ສ້າງຂີດຄວາມສາມາດແຫ່ງຊາດໃນຮູບແບບການພັດທະນາໃໝ່

15:26 | 20/08/2026

ຍສໝ - ມະຕິເລກທີ 19-NQ/TW ລົງວັນທີ 28/7/2026 ກ່ຽວກັບການປ່ຽນແປງໃໝ່ຮູບແບບການພັດທະນາຫວຽດນາມ, ເຊິ່ງໄດ້ຮັບຮອງຈາກກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV, ໄດ້ສ້າງຂີດໝາຍການຫັນປ່ຽນທາງຍຸດທະສາດ ຈາກເປົ້າໝາຍການເຕີບໂຕ ໄປສູ່ການປ່ຽນແປງໃໝ່ຮູບແບບການພັດທະນາແຫ່ງຊາດ, ສ້າງພື້ນຖານເພື່ອຫັນຄວາມປາຖະໜາໃຫ້ເປັນຈິງ ຄື ຮອດປີ 2045 ຫວຽດນາມກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ກ້າວເດີນຢ່າງໝັ້ນຄົງຂຶ້ນສູ່ລັດທິສັງຄົມນິຍົມ.

ເຊື່ອມໂຍງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດ ວຽກງານການຕ່າງປະເທດເປີດກວ້າງໂອກາດການພັດທະນາໃຫ້ຫວຽດນາມ

ຂີດຄວາມສາມາດແຫ່ງຊາດຢູ່ໃນຕຳແໜ່ງໃຈກາງ

ຕາມ ປອ. ຫງວຽນສີຢຸງ, ອະດີດຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ມະຕິເລກທີ 19 ປະກອບມີຫຼາຍ “ຊິ້ນສ່ວນ” ເພື່ອປະກອບສ້າງເປັນຮູບແບບການພັດທະນາໃໝ່, ນັບແຕ່ນະວັດຕະກຳ, ການພັດທະນາວິທະຍາສາດ - ເຕັກໂນໂລຊີ, ການຫັນເປັນດິຈິຕອນ, ເສດຖະກິດສີຂຽວ ຈົນເຖິງການປ່ຽນແປງໃໝ່ການບໍລິຫານປະເທດ, ການພັດທະນາຊັບພະຍາກອນມະນຸດ...

ເພື່ອຜັນຂະຫຍາຍມະຕິຢ່າງຖືກຕ້ອງ, ຈຳເປັນຕ້ອງເຂົ້າໃຈແຈ້ງໂຄງສ້າງຂອງຮູບແບບການພັດທະນາໃໝ່, ຜ່ານນັ້ນກຳນົດໃຫ້ຖືກຕ້ອງຕຳແໜ່ງ, ບົດບາດ ແລະ ຈຸດສຸມຂອງການດຳເນີນງານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ.

ຕາມ ປອ. ຫງວຽນສີຢຸງ, ຮູບແບບການພັດທະນາໃໝ່ທີ່ມະຕິເລກທີ 19 ກຳນົດໄວ້ ບໍ່ແມ່ນການລວບລວມບັນດານະໂຍບາຍ ແຕ່ແມ່ນໂຄງສ້າງການພັດທະນາທີ່ປະກອບດ້ວຍຫ້າຊັ້ນທີ່ເຊື່ອມໂຍງກັນຢ່າງເປັນອິນຊີ ຄື: ບັນດາແຫຼ່ງກຳລັງພັດທະນາ; ລະບົບຫັນປ່ຽນແຫຼ່ງກຳລັງ; ຂີດຄວາມສາມາດແຫ່ງຊາດ; ຄວາມຈະເລີນຮຸ່ງເຮືອງ ແລະ ກຳລັງແຫ່ງຊາດ.

ຈຸດບຸກທະລຸຂອງຮູບແບບນີ້ບໍ່ໄດ້ຢູ່ທີ່ການເພີ່ມບັນດາແຮງຂັບເຄື່ອນການເຕີບໂຕໃໝ່ ແຕ່ຢູ່ທີ່ການວາງຂີດຄວາມສາມາດແຫ່ງຊາດໄວ້ໃນຕຳແໜ່ງໃຈກາງຂອງຂະບວນການພັດທະນາທັງໝົດ.

ຮູບແບບນີ້ດຳເນີນໄປຕາມຫ້າຫຼັກການພື້ນຖານ: ສ້າງຂີດຄວາມສາມາດແທນການຂຸດຄົ້ນແຫຼ່ງກຳລັງ; ຜະລິດຕະພາບຖືກສ້າງຂຶ້ນຈາກນະວັດຕະກຳ; ມູນຄ່າຖືກສ້າງຂຶ້ນຈາກການເຊື່ອມໂຍງ; ການພັດທະນາສ້າງທັງຄວາມຈະເລີນຮຸ່ງເຮືອງ ແລະ ກຳລັງແຫ່ງຊາດໄປພ້ອມກັນ; ທຸກພາກສ່ວນຮ່ວມກັນສ້າງຂີດຄວາມສາມາດແຫ່ງຊາດ.

