ກອງປະຊຸມພົບປະເຈລະຈ ແລກປ່ຽນບົດຮຽນ ວຽກງານຊາວໜຸ່ມ ແລະ ຂະບວນການເຍົາວະຊົນ ລະຫວ່າງ ຊາວໜຸ່ມ 2 ແຂວງກວ້າງຈິ ແລະ ສະຫວັນນະເຂດ

12:45 | 23/08/2019

ຍສໝ - ໃນຂອບເຂດລາຍການ ພົບປະມິດຕະພາບ ລະຫວ່າງ ຄະນະບໍລິຫານງານສະຫະພັນຊາວໜຸ່ມ ກອມມູນິດໂຮ່ຈີມິນ ແຂວງກວາ້ງຈິ (ສສ ຫວຽດນາມ) ແລະ ຄະນະບໍລິຫານງານສະຫະພັນຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງສະຫວັນນະເຂດ (ສປປ ລາວ), ໃນຕອນບ່າຍວັນທີ 22 ສິງຫາ 2019, ທີ່ສູນປະຊຸມຊາວໜຸ່ມແຂວງກວ້າງຈິ, ໄດ້ຈັດກອງປະຊຸມພົບປະແລກປ່ຽນປະສົບການ ຂອງສະຫະພັນຊາວໜຸ່ມ ແລະ ການເຄື່ອນໄຫວຊາວໜຸ່ມ ລະຫວ່າງ ສະຫະພັນຊາວໜຸ່ມແຂວງກວ້າງຈິ - ສະຫວັນນະເຂດ ປະຈຳ ປີ 2019 . ຮອງເລຂາຄະນະປະຈຳພັກ ຫງວ໋ຽນ ດັງ ກວາງ;ຮອງປະທານສະພາປະຊາຊົນແຂວງ ຫງວ໋ຽນ ດຶກ ຢຸ໋ງ ກໍ່ໄດ້ເຂົ້າຮ່ວມ.

ກອງປະຊຸມພົບປະເຈລະຈ ແລກປ່ຽນບົດຮຽນ ວຽກງານຊາວໜຸ່ມ ແລະ ຂະບວນການເຍົາວະຊົນ ລະຫວ່າງ ຊາວໜຸ່ມ 2 ແຂວງກວ້າງຈິ ແລະ ສະຫວັນນະເຂດ

ຮອງເລຂາຄະນະປະຈຳພັກແຂວງ ຫງວ໋ຽນ ດັງ ກວາງ; ຮອງປະທານສະພາປະຊາຊົນແຂວງ ຫງວ໋ຽນ ດຶກ ຢຸ໋ງ ໄດ້ມອບຊໍ່ ດອກໄມ້ ແລະ ເຄື່ອງທີ່ລະນຶກ ໃຫ້ຄະນະບໍລິຫານງານສະຫະພັນຊາວໜຸ່ມ ປະຊາທິປະໄຕປະຕິວັດແຂວງສະຫວັນນະເຂດ.(ພາບ:baoquangtri.vn)

ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາຄືນໝາກຜົນຂອງການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ປີ 2018, ແບ່ງປັນບັນດາວິທີການທີ່ດີ, ມີປະສິດທິຜົນໃນວຽກງານການເຄື່ອນໄຫວຂອງສະຫະພັນ ແລະ ການເຄື່ອນໄຫວຊາວໜຸ່ມຂັ້ນທ້ອງຖິ່ນແລະ ໜ່ວຍງານ, ຈາກນັ້ນໄດ້ເຮັດໃຫ້ວຽກງານສະຫະພັນ ແລະ ຂະບວນການຂອງຊາວໜຸ່ມ ໃນແຕ່ລະແຂວງ ກຳ ລັງເຕີບໃຫຍ່ຂະຫຍາຍຕົວ. ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມໄດ້ກ່າວວ່າ: ບັນດາການເຄື່ອງໄຫວຂ້າງເທິງບັນລຸໄດ້ຮັບ ໝາກຜົນກໍ່ຄືຜົນສຳເລັດທີ່ສຳຄັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍບົດບາດ ຂອງຊາວໜຸ່ມ ໃນການກໍ່ສ້າງ ແລະ ປົກປັກຮັກສາບ້ານເກີດເມືອງນອນ ແລະ ປະເທດຊາດ.

ມີຫຼາຍຄຳເຫັນ ແລະ ການສົນທະນາ ທີ່ກອງປະຊຸມຍັງໄດ້ເພີ່ມເຕີມ ແລະ ປະກອບຄຳຄິດຄຳເຫັນໃສ່ເນື້ອໃນ, ມາດຕະການກໍ່ຄືວິທີການແກ້ໄຂ ເພື່ອເພີ່ມທະວີການປະສານສົມທົບ ລະຫວ່າງ ບັນດາອົງການຊາວໜຸ່ມ ຢູ່ລຽບຕາມແນວຊາຍແດນ ໃນການປັບປຸງຄຸນນະພາບ ແລະ ການຈັດຕັ້ງການເຄື່ອນໄຫວຊາວໜຸ່ມ ແລະ ຂະບວນການຂອງຊາວໜຸ່ມ; ການສຶກສາອົບຮົມ ແນວຄວາມຄິດການປະຕິວັດ ແລະ ທາດແທ້ຄຸນສົມບັດ, ແບບແຜນວິທີດຳລົງຊີວິດ ສຳລັບເດັກນ້ອຍເຍົາວະຊົນ ໃນເຄືອຂ່າຍສັງຄົມອອນລາຍ; ສົ່ງເສີມບົດບາດຂອງຊາວໜຸ່ມ ໃນການພັດທະນາເສດຖະກິດ - ສັງຄົມ…

