| ສະຫຼອງວັນຊາດ ອີຢິບ ຄົບຮອບ 74 ປີ: ຫວຽດນາມ ຢັ້ງຢືນການໃຫ້ຄວາມສຳຄັນ ຕໍ່ສາຍພົວພັນສອງຝ່າຍ ບັນດາສະຖານທີ່ທ່ອງທ່ຽວດຶງດູດນັກທ່ອງທ່ຽວໃນໂອກາດວັນຊາດ 2/9 |
ຄວາມພາກພູມໃຈຈາກປະຊາຄົມຊາວຫວຽດນາມ
ໃນໄລຍະຜ່ານມາ, ຢູ່ Kuala Lumpur, ສະຖານທູດຫວຽດນາມປະຈຳມາເລເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ ສາທາລະນະລັດສັງຄົມນິຍົມຫວຽດນາມ (2/9/1945 - 2/9/2026).
ເຂົ້າຮ່ວມພິທີມີ ທ່ານ Lukanisman Awang Sauni, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດມາເລເຊຍ; ທ່ານ Awang Bemee bin Awang Ali Basah, ປະທານສະພາສູງມາເລເຊຍ; ທ່ານ Johari bin Abdul, ປະທານສະພາຕ່ຳມາເລເຊຍ; ບັນດາເຈົ້າໜ້າທີ່ລັດຖະບານມາເລເຊຍ, ເພື່ອນມິດສາກົນ ແລະ ປະຊາຄົມຊາວຫວຽດນາມຈຳນວນຫຼວງຫຼາຍ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ມາເລເຊຍ.
![]() |
| ທ່ານ ດິງຫງອກລິງ, ເອກອັກຄະລັດຖະທູດຫວຽດນາມປະຈຳມາເລເຊຍ ກ່າວຄຳປາໄສໃນພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ 2/9. |
ກ່າວຄຳປາໄສໃນພິທີ, ທ່ານ ດິງຫງອກລິງ, ເອກອັກຄະລັດຖະທູດຫວຽດນາມປະຈຳມາເລເຊຍ ໄດ້ຫວນຄືນຂີດໝາຍປະຫວັດສາດວັນທີ 2/9/1945 ຢູ່ສະໜາມຫຼວງບາດິ່ງ, ເມື່ອປະທານໂຮ່ຈີມິນ ອ່ານຖະແຫຼງການເອກະລາດ, ປະກາດສ້າງຕັ້ງປະເທດຫວຽດນາມປະຊາທິປະໄຕ.
ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ພາຍຫຼັງ 81 ປີ, ຫວຽດນາມໄດ້ກາຍເປັນປະເທດທີ່ມີສັນຕິພາບ, ຫ້າວຫັນ, ໝັ້ນໃຈ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກັບພາກພື້ນ ແລະ ໂລກ. ຫວຽດນາມພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຄວາມປາດຖະໜາສ້າງສາປະເທດໃຫ້ຮັ່ງມີໃນກາງສະຕະວັດນີ້, ໃນນັ້ນ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຊັບພະຍາກອນມະນຸດ ມີບົດບາດເປັນແກນຫຼັກ.
ຫວຽດນາມສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດທີ່ເອກະລາດ, ເພິ່ງຕົນເອງ, ຫຼາກຫຼາຍຮູບແບບ, ຫຼາຍຝ່າຍໃນສາຍພົວພັນ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ເມື່ອກ່າວເຖິງສາຍພົວພັນສອງຝ່າຍ, ທ່ານ ດິງຫງອກລິງ ເນັ້ນໜັກວ່າ ມາເລເຊຍແມ່ນຄູ່ຮ່ວມມືທີ່ສຳຄັນເປັນພິເສດຂອງຫວຽດນາມ. ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ມາເລເຊຍ ສືບຕໍ່ໄດ້ຮັບການເສີມສ້າງ; ການຮ່ວມມືພັດທະນາໃນຫຼາຍຂົງເຂດ ເຊັ່ນ: ການຄ້າ, ການລົງທຶນ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ການແລກປ່ຽນລະຫວ່າງລັດຖະສະພາ.
ໃນບັນຍາກາດສະເຫຼີມສະຫຼອງວັນຊາດ, ຊາວຫວຽດນາມຫຼາຍຄົນຢູ່ມາເລເຊຍ ໄດ້ສະແດງຄວາມຊາບຊຶ້ງ ແລະ ພາກພູມໃຈຕໍ່ບັນດາບາດກ້າວພັດທະນາຂອງປະເທດ.
