| ວິສາຫະກິດຫວຽດນາມຫັນຈາກຄວາມໄດ້ປຽບດ້ານຕົ້ນທຶນ ສູ່ການເປັນເຈົ້າຂອງມູນຄ່າ ຈາກການປ້ອງກັນແບບຕັ້ງຮັບ ສູ່ການເປັນເຈົ້າການປົກປ້ອງຄວາມໝັ້ນຄົງແຫ່ງຊາດໃນພື້ນທີ່ໄຊເບີ |
ທີ່ກອງປະຊຸມທົ່ວປະເທດເພື່ອຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິເລກທີ 06-NQ/TW ລົງວັນທີ 19/5/2026 ຂອງກົມການເມືອງ ກ່ຽວກັບການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ພັກຄັ້ງທີ XIV, ຊ່ຽວຊານຫຼາຍທ່ານຕີລາຄາວ່າ ມະຕິດັ່ງກ່າວໄດ້ຮັບການປະກາດໃຊ້ຢ່າງຖືກຈັງຫວະເວລາ, ສະທ້ອນເຖິງຄວາມເປັນເຈົ້າການຂອງຫວຽດນາມ ຕໍ່ໜ້າບັນດາການຜັນແປທີ່ຍາກຈະຄາດຄະເນຂອງສະພາບການໂລກ.
ເປັນເຈົ້າການສ້າງສັນໃນຍຸກແຫ່ງການພັດທະນາໃໝ່
ທ່ານ ປອ. ຟານກາວເຍິດແອັງ, ຮອງຫົວໜ້າສະຖາບັນຄົ້ນຄວ້າອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ (ສະພາບັນດິດສັງຄົມສາດຫວຽດນາມ), ເຫັນວ່າ ມະຕິເລກທີ 06 ໄດ້ຮັບການປະກາດໃຊ້ຢ່າງທັນການ, ເປັນການດຳເນີນການໃນທັນທີ, ສະທ້ອນຢ່າງຈະແຈ້ງເຖິງແນວຄິດກ່ຽວກັບແນວທາງການຕ່າງປະເທດຂອງພັກ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV.
ກອງປະຊຸມໃຫຍ່ຄັ້ງທີ XIV ກຳນົດວ່າ ການຊຸກຍູ້ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ແມ່ນໜ້າທີ່ “ສຳຄັນຍິ່ງ, ເປັນປະຈຳ”. ການເຊື່ອມໂຍງສາກົນບໍ່ພຽງແຕ່ເປັນແຮງຂັບເຄື່ອນສຳຄັນຂອງການພັດທະນາ ຫາກຍັງເປັນໜຶ່ງໃນວິທີການສຳຄັນແຖວໜ້າເພື່ອປະຕິບັດບັນດາເປົ້າໝາຍຍຸດທະສາດຂອງປະເທດ. ຕາມທ່ານ ຟານກາວເຍິດແອັງ, ການປະກາດໃຊ້ມະຕິເລກທີ 06 ຍັງສະແດງເຖິງຄວາມເປັນເຈົ້າການຂອງຫວຽດນາມ ຕໍ່ໜ້າບັນດາການຜັນແປທີ່ຍາກຈະຄາດຄະເນຂອງສະພາບການໂລກ.
ທ່ານເຫັນວ່າ ຫວຽດນາມກຳລັງກ້າວເຂົ້າສູ່ຍຸກແຫ່ງການພັດທະນາໃໝ່, ດ້ວຍການຫັນປ່ຽນທີ່ກຳລັງດຳເນີນໄປໃນທຸກຂົງເຂດ, ທຸກດ້ານ. ສິ່ງນີ້ຮຽກຮ້ອງໃຫ້ວຽກງານການຕ່າງປະເທດຕ້ອງພັດທະນາຢ່າງພ້ອມພຽງກັບລະບົບການພັດທະນາລວມຂອງປະເທດ.
