເພີ່ມທະວີການຮ່ວມມືກັບມະຫາວິທະຍາໄລ FHNW ປະເທດສະວິດເຊີແລນ

ໂດຍສະເພາະໃນປີ 2020, ເຖິງວ່າຈະມີຜົນກະທົບຈາກການລະບາດຂອງພະຍາດ COVID, ບັນດາຄູ່ຮ່ວມງານເຫຼົ່ານີ້ ໄດ້ຮ່ວມມືຢ່າງໃກ້ຊິດ ແລະ ມີປະສິດທິຜົນກັບສະຖານທູດຫວຽດນາມ ປະຈຳໂຮນລັງ ໃນການຈັດກິດຈະກຳ ດ້ວຍຮູບການຖ່າຍທອດສົດຫຼາຍຢ່າງ ເພື່ອສົ່ງເສີມການຄ້າ ແລະ ການລົງທືນລະຫວ່າງຊຸມຊົນຮ່ວມມື ແລະ ບັນດາກະຊວງ, ສາຂາ ແລະ ທ້ອງຖິ່ນຂອງທັງສອງປະເທດ.

ສະຖານທ ດຫວຽດນາມ ເຮ ດວຽກກ ບບ ນດາຄ ຮ ວມມ ປະເທດໂຮນລ ງ ເພ ອຊ ກຍ ການຮ ວມມ ສອງຝ າຍ
ສະຖານທູດຫວຽດນາມ ເຮັດວຽກກັບບັນດາຄູ່ຮ່ວມມືປະເທດໂຮນລັງ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ. (ພາບ: baoquocte)

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫວຽດແອງ ໄດ້ທົບທວນບາງບັນຫາທີ່ສຳຄັນ ຂອງການຮ່ວມມືຫວຽດນາມ - ໂຮນລັງ ໃນປີທີ່ຜ່ານມາ ແລະ ສະເໜີບາງທິດທາງເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ເປັນຕົ້ນເຊັ່ນ: ການຮັບມືຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ, ການເສດຖະກິດຢ່າງໝູນວຽນ, ການນຳເຂົ້າ - ສົ່ງອອກ, ການເດີນເຮືອທະເລ, ການຂົນສົ່ງ, ການສຶກສາ ແລະ ກະສິກຳເຕັກໂນໂລຢີສູງ...

ທ່ານເອກອັກຄະລັດຖະທູດ ຟ້າມຫວຽດແອງ ໄດ້ໃຊ້ເວລາສ່ວນຫຼາຍ ເພື່ອຮັບຟັງບັນດາຄູ່ຮ່ວມມືຂອງຄູ່ຮ່ວມມື ໃນການແລກປ່ຽນກ່ຽວກັບສະພາບການປະຕິບັດງານ ແລະ ຂໍ້ສະດວກຕ່າງໆໃນເວລາເຮັດວຽກກັບຝ່າຍຫວຽດນາມ ເພື່ອໃຫ້ສອງຝ່າຍສາມາດຊອກຫາສຽງເວົ້າລວມ, ຜ່ານຜ່າອຸປະສັກ, ກີດຂວາງ, ສືບຕໍ່ດຳເນີນຢ່າງສະດວກດີ.

ຜ່ານການແລກປ່ຽນ, ບັນດາຄູ່ຮ່ວມມືໂຮນລັງ ສືບຕໍ່ຕີລາຄາຫວຽດນາມແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ, ແມ່ນໜຶ່ງໃນສາມຄູ່ຮ່ວມມືທີ່ສຳຄັນທີ່ສຸດຂອງໂຮນລັງໃນພາກພື້ນອາຊຽນ ແລະ ສະແດງໃຫ້ເຫັນຄວາມທີ່ຈິງໃຈ ແລະ ການຮັກສາການກໍ່ສ້າງຫລາຍໂຄງການເພື່ອສະໜັບສະໜູນທຸລະກິດ ແລະ ການລົງທືນ.