ທ່ານນາງ ຫວູທິທູຮົ່ງ, ມາຈາກລັດ Penang, ແບ່ງປັນວ່າ ທຸກຄັ້ງທີ່ເຫັນສີທຸງແດງດາວເຫຼືອງ, ໃນໃຈຂອງນາງກໍເຕັມໄປດ້ວຍຄວາມຮັກຕໍ່ປະເທດຊາດ, ພ້ອມທັງຝາກຄວາມເຊື່ອໝັ້ນໃນເສັ້ນທາງພັດທະນາໃໝ່ຂອງຫວຽດນາມ.
ທ່ານນາງ ຫຼິວທູຈາງ, ຊາວຫວຽດນາມຢູ່ຕ່າງປະເທດທີ່ດຳລົງຊີວິດຢູ່ Kuala Lumpur, ປາດຖະໜາຢາກປະກອບສ່ວນກຳລັງຂອງຕົນເຂົ້າໃນການພັດທະນາຫວຽດນາມ ກໍຄືສາຍພົວພັນມິດຕະພາບລະຫວ່າງສອງປະເທດ. ສຳລັບທ່ານນາງ ຮ່າ Lisa, ນັກທຸລະກິດຊາວຫວຽດນາມ, ການເຕີບໃຫຍ່ເຂັ້ມແຂງຂອງປະເທດ ຍິ່ງຊຸກຍູ້ຄວາມປາດຖະໜາຢາກປະກອບສ່ວນຊຸກຍູ້ການເຊື່ອມຈອດການຄ້າລະຫວ່າງຫວຽດນາມກັບມາເລເຊຍ ແລະ ບັນດາປະເທດອື່ນ.
ເພື່ອນມິດທ້ອງຖິ່ນກໍໄດ້ມີການຕີລາຄາໃນແງ່ບວກຕໍ່ຫວຽດນາມ. ທ່ານ James Tan, ເລຂາທິການໃຫຍ່ສະພາການຄ້າມາເລເຊຍ - ຫວຽດນາມ, ຕີລາຄາວ່າ ແງ່ຫວັງດ້ານເສດຖະກິດ ແລະ ສະພາບແວດລ້ອມການດຳເນີນທຸລະກິດຂອງຫວຽດນາມໃນຊຸມປີຕໍ່ໜ້າມີທິດທາງທີ່ດີ, ພ້ອມທັງເຫັນວ່າ ສອງປະເທດຍັງມີໂອກາດຮ່ວມມືອີກຫຼາຍ, ໃນນັ້ນມີຂົງເຂດກະສິກຳ. ທ່ານປາດຖະໜາໃຫ້ບັນດາວິສາຫະກິດໃຫຍ່ຂອງຫວຽດນາມນຳເອົາບັນດາຜະລິດຕະພັນທີ່ມີທ່າແຮງເຂົ້າສູ່ຕະຫຼາດມາເລເຊຍຫຼາຍຂຶ້ນ.
ໃນມື້ດຽວກັນ, ຢູ່ພະນົມເປັນ, ສະຖານທູດຫວຽດນາມປະຈຳກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ 2/9 ໂດຍມີຜູ້ແທນຫຼາຍກວ່າ 500 ຄົນເຂົ້າຮ່ວມ, ລວມມີການນຳພັກປະຊາຊົນກຳປູເຈຍ, ສະພາສູງ, ລັດຖະສະພາ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຄະນະທູຕານຸທູດ, ອົງການສາກົນ ແລະ ຊາວຫວຽດນາມຈຳນວນຫຼວງຫຼາຍທີ່ພວມດຳເນີນທຸລະກິດ, ດຳລົງຊີວິດ ແລະ ສຶກສາຮ່ຳຮຽນຢູ່ກຳປູເຈຍ.
![]() |
| ທ່ານ ຫງວຽນມິງຫວູ, ເອກອັກຄະລັດຖະທູດຫວຽດນາມປະຈຳກຳປູເຈຍ ພ້ອມດ້ວຍພັນລະຍາ ແລະ ບັນດາແຂກຮັບເຊີນ ໃນພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ 2/9. |
ກ່າວຄຳປາໄສໃນງານ, ທ່ານ ຫງວຽນມິງຫວູ, ເອກອັກຄະລັດຖະທູດຫວຽດນາມປະຈຳກຳປູເຈຍ ໄດ້ເນັ້ນໜັກເຖິງຄຸນຄ່າທາງປະຫວັດສາດຂອງວັນທີ 2/9/1945, ພ້ອມທັງທົບທວນຄືນບັນດາບາດກ້າວພັດທະນາຂອງປະເທດ ແລະ ສາຍພົວພັນຫວຽດນາມ - ກຳປູເຈຍ.
