ຍສໝ - ວັນທີ 1/11, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເປີດຕົວແພລດຟອມແຜນທີ່ດິຈິຕອນວັດທະນະທຳຫວຽດນາມ (CMAP), ປະກອບສ່ວນຊຸກຍູ້ການຫັນປ່ຽນດິຈິຕອນໃນຂະແໜງວັດທະນະທຳ, ໂຄສະນາມໍລະດົກ ແລະ ຍົກສູງຄວາມສາມາດໃນການເຂົ້າເຖິງບັນດາຄຸນຄ່າວັດທະນະທຳຂອງຊາດ.
ຍສໝ - ວັນທີ 31/10, ຢູ່ນະຄອນຫຼວງປຣາກ (ສາທາລະນະລັດເຊັກ), ມະຫາກຳສາມັກຄີມະຫາຊົນທົ່ວຊາດ ແລະ ວັນວັດທະນະທຳຫວຽດນາມຢູ່ເອີຣົບ ປີ 2026 ໄດ້ໄຂຂຶ້ນ, ໂດຍມີຜູ້ຕາງໜ້າຊຸມຊົນຊາວຫວຽດນາມຈາກ 29 ປະເທດເຂົ້າຮ່ວມ, ປະກອບສ່ວນເສີມສ້າງຄວາມສາມັກຄີ, ຮັກສາເອກະລັກວັດທະນະທຳ ແລະ ເສີມຂະຫຍາຍຄວາມຜູກພັນກັບບ້ານເກີດເມືອງນອນ.
ຍສໝ - ວັນທີ 31/10, ຢູ່ນະຄອນຫຼວງປາຣີ (ຝຣັ່ງ), ບັນດາສະມາຄົມຊາວຫວຽດນາມໄດ້ແນະນຳເຄື່ອງນຸ່ງຖືພື້ນເມືອງ, ດົນຕີ ແລະ ຄວາມງົດງາມທາງວັດທະນະທຳຂອງຊາດ ໃນງານບຸນແລກປ່ຽນວັດທະນະທຳບັນດາສະມາຄົມຄັ້ງທີສອງ, ປະກອບສ່ວນເສີມສ້າງການເຊື່ອມໂຍງ ແລະ ຄວາມເຂົ້າໃຈລະຫວ່າງບັນດາຊຸມຊົນ.
ຍສໝ - ວັນທີ 31/10, ສະຖານທູດຫວຽດນາມປະຈຳເມັກຊິໂກ ໄດ້ຈັດການພົບປະກັບສື່ມວນຊົນທ້ອງຖິ່ນ, ເພື່ອແນະນຳບັນດາຜົນສຳເລັດໃນ 40 ປີແຫ່ງການປ່ຽນແປງໃໝ່, ທິດທາງການພັດທະນາປະເທດ ແລະ ແລກປ່ຽນກ່ຽວກັບບັນດານະໂຍບາຍ ແລະ ປະສົບການຕົວຈິງຂອງຫວຽດນາມ.
ຍສໝ - ໃນກອງປະຊຸມພົບປະອິນໂດເນເຊຍ ປີ 2026 ທີ່ຈັດຂຶ້ນວັນທີ 30/10, ກວ໋າງນິງ ໄດ້ເຊີນຊວນບັນດາວິສາຫະກິດອິນໂດເນເຊຍ ຮ່ວມມື ແລະ ລົງທຶນໃນ 4 ຂົງເຂດຈຸດສຸມ ປະກອບມີ ອຸດສາຫະກຳ, ເສດຖະກິດດິຈິຕອນ, ເສດຖະກິດທາງທະເລ ແລະ ການທ່ອງທ່ຽວ, ແນໃສ່ສ້າງບັນດາໂຄງການທີ່ເປັນຮູບປະທຳ, ນຳມາເຊິ່ງປະສິດທິຜົນອັນແທ້ຈິງ ແລະ ຍືນຍົງ.
ຍສໝ - ວັນທີ 31/10, ນັກສຶກສາລາວ ແລະ ກຳປູເຈຍ ທີ່ກຳລັງສຶກສາຢູ່ນະຄອນໂຮ່ຈີມິນ ໄດ້ເຂົ້າຮ່ວມລາຍການສຳຜັດປະສົບການດ້ານກະສິກຳ, ໝູ່ບ້ານຫັດຖະກຳ ແລະ ວັດທະນະທຳ ຢູ່ຕາແສງບິ່ງມີ້, ຜ່ານນັ້ນໄດ້ຮຽນຮູ້ວິຖີຊີວິດຊົນນະບົດຫວຽດນາມ, ພ້ອມທັງເສີມສ້າງຄວາມຜູກພັນກັບບັນດາຄອບຄົວທີ່ຮັບອຸປະຖຳ.