ສະຖານທ ດຫວຽດນາມ ເຮ ດວຽກກ ບບ ນດາຄ ຮ ວມມ ປະເທດໂຮນລ ງ ເພ ອຊ ກຍ ການຮ ວມມ ສອງຝ າຍ

ທ່ານເອກອັກຄະລັດຖະທູດ ຟ້າມຫວຽດແອງ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຜູ້ຕາງໜ້າ 6 ຄູ່ຮ່ວມມືຂອງໂຮນລັງ. (ພາບ: baoquocte)

ການພົບປະລະຫວ່າງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໂຮນລັງ ແລະ ຄູ່ຮ່ວມງານປະເທດໂຮນລັງ ແມ່ນມີຄວາມພະຍາຍາມທີ່ໜ້າປະທັບໃຈຂອງທັງສອງຝ່າຍ, ຜ່ານເຫດການນີ້, ບັນດາຄູ່ຮ່ວມມືໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງຫວຽດນາມໃນປີ 2020 ແລະສະແດງຄວາມຫວັງດີ ຕໍ່ແງ່ຫວັງການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ແລະ ໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັບທ່ານເອກອັກຄະລັດຖະທູດຫວຽດນາມ ໃນການຈັດຕັ້ງການເຄື່ອນໄຫວ ແລະ ເຊື່ອມຕໍ່ບັນດາອົງການ, ສ່ວນບຸກຄົນ ແລະ ວິສາຫະກິດສອງປະເທດຊຸກຍູ້ການຮ່ວມມືດ້ານເສດຖະກິດສອງຝ່າຍ, ລະດົມບັນດາເຈົ້າໜ້າທີ່ ແລະ ລັດຖະສະພາໂຮນລັງ ໃຫ້ເຊັນອະນຸມັດສັນຍາການລົງທຶນຫວຽດນາມ - ອີຢູ ໂດຍໄວ.

ສະຖານທ ດຫວຽດນາມ ເຮ ດວຽກກ ບບ ນດາຄ ຮ ວມມ ປະເທດໂຮນລ ງ ເພ ອຊ ກຍ ການຮ ວມມ ສອງຝ າຍ ແລກປ່ຽນເນື້ອໃນຮ່ວມມືໃນຂົງເຂດການຄ້າ, ພະລັງງານແບບຍືນຍົງ ແລະເສດຖະກິດໝູນວຽນລະຫວ່າງສອງປະເທດ ຫວຽດນາມ ແລະ ໂຮນລັງ

ຍສໝ - ໂຮນລັງ ປາດຖະໜາຢາກເພີ່ມທະວີການສົມທົບກັບກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃນບັນດາຂົງເຂດເສດຖະກິດໝູນວຽນຄືຈັດຕັ້ງການເຈລະຈາ, ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນເພື່ອພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດດັ່ງກ່າວກວ່າອີກ.

ສະຖານທ ດຫວຽດນາມ ເຮ ດວຽກກ ບບ ນດາຄ ຮ ວມມ ປະເທດໂຮນລ ງ ເພ ອຊ ກຍ ການຮ ວມມ ສອງຝ າຍ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ມີການໂອ້ລົມສົນທະນາທາງໂທລະສັບ ກັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມ ໄດ້ຖືໂຮນລັງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືນຳໜ້າ ໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາກະສິກຳ ແບບຍືນຍົງ.

ສະຖານທ ດຫວຽດນາມ ເຮ ດວຽກກ ບບ ນດາຄ ຮ ວມມ ປະເທດໂຮນລ ງ ເພ ອຊ ກຍ ການຮ ວມມ ສອງຝ າຍ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຮນ​ລັງ, ແບນ​ຊິກ ແລະ ບັນ​ດາ​ນັກ​ລົງ​ທຶນ​ເອີ​ລົບ

ຍ​ສ​ໝ - ທ່ານ​ນາງ Elsbeth Akkerman ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຮນຫຼັງ ຢັ້ງ​ຢືນ​ວ່າ ລັດ​ຖະ​ບານ ໂຮນຫຼັງ ສະ​ໜັບ​ສະ​ໜູ​ນ​ໂຄງ​ການ​ນີ້, ສະ​ແດງ​ໃຫ້​ເຫັນ​ຜ່ານ​ເລື່ອງ​ທະ​ນາ​ຄານ​ພັດ​ທະ​ນາ​ໂຮນຫຼັງ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ປະ​ກອບ​ສ່ວນ 10% ເງິ​ນ​ລົງ​ທຶນ​ໂຄງ​ການ.

ຄຳຮຸ່ງ

302 Found

Found

The document has moved here.