ໃນສະພາບການທີ່ໂລກແບ່ງແຍກເປັນສ່ວນໆ ແລະ ມີການແຂ່ງຂັນຢ່າງຮຸນແຮງ, ເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ກຳນົດແນວຄິດ “ການເປັນເຈົ້າການທາງຍຸດທະສາດ”. ຕາມທ່ານ ຟານກາວເຍິດແອັງ, ນີ້ແມ່ນແນວຄິດໃໝ່ ທີ່ມີລະດັບສູງກວ່າແນວຄິດ “ເອກະລາດ, ເປັນເຈົ້າຕົນເອງ” ແບບດັ້ງເດີມ.
ການເປັນເຈົ້າການທາງຍຸດທະສາດໃນກອງປະຊຸມໃຫຍ່ຄັ້ງທີ XIV ມີຄວາມໝາຍເຖິງການເປັນເຈົ້າການສ້າງສັນ: ຫວຽດນາມເປັນເຈົ້າການເລືອກເສັ້ນທາງການພັດທະນາ, ເປັນເຈົ້າການອອກແບບບັນດາສາຍພົວພັນການຕ່າງປະເທດ ແລະ ມຸ່ງໝັ້ນຄວບຄຸມບັນດາແຫຼ່ງກຳລັງ ແລະ ເຕັກໂນໂລຊີຫຼັກ ເຊັ່ນ AI ແລະ ເຊມິຄອນດັກເຕີ.
ສິລະປະການທູດສະໄໝໃໝ່ຍັງໄດ້ຮັບການຍົກລະດັບ ເມື່ອພັກຮຽກຮ້ອງໃຫ້ພິຈາລະນາຢ່າງຍືດຫຍຸ່ນຕາມທິດນຳ “ໃນຝ່າຍທີ່ເປັນເປົ້າໝາຍມີຄູ່ຮ່ວມມື, ໃນຄູ່ຮ່ວມມືມີຝ່າຍທີ່ເປັນເປົ້າໝາຍ”, ຖືເອົາຜົນປະໂຫຍດແຫ່ງຊາດ - ຊົນຊາດເປັນມາດຕະຖານສູງສຸດ ເພື່ອທັງຮ່ວມມື, ທັງຕໍ່ສູ້, ຮັບປະກັນການເຊື່ອມໂຍງແຕ່ບໍ່ “ລະລາຍຕົວ”.
ການເຊື່ອມໂຍງຢ່າງເປັນເຈົ້າການນີ້ເອງ ຊ່ວຍໃຫ້ຫວຽດນາມກຳນົດ “ຈຸດຢືນ” ທາງຍຸດທະສາດຂອງຕົນໃນບັນດາຕ່ອງໂສ້ເຊື່ອມໂຍງລະດັບໂລກໄດ້ຈະແຈ້ງຍິ່ງຂຶ້ນ, ຢືນຢັນຄວາມໜັກແໜ້ນຂອງປະເທດທີ່ເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າຕົນເອງ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ເມື່ອຕີລາຄາທິດທາງ “ເປີດກວ້າງພື້ນທີ່ການພັດທະນາໃໝ່ໃຫ້ປະເທດ” ທີ່ໄດ້ລະບຸໃນມະຕິ, ທ່ານ ຟານກາວເຍິດແອັງ ເຫັນວ່າ ໂດຍເນື້ອແທ້ແລ້ວ ການເຊື່ອມໂຍງແມ່ນວິທີການເພື່ອໃຫ້ຫວຽດນາມລະດົມບັນດາແຫຼ່ງກຳລັງຈາກພາຍນອກໃຫ້ໄດ້ສູງສຸດ, ສົມທົບກັບກຳລັງພາຍໃນ ເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ກຳລັງການຜະລິດ ແລະ ປັບປຸງສາຍພົວພັນການຜະລິດໃຫ້ສອດຄ່ອງກັບສະພາບຕົວຈິງຂອງຫວຽດນາມ.