ໃນຮູບແບບໃໝ່, ລັດບໍ່ແມ່ນພາກສ່ວນດຽວທີ່ສ້າງການພັດທະນາອີກຕໍ່ໄປ. ວິສາຫະກິດ, ປະຊາຊົນ, ອົງການສັງຄົມ, ມະຫາວິທະຍາໄລ... ລ້ວນແຕ່ເຂົ້າຮ່ວມສ້າງຂີດຄວາມສາມາດແຫ່ງຊາດ. ແຕ່ລະພາກສ່ວນຈຳເປັນຕ້ອງກຳນົດໃຫ້ຖືກຕ້ອງຕຳແໜ່ງ, ບົດບາດ ແລະ ຈຸດສຸມຂອງການດຳເນີນງານ ເພື່ອເຊື່ອມຕໍ່ເປັນກົນໄກດຳເນີນງານທີ່ເປັນເອກະພາບ, ຫັນປ່ຽນແຫຼ່ງກຳລັງໃຫ້ເປັນຂີດຄວາມສາມາດ, ຜະລິດຕະພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ກຳລັງແຫ່ງຊາດ.

ຕາມ ປອ. ຫງວຽນສີຢຸງ, ຂໍ້ຮຽກຮ້ອງໃຫຍ່ທີ່ສຸດຕໍ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໃນຮູບແບບການພັດທະນາໃໝ່ ບໍ່ແມ່ນການເຮັດວຽກໃຫ້ຫຼາຍຂຶ້ນ ແຕ່ແມ່ນການເຮັດວຽກໃຫ້ຖືກຕ້ອງຍິ່ງຂຶ້ນ.

ຕາມນັ້ນ, ຜົນສຳເລັດຂອງທ້ອງຖິ່ນບໍ່ພຽງແຕ່ວັດແທກດ້ວຍຈຳນວນໂຄງການລົງທຶນ ຫຼື ອັດຕາການເຕີບໂຕຂອງຍອດຜະລິດຕະພັນລວມໃນທ້ອງຖິ່ນ (GRDP), ແຕ່ຍັງວັດແທກດ້ວຍລະບົບນິເວດນະວັດຕະກຳ, ຄຸນນະພາບຊັບພະຍາກອນມະນຸດ, ຄຸນນະພາບການບໍລິຫານ ແລະ ຄວາມສາມາດເຊື່ອມໂຍງພາກພື້ນ...

ສຳລັບບັນດາກະຊວງ, ຂະແໜງການ, ແຕ່ລະນະໂຍບາຍທີ່ປະກາດໃຊ້ຕ້ອງປະກອບສ່ວນສ້າງຂີດຄວາມສາມາດແຫ່ງຊາດ. ນະໂຍບາຍດ້ານວິທະຍາສາດ, ເຕັກໂນໂລຊີ ຕ້ອງມຸ່ງໄປສູ່ການຍົກສູງຂີດຄວາມສາມາດດ້ານນະວັດຕະກຳ; ນະໂຍບາຍການເງິນຊ່ວຍໃຫ້ລະດົມ ແລະ ຈັດສັນແຫຼ່ງກຳລັງຢ່າງມີປະສິດທິຜົນຍິ່ງຂຶ້ນ; ນະໂຍບາຍການສຶກສາມຸ່ງໄປສູ່ການຍົກສູງຂີດຄວາມສາມາດຂອງມະນຸດ.

ສຳລັບປະຊາຄົມວິສາຫະກິດ, ເປົ້າໝາຍບໍ່ພຽງແຕ່ແມ່ນການຂະຫຍາຍຂະໜາດ ຫຼື ເພີ່ມກຳໄລ ແຕ່ຍັງຕ້ອງກຳເຕັກໂນໂລຊີ, ຍົກສູງຜະລິດຕະພາບ, ສ້າງຍີ່ຫໍ້ ແລະ ເຂົ້າຮ່ວມຢ່າງເລິກເຊິ່ງຍິ່ງຂຶ້ນໃນຕ່ອງໂສ້ມູນຄ່າທົ່ວໂລກ.

ສ້າງຂີດຄວາມສາມາດແຫ່ງຊາດໃນຮູບແບບການພັດທະນາໃໝ່
ປະຊາຊົນເລັ່ງຂະຫຍາຍການຜະລິດ, ຫັນປ່ຽນໄປປູກພືດຊະນິດຕ່າງໆທີ່ໃຫ້ມູນຄ່າທາງເສດຖະກິດສູງ.

ມຸ່ງສູ່ການເຕີບໂຕຢ່າງໄວວາ ແລະ ຍືນຍົງ

ເພື່ອນຳເອົາມະຕິເລກທີ 19 ເຂົ້າສູ່ຊີວິດຕົວຈິງ, ລັດຖະບານໄດ້ປະກາດໃຊ້ແຜນງານດຳເນີນງານ ເຊິ່ງປະກອບມີ 40 ຄາດໝາຍສະເພາະ.

