ຄວາມສະໜິດຕິດພັນຫວຽດນາມ-ລາວ

16:02 | 18/12/2020

ເພື່ອປະຕິບັດການຊີ້ນໍາຂອງພັກ, ລັດ, ໄລຍະ 2016-2020, ແຂວງເງະອານ ໄດ້ນໍາໃຊ້ງົບປະມານຫຼາຍກວ່າ 500 ຕື້ດົ່ງເພື່ອຊ່ວຍເຫຼືອແຂວງຕ່າງໆຂອງເພື່ອນມິດລາວ. 

ຄວາມສະໜ ດຕ ດພ ນຫວຽດນາມ ລາວ ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ທ່ານ Jaime Chomali ເອກອັກຄະລັດຖະທູດຈີເລ ປະຈໍາ ຫວຽດນາມ
ຄວາມສະໜ ດຕ ດພ ນຫວຽດນາມ ລາວ ພິ​ທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ
ຄວາມສະໜ ດຕ ດພ ນຫວຽດນາມ ລາວ
ພາບປະກອບ

ນອກຈາກນັ້ນ, ແຂວງເງະອານ ກໍ່ສືບຕໍ່ຈັດແບ່ງເງິນລົງທຶນໃຫ້ 27 ຕາແສງທີ່ຢູ່ຕິດກັບຊາຍແດນລາວ ຈາກແຫຼ່ງທຶນໂຄງການລົງທຶນບັນດາຕາແສງຊາຍແດນຕາມຂໍ້ຕົກລົງເລກທີ 160/2007/ຕລ.ນຍ ຂອງນາຍົກລັດຖະມົນຕີກ່ຽວກັບການອະນຸມັດຜ່ານແຜນຮ່າງພັດທະນາເສດຖະກິດ-ສັງຄົມຂອງບັນດາຕາແສງຊາຍແດນຫວຽດນາມ-ລາວ.

ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບຄະນະກໍາມະການອໍານາດການປົກຄອງເມືອງຈໍາພອນ, ແຂວງບໍລິຄໍາໄຊ, ສປປ ລາວ ກໍ່ສ້າງສຸກສາລາແພດທະຫານ-ສຸຂາພິບານປະຊາຊົນຢູ່ບ້ານໜຶ່ງ, ນໍ້າອອນ, ເມືອງໄຊຈໍາພອນ ດ້ວຍຍອດເງິນລົງທຶນກໍ່ສ້າງຂຶ້ນເຖິງ 14,9 ຕື້ດົ່ງ.

ການເຄື່ອນໄຫວລົງທຶນ, ຜະລິດ, ດໍາເນີນທຸລະກິດຂອງວິສາຫະກິດແຂວງເງະອານຢູ່ລາວ ສືບຕໍ່ໄດ້ຮັບການຍູ້ແຮງ. ແຂວງເງະອານ ໄດ້ຊີ້ນໍາເພີ່ມທະວີການສ້າງເງື່ອນໄຂສະດວກ ແລະສົ່ງເສີມໃຫ້ວິສາຫະກິດທີ່ສັງກັດຢູ່ທຸກພາກສ່ວນເສດຖະກິດ, ບັນດາທ້ອງຖິ່ນຢູ່ເສັ້ນຊາຍແດນລົງທຶນ, ຮ່ວມມືນໍາກັນບົນພື້ນຖານຄວາມສາມາດບົ່ມຊ້ອນ, ທ່າແຮງ, ຄວາມຕ້ອງການຂອງແຕ່ລະຝ່າຍຕາມກົດໝາຍສອງປະເທດ.

ໃນໄລຍະຜ່ານມາ, ສະພາບຝົນຕົກ, ນ້ຳຖ້ວມໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງພາກກາງ ແລະພາກໃຕ້ຂອງລາວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືກໍາລັງປະຕິບັດໜ້າທີ່ການຄຸ້ມຄອງ, ປ້ອງກັນຊາຍແດນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຕົ້ນເດືອນ ທັນວາ ຜ່ານມາ, ດ້ວຍຈິດໃຈ “ແບ່ງທຸກແບ່ງສຸກນຳກັນ”, ຢູ່ດ່ານສາກົນເກົ່າແຈວ, ແຂວງຮ່າຕີ໋ງ, ໂດຍໄດ້ຮັບການມອບສິດຈາກກອງບັນຊາການທະຫານຊາຍແດນຫວຽດນາມ, ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ ໄດ້ຈັດຕັ້ງພິທີມອບເຂົ້າສານ 75 ໂຕນ, ດ້ວຍຍອດມູນຄ່າ 1,5 ຕື້ດົ່ງໃຫ້ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ກົມໃຫຍ່ຕໍາຫຼວດ, ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບລາວ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກນໍ້າຖ້ວມ.

