ການຮ່ວມມືຂອງກໍາລັງຕໍາຫຼວດສອງປະເທດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ-ລາວ

17:03 | 21/01/2021

ຍສໝ -  ທ່ານພົນໂທ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ.ລາວ ໄດ້ຢືນຢັນຄືດັ່ງກ່າວເມື່ອຮັບຈົດໝາຍອວຍພອນຂອງທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະຄະນະພັກຕໍາຫຼວດສູນກາງຫວຽດນາມ.

ການຮ ວມມ ຂອງກ າລ ງຕ າຫ ວດສອງປະເທດແມ ນໜ ງໃນບ ນດາເສ າຄ າສ າຄ ນຂອງການພ ວພ ນມ ດຕະພາບທ ຍ ງໃຫຍ ຫວຽດນາມ ລາວ ນາຍົກລັດຖະມົນຕີຫວຽດນາມ: ການສົ່ງອອກ, ການໃຊ້ສອຍ ແລະການລົງທຶນ ຕ້ອງໄດ້ພັດທະນາດ້ວຍຂອບຂະໜາດໃຫຍ່ກວ່າເພື່ອໃຫ້ຫວຽດນາມ ບັນລຸໄດ້ເປົ້າໝາຍເຕີບໂຕໃນປີ 2021
ການຮ ວມມ ຂອງກ າລ ງຕ າຫ ວດສອງປະເທດແມ ນໜ ງໃນບ ນດາເສ າຄ າສ າຄ ນຂອງການພ ວພ ນມ ດຕະພາບທ ຍ ງໃຫຍ ຫວຽດນາມ ລາວ ພິທີສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນ ປະ​ເທດ
ການຮ ວມມ ຂອງກ າລ ງຕ າຫ ວດສອງປະເທດແມ ນໜ ງໃນບ ນດາເສ າຄ າສ າຄ ນຂອງການພ ວພ ນມ ດຕະພາບທ ຍ ງໃຫຍ ຫວຽດນາມ ລາວ
ທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕໍາຫຼວດ ສສ.ຫວຽດນາມ ປະຈໍາລາວ ແລະ ທ່ານພົນໂທ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ.ລາວ. ພາບ: antv

ເມື່ອບໍ່ດົນມານີ້, ທີ່ສໍານັກງານກະຊວງປ້ອງກັນຄວາມສະຫງົບ ສປປ.ລາວ, ທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕໍາຫຼວດ ສສ.ຫວຽດນາມ ປະຈໍາ ລາວ ໄດ້ມອບຈົດໝາຍອວຍພອນຂອງຄະນະພັກຕໍາຫຼວດສູນກາງຫວຽດນາມ ໃຫ້ທ່ານພົນໂທ ວິໄລ ຫຼ້າຄໍາຟອງ ເນື່ອງໃນໂອກາດຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ຄັ້ງທີ XI ເລືອກຕັ້ງສະຫາຍເຂົ້າເປັນກໍາມະການກົມການເມືອງສູນກາງພັກ ດ້ວຍຈຳນວນບັດສະໜັບສະໜູນສູງ.

ເນື້ອໃນຈົດໝາຍອວຍພອນ ຂອງ ທ່ານລັດຖະມົນຕີ ໂຕເລິມ ມີບາງຕອນລະບູວ່າ, ພາຍໃຕ້ການນໍາພາຂອງທ່ານພົນໂທ ວິໄລ ຫຼ້າຄໍາຟອງ, ກໍາລັງປ້ອງກັນຄວາມສະຫງົບລາວ ຈະນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມໃນວຽກງານປ້ອງກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ. ພ້ອມທັງສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ມູນເຊື້ອສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ກໍຄືກໍາລັງຕໍາຫຼວດສອງປະເທດ ລາວ-ຫວຽດນາມ.