ຕາມທ່ານເອກອັກຄະລັດຖະທູດ, ຄວາມໄວ້ວາງໃຈທາງການເມືອງລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການເສີມສ້າງຜ່ານບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ສືບຕໍ່ເປັນຈຸດເດັ່ນ; ມູນຄ່າການຄ້າສອງສົ້ນໃນ 7 ເດືອນຕົ້ນປີ 2026 ບັນລຸເກືອບ 7,8 ຕື້ USD, ເພີ່ມຂຶ້ນ 10,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນກຳປູເຈຍ, ທ່ານ Neth Savoune, ຮອງນາຍົກລັດຖະມົນຕີ ໄດ້ອວຍພອນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ 2/9, ພ້ອມຢືນຢັນວ່າ ກຳປູເຈຍໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ສາຍພົວພັນອັນແໜ້ນແຟ້ນ ແລະ ຮອບດ້ານກັບຫວຽດນາມ.
ທ່ານ Neth Savoune ຕີລາຄາສູງຕໍ່ການພັດທະນາສາຍພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດ. ຫວຽດນາມສືບຕໍ່ເປັນຄູ່ຄ້າໃຫຍ່ອັນດັບສາມຂອງກຳປູເຈຍ, ພ້ອມທັງເປັນໜຶ່ງໃນແຫຼ່ງລົງທຶນຈາກຕ່າງປະເທດຂະໜາດໃຫຍ່ ແລະ ເປັນໜຶ່ງໃນຕະຫຼາດສົ່ງນັກທ່ອງທ່ຽວອັນດັບຕົ້ນໆໄປຍັງກຳປູເຈຍ.
ສອງຝ່າຍພວມຊຸກຍູ້ການເຊື່ອມຈອດດ້ານຄົມມະນາຄົມ, ໃນນັ້ນມີເສັ້ນທາງດ່ວນ ໂຮ່ຈີມິນ - ໂມກບ່າຍ ກັບ ພະນົມເປັນ - ບາເວັດ. ທ່ານ Neth Savoune ໃຫ້ຮູ້ວ່າ ໃນປີ 2027, ສອງປະເທດຈະຈັດຫຼາຍກິດຈະກຳເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ກຳປູເຈຍ (24/6/1967 - 24/6/2027).
ໃນພິທີ, ບັນດາຜູ້ແທນໄດ້ຢ້ຽມຊົມງານວາງສະແດງພາບກ່ຽວກັບບັນດາກິດຈະກຳການຕ່າງປະເທດທີ່ພົ້ນເດັ່ນຂອງສອງປະເທດ, ບັນດາຮ້ານວາງສະແດງແນະນຳວິສາຫະກິດຫວຽດນາມຢູ່ກຳປູເຈຍ, ຊີມອາຫານຫວຽດນາມ ແລະ ຊົມບັນດາລາຍການສິລະປະ.
ປະກອບສ່ວນສ້າງສາສາຍພົວພັນກັບປະເທດທີ່ຕົນອາໄສຢູ່
ກ່ອນໜ້ານັ້ນ, ວັນທີ 19/8, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Vladivostok (ສະຫະພັນລັດເຊຍ) ໄດ້ຈັດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2/9, ໂດຍມີຜູ້ຕາງໜ້າອຳນາດການປົກຄອງແຂວງ Primorye, ກະຊວງການຕ່າງປະເທດລັດເຊຍ, ບັນດາອົງການ, ການຈັດຕັ້ງ, ມະຫາວິທະຍາໄລ, ສະມາຄົມມິດຕະພາບກັບຫວຽດນາມ, ເພື່ອນມິດລັດເຊຍ ແລະ ປະຊາຄົມຊາວຫວຽດນາມຢູ່ເຂດຕາເວັນອອກໄກເຂົ້າຮ່ວມ.
ກ່ອນພິທີສະເຫຼີມສະຫຼອງ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Vladivostok ພ້ອມດ້ວຍບັນດາຜູ້ແທນ ໄດ້ເຂົ້າຮ່ວມພິທີວາງດອກໄມ້ຊົມເຊີຍສະຖານີລົດເມທີ່ປ່ຽນຊື່ເປັນ “ສວນສາທາລະນະໂຮ່ຈີມິນ” ແລະ ວາງດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈີມິນ ໃນນະຄອນ Vladivostok.
ກິດຈະກຳດັ່ງກ່າວເປັນໂອກາດລະນຶກເຖິງປະທານໂຮ່ຈີມິນ, ພ້ອມທັງປະກອບສ່ວນເຮັດໃຫ້ບັນດາຮ່ອງຮອຍທາງປະຫວັດສາດ ແລະ ນ້ຳໃຈມິດຕະພາບລະຫວ່າງຫວຽດນາມກັບເຂດຕາເວັນອອກໄກເວົ້າສະເພາະ ແລະ ສະຫະພັນລັດເຊຍເວົ້າລວມ ນັບມື້ນັບເລິກເຊິ່ງ.
