ມະຕິເລກທີ 23 ເປີດກົນໄກສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ

ມະຕິເລກທີ 23 ເປີດກົນໄກສົ່ງເສີມແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ

ຍສໝ - ມະຕິເລກທີ 23-NQ/TW ກຳນົດວ່າ ຊາວຫວຽດນາມຢູ່ຕ່າງປະເທດ ແມ່ນໜຶ່ງໃນບັນດາແຫຼ່ງກຳລັງຍຸດທະສາດທີ່ສຳຄັນ, ປະກອບສ່ວນຍົກສູງກຳລັງແຮງສັງລວມຂອງຊາດ, ພ້ອມທັງຫັນປ່ຽນຢ່າງແຮງຈາກການຂົນຂວາຍ, ເຕົ້າໂຮມ, ເອົາໃຈໃສ່ດູແລ ໄປສູ່ການຮ່ວມເດີນທາງ, ສ້າງກົນໄກ ແລະ ສົ່ງເສີມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ.

ວິສາຫະກິດນະຄອນຫຼວງຊອກຫາທ່າແຮງເພື່ອບັນລຸເປົ້າໝາຍເຕີບໂຕສອງຕົວເລກ

ວິສາຫະກິດນະຄອນຫຼວງຊອກຫາທ່າແຮງເພື່ອບັນລຸເປົ້າໝາຍເຕີບໂຕສອງຕົວເລກ

ຍສໝ - ການລົງທຶນສາທາລະນະ, ການພັດທະນາໂຄງລ່າງ, ການຫັນປ່ຽນດິຈິຕອນ, ເສດຖະກິດສີຂຽວ ແລະ ການເຂົ້າຮ່ວມຢ່າງເລິກເຊິ່ງກວ່າເກົ່າໃນຕ່ອງໂສ້ມູນຄ່າ ພວມເປີດພື້ນທີ່ພັດທະນາໃໝ່ໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ, ຜ່ານນັ້ນ ປະກອບສ່ວນປະຕິບັດເປົ້າໝາຍເຕີບໂຕແບບຍືນຍົງສອງຕົວເລກຂອງຮ່າໂນ້ຍ.

ກົງສຸນໃຫຍ່ຫວຽດນາມປະຈຳ Busan ຊຸກຍູ້ການເຊື່ອມຕໍ່ການຄ້າໃນສະພາບແວດລ້ອມການຄ້າໃໝ່

ກົງສຸນໃຫຍ່ຫວຽດນາມປະຈຳ Busan ຊຸກຍູ້ການເຊື່ອມຕໍ່ການຄ້າໃນສະພາບແວດລ້ອມການຄ້າໃໝ່

ຍສໝ​ - ໃນສະພາບການທີ່ເສດຖະກິດໂລກກ້າວເຂົ້າສູ່ວົງຈອນໃໝ່ ດ້ວຍອັດຕາດອກເບ້ຍສູງ, ໄພເງິນເຟີ້ ແລະ ການແຂ່ງຂັນດ້ານພູມສາດການເມືອງທີ່ເພີ່ມຂຶ້ນ, ທ່ານນາງ ດວ່ານເຟືອງລານ, ກົງສຸນໃຫຍ່ຫວຽດນາມປະຈຳ Busan, ຢືນຢັນວ່າ ຫວຽດນາມແມ່ນຄູ່ຮ່ວມມືດ້ານການຄ້າ ແລະ ລະບົບຕ່ອງໂສ້ສະໜອງທີ່ໜ້າເຊື່ອຖືຂອງ ສ.ເກົາຫຼີ, ພ້ອມທັງກຽມພ້ອມສະໜັບສະໜູນວິສາຫະກິດສອງຝ່າຍເພີ່ມທະວີການເຊື່ອມຕໍ່ການຄ້າ.

