ນຳເລື່ອງລາວຫວຽດນາມເຂົ້າໃກ້ປະຊາຊົນເວເນຊູເອລາຍິ່ງຂຶ້ນ

14:59 | 20/08/2026

ຍສໝ - ເນື່ອງໃນໂອກາດລະນຶກຄົບຮອບ 81 ປີ ແຫ່ງໄຊຊະນະຂອງການປະຕິວັດເດືອນສິງຫາ (19/8/1945 - 19/8/2026) ແລະ ວັນຊາດ 2/9 (02/9/1945 - 02/9/2026), ສະຖານທູດຫວຽດນາມປະຈຳເວເນຊູເອລາ ໄດ້ຈັດກິດຈະກຳຕໍ່ເນື່ອງຊຸດໜຶ່ງ ເພື່ອແນະນຳໃຫ້ປະຊາຊົນທ້ອງຖິ່ນໄດ້ຮູ້ຈັກພາບພົດຂອງຫວຽດນາມທີ່ເຂັ້ມແຂງອົດທົນໃນອະດີດ, ຄຶກຄັກໃນການພັດທະນາ ແລະ ເຊື່ອມໂຍງສາກົນໃນປັດຈຸບັນ.

ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຮັບການປະດັບຫຼຽນໄຊ “ວີລະຊົນ ເວເນຊູເອລາ ” ຄະນະກູ້ໄພກູ້ຊີບ ຫວຽດນາມ ກັບຄືນປະເທດ, ສຳເລັດການປະຕິບັດໜ້າທີ່ຢູ່ ເວເນຊູເອລາ

ວັນທີ 18/8 (ຕາມເວລາທ້ອງຖິ່ນ), ທ່ານ ຫວູຈູງໝີ, ເອກອັກຄະລັດຖະທູດຫວຽດນາມປະຈຳເວເນຊູເອລາ ໄດ້ເຂົ້າຮ່ວມລາຍການ “ຂ່າວພາກເຊົ້າ” ແລະ ໃຫ້ສຳພາດສົດຜ່ານສະຖານີ Globovision - ເຄືອຂ່າຍໂທລະພາບເອກະຊົນທີ່ໃຫຍ່ທີ່ສຸດໃນປະເທດອາເມລິກາໃຕ້ແຫ່ງນີ້.

ໃນລາຍການ, ທ່ານເອກອັກຄະລັດຖະທູດ ຫວູຈູງໝີ ໄດ້ຍົກໃຫ້ເຫັນຄວາມໝາຍທາງປະຫວັດສາດອັນຍິ່ງໃຫຍ່ຂອງໄຊຊະນະການປະຕິວັດເດືອນສິງຫາ, ເຫດການທີ່ເປີດສັງກາດແຫ່ງເອກະລາດ ແລະ ເສລີພາບໃຫ້ແກ່ຊາດຫວຽດນາມ. ເມື່ອທົບທວນຄືນເສັ້ນທາງພັດທະນາຂອງປະເທດ, ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກເປັນພິເສດເຖິງບັນດາຜົນສຳເລັດອັນຍິ່ງໃຫຍ່ ແລະ ມີຄວາມໝາຍທາງປະຫວັດສາດທີ່ຫວຽດນາມບັນລຸໄດ້ໃນໄລຍະ 81 ປີຜ່ານມາ, ໂດຍໂດດເດັ່ນແມ່ນບັນດາຜົນງານອັນໂດດເດັ່ນພາຍຫຼັງ 40 ປີແຫ່ງການດຳເນີນພາລະກິດປ່ຽນແປງໃໝ່.

ຈາກປະເທດໜຶ່ງທີ່ຖືກສົງຄາມທຳລາຍຢ່າງໜັກໜ່ວງ, ປັດຈຸບັນຫວຽດນາມໄດ້ກາຍເປັນພື້ນຖານເສດຖະກິດທີ່ຄຶກຄັກ, ເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ບໍ່ຢຸດຢັ້ງຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຢືນຢັນຖານະບົດບາດອັນໝັ້ນຄົງຂອງຕົນໃນເວທີສາກົນ.

ນຳເລື່ອງລາວຫວຽດນາມເຂົ້າໃກ້ປະຊາຊົນເວເນຊູເອລາຍິ່ງຂຶ້ນ
ທ່ານ ຫວູຈູງໝີ, ເອກອັກຄະລັດຖະທູດຫວຽດນາມປະຈຳເວເນຊູເອລາ.

