APEC 2018: ບັນດາການນຳສຸມໃສ່ປຶກສາຫາລືການຄ້າເສລີ

19:04 | 18/11/2018

ວັນທີ 18 ພະຈິກ, ບັນດາການນຳ 21 ພື້ນຖານເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ເລີ່ມຕົ້ນການປຶກສາຫາລືຢູ່ນະຄອນຫລວງ Port Moresby ຂອງປະເທດ ປາປົວນິວກີເນ

APEC 2018: ບັນດາການນຳສຸມໃສ່ປຶກສາຫາລືການຄ້າເສລີ

ບັນດາການນຳຂອງບັນດາປະເທດ ພື້ນຖານເສດຖະກິດຂອງໂລກ.

ກ່ຽວກັບບັນດາວິທີການຕ່າງໆ ເພື່ອແນໃສ່ຊຸກຍູ້ການຄ້າເສລີ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ, ໃນສະພາບຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ພວມປີນຂັ້ນໄດ.

ບັນຫາທີ່ໄດ້ຮັບຄວາມສົນໃຈເປັນພິເສດທີ່ກອງປະຊຸມຂັ້ນສູງ APEC ຄັ້ງນີ້ ແມ່ນບັນດາການນຳ ອາດຈະຊອກໄດ້ຫຼັກໝັ້ນລວມ ເພື່ອຕ້ານຄືນບັນດານະໂຍບາຍອາລັກຂາຫຼືບໍ່. ຕາມຮ່າງຖະແຫຼງການຮ່ວມແລ້ວ, ບັນດາພື້ນຖານເສດຖະກິດສະມາຊິກ ມຸ່ງໄປເຖິງຄຳໝັ້ນສັນຍາຕ້ານຄືນລັດທິອາລັກຂາດ້ວຍທຸກຮູບການ ກໍ່ຄືບັນດາມາດຕະການກີດຂວາງດ້ານການຄ້າ. ນອກນັ້ນ, ບັນດາການນຳ APEC ກໍ່ຄາດວ່າ ຈະສືບຕໍ່ປຶກສາຫາລືກ່ຽວກັບເລື່ອງສ້າງຕັ້ງສົນທິສັນຍາການຄ້າເສລີຂອງ ອາຊີ - ປາຊີຟິກ.

APEC ລວມມີ 21 ພື້ນຖານເສດຖະກິດແມ່ນ ອົດສະຕາລີ, ບຣູໄນ, ການາດາ, ຈີເລ, ຈີນ, ຮົ່ງກົງ (ຈີນ), ໄຕ້ຫວັນ (ຈີນ), ອິນໂດເນເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ມາເລເຊຍ, ນິວຊີແລນ, ປາປົວນິວກີເນ, ເປຣູ, ຟີລິບປີນ, ລັດເຊຍ, ສິງກະໂປ, ໄທ, ອາເມລິກາ ແລະ ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.