ຫວຽດນາມເປັນເຈົ້າພາບຈັດບັນດາວັນແຫ່ງສະພາປະຊາຊົນໂລກ, ເປີດກວ້າງການເຊື່ອມຕໍ່ສາກົນ

ຫວຽດນາມເປັນເຈົ້າພາບຈັດບັນດາວັນແຫ່ງສະພາປະຊາຊົນໂລກ, ເປີດກວ້າງການເຊື່ອມຕໍ່ສາກົນ

ຍສໝ - ເປັນຄັ້ງທຳອິດທີ່ຈັດຂຶ້ນຢູ່ຫວຽດນາມ, ບັນດາວັນແຫ່ງສະພາປະຊາຊົນໂລກ ແນໃສ່ເປີດກວ້າງການສົນທະນາ, ເຊື່ອມຕໍ່ບັນດາອົງການປະຊາຊົນ, ນັກວິຊາການ, ນັກວິທະຍາສາດ, ມະຫາວິທະຍາໄລ ແລະ ວິສາຫະກິດ, ຄ່ອຍໆຫັນບັນດາແນວຄວາມຄິດຮ່ວມມືໃຫ້ກາຍເປັນແຜນງານ ແລະ ໂຄງການອັນລະອຽດ.

ດົນຕີເຊື່ອມຕໍ່ມິດຕະພາບຫວຽດນາມ - ໂຣມານີ

ດົນຕີເຊື່ອມຕໍ່ມິດຕະພາບຫວຽດນາມ - ໂຣມານີ

ຍສໝ - ງານສະແດງດົນຕີມິດຕະພາບຫວຽດນາມ - ໂຣມານີ ຢູ່ນະຄອນຫຼວງ Bucharest ໄດ້ເຕົ້າໂຮມບັນດາສິລະປິນຂອງສອງປະເທດ, ແນະນຳດົນຕີ, ຊຸດເສື້ອຍາວ, ອາຫານ ແລະ ຜະລິດຕະພັນຫວຽດນາມ, ຜ່ານນັ້ນເຜີຍແຜ່ພາບພົດປະເທດຊາດ, ຄົນຫວຽດນາມ ແລະ ປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນລະຫວ່າງປະຊາຊົນສອງປະເທດ.

ປັບປຸງກົນໄກປະສານງານດ້ານກົງສຸນ, ປົກປ້ອງພົນລະເມືອງຫວຽດນາມ - ຍີ່ປຸ່ນ

ປັບປຸງກົນໄກປະສານງານດ້ານກົງສຸນ, ປົກປ້ອງພົນລະເມືອງຫວຽດນາມ - ຍີ່ປຸ່ນ

ຍສໝ - ການສ້າງເງື່ອນໄຂສະດວກໃຫ້ພົນລະເມືອງໃນການເຂົ້າ - ອອກປະເທດ, ພັກອາໄສ, ຮ່ຳຮຽນ, ເຮັດວຽກ ແລະ ເພີ່ມທະວີການປະສານງານໃນການປົກປ້ອງພົນລະເມືອງ ແມ່ນບັນດາເນື້ອໃນຈຸດສຸມທີ່ກອງປະຊຸມປຶກສາຫາລືດ້ານກົງສຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 9, ຈັດຂຶ້ນໃນວັນທີ 25 ສິງຫາ ຢູ່ຮ່າໂນ້ຍ.

ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030

ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030

ຍສໝ - ການແບ່ງປັນປະສົບການວຽກງານແນວໂຮມ, ເພີ່ມທະວີການພົວພັນແລກປ່ຽນລະຫວ່າງປະຊາຊົນ ແລະ ຊ່ວຍເຫຼືອຊຸມຊົນຂອງສອງປະເທດ ແມ່ນສາມຈຸດສຸມທີ່ໄດ້ຮັບການສະເໜີໃນການຮ່ວມມືລະຫວ່າງແນວໂຮມຮ່າໂນ້ຍ ແລະ ວຽງຈັນ ໄລຍະ 2026-2030.

ຫວຽດນາມ – ຊີເລ ຍູ້ແຮງການຮ່ວມມື ດ້ວຍບົດບາດເປັນຂົວຕໍ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕິນ

ຫວຽດນາມ – ຊີເລ ຍູ້ແຮງການຮ່ວມມື ດ້ວຍບົດບາດເປັນຂົວຕໍ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕິນ

ຍສໝ - ໃນຕອນບ່າຍວັນທີ 24/8, ໃນໂອກາດຕ້ອນຮັບ ທ່ານ ຟຣານຊິສໂກ ເປເຣດ ແມັກເຄນນາ (Francisco Pérez Mackenna) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຊີເລ ໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ຕັ້ງແຕ່ວັນທີ 23-25/8), ທ່ານ ນາຍົກລັດຖະມົນຕີ ເລມິນຮືງ ໄດ້ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ສາຍພົວພັນມິດຕະພາບມູນເຊື້ອ ກໍ່ຄື ສາຍພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ.