ຍສໝ - ວັນທີ 30/10, ຢູ່ບາງກອກ (ໄທ), ຜົນງານວັນນະຄະດີສອງເລື່ອງຄື “ຂອບໃຈຜູ້ໃຫຍ່” ແລະ “ກາເຟກັບໂທນີ” ໄດ້ເປີດຕົວຕໍ່ຜູ້ອ່ານຜ່ານສະບັບແປເປັນພາສາໄທ, ປະກອບສ່ວນຊຸກຍູ້ການແລກປ່ຽນວັນນະຄະດີ ແລະ ເສີມສ້າງຄວາມເຂົ້າໃຈດ້ານວັດທະນະທຳລະຫວ່າງປະຊາຊົນສອງປະເທດ ເນື່ອງໃນໂອກາດລະນຶກຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ໄທ.
ຍສໝ - ວັນທີ 30/10, ຢູ່ຮ່າໂນ້ຍ, ສະຖານທູດກູບາໄດ້ຈັດພິທີລະນຶກຄົບຮອບ 60 ປີ ແຫ່ງການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງຄະນະຜູ້ແທນຂັ້ນສູງກູບາ (29/10/1966), ເພື່ອຫວນຄືນຂີດໝາຍປະຫວັດສາດທີ່ສະແດງເຖິງນ້ຳໃຈສາມັກຄີ ແລະ ການສະໜັບສະໜູນອັນພິເສດຂອງກູບາຕໍ່ປະຊາຊົນຫວຽດນາມໃນຊຸມປີແຫ່ງສົງຄາມ.ຶ
ຍສໝ - ວັນທີ 29 ຕຸລາ 2026, ທີ່ງານມະໂຫລານຮູບເງົາສາກົນ ໂຕກຽວ (TIFF 2026), VFDA ແລະ ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຈັດກອງປະຊຸມສຳມະນາ "ຮູບເງົາຫວຽດນາມ ໃນອາຊີທີ່ເຊື່ອມໂຍງ: ເອກະລັກວັດທະນະທຳ, ການປະດິດສ້າງ ແລະ ການຮ່ວມມືສາກົນ".
ຍສໝ - ວັນທີ 1/11, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເປີດຕົວແພລດຟອມແຜນທີ່ດິຈິຕອນວັດທະນະທຳຫວຽດນາມ (CMAP), ຊ່ວຍໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວຄົ້ນພົບບັນດາມໍລະດົກ, ເຫດການດ້ານວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ໃນທົ່ວປະເທດ.
ຍສໝ - ມາຮອດທ້າຍເດືອນກໍລະກົດ 2026, ແຂວງບັກນິງ ມີຜະລິດຕະພັນ OCOP ຈຳນວນ 722 ລາຍການ ທີ່ໄດ້ຮັບການຈັດອັນດັບຕັ້ງແຕ່ 3 ດາວຂຶ້ນໄປ. ແຂວງພວມເລັ່ງລັດການຫັນປ່ຽນດິຈິຕອນ, ພັດທະນາການຄ້າເອເລັກໂຕຣນິກ, ສ້າງຍີ່ຫໍ້ ແລະ ຍົກສູງຄຸນນະພາບຜະລິດຕະພັນ ເພື່ອຂະຫຍາຍຕະຫຼາດຈຳໜ່າຍ ແລະ ສົ່ງເສີມຄຸນຄ່າຂອງບັນດາບ້ານຫັດຖະກຳພື້ນເມືອງ.
ຍສໝ - ເນື່ອງໃນໂອກາດບຸນຊ່ວງເຮືອປະເພນີຂອງປະຊາຊົນບັນດາເຜົ່າລາວ, ທ່ານ ຫງວຽນ ວັນ ຢຸງ, ຫົວໜ້າກົງສຸນໃຫຍ່ຫວຽດນາມປະຈຳສະຫວັນນະເຂດ ໄດ້ເຂົ້າຮ່ວມບັນດາກິດຈະກຳງານບຸນຢູ່ສອງແຂວງ ຄື ບໍລິຄຳໄຊ ແລະ ສະຫວັນນະເຂດ, ປະກອບສ່ວນເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.
ຍສໝ - ວັນທີ 27/10, ທີ່ນະຄອນຫຼວງອັດສະຕານາ, ສະຖານເອກອັກຄະລັດຖະທູດຫວຽດນາມປະຈຳກາຊັກສະຖານ ໄດ້ຈັດພິທີລະນຶກຄົບຮອບ 81 ປີ ວັນຊາດຫວຽດນາມ (2/9/1945 - 2/9/2026), ຢືນຢັນເຖິງມິດຕະພາບອັນດັ້ງເດີມ ແລະ ແງ່ຫວັງການຮ່ວມມືລະຫວ່າງສອງປະເທດ ບົນພື້ນຖານສາຍພົວພັນຄູ່ຮ່ວມມືຍຸດທະສາດ.
