ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການເຄື່ອນໄຫວຢູ່ APEC 26

18:34 | 18/11/2018

ຕອນບ່າຍວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ປາປົວນິວກີເນ Peter O’Neill ໄດ້ເປັນເຈົ້າພາບພິທີຕ້ອນຮັບບັນດາການນຳພື້ນຖານເສດຖະກິດເຂົ້າຮ່ວມສັບປະດາຂັ້ນສູງຄັ້ງທີ 26 ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ດຳເນີນຢູ່ນະຄອນຫລວງ Port Moresby ປະເທດ ປາປົວນິວກີເນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການເຄື່ອນໄຫວຢູ່ APEC 26

ກອງປະຊຸມເຈລະຈາຂອງບັນດາການນຳ APEC ກັບການນຳບັນດາປະເທດເກາະ ປາຊີຟິກ. (ພາບ: TTXVN)

ພາຍຫລັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມເຈລະຈາລະຫວ່າງບັນດາການນຳ APEC ກັບສະພາໃຫ້ຄຳປຶກສາວິສາຫະກິດ APEC (ABAC). ກ່າວຄຳເຫັນກັບຜູ້ແທນປະຊາຄົມວິສາຫະກິດໃນພາກພື້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງເລື່ອງ ສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ດ້ວຍຜູ້ແທນເຫັນດີ 100%, ຜ່ານນັ້ນ ຢັ້ງຢືນຄວາມຕັດສິນຂອງ ຫວຽດນາມ ໃນການສືບຕໍ່ປ່ຽນແປງໃໝ່ຮອບດ້ານ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ສະໜັບສະໜູນການຄ້າ ແລະ ການລົງທຶນແບບເສລີ ແລະ ເປີດປະຕູ, ໂດຍອີງໃສ່ກົດລະບຽບ ແລະ ຕາມມາດຕະຖານສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງປະຊາຄົມວິສາຫະກິດໃນພາກພື້ນ ແລະ ABAC ຕັ້ງໜ້າປະກອບສ່ວນກ່ຽວກັບນະໂຍບາຍ, ເພີ່ມທະວີການລົງທຶນ, ແບ່ງປັນບົດຮຽນ ເພື່ອໃຫ້ ຫວຽດນາມ ພັດທະນາພື້ນຖານເສດຖະກິດດີຈີຕອນຢ່າງແຮງ, ຮັບໃຊ້ຜົນປະໂຫຍດໃຫ້ບັນດາວິສາຫະກິດຢ່າງແທດຈິງ.

ພາຍຫລັງການແລກປ່ຽນກັບປະຊາຄົມວິສາຫະກິດພາກພື້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມເຈລະຈາຂອງບັນດາການນຳ APEC ກັບການນຳບັນດາປະເທດເກາະ ປາຊີຟິກ ດ້ວຍຫົວຂໍ້ວ່າ “ການພົວພັນຄູ່ຮ່ວມມືເພື່ອອະນາຄົດດີຈີຕອນແບບກວມລວມ”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການເຄື່ອນໄຫວຢູ່ APEC 26

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Charlot Salwai ນາຍົກລັດຖະມົນຕີ ວານົວຕູ (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ APEC ຢູ່ ປາປົວນິວກີເນ, ຕອນບ່າຍວັນທີ 17 ພະຈິກ (ຕາມເວລາ ຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານ Charlot Salwai ນາຍົກລັດຖະມົນຕີ ວານົວຕູ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.