ຫວຽດນາມ – ຊີເລ ຍູ້ແຮງການຮ່ວມມື ດ້ວຍບົດບາດເປັນຂົວຕໍ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕິນ

09:11 | 26/08/2026

ຍສໝ - ໃນຕອນບ່າຍວັນທີ 24/8, ໃນໂອກາດຕ້ອນຮັບ ທ່ານ ຟຣານຊິສໂກ ເປເຣດ ແມັກເຄນນາ (Francisco Pérez Mackenna) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຊີເລ ໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ຕັ້ງແຕ່ວັນທີ 23-25/8), ທ່ານ ນາຍົກລັດຖະມົນຕີ ເລມິນຮືງ ໄດ້ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ສາຍພົວພັນມິດຕະພາບມູນເຊື້ອ ກໍ່ຄື ສາຍພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ.

ສ້າງຂີດຄວາມສາມາດ AI ທີ່ມີເອກະລັກຫວຽດນາມ ສິງກະໂປແນະນຳທິດທາງຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີກັບຫວຽດນາມ

ເພື່ອຮັດແຫນ້ນພື້ນຖານທີ່ມີຢູ່ແລ້ວໃຫ້ແຫນ້ນແຟ້ນຍິ່ງຂຶ້ນ, ທ່ານ ນາຍົກລັດຖະມົນຕີ ເລ ມິນ ຮືງ ໄດ້ສະເໜີໃຫ້ ສອງປະເທດ ຮັກສາການປະສານງານຢ່າງຊິດແທດ ເພື່ອຊຸກຍູ້ການແລກປ່ຽນຄະນະຜູ້ແທນໃນທຸກລະດັບ, ໃນທຸກຊ່ອງທາງ ຕັ້ງແຕ່ການຕ່າງປະເທດຂອງພັກ ຫາ ການທູດລັດຖະສະພາ. ຄຽງຄູ່ກັນນັ້ນ, ການດໍາເນີນງານຢ່າງມີປະສິດທິຜົນ ຂອງບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ ເຊັ່ນ: ສະພາການຄ້າເສລີ ແລະ ການປຶກສາຫາລືທາງດ້ານການເມືອງ ຈະສ້າງເງື່ອນໄຂທ່ຽງແທ້ ໃນການເປີດຕະຫຼາດ ໃຫ້ກັບບັນດາຜະລິດຕະພັນທີ່ມີຈຸດແຂງຂອງແຕ່ລະຝ່າຍ. ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງການຂະຫຍາຍການຮ່ວມມື ໄປສູ່ຂົງເຂດການເງິນ - ການທະນາຄານ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ວິທະຍາສາດ - ເຕັກໂນໂລຊີ.

ຫວຽດນາມ – ຊີເລ ຍູ້ແຮງການຮ່ວມມື ດ້ວຍບົດບາດເປັນຂົວຕໍ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕິນ

ທ່ານ ນາຍົກລັດຖະມົນຕີ ເລມິນຮືງ ແລກປ່ຽນຄວາມຄິດຮ່ວມກັບ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຊີເລ ຟຣານຊິສໂກ ເປເຣດ ແມັກເຄນນາ ໃນພິທີຕ້ອນຮັບ

ເປັນພິເສດ, ທ່ານ ນາຍົກລັດຖະມົນຕີ ເລມິນຮືງ ໄດ້ຊີ້ໃຫ້ເຫັນຄວາມສໍາຄັນ ຂອງການເຊື່ອມໂຍງການຂົນສົ່ງ, ໂລຈິສຕິກ ແລະ ຫ່ວງໂສ້ອຸປະທານ, ພ້ອມທັງ ເພີ່ມທະວີການປະສານງານ ຢູ່ບັນດາເວທີປຶກສາຫາລືພະຫຸພາຄີ ແລະ ລະຫວ່າງພື້ນທີ່. ບັນດານ້ຳໃຈພະຍາຍາມນີ້ ບໍ່ພຽງແຕ່ຊ່ວຍໃຫ້ສອງພື້ນຖານເສດຖະກິດ ເຊື່ອມໂຍງກັນຢ່າງເລິກເຊິ່ງກວ່າເກົ່າ ເທົ່ານັ້ນ, ແຕ່ຍັງຜັນຂະຫຍາຍບົດບາດຍຸດທະສາດຂອງ ຫວຽດນາມ ແລະ ຊີເລ ໃນການເປັນປະຕູເຊື່ອມໂຍງ, ການເຊື່ອມໂຍງລະຫວ່າງສອງເຂດແດນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕິນ.

