ຍສໝ - ແຕ່ວັນທີ 24-25/8, ສະຫາຍ ເຈິ່ນເກິມຕູ໋, ກຳມະການກົມການເມືອງ, ຄະນະປະຈຳສຳນັກເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກຄອມມູນິດຫວຽດນາມ ຈະໄປຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ຮ່ວມເປັນປະທານການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທີ 1. ຕາມທ່ານ ຫງວຽນແມ້ງເກື່ອງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ການຢ້ຽມຢາມຄັ້ງນີ້ເປັນຂີດໝາຍບາດກ້າວພັດທະນາໃໝ່ດ້ານຄຸນນະພາບໃນສາຍພົວພັນລະຫວ່າງສອງພັກ, ສ້າງພື້ນຖານທາງການເມືອງ ແລະ ແຮງຂັບເຄື່ອນເພີ່ມເຕີມ ເພື່ອນຳສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ເຂົ້າສູ່ຄວາມເລິກເຊິ່ງ.
ຍສໝ - ຕໍ່ໜ້າການປ່ຽນແປງຢ່າງວ່ອງໄວຂອງເຕັກໂນໂລຊີ ແລະ ພູມສາດການເມືອງໂລກ, ສິງກະໂປໄດ້ມີຫຼາຍບາດກ້າວຫັນປ່ຽນເພື່ອປັບຕົວເຂົ້າກັບສະພາບການໃໝ່. ບົດຮຽນຂອງ “ປະເທດເກາະສິງໂຕ”, ໂດຍສະເພາະ 5 ຫຼັກການກ່ຽວກັບການກຳນົດຄວາມສ່ຽງ, ເສີມສ້າງຄວາມເຊື່ອໝັ້ນ, ນຳເຕັກໂນໂລຊີເຂົ້າສູ່ຊີວິດ, ດຶງດູດຜູ້ມີຄວາມສາມາດ ແລະ ຮຽນຮູ້ຢ່າງບໍ່ຢຸດຢັ້ງ, ໄດ້ນຳມາເຊິ່ງບັນດາຂໍ້ຄິດເຫັນທີ່ເປັນປະໂຫຍດແກ່ຫວຽດນາມໃນຂະບວນການພັດທະນາວິທະຍາສາດ - ເຕັກໂນໂລຊີ.
ຍສໝ - ເພື່ອໃຫ້ມະຕິເລກທີ 23-NQ/TW ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ, ບັນດາຫົວໜ້າອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ສະເໜີໃຫ້ຮີບຮ້ອນສ້າງຖານຂໍ້ມູນດິຈິຕອນກ່ຽວກັບຊ່ຽວຊານ, ປັນຍາຊົນ ແລະ ນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດ; ປ່ຽນແປງໃໝ່ວິທີການເຊື່ອມຈອດຊຸມຊົນ; ສົ່ງເສີມເຄືອຂ່າຍປັນຍາຊົນໜຸ່ມ ແລະ ບົດບາດຂອງບັນດາຄຸນຄ່າວັດທະນະທຳ, ສາສະໜາດັ້ງເດີມ, ຜ່ານນັ້ນ ລະດົມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດເຂົ້າໃນການພັດທະນາປະເທດຢ່າງມີປະສິດທິຜົນ.
ຍສໝ - ໃນໄລຍະຜ່ານມາ ຢູ່ Santiago (ຈີເລ), ວິສາຫະກິດ, ສະມາຄົມ ແລະ ອົງການຂອງຫວຽດນາມ ແລະ ຈີເລ ຫຼາຍກວ່າ 70 ແຫ່ງ ໄດ້ເຂົ້າຮ່ວມກອງສຳມະນາສົ່ງເສີມການຄ້າ, ການລົງທຶນ ແລະ ເຊື່ອມຈອດວິສາຫະກິດ ດ້ານອຸປະກອນພະລັງງານ, ເຄື່ອງຈັກ ແລະ ອຸປະກອນໄຟຟ້າອຸດສາຫະກຳ. ລາຍການໄດ້ປິດລົງດ້ວຍ 27 ການພົບປະເຊື່ອມຈອດລະຫວ່າງວິສາຫະກິດ ທີ່ໄດ້ຈັບຄູ່ລ່ວງໜ້າຕາມແຕ່ລະກຸ່ມຜະລິດຕະພັນ.
