ແທນຫວຽດນາມ ສຳຜັດຄວາມສອດຄ່ອງກັນທາງວັດທະນະທຳຢູ່ລາວ

15:09 | 20/08/2026

ຍສໝ - ແຕ່ວັນທີ 17-19/8, ຢູ່ສູນວັດທະນະທຳຫວຽດນາມປະຈຳລາວ ທີ່ນະຄອນຫຼວງວຽງຈັນ, ລາຍການວາງສະແດງ ແລະ ສາທິດສະເພາະຫົວຂໍ້ “ການປະຕິບັດຄວາມເຊື່ອເທັນຂອງກຸ່ມພາສາໄຕ - ໄທ” ໄດ້ແນະນຳໃຫ້ສາທາລະນະຊົນລາວຮູ້ຈັກບັນດາຄຸນຄ່າວັດທະນະທຳອັນເປັນເອກະລັກຂອງບັນດາເຜົ່າຢູ່ຫວຽດນາມ, ພ້ອມທັງຍົກໃຫ້ເຫັນຫຼາຍຈຸດຄ້າຍຄືກັນໃນຊີວິດທາງຈິດໃຈຂອງສອງປະເທດ.

ຫວຽດນາມ - ລາວ ເພີ່ມທະວີການປະສານງານດ້ານຂໍ້ມູນຂ່າວສານຕ່າງປະເທດ ນຳເລື່ອງລາວຫວຽດນາມເຂົ້າໃກ້ປະຊາຊົນເວເນຊູເອລາຍິ່ງຂຶ້ນ

ພື້ນທີ່ວາງສະແດງໄດ້ຈັດເປັນ 5 ຫົວຂໍ້, ແນະນຳນັບແຕ່ເຂດທີ່ຢູ່ອາໄສ, ວິທີການປູກເຂົ້ານາ, ສິລະປະການຕ່ຳແຜ່ນແພ, ຜ້າແພພື້ນເມືອງຍ້ອມຄາມ ໄປຈົນເຖິງການປະຕິບັດຄວາມເຊື່ອແທນ, ການອະນຸລັກພິນຕິ໊ງ ແລະ ການສະແດງບັນດາບົດແທນບູຮານ.

ດ້ວຍເອກະສານຮູບພາບ 54 ລາຍການ, ວັດຖຸຈັດສະແດງ 119 ລາຍການ ພ້ອມດ້ວຍພິທີກຳຄັດຫຍໍ້ 12 ຕອນ, ລາຍການໄດ້ຈຳລອງຄືນຊີວິດຂອງ 8 ຊົນເຜົ່າໃນກຸ່ມພາສາໄຕ - ໄທ ຢູ່ຫວຽດນາມ ປະກອບມີ ໄຕ່, ໄທ, ນຸ່ງ, ລາວ, ລື້, ໂບ໋ອີ, ຊານໄຈ ແລະ ໄຢ໋.

ໃນຊີວິດຂອງຊາວບ້ານຢູ່ເຂດພາກຕາເວັນອອກສ່ຽງເໜືອ ແລະ ພາກຕາເວັນຕົກສ່ຽງເໜືອຂອງຫວຽດນາມ, ເຮືອນຮ້ານ, ເຄື່ອງນຸ່ງຍ້ອມຄາມ ແລະ ລະບົບຊົນລະປະທານ “ເໝືອງ, ຝາຍ, ຫຼາຍ, ລິ່ນ” ຕິດພັນຢ່າງແໜ້ນແຟ້ນກັບວິຖີການປູກເຂົ້ານາ. ຈາກພື້ນຖານດັ່ງກ່າວ ໄດ້ກໍ່ຕົວເປັນແນວຄິດທີ່ເຊື່ອວ່າສັບພະສິ່ງລ້ວນມີວິນຍານ, ຄວາມເຊື່ອໃນເທວະດາ ແລະ ອົງສູງສຸດ “ແທນ” ຫຼື “ຟ້າ” (ທ້ອງຟ້າ), ພ້ອມກັບຈິນຕະນາການກ່ຽວກັບຈັກກະວານທີ່ປະກອບດ້ວຍ ເມືອງຟ້າ, ເມືອງດິນ ແລະ ເມືອງນ້ຳ.

ແທນຫວຽດນາມ ສຳຜັດຄວາມສອດຄ່ອງກັນທາງວັດທະນະທຳຢູ່ລາວ
ພໍ່ເເທນປະຕິບັດພິທີຂັບລຳບູຊາ ແລະ ອວຍພອນໃຫ້ເຈົ້າເຮືອນພົບແຕ່ສິ່ງດີງາມ.