ສ່ວນ ທ່ານພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຂອບໃຈຕໍ່ກະຊວງຕໍາຫຼວດຫວຽດນາມ ເວົ້າລວມ ແລະອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈໍາລາວ ເວົ້າສະເພາະ ໃນໄລຍະຜ່ານມາ ໄດ້ມີບັນດາການເຄື່ອນໄຫວສົມທົບກັນ, ຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກັບກະຊວງປ້ອງກັນຄວາມສະຫງົບລາວ ໃນທຸກຂົງເຂດ. ນອກຈາກນັ້ນ, ທ່ານ ທ່ານພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ເນັ້ນໜັກວ່າຈະສືບຕໍ່ຊີ້ນໍາ, ສ້າງເງື່ອນໄຂສະດວກໃຫ້ກໍາລັງຕໍາຫຼວດສອງປະເທດ ເພີ່ມທະວີການຮ່ວມມື. ພ້ອມທັງກໍ່ຢັ້ງຢືນວ່າ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ໃນໄລຍະຜ່ານມາແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່ ລາວ-ຫວຽດນາມ.

ເມື່ອບໍ່ດົນມານີ້, ທີ່ຮ່າໂນ້ຍ, ສສ.ຫວຽດນາມ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ ແສງເພດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປະຈຳຫວຽດນາມ. ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ແສງເພດ ຮຸ່ງບຸນຍວງ ໄດ້ສະແດງຄວາມຊົມເຊີຍຕໍ່ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ ແລະ ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກດ້ານໃນຫຼາຍປີຜ່ານມາ; ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງຕຳຫຼວດລາວ ຈະສືບຕໍ່ພັດທະນາຢ່າງຕັ້ງໜ້າ, ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ບັນລຸ ໄດ້ໝາກຜົນສຳຄັນຫຼາຍຢ່າງກ່ວາເກົ່າ.

ການຮ ວມມ ຂອງກ າລ ງຕ າຫ ວດສອງປະເທດແມ ນໜ ງໃນບ ນດາເສ າຄ າສ າຄ ນຂອງການພ ວພ ນມ ດຕະພາບທ ຍ ງໃຫຍ ຫວຽດນາມ ລາວ WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ

ຍສໝ - ລະດັບເຕີບໂຕໃນປີ 2020 ຈະບັນລຸ 2,9%, ເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດ ໄດ້ເຕີບໂຕໄວທີ່ສຸດໃນໂລກ.

ການຮ ວມມ ຂອງກ າລ ງຕ າຫ ວດສອງປະເທດແມ ນໜ ງໃນບ ນດາເສ າຄ າສ າຄ ນຂອງການພ ວພ ນມ ດຕະພາບທ ຍ ງໃຫຍ ຫວຽດນາມ ລາວ ຄາດວ່າ ທັງປີ 2020 ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອິດສະລະແອນ ບັນລຸປະມານ 700 ລ້ານໂດລາສະຫະລັດ, ໃນຂະນະທີ່ການນຳເຂົ້າບັນລຸປະມານ 850 ລ້ານໂດລາສະຫະລັດ

ຍສໝ - ເຖິງວ່າພະຍາດໂຄວິດ-19 ແຜ່ລະບາດຢ່າງຮ້າຍແຮງໃນຕະຫຼອດປີ 2020 ກໍ່ຕາມ, ແຕ່ການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງອິດສະລະແອນ ຄາດວ່າ ຫຼຸດລົງພຽງແຕ່ໜ້ອຍດຽວ ເມື່ອທຽບໃສ່ລະດັບ 774 ລ້ານໂດລາສະຫະລັດ ຂອງປີ 2019.

ການຮ ວມມ ຂອງກ າລ ງຕ າຫ ວດສອງປະເທດແມ ນໜ ງໃນບ ນດາເສ າຄ າສ າຄ ນຂອງການພ ວພ ນມ ດຕະພາບທ ຍ ງໃຫຍ ຫວຽດນາມ ລາວ ອົດສະຕາລີ ໄດ້ສະໜັບສະໜູນກຸ່ມຄົ້ນຄວ້າຫວຽດນາມ ໃນການພັດທະນາຖ່ານໄຟແສງຕາເວັນລຸ້ນໃໝ່

ຍສໝ - ເຕັກໂນໂລຢີໃໝ່ຂອງກຸ່ມຄົ້ນຄວ້າຫວຽດນາມ ຈະເປັນບາດກ້າວໃນຂະບວນການຂຸດຄົ້ນທ່າແຮງ ຂອງພະລັງງານແສງໄຟຟ້າ ທີ່ເປັນແຫຼ່ງພະລັງງານທີ່ສະອາດ, ລາຄາບໍ່ແພງ ແລະ ມີຄວາມຍືນຍົງ.

ໄຊພອນ

ເຫດການ
302 Found

Found

The document has moved here.