ຍສໝ - ມຸ່ງສູ່ວັນພັກເນື່ອງໃນໂອກາດວັນຊາດ 2/9, ນິງບິ່ງສຸມໃສ່ປັບປຸງບັນດາຜະລິດຕະພັນທ່ອງທ່ຽວໃໝ່, ພັດທະນາການທ່ອງທ່ຽວວັດທະນະທຳ, ກິດຈະກຳໃນຍາມຄ່ຳຄືນ ແລະ ກະກຽມບັນດາເງື່ອນໄຂເພື່ອຮອງຮັບນັກທ່ອງທ່ຽວ. ໃນເດືອນ 8/2026, ທ້ອງຖິ່ນຄາດວ່າຈະຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 983.000 ເທື່ອຄົນ, ເພີ່ມຂຶ້ນ 29,81% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີ ວັນຊາດ 2/9, ບັນດາອົງການຕາງໜ້າຫວຽດນາມປະຈຳມາເລເຊຍ, ກຳປູເຈຍ ແລະ ເຂດຕາເວັນອອກໄກ (ສະຫະພັນລັດເຊຍ) ໄດ້ຈັດຫຼາຍກິດຈະກຳ ໂດຍມີຊາວຫວຽດນາມຢູ່ຕ່າງປະເທດ ແລະ ເພື່ອນມິດທ້ອງຖິ່ນເຂົ້າຮ່ວມຢ່າງຫຼວງຫຼາຍ. ຈາກຄວາມພາກພູມໃຈຕໍ່ການພັດທະນາຂອງປະເທດ, ປະຊາຄົມຊາວຫວຽດນາມໄດ້ສະແດງຄວາມປາດຖະໜາຢາກປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ ແລະ ຮ່ວມກັນສ້າງສາສາຍພົວພັນມິດຕະພາບກັບປະເທດທີ່ຕົນອາໄສຢູ່.
ຍສໝ - ວັນທີ 21/8, ຢູ່ບັກນິງ, ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ (DFAT) ແລະ ວິສາຫະກິດເພື່ອສັງຄົມ KOTO ໄດ້ເປີດຕົວໂຄງການ “Our Turn” ຢ່າງເປັນທາງການ, ເພື່ອເປີດກວ້າງໂອກາດຝຶກວິຊາຊີບ ແລະ ການເຮັດວຽກໃຫ້ແກ່ຜູ້ດ້ອຍໂອກາດໃນຂະແໜງຮ້ານອາຫານ - ໂຮງແຮມ - ການທ່ອງທ່ຽວ ຢູ່ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 21/8, ຢູ່ແຂວງດ້ຽນບຽນ, ລັດລາວໄດ້ມອບຫຼຽນໄຊອັນສູງສົ່ງໃຫ້ 2 ຄະນະ ແລະ 8 ບຸກຄົນຂອງແຂວງດ້ຽນບຽນ, ເພື່ອຮັບຮູ້ບັນດາການປະກອບສ່ວນໃນການທະນຸຖະໜອມ ແລະ ເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງທ້ອງຖິ່ນ, ສອງປະເທດ ຫວຽດນາມ - ລາວ.
ຍສໝ - ນັກທ່ອງທ່ຽວທີ່ເດີນທາງມາ ນະຄອນຫຼວງ ໃນສອງວັນທີ 22 ແລະ 23/8 ນີ້ ຈະມີໂອກາດໄດ້ດຳໂຄມເຂົ້າໃນບັນຍາກາດວັດທະນະທຳ ທີ່ມີເອກະລັກສະເພາະຂອງເຂດຕາເວັນຕົກພາກໃຕ້ ຜ່ານໂຄງການຟື້ນຟູພາບ ງານເທດສະການ ທັກຄົນ. ງານປະໂຄມດັ່ງກ່າວ ຈັດຂຶ້ນໂດຍ ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວ ບັນດາເຜົ່າ ຫວຽດນາມ ປະສານງານກັບ ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ນະຄອນ ເກີນເທີ ຢູ່ທີ່ ເຂດບັນດາໝູ່ບ້ານຊົນເຜົ່າ III.
ຍສໝ - ນັບແຕ່ Fansipan, ຮະລອງ, ເຊິມເຊີນ ຈົນເຖິງ ດານັງ, ຝູກວັກ, ຫຼາຍສະຖານທີ່ທ່ອງທ່ຽວໃນທົ່ວປະເທດພວມກະກຽມບັນດາກິດຈະກຳວັດທະນະທຳ, ບັນເທີງ ແລະ ປະສົບການໃໝ່ໆ, ນຳມາເຊິ່ງທາງເລືອກທີ່ຫຼາກຫຼາຍຂຶ້ນໃຫ້ແກ່ນັກທ່ອງທ່ຽວໃນຊ່ວງພັກວັນຊາດ 2/9.