ເຍົາວະຊົນຫວຽດນາມ ຢູ່ເອີຣົບໂຮມໂຕຢູ່ອິຕາລີ: ຄວາມມຸ່ງມາດປາດຖະໜາສ້າງສາ ແລະ ເສັ້ນທາງກໍ່ສ້າງປະເທດຊາດ

ເຍົາວະຊົນຫວຽດນາມ ຢູ່ເອີຣົບໂຮມໂຕຢູ່ອິຕາລີ: ຄວາມມຸ່ງມາດປາດຖະໜາສ້າງສາ ແລະ ເສັ້ນທາງກໍ່ສ້າງປະເທດຊາດ

ຍສໝ - ເຫດການຈະດຶງດູດນັກຄ້າຍປະມານ 100 ຄົນ ພ້ອມດ້ວຍຕົວແທນອົງການການທູດວັດທະນະທຳ, ບັນດາຜູ້ແທນແຂກເຊີນ.

ສິງກະໂປແນະນຳທິດທາງຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີກັບຫວຽດນາມ

ສິງກະໂປແນະນຳທິດທາງຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີກັບຫວຽດນາມ

ຍສໝ - ໃນສະພາບການທີ່ປັນຍາປະດິດ (AI) ແລະ ເຕັກໂນໂລຊີດິຈິຕອນພັດທະນາຢ່າງວ່ອງໄວ, ປະສົບການຂອງສິງກະໂປສະແດງໃຫ້ເຫັນວ່າ ຄວາມສາມາດໃນການປັບຕົວໃຫ້ທັນກັບເຕັກໂນໂລຊີໃໝ່ ບໍ່ພຽງແຕ່ຂຶ້ນກັບການລົງທຶນໃສ່ໂຄງລ່າງ ຫຼື ການອອກນະໂຍບາຍເທົ່ານັ້ນ, ຫາກຍັງຮຽກຮ້ອງໃຫ້ມີການດັດປັບຢ່າງສອດຄ່ອງທັງດ້ານສະຖາບັນ, ການຈັດຕັ້ງກົງຈັກ, ຊັບພະຍາກອນມະນຸດ ແລະ ຮູບແບບການຮ່ວມມືລະຫວ່າງລັດກັບວິສາຫະກິດ.

ສ້າງຂີດຄວາມສາມາດ AI ທີ່ມີເອກະລັກຫວຽດນາມ

ສ້າງຂີດຄວາມສາມາດ AI ທີ່ມີເອກະລັກຫວຽດນາມ

ຍສໝ - ຫວຽດນາມພວມຢືນຢູ່ຕໍ່ໜ້າບາດກ້າວຫັນປ່ຽນໃນການພັດທະນາປັນຍາປະດິດ (AI), ຈາກການນຳໃຊ້ເຕັກໂນໂລຊີທີ່ມີຢູ່ແລ້ວ ໄປສູ່ການເປັນເຈົ້າການສ້າງຂີດຄວາມສາມາດດ້ານແບບຈຳລອງ, ໂຄງລ່າງການຄຳນວນ, ຂໍ້ມູນ, ບຸກຄະລາກອນ ແລະ ວິສາຫະກິດ, ມຸ່ງໄປສູ່ການສ້າງເຕັກໂນໂລຊີ ແລະ ຜະລິດຕະພັນທີ່ເໝາະສົມກັບຄວາມຕ້ອງການພາຍໃນປະເທດ.

ກອງປະຊຸມວິສາມັນຄັ້ງທີ 1 ສ້າງຂອບກົດໝາຍໃຫ້ແກ່ໄລຍະເລັ່ງລັດການພັດທະນາ

ກອງປະຊຸມວິສາມັນຄັ້ງທີ 1 ສ້າງຂອບກົດໝາຍໃຫ້ແກ່ໄລຍະເລັ່ງລັດການພັດທະນາ

ຍສໝ - ພາຍຫຼັງ 17 ວັນເຮັດວຽກ, ກອງປະຊຸມວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI ໄດ້ອັດລົງໃນຕອນບ່າຍວັນທີ 24 ສິງຫາ, ສຳເລັດວຽກງານນິຕິບັນຍັດເປັນຈຳນວນຫຼາຍ ແລະ ຕັດສິນຫຼາຍບັນຫາສຳຄັນກ່ຽວກັບໂຄງລ່າງພື້ນຖານ, ການພັດທະນາເສດຖະກິດ - ສັງຄົມ.

ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດເກືອບ 500 ຊຸດ ຢູ່ສວນສາທາລະນະ ເລທິຣຽງ

ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດເກືອບ 500 ຊຸດ ຢູ່ສວນສາທາລະນະ ເລທິຣຽງ

ຍສໝ - ວັນທີ 24 ສິງຫາ, ກຳລັງເຈົ້າໜ້າທີ່ສືບຕໍ່ຄົ້ນຫາ ແລະ ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ຈຸດທີສອງ (ເຂດ B) ຂອງສວນສາທາລະນະ ເລທິຣຽງ, ນະຄອນໂຮ່ຈິມິນ, ໂດຍໄດ້ຄົ້ນພົບ ແລະ ເກັບໂຮມອັດຖິນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ 26 ຊຸດ ພ້ອມດ້ວຍວັດຖຸທີ່ຕິດກັບອັດຖິ 10 ຊຸດ.

ທ່ານ ເຈິ່ນເກີ່ມຕູ໋ ຜູ້ປະຈຳການຄະນະເລຂາທິການ ເຂົ້າຮ່ວມພິທີລະນຶກ 81 ປີແຫ່ງວັນຊາດຫວຽດນາມ ຢູ່ສິງກະໂປ

ທ່ານ ເຈິ່ນເກີ່ມຕູ໋ ຜູ້ປະຈຳການຄະນະເລຂາທິການ ເຂົ້າຮ່ວມພິທີລະນຶກ 81 ປີແຫ່ງວັນຊາດຫວຽດນາມ ຢູ່ສິງກະໂປ

ຍສໝ - ວັນທີ 24/8, ສະຖານທູດຫວຽດນາມປະຈຳສິງກະໂປ ໄດ້ຈັດພິທີລະນຶກ 81 ປີ ວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2/9/1945 - 2/9/2026), ໂດຍມີການເຂົ້າຮ່ວມຂອງທ່ານ ເຈິ່ນເກີ່ມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ.

ເຊື່ອມໂຍງຊາວຫວຽດນາມຢູ່ຕ່າງປະເທດ, ສົ່ງເສີມແຫຼ່ງກຳລັງປັນຍາຊົນຫວຽດນາມຢູ່ສິງກະໂປ

ເຊື່ອມໂຍງຊາວຫວຽດນາມຢູ່ຕ່າງປະເທດ, ສົ່ງເສີມແຫຼ່ງກຳລັງປັນຍາຊົນຫວຽດນາມຢູ່ສິງກະໂປ

ຍສໝ - ຕອນຄ່ຳວັນທີ 24/8, ທີ່ສິງກະໂປ, ທ່ານ ເຈິ່ນເກີ່ມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ໄດ້ພົບປະກັບພະນັກງານ, ເຈົ້າໜ້າທີ່ສະຖານທູດ ພ້ອມດ້ວຍຊາວຫວຽດນາມ, ຊ່ຽວຊານ ແລະ ປັນຍາຊົນຫວຽດນາມຈຳນວນຫຼາຍ. ທ່ານສະເໜີໃຫ້ສືບຕໍ່ເຊື່ອມໂຍງຊຸມຊົນ, ສົ່ງເສີມແຫຼ່ງກຳລັງດ້ານປັນຍາ ແລະ ເຕັກໂນໂລຊີຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດ ແລະ ສາຍພົວພັນ ຫວຽດນາມ - ສິງກະໂປ.