ບົນພື້ນຖານດັ່ງກ່າວ, ສິລະປະການຂັບແທນໄດ້ກຳເນີດຂຶ້ນ, ທັງຕິດພັນກັບພິທີກຳປິ່ນປົວພະຍາດ, ຂໍພອນ, ຂໍໂຊກລາບ, ຂໍໃຫ້ພືດຜົນອຸດົມສົມບູນ, ຂອບໃຈສິ່ງສັກສິດ, ທັງເປັນການປະສົມປະສານລະຫວ່າງເນື້ອຮ້ອງ, ທຳນອງ, ທ່າຟ້ອນ ແລະ ຜະລິດຕະພັນຫັດຖະກຳພື້ນເມືອງ. ພໍ່ແທນໃນຊຸດປະກອບພິທີ, ມືໜຶ່ງສັ່ນເຄື່ອງດົນຕີ, ອີກມືໜຶ່ງດີດພິນຕິ໊ງ, ດຳເນີນການເດີນທາງທາງຈິດວິນຍານ ເພື່ອນຳຄວາມສະຫງົບສຸກ ແລະ ສຸຂະພາບດີມາສູ່ຊຸມຊົນ.

ທ່ານນາງ ໂຕທິທູຈາງ, ຜູ້ອຳນວຍການຫໍພິພິທະພັນວັດທະນະທຳບັນດາເຜົ່າຫວຽດນາມ, ໃຫ້ຮູ້ວ່າ ແທນບໍ່ພຽງແຕ່ແມ່ນມໍລະດົກທາງວັດທະນະທຳນາມມະທຳຕົວແທນຂອງມວນມະນຸດ ທີ່ UNESCO ໄດ້ຮັບຮອງເທົ່ານັ້ນ, ຫາກຍັງບັນຈຸບັນດາ “ລະຫັດວັດທະນະທຳ” ທີ່ສາມາດສ້າງຄວາມຮູ້ສຶກຮ່ວມຢ່າງເປັນທຳມະຊາດກັບປະຊາຊົນລາວ.

ຕາມທ່ານນາງ, ກຸ່ມພາສາໄຕ - ໄທ ຢູ່ຫວຽດນາມມີຫຼາຍຈຸດທີ່ສອດຄ່ອງກັບບັນດາຊົນເຜົ່າທີ່ພວມດຳລົງຊີວິດຢູ່ລາວ, ນັບແຕ່ຮີດຄອງປະເພນີ, ວິຖີຊີວິດ ໄປຈົນເຖິງແນວຄິດກ່ຽວກັບຈັກກະວານ. ການນຳມໍລະດົກແທນມາສູ່ວຽງຈັນ ຊ່ວຍໃຫ້ສາທາລະນະຊົນຮັບຮູ້ເຖິງບັນດາຈຸດໃກ້ຄຽງກັນ, ຜ່ານນັ້ນຍິ່ງເຫັນຄຸນຄ່າຂອງສິ່ງທີ່ຄົນຮຸ່ນກ່ອນໄດ້ຮັກສາ ແລະ ສ້າງສາມາ.

ຄວາມສອດຄ່ອງນີ້ຍັງໄດ້ຮັບການສຳຜັດໂດຍກົງຈາກບັນດາສິລະປິນພື້ນເມືອງ. ສິລະປິນຂັບແທນ ຫງວຽນ ວັນ ເທາະ ໃຫ້ຮູ້ວ່າ, ເນື່ອງຈາກຢູ່ໃນຕະກູນພາສາໄທ - ກະໄດດຽວກັນ, ບັນດາສິລະປິນຫວຽດນາມສາມາດເຂົ້າໃຈພາສາລາວທີ່ໃຊ້ສື່ສານໄດ້ປະມານ 50-60%. ໃນຂະນະສະແດງ, ທ່ານສັງເກດເຫັນວ່າ ຜູ້ຊົມລາວຕິດຕາມຢ່າງຕັ້ງໃຈ, ສາມາດເຂົ້າໃຈ ແລະ ສຳຜັດເຖິງເນື້ອໃນ, ພະລັງທາງຈິດວິນຍານ ກໍຄືປັດຊະຍາຊີວິດໃນບັນດາບົດແທນ.

ສ່ວນຝ່າຍລາວ, ທ່ານນາງ ໄຊທານິດ ສົມພະວັນ, ພະນັກງານກະຊວງວັດທະນະທຳ ແລະ ທ່ອງທ່ຽວລາວ, ປະທັບໃຈເປັນພິເສດຕໍ່ພິທີເອີ້ນຂວັນ ແລະ ຜູກຂໍ້ມື ທີ່ບັນດາສິລະປິນຫວຽດນາມສະແດງ. ຕາມທ່ານນາງ, ພິທີດັ່ງກ່າວມີຫຼາຍຈຸດຄ້າຍຄືກັບພິທີ Baci ຫຼື Soukhwan ຂອງລາວ, ເພາະຕ່າງກໍຕິດພັນກັບແນວຄິດເລື່ອງ “ດວງວິນຍານ”, “ຂວັນ”, ໃຊ້ສາຍຝ້າຍຜູກຂໍ້ມື ພ້ອມຄຳອວຍພອນໃຫ້ມີຄວາມສະຫງົບສຸກ, ໂຊກດີ ແລະ ຄວາມຜູກພັນໃນຄອບຄົວ.