ຕາມທ່ານ, ການເປີດກວ້າງພື້ນທີ່ການພັດທະນາໄປສູ່ອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ ແມ່ນບາດກ້າວທາງຍຸດທະສາດ, ຊ່ວຍໃຫ້ຫວຽດນາມຫຼຸດຜ່ອນການເພິ່ງພາບັນດາຕະຫຼາດດັ້ງເດີມ, ກະຈາຍຄວາມສ່ຽງຕໍ່ໜ້າບັນດາຜົນກະທົບທາງພູມສາດການເມືອງ ແລະ ການຂາດຕອນຂອງຕ່ອງໂສ້ສະໜອງທົ່ວໂລກ.
“ດ້ວຍໂອກາດການພັດທະນາອັນກວ້າງໃຫຍ່ຂອງພາກພື້ນອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ ໃນຂົງເຂດການຄ້າ, ພະລັງງານ ແລະ ການຫັນປ່ຽນສີຂຽວ, ຫວຽດນາມຈຳເປັນຕ້ອງມີມາດຕະການສະເພາະເພື່ອຫັນພື້ນທີ່ນີ້ໃຫ້ເປັນຈິງ, ໃນນັ້ນສຸມໃສ່ການປັບປຸງຂອບກົດໝາຍໃຫ້ສົມບູນ, ຍົກສູງບົດບາດສ້າງສັນຂອງວຽກງານການທູດ ໂດຍສະເພາະແມ່ນການຕ່າງປະເທດປະຊາຊົນ”, ທ່ານ ຟານກາວເຍິດແອັງ ແບ່ງປັນ.
![]() |
| ທ່ານ ໂຕເລິມ ເລຂາທິການໃຫຍ່ພັກ, ປະທານປະເທດ ເນັ້ນໜັກເຖິງຄວາມໝາຍສຳຄັນເປັນພິເສດຂອງມະຕິເລກທີ 06-NQ/TW, ໜຶ່ງໃນບັນດາມະຕິຍຸດທະສາດຂອງກົມການເມືອງ. |
ເຊື່ອມຕໍ່ພູມປັນຍາ, ເຕັກໂນໂລຊີ ແລະ ແຫຼ່ງກຳລັງສາກົນ
ໂດຍໃຫ້ຄວາມສົນໃຈຕໍ່ທິດທາງທີ່ຫັນວຽກງານການຕ່າງປະເທດໃຫ້ກາຍເປັນແຮງຂັບເຄື່ອນອັນແຂງແຮງ ເພື່ອເປີດກວ້າງພື້ນທີ່ການພັດທະນາໃໝ່, ດຶງດູດບັນດາແຫຼ່ງກຳລັງຮັບໃຊ້ການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ, ທ່ານນາງ ຫງວຽນທິແທງຮວ່ຽນ, ຮອງຫົວໜ້າຄະນະວິທະຍາສາດ ແລະ ການຮ່ວມມືສາກົນ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ (ສະຫະພັນສະມາຄົມຫວຽດນາມ), ເຫັນວ່າ ນີ້ແມ່ນທິດທາງທີ່ມີຄວາມໝາຍຍຸດທະສາດສຳຄັນ ໃນສະພາບການທີ່ໂລກກຳລັງເຫັນການແຂ່ງຂັນທີ່ນັບມື້ນັບຮຸນແຮງຂຶ້ນໃນດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຄຸນນະພາບຂອງຊັບພະຍາກອນມະນຸດ.
ຕາມທ່ານນາງ ຫງວຽນທິແທງຮວ່ຽນ, ທິດທາງນີ້ເປີດໂອກາດໃຫຍ່ຫຼາຍຢ່າງໃຫ້ແກ່ຖັນແຖວປັນຍາຊົນ, ນັກວິທະຍາສາດໃນລະບົບສະຫະພັນສະມາຄົມຫວຽດນາມ, ພ້ອມທັງສ້າງເງື່ອນໄຂໃຫ້ບັນດາສະມາຄົມສະມາຊິກ ແລະ ບັນດາອົງການວິທະຍາສາດ, ເຕັກໂນໂລຊີຂຶ້ນກັບ ເພີ່ມທະວີການເຊື່ອມຕໍ່ກັບບັນດາເຄືອຂ່າຍວິທະຍາສາດສາກົນ.