ໃນຊຸມປີມໍ່ໆມານີ້, ແຂວງເຊີນລາ ຈາກການແຮກສ່ຽວໂດຍກົງກັບ 2 ແຂວງທີ່ມີຊາຍແດນຕິດກັບນັ້ນແມ່ນຫົວພັນ ແລະຫຼວງພະບາງ ແລະຍັງໄດ້ເປີດກວ້າງການແຮກສ່ຽວກັບ 6 ແຂວງອື່ນຢູ່ພາກເໜືອຂອງລາວຕື່ມອີກ. ແຕ່ລະປີ, ແຂວງເຊີນລາ ໄດ້ປະຕິບັດການໜູນຊ່ວຍ, ມອບກິດຈະການກໍ່ສ້າງໂຮງຮຽນ, ຫໍວັດທະນະທໍາໃຫ້ບັນດາທ້ອງຖິ່ນລາວ ດ້ວຍມູນຄ່ານັບສິບຕື້ດົ່ງ. ໃນ 3 ປີຜ່ານມາ, ພະນັກງານ, ທະຫານຊາຍແດນ, ຕໍາຫຼວດລາວນັບຮ້ອຍຄົນໄດ້ບໍາລຸງສ້າງ, ຍົກສູງຄວາມຮູ້ຢູ່ຕາມຮາກຖານກໍ່ສ້າງຂອງແຂວງເຊີນລາ. ນີ້ແມ່ນແຫຼ່ງຊັບພະຍາກອນມະນຸດທີ່ສໍາຄັນເພື່ອຊ່ວຍເພື່ອນມິດປັບປຸງ, ສ້າງອຳນາດການປົກຄອງ ແລະຮັດແໜ້ນນໍ້າໃຈສາມັກຄີລະຫວ່າງປະຊາຊົນຢູ່ສອງຟາກຊາຍແດນ ແລະລະຫວ່າງສອງປະເທດ.

ຄວາມສະໜ ດຕ ດພ ນຫວຽດນາມ ລາວ ທະຫານຊາຍແດນ ສປປ.ລາວ ໄດ້ຈັດພິທີຮັບຂອງຂວັນຊ່ວຍເຫຼືອຈາກ ສສ.ຫວຽດນາມ

ໃນວັນທີ 15 ທັນວານີ້, ຢູ່ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຂອງກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມທີ່ໄດ້ນຳເອົາເຄື່ອງບໍລິໂພກປະ ເພດເຂົ້າສານ(ເຂົ້າຈ້າວ) ຈຳນວນ 25 ໂຕນ.

ຄວາມສະໜ ດຕ ດພ ນຫວຽດນາມ ລາວ ຫວຽດ​ນາມ: ດຳເນີນການສັກ ວັກຊິນກັນໂຄວິດ - 19 ທົດລອງເຂັມທຳອິດໃຫ້ແກ່ຜູ້ອາສາສະໝັກ

ຍສໝ - ໃນຕອນເຊົ້າວັນທີ 17 ທັນວາ 2020, ຢູ່ຮ່າໂນ້ຍ, ວິທະຍາຄານເສນາຮັກ ໄດ້ດຳເນີນການສັກ ວັກຊິນກັນໂຄວິດ - 19 ທົດລອງເຂັມທຳອິດໃຫ້ແກ່ຜູ້ອາສາສະໝັກ.

ຄວາມສະໜ ດຕ ດພ ນຫວຽດນາມ ລາວ ຫວຽດນາມ ຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບພະຍາດໂຄວິດ-19

ຍສໝ - ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບໂຄງການພັດທະນາ ສປຊ ຢູ່ຫວຽດນາມ ຈັດຕັ້ງກອງປະຊຸມສໍາມະນາກ່ຽວກັບການຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບພະຍາດໂຄວິດ-19.

ໄຊພອນ

ເຫດການ
302 Found

Found

The document has moved here.