ຝ່າຍ ທ່ານ ລັດຖະມົນຕີ ຟຣານຊິສໂກ ເປເຣດ ແມັກເຄນນາ ໄດ້ຢືນຢັນວ່າ ຊີເລ ຕີລາຄາ ຫວຽດນາມ ເປັນຄູ່ຮ່ວມມືສໍາຄັນແຖວໜ້າ ຢູ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້. ທາງການ ຊີເລ ມຸ່ງມາດປາດຖະໜາທີ່ຈະຮັດແຫນ້ນ ສາຍພົວພັນຄູ່ຮ່ວມມືຮອບດ້ານໃຫ້ເລິກເຊິ່ງກວ່າເກົ່າ, ໂດຍສຸມໃສ່ບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ ເພື່ອຫັນເອົາຄວາມສາມາດເກີນຊາຍຂອງແຕ່ລະປະເທດໃຫ້ເກີດປະໂຫຍດສູງສຸດ.

ຫວຽດນາມ – ຊີເລ ຍູ້ແຮງການຮ່ວມມື ດ້ວຍບົດບາດເປັນຂົວຕໍ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕິນ

ພາບລວມຂອງການພົບປັດ ລະຫວ່າງ ທ່ານ ນາຍົກລັດຖະມົນຕີ ເລມິນຮືງ ແລະ ຄະນະຜູ້ແທນ ກະຊວງການຕ່າງປະເທດ ຊີເລ

ຕົວແທນການທູດ ຊີເລ ໄດ້ຊີ້ໃຫ້ເຫັນທ່າແຮງການຮ່ວມມືຕົວຈິງຫຼາຍຢ່າງ ທີ່ຕ້ອງເລ່ງລັດຈັດປະຕິບັດໃຫ້ປະກົດຜົນເປັນຈິງໂດຍໄວ, ລວມມີ: ການຄ້າຜະລິດຕະພັນກະສິກໍາ, ກະສິກໍາ ແລະ ການປຸງແຕ່ງຜະລິດຕະພັນກະສິກໍາເຕັກໂນໂລຊີສູງ, ການຂຸດຄົ້ນແຮ່ທາດ, ການປ່ຽນຜ່ານພະລັງງານ, ວິທະຍາສາດເຕັກໂນໂລຊີ ແລະ ການສຶກສາ. ນອກຈາກນີ້, ທັງສອງຝ່າຍ ຈະດໍາເນີນການກວດກາ, ຊຸກຍູ້ການເຈລະຈາ ບັນດາຂໍ້ຕົກລົງການຮ່ວມມື ທີ່ກ່ຽວຂ້ອງກັບການເງິນ, ການຄ້າ ແລະ ວຽກງານສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ.

ຫວຽດນາມ - ຈີເລ ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ ຫວຽດນາມ - ຈີເລ ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່
ຍສໝ - ວັນທີ 23/8, ທີ່ຮ່າໂນ້ຍ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດຈີເລ Francisco Pérez Mackenna, ໂດຍເຫັນດີສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ຈີເລ ເລິກເຊິ່ງຍິ່ງຂຶ້ນ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ຍັງມີທ່າແຮງຫຼາຍ ເຊັ່ນ: ການຫັນປ່ຽນສີຂຽວ, ເສດຖະກິດດິຈິຕອນ, ວິທະຍາສາດ - ເຕັກໂນໂລຊີ, ພະລັງງານທົດແທນ ແລະ ແຮ່ທາດຍຸດທະສາດ.
ເປີດທາງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່ ເປີດທາງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່
ຍສໝ - ດ້ວຍຊາວຫວຽດນາມຫຼາຍກວ່າ 6,5 ລ້ານຄົນ ທີ່ດຳລົງຊີວິດຢູ່ຫຼາຍກວ່າ 130 ປະເທດ ແລະ ເຂດແຄວ້ນ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດນັບມື້ນັບມີບົດບາດສຳຄັນໃນການເຊື່ອມຕໍ່ພູມປັນຍາ, ເຕັກໂນໂລຊີ, ຕະຫຼາດ ແລະ ບັນດາເຄືອຂ່າຍຮ່ວມມືສາກົນ. ມະຕິເລກທີ 23-NQ/TW ລົງວັນທີ 2/8/2026 ຂອງກົມການເມືອງ ໄດ້ເປີດໄລຍະໃໝ່ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ, ມຸ່ງໄປສູ່ການສ້າງກົນໄກເພື່ອເປີດທາງ ແລະ ສົ່ງເສີມແຫຼ່ງກຳລັງນີ້ໃຫ້ເກີດປະສິດທິຜົນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