ຜ່ານນັ້ນ, ວົງການວິທະຍາສາດພາຍໃນປະເທດສາມາດເຂົ້າເຖິງບັນດາຜົນສຳເລັດທີ່ກ້າວໜ້າ, ທ່າອ່ຽງການພັດທະນາໃໝ່ ແລະ ຮູບແບບການບໍລິຫານທີ່ທັນສະໄໝໃນໂລກ. ການເປີດກວ້າງວຽກງານການຕ່າງປະເທດຍັງສ້າງເງື່ອນໄຂອັນສະດວກເພື່ອສົ່ງເສີມແຫຼ່ງກຳລັງດ້ານພູມປັນຍາຂອງຊາວຫວຽດນາມຢູ່ຕ່າງປະເທດ, ຮ່ວມກັນເຂົ້າຮ່ວມແກ້ໄຂບັນດາບັນຫາລວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດ.
ເພື່ອຫັນວຽກງານການຕ່າງປະເທດໃຫ້ກາຍເປັນແຮງຂັບເຄື່ອນໃນການດຶງດູດກະແສທຶນ, ເຕັກໂນໂລຊີສູງ ແລະ ພູມປັນຍາຈາກບັນດາຄູ່ຮ່ວມມືສາກົນລາຍໃຫຍ່ເຂົ້າສູ່ຫວຽດນາມຢ່າງມີປະສິດທິຜົນ, ທ່ານນາງ ຫງວຽນທິແທງຮວ່ຽນ ເຫັນວ່າ ຈຳເປັນຕ້ອງຈັດຕັ້ງຫຼາຍມາດຕະການຢ່າງພ້ອມພຽງ.
ໃນໄລຍະສະເພາະໜ້າ, ບັນດາອົງການຈຳເປັນຕ້ອງເປັນເຈົ້າການເຂົ້າຮ່ວມຢ່າງເລິກເຊິ່ງ ແລະ ແທ້ຈິງກວ່າເກົ່າໃນບັນດາເຄືອຂ່າຍວິທະຍາສາດສາກົນ, ໂຄງການຄົ້ນຄວ້າຮ່ວມ ກໍຄືບັນດາຂໍ້ລິເລີ່ມລະດັບໂລກກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ການພັດທະນາທີ່ຍືນຍົງ.
ຜ່ານບັນດາກົນໄກການຮ່ວມມືເຫຼົ່ານີ້, ຫວຽດນາມບໍ່ພຽງແຕ່ມີເງື່ອນໄຂເຂົ້າເຖິງພູມປັນຍາໃໝ່ ຫາກຍັງສ້າງໂອກາດດຶງດູດແຫຼ່ງທຶນຄົ້ນຄວ້າ, ທຶນລົງທຶນສຳລັບເຕັກໂນໂລຊີສູງ ແລະ ບັນດາໂຄງການນະວັດຕະກຳ.
ຄຽງຄູ່ກັບນັ້ນ, ຈຳເປັນຕ້ອງສົ່ງເສີມຢ່າງແຂງແຮງບົດບາດເປັນຂົວຕໍ່ຂອງບັນດາອົງການປັນຍາຊົນ, ສະມາຄົມວິຊາຊີບ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ປະຊາຄົມຊ່ຽວຊານຫວຽດນາມຢູ່ຕ່າງປະເທດ, ຖືສິ່ງນີ້ເປັນບັນດາຊ່ອງທາງການຕ່າງປະເທດປະຊາຊົນທີ່ມີປະສິດທິຜົນ ໃນການເຊື່ອມຕໍ່ຄູ່ຮ່ວມມື, ແນະນຳທ່າແຮງການຮ່ວມມື ແລະ ຊຸກຍູ້ບັນດາໂຄງການສະເພາະ.