ຍສໝ - ມະຕິເລກທີ 19-NQ/TW ລົງວັນທີ 28/7/2026 ກ່ຽວກັບການປ່ຽນແປງໃໝ່ຮູບແບບການພັດທະນາຫວຽດນາມ, ເຊິ່ງໄດ້ຮັບຮອງຈາກກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV, ໄດ້ສ້າງຂີດໝາຍການຫັນປ່ຽນທາງຍຸດທະສາດ ຈາກເປົ້າໝາຍການເຕີບໂຕ ໄປສູ່ການປ່ຽນແປງໃໝ່ຮູບແບບການພັດທະນາແຫ່ງຊາດ, ສ້າງພື້ນຖານເພື່ອຫັນຄວາມປາຖະໜາໃຫ້ເປັນຈິງ ຄື ຮອດປີ 2045 ຫວຽດນາມກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ກ້າວເດີນຢ່າງໝັ້ນຄົງຂຶ້ນສູ່ລັດທິສັງຄົມນິຍົມ.
ຍສໝ - ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມໄດ້ບັນລຸບັນດາບາດກ້າວສຳຄັນດ້ານການເຕີບໂຕ, ລາຍຮັບ ແລະ ຄວາມກ້າວໜ້າທາງສັງຄົມ. ໃນການແລກປ່ຽນຢູ່ນອກຂອບກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ປ່ຽນແປງໃໝ່ຮູບແບບການພັດທະນາຂອງຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ”, ສາດສະດາຈານ, ປອ. ໂງຖັງເລີ້ຍ, ອາຈານອາວຸໂສ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ເຫັນວ່າ ໃນໄລຍະຕໍ່ໄປ ຈຳເປັນຕ້ອງຊຸກຍູ້ບັນດາແຮງຂັບເຄື່ອນການເຕີບໂຕແບບໃໝ່ ໂດຍອີງໃສ່ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ, ພ້ອມທັງຍົກສູງຜະລິດຕະພາບ ແລະ ຄຸນນະພາບຂອງກະແສທຶນ FDI.
ຍສໝ - ແຕ່ວັນທີ 17-19/8, ຢູ່ສູນວັດທະນະທຳຫວຽດນາມປະຈຳລາວ ທີ່ນະຄອນຫຼວງວຽງຈັນ, ລາຍການວາງສະແດງ ແລະ ສາທິດສະເພາະຫົວຂໍ້ “ການປະຕິບັດຄວາມເຊື່ອເທັນຂອງກຸ່ມພາສາໄຕ - ໄທ” ໄດ້ແນະນຳໃຫ້ສາທາລະນະຊົນລາວຮູ້ຈັກບັນດາຄຸນຄ່າວັດທະນະທຳອັນເປັນເອກະລັກຂອງບັນດາເຜົ່າຢູ່ຫວຽດນາມ, ພ້ອມທັງຍົກໃຫ້ເຫັນຫຼາຍຈຸດຄ້າຍຄືກັນໃນຊີວິດທາງຈິດໃຈຂອງສອງປະເທດ.
ຍສໝ - ເນື່ອງໃນໂອກາດລະນຶກຄົບຮອບ 81 ປີ ແຫ່ງໄຊຊະນະຂອງການປະຕິວັດເດືອນສິງຫາ (19/8/1945 - 19/8/2026) ແລະ ວັນຊາດ 2/9 (02/9/1945 - 02/9/2026), ສະຖານທູດຫວຽດນາມປະຈຳເວເນຊູເອລາ ໄດ້ຈັດກິດຈະກຳຕໍ່ເນື່ອງຊຸດໜຶ່ງ ເພື່ອແນະນຳໃຫ້ປະຊາຊົນທ້ອງຖິ່ນໄດ້ຮູ້ຈັກພາບພົດຂອງຫວຽດນາມທີ່ເຂັ້ມແຂງອົດທົນໃນອະດີດ, ຄຶກຄັກໃນການພັດທະນາ ແລະ ເຊື່ອມໂຍງສາກົນໃນປັດຈຸບັນ.
ຍສໝ - ຜູ້ແທນ ແລະ ແຂກຖືກເຊີນປະມານ 1.000 ຄົນ ໄດ້ເຂົ້າຮ່ວມງານລ້ຽງຮັບຮອງລະນຶກຄົບຮອບ 81 ປີ ແຫ່ງການປະຕິວັດເດືອນສິງຫາ, ວັນຊາດ 2/9 ແລະ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ ທີ່ຈັດໂດຍສະຖານທູດຫວຽດນາມປະຈຳໄທ ໃນຕອນຄ່ຳວັນທີ 18/8 ຢູ່ໂຮງແຮມ The Ritz-Carlton Bangkok.
