ການພົວພັນດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ ຫວຽດນາມ-ລາວ

10:33 | 22/01/2021

ຍສໝ - ລາວ - ຫວຽດນາມພວມສືບຕໍ່ຜັນຂະຫຍາຍອະນຸສັນຍາ ແລະແຜນການຮ່ວມມືປະຈໍາປີ, ສຸມໃສ່ຂົງເຂດຕ່າງໆ ເປັນຕົ້ນຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການສົມທົບກັນລະຫວ່າງບັນດາກໍາລັງຄຸ້ມຄອງ ແລະປົກປັກຮັກສາຊາຍແດນສອງປະເທດ ລາວ - ຫວຽດນາມ ໃນການປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດປະເພດຕ່າງໆ...

ການພ ວພ ນດ ານປ ອງກ ນຊາດແມ ນໜ ງໃນບ ນດາເສ າຄ າສ າຄ ນໃນການພ ວພ ນລະຫວ າງສອງປະເທດ ຫວຽດນາມ ລາວ ການຮ່ວມມືຂອງກໍາລັງຕໍາຫຼວດສອງປະເທດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ-ລາວ
ການພ ວພ ນດ ານປ ອງກ ນຊາດແມ ນໜ ງໃນບ ນດາເສ າຄ າສ າຄ ນໃນການພ ວພ ນລະຫວ າງສອງປະເທດ ຫວຽດນາມ ລາວ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ​ນັບ​ມື້​ນັບ​ພິ​ເສດ​ໃນ​ໂລກ​ລະ​ບາດ​ໂຄວິດ - 19
ການພ ວພ ນດ ານປ ອງກ ນຊາດແມ ນໜ ງໃນບ ນດາເສ າຄ າສ າຄ ນໃນການພ ວພ ນລະຫວ າງສອງປະເທດ ຫວຽດນາມ ລາວ
ບັນຍາກາດທີ່ການຕ້ອນຮັບ. ພາບ: bienphong

ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ ສສ.ຫວຽດນາມ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ແບ່ງປັນບົດຮຽນ, ໜູນຊ່ວຍເພື່ອແນໃສ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານເອກອັກຄະລັດຖະທູດ ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ.

ທີ່ການຕ້ອນຮັບ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ຢັ້ງຢືນວ່າການພົວພັນດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ ລາວ - ຫວຽດນາມ. ລາວ - ຫວຽດນາມພວມສືບຕໍ່ຜັນຂະຫຍາຍອະນຸສັນຍາ ແລະແຜນການຮ່ວມມືປະຈໍາປີ, ສຸມໃສ່ຂົງເຂດຕ່າງໆ ເປັນຕົ້ນຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການສົມທົບກັນລະຫວ່າງບັນດາກໍາລັງຄຸ້ມຄອງ ແລະປົກປັກຮັກສາຊາຍແດນສອງປະເທດ ລາວ - ຫວຽດນາມ ໃນການປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດປະເພດຕ່າງໆ, ການຄ້າເຖື່ອນ, ການຄ້າຂາຍ ແລະຂົນສົ່ງຢາເສບຕິດ; ການລາດຕະເວນ, ຄວບຄຸມຊາຍແດນຢ່າງແໜ້ນແຟ້ນ...

ໃນຕະຫຼອດໄລຍະ 45 ປີຜ່ານມາ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ນໍ້າໃຈສາມັກຄີບໍລິສຸດຜຸດຜ່ອງ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ ແລະຫວຽດນາມ ໂດຍປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສະພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ຖະນຸຖະໜອນ ແລະເພີ່ມພູນຄູນສ້າງ ພ້ອມກັບການນໍາ, ນັກປະຕິວັດຮຸ່ນຕ່າງໆ ແລະປະຊາຊົນສອງປະເທດ ສືບຕໍ່ເສີມຂະຫຍາຍ, ປັດຈຸບັນໄດ້ກາຍເປັນມໍລະດົກອັນລໍ້າຄ່າຂອງສອງປະເທດ. ສິ່ງນີ້ແມ່ນກົດເກນແຫ່ງການຄົງຕົວ ແລະຂະຫຍາຍຕົວຂອງສອງປະເທດ, ແມ່ນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດແຕ່ລະປະເທດ, ເຊິ່ງບໍ່ອາດຈືດຈາງໄປໄດ້, ຫາກຍັງສືບຕໍ່ເພີ່ມທະວີທັງລວງກວ້າງ ແລະລວງເລິກໃນທຸກຂົງເຂດອີກດ້ວຍ.