ໃນນັ້ນ, ໄລຍະ 2026-2030 ສູ້ຊົນໃຫ້ການເຕີບໂຕແບບບຸກທະລຸບັນລຸ 10% ຂຶ້ນໄປ, GDP ສະເລ່ຍຕໍ່ຫົວຄົນບັນລຸປະມານ 8.500 USD ໃນປີ 2030. ໄລຍະ 2031-2035 ສູ້ຊົນໃຫ້ການເຕີບໂຕບັນລຸ 8-8,5%, ລາຍຮັບສະເລ່ຍຕໍ່ຫົວຄົນປະມານ 13.500 USD. ໄລຍະ 2036-2045 ສູ້ຊົນໃຫ້ການເຕີບໂຕປະມານ 7,5%, ລາຍຮັບສະເລ່ຍຕໍ່ຫົວຄົນປະມານ 28.000 USD.

ໂດຍຊາບຊຶມຈິດໃຈ ແລະ ແນວຄິດການພັດທະນາໃໝ່ຂອງມະຕິເລກທີ 19, ສະພາທຸລະກິດເພື່ອການພັດທະນາທີ່ຍືນຍົງຫວຽດນາມ ໄດ້ເລືອກຫົວຂໍ້ “ຮ່ວມເດີນທາງສ້າງການເຕີບໂຕທີ່ຍືນຍົງ: ວິສາຫະກິດ - ທ້ອງຖິ່ນ - ປະເທດຊາດ” ສຳລັບເຫດການປະຈຳປີຂອງແຜນງານເຊື່ອມຕໍ່ ແລະ ແບ່ງປັນກ່ຽວກັບການພັດທະນາທີ່ຍືນຍົງ ປີ 2026.

ຜ່ານນັ້ນ, ການພັດທະນາທີ່ຍືນຍົງບໍ່ພຽງແຕ່ຖືກກຳນົດເປັນເປົ້າໝາຍ ແຕ່ຍັງກາຍເປັນວິທີການພັດທະນາ ເພື່ອໃຫ້ວິສາຫະກິດຮ່ວມກັບທ້ອງຖິ່ນ ແລະ ລັດຖະບານ ສ້າງບັນດາແຮງຂັບເຄື່ອນການເຕີບໂຕໃໝ່ ຕາມຮູບແບບການພັດທະນາທີ່ເພິ່ງຕົນເອງ, ສ້າງສັນ, ມີມະນຸດສະທຳ, ຍືນຍົງ ແລະ ເຊື່ອມໂຍງ.

ປົກປ້ອງອະທິປະໄຕ ຂະຫຍາຍພື້ນທີ່ການພັດທະນາ ປົກປ້ອງອະທິປະໄຕ ຂະຫຍາຍພື້ນທີ່ການພັດທະນາ
ຍສໝ - ເນື່ອງໃນໂອກາດກອງປະຊຸມການທູດ ຄັ້ງທີ 33 ແລະ ກອງປະຊຸມວຽກງານການຕ່າງປະເທດທົ່ວປະເທດ ຄັ້ງທີ 22, ປະຕູຂໍ້ມູນຂ່າວສານອິເລັກໂຕຣນິກ ຂອງກະຊວງການຕ່າງປະເທດ ໄດ້ເຜີຍແຜ່ບົດສຳພາດຂອງ ທ່ານ ຫງວຽນມິງຫວູ, ກຳມະການຄະນະກາງພັກ, ລັດຖະມົນຕີປະຈຳກະຊວງການຕ່າງປະເທດ ກ່ຽວກັບຜົນງານດ້ານວຽກງານຊາຍແດນ ແລະ ດິນແດນ, ພ້ອມທັງບັນດາບູລິມະສິດ ເພື່ອປົກປ້ອງອະທິປະໄຕຢ່າງໜັກແໜ້ນ, ຊຸກຍູ້ຜົນປະໂຫຍດແຫ່ງຊາດ, ເສີມສ້າງສັນຕິພາບ ແລະ ຂະຫຍາຍພື້ນທີ່ການຮ່ວມມື ແລະ ການພັດທະນາ.
ປັບປຸງວຽກງານການຕ່າງປະເທດປະຊາຊົນຢ່າງເຂັ້ມແຂງ ເພື່ອການພັດທະນາ ປັບປຸງວຽກງານການຕ່າງປະເທດປະຊາຊົນຢ່າງເຂັ້ມແຂງ ເພື່ອການພັດທະນາ
ຍສໝ - ຕອນເຊົ້າວັນທີ 5 ສິງຫາ, ທີ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມການທູດ ຄັ້ງທີ 33, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມໃຫຍ່ກ່ຽວກັບວຽກງານການຕ່າງປະເທດຂອງພັກ ແລະ ວຽກງານການຕ່າງປະເທດປະຊາຊົນ ໃນຮູບແບບປະຊຸມໂດຍກົງຄວບຄູ່ກັບການປະຊຸມຜ່ານລະບົບອອນລາຍ ເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ທົ່ວປະເທດ ແລະ ບັນດາອົງການຜູ້ແທນ ຫວຽດນາມ ປະຈຳຕ່າງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