ຍສໝ - ແຕ່ວັນທີ 27-29/10, ກຳລັງຄົ້ນຫາ ແລະ ເກັບກູ້ອັດຖິທະຫານເສຍສະຫຼະຂອງແຂວງຕວຽນກວາງ ໄດ້ຄົ້ນພົບ ແລະ ເກັບກູ້ອັດຖິທະຫານເສຍສະຫຼະ 22 ຊຸດ ຢູ່ບໍລິເວນລະດັບຄວາມສູງ 300, ຕາແສງແທງຖຸຍ. ໃນນັ້ນ, ສາມາດລະບຸຕົວຕົນຂອງທະຫານເສຍສະຫຼະໄດ້ 1 ທ່ານ ຈາກວັດຖຸພັນທີ່ຄົ້ນພົບຢູ່ຈຸດເກີດເຫດ.
ຍສໝ - ວັນທີ 29/10, ທີ່ຮ່າໂນ້ຍ, ເວທີປາໄສປັນຍາປະດິດ (AI) ແລະ ເຕັກໂນໂລຊີດິຈິຕອນ ຫວຽດນາມ - ສ.ເກົາຫຼີ 2026 ໄດ້ສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄົ້ນຄວ້າ, ພັດທະນາປັນຍາປະດິດ (AI), ໂຄງລ່າງພື້ນຖານຂໍ້ມູນ, ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ, ມຸ່ງໄປສູ່ການເປັນເຈົ້າຂອງເຕັກໂນໂລຊີ, ການນຳຜະລິດຕະພັນອອກສູ່ຕະຫຼາດໃນເຊີງການຄ້າ ແລະ ການຂະຫຍາຍຕະຫຼາດ.
ຍສໝ - ວັນທີ 29/10, ທີ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ແອັດສະປາຍ ນະຄອນຮ່າໂນ້ຍ ໄດ້ຈັດໂຄງການພົບປະມິດຕະພາບເນື່ອງໃນໂອກາດວັນຊາດແອັດສະປາຍ (12/10), ພ້ອມທັງເປີດຕົວສອງສາຂາສະມາຄົມໃໝ່ ເພື່ອຂະຫຍາຍເຄືອຂ່າຍການຕ່າງປະເທດປະຊາຊົນ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.
ຍສໝ - ຕອນຄ່ຳວັນທີ 28/10, ທີ່ຮ່າໂນ້ຍ, ສະຖານເອກອັກຄະລັດຖະທູດຍີ່ປຸ່ນໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນໃຫ້ແກ່ສຳນັກພິມ Kim Đồng, ເພື່ອຮັບຮູ້ບັນດາການປະກອບສ່ວນໃນການໂຄສະນາເຜີຍແຜ່ວັດທະນະທຳຍີ່ປຸ່ນ, ຊຸກຍູ້ການແລກປ່ຽນ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.
ຍສໝ - ວັນທີ 28/10, ທີ່ແຂວງກວ໋າງນິງ, ຫວຽດນາມໄດ້ມອບເອກະສານການເຂົ້າຮ່ວມຂໍ້ຕົກລົງ Artemis, ເປັນຂີດໝາຍຄວາມຄືບໜ້າໃນການຮ່ວມມືສາກົນດ້ານການສຳຫຼວດ ແລະ ນຳໃຊ້ອະວະກາດເພື່ອຈຸດປະສົງສັນຕິພາບ, ມຸ່ງໄປສູ່ການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ຄວາມຍືນຍົງ.
ຍສໝ - ວັນທີ 28/10/2026, ສະມາຄົມສົ່ງເສີມການພັດທະນາຮູບເງົາຫວຽດນາມ (VFDA) ໄດ້ເປີດບູດວາງສະແດງຮູບເງົາຫວຽດນາມ ທີ່ຕະຫຼາດເນື້ອຫາ TIFFCOM 2026 ໃນນະຄອນໂຕກຽວ (ຍີ່ປຸ່ນ), ເພື່ອແນະນຳບັນດາໂຄງການຮູບເງົາ, ສະຖານທີ່ຖ່າຍທຳ ແລະ ໂອກາດການຮ່ວມມືຜະລິດ ແລະ ຈັດຈຳໜ່າຍຮູບເງົາກັບຄູ່ຮ່ວມມືສາກົນ.
ຍສໝ - ວັນທີ 27/10, ສື່ມວນຊົນເມັກຊິໂກຫຼາຍສຳນັກໄດ້ລາຍງານຂ່າວກ່ຽວກັບພິທີເປີດຕົວຜົນງານບູລະນະປັບປຸງຮູບປັ້ນປະທານໂຮ່ຈີມິນ ທີ່ນະຄອນ Acapulco, ລັດ Guerrero, ໂດຍເນັ້ນໜັກເຖິງຄວາມໝາຍທາງສັນຍະລັກຂອງຜົນງານດັ່ງກ່າວຕໍ່ມິດຕະພາບ ແລະ ຄຸນຄ່າຮ່ວມກັນລະຫວ່າງສອງຊາດ.