ຫວຽດນາມ - UNICEF ເພີ່ມທະວີການປົກປ້ອງເດັກນ້ອຍໃນສະພາບແວດລ້ອມດິຈິຕອນ

ຫວຽດນາມ - UNICEF ເພີ່ມທະວີການປົກປ້ອງເດັກນ້ອຍໃນສະພາບແວດລ້ອມດິຈິຕອນ

ຍສໝ - ຕອນບ່າຍວັນທີ 24/8, ທີ່ສຳນັກງານລັດຖະບານ, ທ່ານນາງ ຟ້າມທິແທັງຈ່າ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບ ທ່ານ Sanjay Wijesekera, ຜູ້ອຳນວຍການກອງທຶນເດັກແຫ່ງສະຫະປະຊາຊາດ (UNICEF) ປະຈຳພາກພື້ນອາຊີ - ປາຊີຟິກ. ສອງຝ່າຍໄດ້ແລກປ່ຽນບັນດາທິດທາງເພື່ອເພີ່ມທະວີການຮ່ວມມື, ໃນນັ້ນ ເອົາໃຈໃສ່ການປົກປ້ອງເດັກນ້ອຍໃນສະພາບແວດລ້ອມດິຈິຕອນ ແລະ ໃນຍຸກປັນຍາປະດິດ (AI).

ຊຸກຍູ້ການຮ່ວມມືລັດຖະສະພາ ຫວຽດນາມ - ສິງກະໂປ ໃຫ້ນັບມື້ນັບເລິກເຊິ່ງ

ຊຸກຍູ້ການຮ່ວມມືລັດຖະສະພາ ຫວຽດນາມ - ສິງກະໂປ ໃຫ້ນັບມື້ນັບເລິກເຊິ່ງ

ຍສໝ - ຕອນບ່າຍວັນທີ 24/8, ທີ່ ສິງກະໂປ, ທ່ານ ເຈິ່ນເກີ່ມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ໄດ້ເຂົ້າພົບປະ ທ່ານ Seah Kian Peng, ປະທານລັດຖະສະພາສິງກະໂປ. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ປະກອບສ່ວນຜັນຂະຫຍາຍຂອບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ຢ່າງມີປະສິດທິຜົນ.

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນພັດທະນາປະເທດ

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນພັດທະນາປະເທດ

ຍສໝ - ຕອນບ່າຍວັນທີ 24/8, ທີ່ສຳນັກງານລັດຖະບານ, ໃນໂອກາດຕ້ອນຮັບ ສາດສະດາຈານ ເຈິ່ນແທັງເວິນ, ປະທານສະມາຄົມວິທະຍາສາດ “ພົບປະຫວຽດນາມ”, ຜູ້ອຳນວຍການສູນວິທະຍາສາດ ແລະ ການສຶກສາສາກົນລະຫວ່າງສາຂາ (ICISE), ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຢືນຢັນວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນຫຼັກ ເພື່ອນຳພາປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່.

ເປີດທາງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່

ເປີດທາງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່

ຍສໝ - ດ້ວຍຊາວຫວຽດນາມຫຼາຍກວ່າ 6,5 ລ້ານຄົນ ທີ່ດຳລົງຊີວິດຢູ່ຫຼາຍກວ່າ 130 ປະເທດ ແລະ ເຂດແຄວ້ນ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດນັບມື້ນັບມີບົດບາດສຳຄັນໃນການເຊື່ອມຕໍ່ພູມປັນຍາ, ເຕັກໂນໂລຊີ, ຕະຫຼາດ ແລະ ບັນດາເຄືອຂ່າຍຮ່ວມມືສາກົນ. ມະຕິເລກທີ 23-NQ/TW ລົງວັນທີ 2/8/2026 ຂອງກົມການເມືອງ ໄດ້ເປີດໄລຍະໃໝ່ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ, ມຸ່ງໄປສູ່ການສ້າງກົນໄກເພື່ອເປີດທາງ ແລະ ສົ່ງເສີມແຫຼ່ງກຳລັງນີ້ໃຫ້ເກີດປະສິດທິຜົນ.

ຫວຽດນາມ - ຈີເລ ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່

ຫວຽດນາມ - ຈີເລ ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່

ຍສໝ - ວັນທີ 23/8, ທີ່ຮ່າໂນ້ຍ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດຈີເລ Francisco Pérez Mackenna, ໂດຍເຫັນດີສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ຈີເລ ເລິກເຊິ່ງຍິ່ງຂຶ້ນ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ຍັງມີທ່າແຮງຫຼາຍ ເຊັ່ນ: ການຫັນປ່ຽນສີຂຽວ, ເສດຖະກິດດິຈິຕອນ, ວິທະຍາສາດ - ເຕັກໂນໂລຊີ, ພະລັງງານທົດແທນ ແລະ ແຮ່ທາດຍຸດທະສາດ.

|< < 1 2 3 4 5 > >|