ທ່ານນາງເນັ້ນໜັກວ່າ ບັນດາຈຸດຄ້າຍຄືກັນດັ່ງກ່າວສະແດງໃຫ້ເຫັນວ່າ ບັນດາຊຸມຊົນມີຫຼາຍຄຸນຄ່າວັດທະນະທຳຮ່ວມກັນ, ພ້ອມທັງວາງອອກຄວາມຮັບຜິດຊອບໃນການຮັກສາ, ສືບຕໍ່ ແລະ ຖ່າຍທອດບັນດາຮີດຄອງປະເພນີອັນດີງາມໃຫ້ແກ່ຄົນຮຸ່ນໜຸ່ມ.

ລາຍການຢູ່ວຽງຈັນສະແດງໃຫ້ເຫັນວ່າ ຄວາມເຊື່ອແທນຂອງກຸ່ມໄຕ - ໄທ ຫວຽດນາມ ແລະ ຫຼາຍພິທີກຳພື້ນເມືອງຂອງລາວ ມີຄວາມໃກ້ຄຽງກັນທາງຮາກເຫງົ້າວັດທະນະທຳ ແລະ ວິຖີຊີວິດທີ່ຕິດພັນກັບການປູກເຂົ້ານາ. ເຖິງວ່າຈະສະແດງອອກຜ່ານຮູບແບບທີ່ແຕກຕ່າງກັນ, ແຕ່ບັນດາພິທີກຳລ້ວນແຕ່ມຸ່ງນຳພາມະນຸດໄປສູ່ຄວາມກະຕັນຍູ, ຄວາມຮັກບ້ານເກີດ, ການຢູ່ກົມກຽວກັບທຳມະຊາດ ແລະ ຄວາມເອື້ອເຟື້ອ.

ຜ່ານການວາງສະແດງ, ການສາທິດ ແລະ ການສົນທະນາລະຫວ່າງບັນດາສິລະປິນພື້ນເມືອງ, ນັກຄົ້ນຄວ້າ ແລະ ສາທາລະນະຊົນ, ລາຍການໄດ້ປະກອບສ່ວນເຮັດໃຫ້ວັດທະນະທຳກາຍເປັນຂົວເຊື່ອມອັນໃກ້ຊິດລະຫວ່າງປະຊາຊົນສອງປະເທດ, ເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ຄວາມຜູກພັນ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ.

ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ
ຍສໝ - ບັນດາຜົນງານ ແລະ ການອຸທິດຂອງສະຫາຍ ໄຊສົມພອນ ພົມວິຫານ ໄດ້ປະໄວ້ຮ່ອງຮອຍອັນເລິກເຊິ່ງ, ປະກອບສ່ວນສ້າງພື້ນຖານອັນໜັກແໜ້ນ ເພື່ອໃຫ້ສາຍພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການສືບທອດ ແລະ ພັດທະນາໃຫ້ນັບມື້ນັບມີເນື້ອໃນຕົວຈິງ, ມີປະສິດທິຜົນ ແລະ ຍືນຍົງ.
ວິສາຫະກິດຫວຽດນາມເປີດກວ້າງການລົງທຶນຢູ່ພາກໃຕ້ລາວ ວິສາຫະກິດຫວຽດນາມເປີດກວ້າງການລົງທຶນຢູ່ພາກໃຕ້ລາວ
ຍສໝ​ - ໃນ 6 ເດືອນຕົ້ນປີ 2026, ມີວິສາຫະກິດຫວຽດນາມເພີ່ມອີກ 5 ແຫ່ງ ເຂົ້າມາລົງທຶນຢູ່ພາກໃຕ້ລາວ. ຄຽງຄູ່ກັບການຊຸກຍູ້ການເຊື່ອມຕໍ່ດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ແລະ ສະມາຄົມວິສາຫະກິດຫວຽດນາມຢູ່ລາວ (AVILA) ພາກໃຕ້ລາວ ໄດ້ປະສານສົມທົບກັນສະໜັບສະໜູນວິສາຫະກິດໃນການແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດໃນຂະບວນການດຳເນີນງານຢູ່ໃນພື້ນທີ່.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