ປີ 2020, ເປັນຄັ້ງທໍາອິກທີ່ສອງກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ດໍາເນີນໃນປີດຽວກັນໃນເດືອນມັງກອນ ແລະທັນວາ, ສະແດງໃຫ້ເຫັນຄວາມຮີບດ່ວນຂອງລັດຖະບານສອງປະເທດໃນການກວດກາຄືນ, ຊຸກຍູ້ການພົວພັນສອງຝ່າຍ, ພິເສດ, ກອງປະຊຸມ ຄັ້ງທີ 43 ຫວ່າງແລ້ວນີ້ດ້ວຍຂໍ້ຕົກລົງເກືອບ 20 ສະບັບໄດ້ຮັບການລົງນາມ, ກວມເອົາເກືອບທຸກຂົງເຂດຮ່ວມມືທີ່ສໍາຄັນລະຫວ່າງສອງປະເທດ. ສອງປະເທດໄດ້ໜູນຊ່ວຍກັນຢ່າງມີປະສິດທິຜົນໃນບັນຫາທີ່ກ່ຽວຂ້ອງເຖິງພະຍາດໂຄວິດ-19.

ການພ ວພ ນດ ານປ ອງກ ນຊາດແມ ນໜ ງໃນບ ນດາເສ າຄ າສ າຄ ນໃນການພ ວພ ນລະຫວ າງສອງປະເທດ ຫວຽດນາມ ລາວ ພິທີສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນ ປະ​ເທດ

ຍສໝ - ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊິວິດທະຫານເຂດ II ໄດ້ພົບເຫັນອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອລາວ 14 ອັດຖິ.

ການພ ວພ ນດ ານປ ອງກ ນຊາດແມ ນໜ ງໃນບ ນດາເສ າຄ າສ າຄ ນໃນການພ ວພ ນລະຫວ າງສອງປະເທດ ຫວຽດນາມ ລາວ WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ

ຍສໝ - ລະດັບເຕີບໂຕໃນປີ 2020 ຈະບັນລຸ 2,9%, ເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດ ໄດ້ເຕີບໂຕໄວທີ່ສຸດໃນໂລກ.

ການພ ວພ ນດ ານປ ອງກ ນຊາດແມ ນໜ ງໃນບ ນດາເສ າຄ າສ າຄ ນໃນການພ ວພ ນລະຫວ າງສອງປະເທດ ຫວຽດນາມ ລາວ ຄາດວ່າ ທັງປີ 2020 ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອິດສະລະແອນ ບັນລຸປະມານ 700 ລ້ານໂດລາສະຫະລັດ, ໃນຂະນະທີ່ການນຳເຂົ້າບັນລຸປະມານ 850 ລ້ານໂດລາສະຫະລັດ

ຍສໝ - ເຖິງວ່າພະຍາດໂຄວິດ-19 ແຜ່ລະບາດຢ່າງຮ້າຍແຮງໃນຕະຫຼອດປີ 2020 ກໍ່ຕາມ, ແຕ່ການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງອິດສະລະແອນ ຄາດວ່າ ຫຼຸດລົງພຽງແຕ່ໜ້ອຍດຽວ ເມື່ອທຽບໃສ່ລະດັບ 774 ລ້ານໂດລາສະຫະລັດ ຂອງປີ 2019.

ໄຊພອນ

ເຫດການ
302 Found

Found

The document has moved here.