ສຳລັບສະຫະພັນສະມາຄົມຫວຽດນາມ, ທ່າແຮງໃຫຍ່ທີ່ສຸດແມ່ນຖັນແຖວປັນຍາຊົນດ້ານວິທະຍາສາດ ແລະ ເຕັກໂນໂລຊີທີ່ມີຈຳນວນຫຼວງຫຼາຍໃນທົ່ວປະເທດ ພ້ອມກັບເຄືອຂ່າຍການຮ່ວມມືສາກົນທີ່ກວ້າງຂວາງໃນທຸກຂົງເຂດ. ຖ້າໄດ້ຮັບການສົ່ງເສີມຢ່າງດີ, ນີ້ຈະເປັນກຳລັງຫຼັກທີ່ປະກອບສ່ວນເຊື່ອມຕໍ່ພູມປັນຍາ, ເຕັກໂນໂລຊີ, ຊ່ຽວຊານ ແລະ ບັນດາແຫຼ່ງກຳລັງສາກົນ ເພື່ອຮັບໃຊ້ຢ່າງມີປະສິດທິຜົນໃຫ້ແກ່ການພັດທະນາປະເທດ.
ຍສໝ - ພາຍຫຼັງ 4 ເດືອນແຫ່ງການປະຕິບັດບັ້ນຮົບ 500 ວັນຄືນ ເພື່ອຍູ້ແຮງການຊອກຫາ, ເກັບໂຮມ ແລະ ກຳນົດຕົວຕົນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ເຄືອຂ່າຍຮັບຂໍ້ມູນຫຼາຍແພລດຟອມໄດ້ຖືກສ້າງຂຶ້ນ, ເຊື່ອມຕໍ່ຍາດພີ່ນ້ອງຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ນັກຮົບເກົ່າ ແລະ ປະຊາຊົນ ກັບບັນດາອົງການທີ່ມີໜ້າທີ່. ຂໍ້ມູນທີ່ໄດ້ຮັບຖືກຈັດປະເພດ, ປ່ຽນເປັນດິຈິຕອນ, ສັງລວມ, ສ້າງໃຫ້ເປັນມາດຕະຖານ ແລະ ສົ່ງໄປຍັງບັນດາຫົວໜ່ວຍເພື່ອກວດກາ, ສົມທຽບ ແລະ ຢັ້ງຢືນ, ຮັບໃຊ້ວຽກງານຊອກຫາ ແລະ ເກັບໂຮມ.ພາຍຫຼັງ 4 ເດືອນແຫ່ງການປະຕິບັດບັ້ນຮົບ 500 ວັນຄືນ ເພື່ອຍູ້ແຮງການຊອກຫາ, ເກັບໂຮມ ແລະ ກຳນົດຕົວຕົນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ເຄືອຂ່າຍຮັບຂໍ້ມູນຫຼາຍແພລດຟອມໄດ້ຖືກສ້າງຂຶ້ນ, ເຊື່ອມຕໍ່ຍາດພີ່ນ້ອງຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ນັກຮົບເກົ່າ ແລະ ປະຊາຊົນ ກັບບັນດາອົງການທີ່ມີໜ້າທີ່. ຂໍ້ມູນທີ່ໄດ້ຮັບຖືກຈັດປະເພດ, ປ່ຽນເປັນດິຈິຕອນ, ສັງລວມ, ສ້າງໃຫ້ເປັນມາດຕະຖານ ແລະ ສົ່ງໄປຍັງບັນດາຫົວໜ່ວຍເພື່ອກວດກາ, ສົມທຽບ ແລະ ຢັ້ງຢືນ, ຮັບໃຊ້ວຽກງານຊອກຫາ ແລະ ເກັບໂຮມ. |
ຍສໝ - ຫວຽດນາມພ້ອມສ້າງເງື່ອນໄຂອັນສະດວກໃຫ້ບັນດາວິສາຫະກິດເຢຍລະມັນຂະຫຍາຍການລົງທຶນ ແລະ ດຳເນີນທຸລະກິດ, ໂດຍສະເພາະໃນບັນດາຂົງເຂດຄື: ໂຄງລ່າງພື້ນຖານ, ທ່າກຳປັ່ນອັດສະລິຍະ, ພະລັງງານທົດແທນ, ທາງລົດໄຟຄວາມໄວສູງ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ. |
ມິງດຶກ