ກ່າວຄຳເຫັນທີ່ກອງປະຊຸມ, ຮອງເລຂາຄະນະປະຈຳພັກແຂວງ, ທ່ານ ຫງວ໋ຽນ ດັງ ກວາງ ໄດ້ຕີລາຄາສູງໝາກຜົນຂອງລາຍການພົບປະແລກປ່ຽນມິດຕະພາບ ລະຫວ່າງ ສະຫະພັນຊາວໜຸ່ມແຂວງກວາງຈິ - ສະຫວັນນະເຂດໃນຊຸມປີຜ່ານມາ, ໂດຍຮັບຮູ້ບົດບາດ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງສະມາຊິກສະຫະພັນ ແລະ ຊາວໜຸ່ມ ໃນຂະບວນການສ້າງສາ ແລະ ພັດທະນາບ້ານເກີດເມືອງນອນ, ປະເທດຊາດ.

ທ່ານຮອງເລຂາຄະນະປະຈຳພັກແຂວງ ໄດ້ສະເໜີໃຫ້ຊາວໜຸ່ມ ຂອງ 2 ແຂວງ ຄວນສືບຕໍ່ຮັກສາ ສາຍພົວພັນອັນສະໜິດແໜ້ນ, ໄກ້ສິດ, ເພີ່ມການເຄື່ອໄຫແລກປ່ຽນ, ຖອດຖອນບົດຮຽນກໍ່ຄືປະສົບການ, ຮ່ວມການກຸສົນ, ມະນຸດສະ ທຳ, ຝຶກຜົນຫຼໍ່ຫຼອມຕົນເອງຢ່າງບໍ່ຢຸດຢັ້ງ ແລະ ການອຸທິດຕົນໃຫ້ເປັນຜູ້ໃຫຍ່ຂື້ນ, ຈາກນັ້ນຍົກສູງຄວາມຮັບຮູ້ຄວາມເຂົ້າໃຈຂອງສະມາຊິກ, ຊາວໜຸ່ມກ່ຽວກັບມູນເຊື້ອຄວາມສາມັກຄີພິເສດ, ມິດຕະພາບ ລະຫວ່າງ ຫວຽດນາມ-ລາວ. ພ້ອມກັນນັ້ນ, ທ່ານຫວັງວ່າ, ໃນໄລຍະຈະມາເຖິງ, ຊາວໜຸ່ມ ແຂວງກວ້າງຈິ ແລະ ແຂວງສະຫວັນນະເຂດ ຈະສືບຕໍ່ປົກປັກຮັກສາ, ສ້າງສາ ແລະ ພັດທະນາ ສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສອງປະເທດ; ແລກປ່ຽນປະສົບການໃນການເຄື່ອນໄຫວຂອງສະຫະພັນ, ທີມງານ ແລະ ສະມາຄົມ; ຕື່ນຕົວເຂົ້າຮ່ວມຢ່າງຕັ້ງໜ້າໃນການປົກປັກຮັກສາຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ; ເສີມຈິດໃຈບຸກທະລຸ ແລະ ອາສາສະໝັກ ຂອງສະມາຊິກສະຫະພັນ ແລະ ຊາວໜຸ່ມ ໃນທຸກຂົງເຂດຂອງຊີວິດການເປັນຢູ່ໃນສັງຄົມ…

ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມ 2 ແຂວງ ກໍ່ໄດ້ເຊັນລົງນາມໃນບົດບັນທຶກຊ່ວຍ ຈຳປີ 2019.

ລາຍການພົບປະມິດຕະພາບ ລະຫວ່າງ ຄະນະຊາວໜຸ່ມ ແຂວງກວ້າງຈິ - ສະຫວັນນະເຂດ ແມ່ນກິດຈະກຳ ກໍ່ຄືການເຄື່ອນໄຫວ ປະຈຳປີ ເພື່ອແນໃສ່ຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງແຂວງເວົ້າລວມ ແລະ ຊາວໜຸ່ມ ຂອງສອງແຂວງເວົ້າສະເພາະ. ໃນໄລຍະດຳເນີນງານເວລາຈຳນວນ 4 ວັນ, ຊາວໜຸ່ມ ຂອງສອງແຂວງ ໄດ້ຈັດຕັ້ງການເຄື່ອນໄຫວ ທີ່ມີຄວາມໝາຍຫຼາຍຢ່າງເຊັ່ນ: ການເຂົ້າພົບປະໂອ້ລົມກັບການນຳຂັ້ນແຂວງ; ຈັດກອງປະຊຸມພົບປະເຈລະຈາ ແລະ ແລກປ່ຽນປະສົບການໃນວຽກງານການເຄື່ອນໄຫວຂອງອົງການຊາວໜຸ່ມ; ຢ້ຽມຢາມຮູບແບບກິດຈະກຳຂອງຊາວໜຸ່ມ; ຢ້ຽມຢາມໂຮງງານໄຟຟ້າພະລັງງານແສງອາທິດ Licogi ຢູ່ ກຸ່ມບ້ານ ຢໍ ແທັ່ງ, ເມືອງ ຢໍ ລິງ ...

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.