ຄະນະສິລະປະມະຫາວິທະຍາໄລວັດທະນະທຳສິລະປະດົນຕີ ກອງທັບປະຊາຊົນຫວຽດນາມ ສືບຕໍ່ເຄື່ອນໄຫວການສະແດງ ຢູ່ແຂວງວຽງຈັນ

15:04 | 29/11/2019

ຍສໝ - ໃນຄໍ່າຄືນຂອງວັນທີ 25 ພະຈິກນີ້, ຄະນະສິລະປະມະຫາວິທະຍາໄລວັດທະນະທໍາສິລະປະດົນຕີກອງທັບປະຊາຊົນຫວຽດນາມ ໄດ້ສືບຕໍ່ເຄື່ອນໄຫວ ສະແດງຮັບໃຊ້ຢູ່ກອງບັນຊາການທະຫານແຂວງວຽງຈັນ.

ເຂົ້າຮ່ວມພິທີ ມີສະຫາຍ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເຈົ້າແຂວງໆ ວຽງຈັນ; ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ກໍາມະການພັກແຂວງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງວຽງຈັນ, ມີການນໍາແຂວງ, ການນໍາທະຫານແຂວງ, ພະນັກງານ-ນັກຮົບທົ່ວທະຫານແຂວງ, ພ້ອມດ້ວຍມວນຊົນຊາວແຂວງວຽງຈັນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ສະຫາຍ ພັນເອກ ຄໍາເຄນ ອຸດຕະມາ ຫົວໜ້າການເມືອງທະຫານແຂວງວຽງຈັນ ໄດ້ກ່າວວ່າ: ລາວ-ຫວຽດນາມ ແມ່ນສອງປະເທດອ້າຍນ້ອງ, ມີຄວາມສາມັກຄີຮັກແພງກັນ, ມີນໍ້າໃນເອື້ອເຟື້ອເພື່ອແຜ່, ຊ່ວຍເຫຼືຶອເຊິ່ງກັນ ແລະ ກັນ ມາແຕ່ດົນນານ, ເຄີຍຮ່ວມສຸກຮ່ວມທຸກ ກາຍເປັນສາຍສໍາພັນສູ້ຮົບທີ່ບໍລິສຸດຜຸດຜ່ອງ, ຄວາມສາມັກຄີພິເສດທີ່ຫາຍາກຢູ່ໃນໂລກ, ເຊິ່ງການມາຢ້ຽມຢາມ ແລະ ສະແດງມິດຕະພາບຂອງຄະນະສິລະປະມະຫາວິທະຍາໄລ ສິລະປະດົນຕີກອງທັບປະຊາຊົນຫວຽດນາມໃນຄັ້ງນີ້, ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສ້າງບັນຍາກາດເບີກບານມ່ວນຊື່ນ, ປຸກລະດົມຊຸກຍູ້ກຳລັງໃຈພະນັກງານ-ນັກຮົບ ກໍຄືມວນຊົນຊາວແຂວງວຽງຈັນ ຂອງພວກເຮົາ, ທັງເປັນການແລກປ່ຽນທາງດ້ານວັດທະນະທໍາ, ສິລະປະວັນນະຄະດີ ແລະ ເປັນການປະກອບສ່ວນ ເພີ່ມພູນຄູນສ້າງຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ - ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງຂຶ້ນ.

ເຊີ່ງການສະແດງແຕ່ລະລາຍການທີ່ນໍາມາສະແດງ ລ້ວນແຕ່ໄດ້ສ້າງຄວາມເບີກບານມ່ວນຊື່ນ ແລະ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມເປັນຢ່າງດີ. ພາຍຫຼັງສຳເລັດການສະແດງແລ້ວ, ຄະນະນໍາແຂວງ ແລະ ຄະນະນໍາກອງບັນຊາການທະຫານແຂວງວຽງຈັນ ກໍໄດ້ມອບກະຕ່າດອກໄມ້ ຊົມເຊີຍ ແລະ ຖ່າຍຮູບຮ່ວມກັນກັບຄະນະ.

ຄະນະສິລະປະມະຫາວິທະຍາໄລວັດທະນະທຳສິລະປະດົນຕີ ກອງທັບປະຊາຊົນຫວຽດນາມ ສືບຕໍ່ເຄື່ອນໄຫວການສະແດງ ຢູ່ແຂວງວຽງຈັນ

ພິທີວັດທະນະທໍາສິລະປະດົນຕີກອງທັບປະຊາຊົນຫວຽດນາມ ຢູ່ແຂວງວຽງຈັນ. (ພາບ: Lao's Army News)

ກ່ອນໜ້ານີ້, ວັນທີ 24 ພະຈິກ, ຄະນະສິລະປະດັ່ງກ່າວຍັງໄດ້ພົບປະຄະນະພັກ - ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ ໂດຍມີ ສະຫາຍ ພັນເອກ ຄໍາເຄນ ອຸດຕະມາ ຫົວໜ້າການເມືອງທະຫານ ແຂວງວຽງຈັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ, ເຊິ່ງສະຫາຍພັນເອກຄໍາເຄນອຸດຕະມາ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມສະແດງມິດຕະພາບຢູ່ແຂວງວຽງຈັນ ເນື່ອງໃນໂອກາດສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຄົບຮອບ 75 ປີ ແລະ ວັນທະຫານອາ ສະໝັກ ແລະ ຊ່ຽວຊານຫວຽດ ນາມຄົບຮອບ 70 ປີ.

ພ້ອມທັງໄດ້ລາຍງານໃຫ້ຮູ້ສະພາບທີີ່ຕັ້ງ, ພາລະບົດບາດໜ້າທີ່ການເມືອງ ຂອງກອງບັນຊາການ, ຍົກໃຫ້ເຫັນສາຍພົວພັນຮ່ວມມືມິດຕະພາບສອງກອງທັບປະຊາຊົນ ລາວ - ຫວຽດນາມ ເວົ້າລວມ, ໂດຍສະເພາະລະຫວ່າງກອງບັນຊາການທະຫານແຂວງວຽງຈັນ ກັບກອງບັນຊາການທະຫານແຂວງເຫງະອານ, ທະຫານເຂດ 4 ແລະ ບໍລິສັດ ໂກເອໂກ ສສ ຫວຽດນາມ, ເຊິ່ງໄດ້ແຮກສ່ຽວກັນມາເປັນເວລາ 10 ກວ່າປີ, ມີການໄປມາຫາສູ່, ພົບປະແລກປ່ຽນບົດຮຽນຂົງເຂດວຽກງານຕ່າງໆ, ເມື່ອຮອດວັນສໍາຄັນ ຂອງລາວຫຼືຫວຽດນາມຕ່າງຝ່າຍກໍໄດ້ໄປອວຍພອນເຊິ່ງກັນ ແລະ ກັນເປັນປົກກະຕິ ແລະ ໃນຊຸມປີຜ່ານມາກອງທັບປະຊາຊົນຫວຽດນາມ ຍັງໄດ້ຊ່ວຍເຫຼືອລ້າກໍ່ສ້າງໂຮງໝໍ 30 ຕຽງພ້ອມອຸປະກອນການແພດຄົບຊຸດແກ່ທະຫານແຂວງວຽງຈັນຕື່ມອີກ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.