ເມື່ອກ່າວເຖິງສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະ ຄູ່ຮ່ວມຮອບດ້ານ ຫວຽດນາມ - ເວເນຊູເອລາ, ທ່ານເອກອັກຄະລັດຖະທູດ ຫວູຈູງໝີ ໄດ້ໃຫ້ຂໍ້ມູນກ່ຽວກັບຜົນສຳເລັດອັນດີງາມຂອງການຢ້ຽມຢາມເວເນຊູເອລາຢ່າງເປັນທາງການ ໃນເດືອນ 6/2026 ຂອງທ່ານ ເລຮວ່າຍຈູງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ.

ຜ່ານບັນດາການພົບປະ ແລະ ການເຈລະຈາຂັ້ນສູງ, ສອງຝ່າຍໄດ້ບັນລຸຄວາມເຫັນພ້ອມຮ່ວມທີ່ສຳຄັນຫຼາຍປະການ, ໂດຍໂດດເດັ່ນແມ່ນການເຫັນດີຮັບຮອງແຜນວາລະສອງຝ່າຍ. ນີ້ຖືວ່າເປັນຂອບວຽກສຳຄັນ ແລະ ເປັນທິດຊີ້ນຳໃຫ້ສອງປະເທດສືບຕໍ່ຊຸກຍູ້, ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດໃນໄລຍະຕໍ່ໜ້າ.

ໃນລາຍການຖ່າຍທອດສົດຄັ້ງນີ້, ເມື່ອແບ່ງປັນເຖິງຄວາມສູນເສຍຂອງປະຊາຊົນເຈົ້າພາບ, ທ່ານເອກອັກຄະລັດຖະທູດ ຫວູຈູງໝີ ໄດ້ກ່າວເຖິງຄວາມໝາຍອັນເລິກເຊິ່ງຂອງການທີ່ຫວຽດນາມສົ່ງທີມກູ້ໄພ, ກູ້ຊີບ ໄປຊ່ວຍເວເນຊູເອລາແກ້ໄຂຜົນກະທົບຈາກໄພພິບັດແຜ່ນດິນໄຫວສອງຄັ້ງໃນໄລຍະຜ່ານມາ.

ທ່ານເອກອັກຄະລັດຖະທູດຢືນຢັນວ່າ ການປາກົດຕົວຢ່າງທັນການຂອງກຳລັງກູ້ໄພຫວຽດນາມຢູ່ຈຸດໃຈກາງຂອງໄພພິບັດ ບໍ່ພຽງແຕ່ສະແດງເຖິງຄວາມຮັບຜິດຊອບຂອງຫວຽດນາມຕໍ່ປະຊາຄົມສາກົນເທົ່ານັ້ນ, ຫາກຍັງເປັນຫຼັກຖານອັນຈະແຈ້ງທີ່ສຸດຂອງນ້ຳໃຈສາມັກຄີ, ການຮ່ວມທຸກຮ່ວມສຸກ ແລະ ຈິດໃຈຄຽງບ່າຄຽງໄຫຼ່ກັນໃນບັນດາຊ່ວງເວລາທີ່ຫຍຸ້ງຍາກທີ່ສຸດລະຫວ່າງປະຊາຊົນສອງປະເທດ.

ການໃຫ້ສຳພາດສົດຜ່ານສະຖານີ Globovision ໄດ້ປະກອບສ່ວນເຜີຍແຜ່ຢ່າງກວ້າງຂວາງພາບພົດຂອງປະເທດຫວຽດນາມທີ່ປ່ຽນແປງໃໝ່, ຮັກສັນຕິພາບ ແລະ ໃຫ້ຄຸນຄ່າແກ່ສາຍສຳພັນອັນດີງາມ ໄປສູ່ຜູ້ຊົມໂທລະພາບຈຳນວນຫຼວງຫຼາຍຢູ່ເວເນຊູເອລາ.

ທົບທວນຄືນເສັ້ນທາງ 81 ປີຂອງຫວຽດນາມ

ກ່ອນໜ້ານັ້ນ, ວັນທີ 17/8 (ຕາມເວລາທ້ອງຖິ່ນ), ຢູ່ສູນແຮງງານເວເນຊູເອລາ, ລັດ Miranda, ສະຖານທູດຫວຽດນາມ ໄດ້ປະສານສົມທົບກັບເຮືອນມິດຕະພາບ ເວເນຊູເອລາ - ຫວຽດນາມ (CAVV) ແລະ ມະຫາວິທະຍາໄລການສື່ສານສາກົນ (UICOM) ຈັດພິທີລະນຶກຄົບຮອບ 81 ປີ ແຫ່ງໄຊຊະນະການປະຕິວັດເດືອນສິງຫາ (19/8/1945 - 19/8/2026), ວັນຊາດ 02/9 ແລະ ກອງສຳມະນາພາຍໃຕ້ຫົວຂໍ້ “ເສັ້ນທາງ 81 ປີອັນສະຫງ່າງາມຂອງການປະຕິວັດຫວຽດນາມ ແລະ ວິໄສທັດກ້າວເຂົ້າສູ່ສັງກາດແຫ່ງການບຸກບືນຂຶ້ນຂອງຊາດ”.