ຍສໝ - ຜົນງານຈິດຕະກຳ 100 ຜົນງານຂອງບັນດາຈິດຕະກອນຫວຽດນາມ ແລະ ໄທ ໄດ້ຮັບການນຳສະເໜີທີ່ງານວາງສະແດງຈິດຕະກຳ ຫວຽດນາມ - ໄທ ເຊິ່ງຈັດຂຶ້ນແຕ່ວັນທີ 18-30/8 ຢູ່ຫໍພິພິທະພັນສິລະປະ, ມະຫາວິທະຍາໄລຂອນແກ່ນ, ພາກຕາເວັນອອກສຽງເໜືອຂອງໄທ, ປະກອບສ່ວນສ້າງຂົວເຊື່ອມການແລກປ່ຽນວັດທະນະທຳອີກແຫ່ງໜຶ່ງລະຫວ່າງປະຊາຊົນສອງປະເທດ.
ຍສໝ - ທີ່ງານພົບປະເນື່ອງໃນໂອກາດລະນຶກຄົບຮອບ 61 ປີ ວັນຊາດສາທາລະນະລັດສິງກະໂປ ໃນຕອນເຊົ້າວັນທີ 19/8 ຢູ່ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ສະເໜີສ້າງ “ພື້ນທີ່ວັດທະນະທຳ ແລະ ມິດຕະພາບ ຫວຽດນາມ - ສິງກະໂປ”, ແນໃສ່ສ້າງສະຖານທີ່ເຊື່ອມຕໍ່ເປັນປະຈຳລະຫວ່າງປະຊາຄົມຂອງສອງປະເທດ.
ຍສໝ - ໃນຂອບເຂດການຮ່ວມມືແກ້ໄຂຜົນຮ້າຍຍ້ອນສົງຄາມ, ບັນດາອົງການຈັດຕັ້ງທີ່ມີພາລະບົດບາດຂອງ ສະຫະລັດ ອາເມລິກາ ຢືນຢັນວ່າ ຈະສືບຕໍ່ຊ່ວຍເຫຼືອ ຫວຽດນາມ ໃນການຄົ້ນຫາ, ເຕົ້າໂຮມ ແລະ ຢັ້ງຢືນຕົວຕົນອັດຖິທະຫານລົບຫຼວງລາດ, ໂດຍສະເພາະແມ່ນໃນຂົງເຂດທີ່ ສະຫະລັດ ອາເມລິກາ ມິຈຸດແຂງດ້ານເຕັກໂນໂລຊີ ແລະ ການຊັນນະສູດ.
ຍສໝ - ຊ່ຽວຊານຫຼາຍທ່ານເຫັນວ່າ ມະຕິເລກທີ 06-NQ/TW ໄດ້ຮັບການປະກາດໃຊ້ຢ່າງທັນການ, ສະແດງຢ່າງຈະແຈ້ງເຖິງຄວາມເປັນເຈົ້າການຂອງຫວຽດນາມໃນວຽກງານການຕ່າງປະເທດ ຕໍ່ໜ້າບັນດາການຜັນແປຂອງສະພາບການໂລກທີ່ຍາກຈະຄາດຄະເນ, ພ້ອມກັນນັ້ນກໍເປີດກວ້າງພື້ນທີ່ການພັດທະນາໃໝ່ ແລະ ຄວາມສາມາດດຶງດູດບັນດາແຫຼ່ງກຳລັງເພື່ອຮັບໃຊ້ການພັດທະນາປະເທດ.
ຍສໝ - ພື້ນທີ່ໄຊເບີ, ຂໍ້ມູນ ແລະ ເຕັກໂນໂລຊີ ນັບມື້ນັບຜູກພັນຢ່າງແໜ້ນແຟ້ນກັບຄວາມໝັ້ນຄົງແຫ່ງຊາດ, ໃນຂະນະທີ່ຄວາມສ່ຽງຈາກການໂຈມຕີທາງໄຊເບີ, ການສອດແນມທາງໄຊເບີ, ສົງຄາມຂໍ້ມູນ ແລະ ການເພິ່ງພາເຕັກໂນໂລຊີ ນັບມື້ນັບມີຄວາມສະຫຼັບຊັບຊ້ອນຍິ່ງຂຶ້ນ. ຕໍ່ໜ້າບັນດາສິ່ງທ້າທາຍເຫຼົ່ານີ້, ຫວຽດນາມພວມປ່ຽນແນວຄິດຈາກ “ການປ້ອງກັນແບບຕັ້ງຮັບ” ໄປສູ່ “ການປ້ອງກັນແບບເປັນເຈົ້າການ”, “ການປ້ອງກັນແບບຫ້າວຫັນ”, ເພີ່ມທະວີຄວາມສາມາດເພິ່ງຕົນເອງດ້ານເຕັກໂນໂລຊີ ແລະ ກວດພົບ, ແກ້ໄຂຄວາມສ່ຽງແຕ່ເບື້ອງຕົ້ນ, ຈາກໄລຍະໄກ.