ກ່າວຄຳປາໄສໃນພິທີ, ທ່ານ ຫງວຽນຫວຽດກຽນ, ຫົວໜ້າກົງສຸນໃຫຍ່ຫວຽດນາມປະຈຳ Vladivostok ໄດ້ເນັ້ນໜັກເຖິງຄວາມໝາຍທາງປະຫວັດສາດຂອງການປະຕິວັດເດືອນສິງຫາ ແລະ ວັນຊາດ 2/9, ພ້ອມຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄຸນຄ່າຕໍ່ການສະໜັບສະໜູນຂອງປະຊາຊົນສະຫະພາບໂຊວຽດໃນອະດີດ ແລະ ສະຫະພັນລັດເຊຍໃນປັດຈຸບັນ.
ເມື່ອກ່າວເຖິງສາຍພົວພັນຫວຽດນາມ - ສະຫະພັນລັດເຊຍ, ທ່ານ ຫງວຽນຫວຽດກຽນ ໃຫ້ຮູ້ວ່າ ສອງປະເທດຍັງມີທ່າແຮງຮ່ວມມືອີກຫຼາຍໃນຂົງເຂດເສດຖະກິດ - ການຄ້າ, ການຂົນສົ່ງ - ໂລຈິສຕິກ, ພະລັງງານ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ, ການທ່ອງທ່ຽວ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ.
ໃນພາບລວມຂອງສາຍພົວພັນຫວຽດນາມ - ສະຫະພັນລັດເຊຍ, ເຂດຕາເວັນອອກໄກ, ໂດຍສະເພາະແຂວງ Primorye ແລະ ນະຄອນ Vladivostok, ໄດ້ຮັບການຕີລາຄາວ່າມີທີ່ຕັ້ງສຳຄັນ. ມູນຄ່າການຄ້າລະຫວ່າງຫວຽດນາມ ແລະ Primorye ເພີ່ມຂຶ້ນປະມານ 46% ໃນປີ 2025 ແລະ ສືບຕໍ່ຮັກສາທ່າເຕີບໂຕໃນບັນດາເດືອນຕົ້ນປີ 2026.
ຜູ້ຕາງໜ້າຝ່າຍລັດເຊຍສະແດງການໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບມູນເຊື້ອ ແລະ ການຮ່ວມມືກັບຫວຽດນາມ, ພ້ອມທັງເນັ້ນໜັກບົດບາດຂອງການເຊື່ອມຈອດການຄ້າ, ການລົງທຶນ, ການດຳເນີນທຸລະກິດ ກໍຄືການຮ່ວມມືດ້ານວັດທະນະທຳ ແລະ ການສຶກສາ ຕໍ່ການພັດທະນາຂອງ Primorye ແລະ ເຂດຕາເວັນອອກໄກ.
ເນື້ອໃນໜຶ່ງທີ່ໄດ້ຮັບການເນັ້ນໜັກໃນພິທີແມ່ນບົດບາດຂອງປະຊາຄົມຊາວຫວຽດນາມຢູ່ Primorye ແລະ ເຂດຕາເວັນອອກໄກ. ຕາມທ່ານ ຫງວຽນຫວຽດກຽນ, ປະຊາຄົມຊາວຫວຽດນາມບໍ່ພຽງແຕ່ປະກອບສ່ວນຢ່າງແທ້ຈິງເຂົ້າໃນການພັດທະນາຂອງທ້ອງຖິ່ນ ແຕ່ຍັງເປັນຂົວຕໍ່ອັນສຳຄັນລະຫວ່າງສອງປະເທດ. ຊາວຫວຽດນາມແຕ່ລະຄົນທີ່ດຳລົງຊີວິດ, ເຮັດວຽກ ແລະ ສຶກສາຮ່ຳຮຽນຢູ່ທີ່ນີ້ ລ້ວນແຕ່ສາມາດປະກອບສ່ວນເຂົ້າໃນວຽກງານການທູດປະຊາຊົນ, ຜ່ານນັ້ນປະກອບສ່ວນສ້າງສາມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ.
ຍສໝ - ຮັກສາການຮອງລັດຖະມົນຕີການຕ່າງປະເທດ ຈີເລ ທ່ານ Rodrigo Olsen Olivares ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາວິລະຊົນປະຫວັດສາດຂອງຊາວ ຫວຽດນາມ. |
ຍສໝ - ວັນທີ 7/7/2026, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ນະຄອນ ໂຮ່ຈີມິນ ແລະ ສະຖາບັນແລກປ່ຽນວັດທະນະທຳກັບຝຣັ່ງ (IDECAF) ໄດ້ປະສານງານກັນຈັດຕັ້ງ ແຜນງານສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ຝຣັ່ງ ແລະ ພິທີເປີດງານວາງສະແດງ “ການແລກປ່ຽນສິລະປະ ຫວຽດນາມ - ຝຣັ່ງ 2026”. |
ມິງດຶກ