ນຳເລື່ອງລາວຫວຽດນາມເຂົ້າໃກ້ປະຊາຊົນເວເນຊູເອລາຍິ່ງຂຶ້ນ
ບັນດານັກວິຊາການ, ນັກຄົ້ນຄວ້າ ພ້ອມດ້ວຍພະນັກງານສະຖານທູດຫວຽດນາມປະຈຳເວເນຊູເອລາ ທີ່ກອງສຳມະນາ “ເສັ້ນທາງ 81 ປີອັນສະຫງ່າງາມຂອງການປະຕິວັດຫວຽດນາມ ແລະ ວິໄສທັດກ້າວເຂົ້າສູ່ສັງກາດແຫ່ງການບຸກບືນຂຶ້ນຂອງຊາດ”.

ກ່າວເປີດງານ, ທ່ານ ປອ. Carolus Wimmer, ນັກຫວຽດນາມສຶກສາ, ປະທານເຮືອນມິດຕະພາບ ເວເນຊູເອລາ - ຫວຽດນາມ, ໄດ້ສົ່ງຄຳອວຍພອນອັນອົບອຸ່ນ ແລະ ດີງາມທີ່ສຸດເຖິງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດລະນຶກຄົບຮອບ 81 ປີ ແຫ່ງໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດ 02/9.

ຕາມທ່ານ, ນີ້ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມ, ເປັນຂີດໝາຍແຫ່ງບາດລ້ຽວອັນຍິ່ງໃຫຍ່ທີ່ນຳພາຊາດຫວຽດນາມກ້າວເຂົ້າສູ່ສັງກາດແຫ່ງເອກະລາດ, ເສລີພາບ ແລະ ສັງຄົມນິຍົມ.

ໃນຖານະເປັນນັກຄົ້ນຄວ້າທີ່ຜູກພັນກັບຫວຽດນາມມາຍາວນານ ແລະ ເຄີຍໄປຢ້ຽມຢາມຫວຽດນາມຫຼາຍຄັ້ງ, ທ່ານ ປອ. Carolus Wimmer ສະແດງຄວາມເຄົາລົບເປັນພິເສດ ເມື່ອຕີລາຄາເຖິງຮາກຖານຂອງບັນດາຜົນງານອັນມະຫັດສະຈັນຂອງຊາດຫວຽດນາມ. ທ່ານເນັ້ນໜັກວ່າ ແນວຄິດໂຮ່ຈີມິນ ແລະ ການນຳພາອັນປີຊາສາມາດ, ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ແມ່ນປັດໄຈຕັດສິນທຸກໄຊຊະນະໃນເສັ້ນທາງ 96 ປີອັນສະຫງ່າງາມຂອງພັກກອມມູນິດຫວຽດນາມອັນສະຫງ່າງາມ ແລະ 81 ປີນັບແຕ່ວັນທີ່ປະທານໂຮ່ຈີມິນອ່ານຖະແຫຼງການເອກະລາດ ປະກາດກຳເນີດສາທາລະນະລັດປະຊາທິປະໄຕຫວຽດນາມ, ປັດຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ.

ໂດຍໄດ້ເຫັນດ້ວຍຕາຕົນເອງເຖິງບັນດາຜົນສຳເລັດອັນໂດດເດັ່ນຂອງພາລະກິດປ່ຽນແປງໃໝ່ ທີ່ທ່ານຍາມໃດກໍເອີ້ນດ້ວຍຄວາມຊື່ນຊົມວ່າ “ມະຫັດສະຈັນຫວຽດນາມ”, ທ່ານ ປອ. Carolus Wimmer ເຊື່ອໝັ້ນວ່າ ດ້ວຍການສົ່ງເສີມຈິດໃຈອັນເຂັ້ມແຂງບໍ່ຍອມຈຳນົນຂອງຊາດຫວຽດນາມທີ່ມີອາລະຍະທຳນັບພັນປີ, ຂອງເສັ້ນທາງ 81 ປີນັບແຕ່ປະເທດຫວຽດນາມກຳເນີດຂຶ້ນ, ຂອງພາລະກິດປ່ຽນແປງໃໝ່ ແລະ ໂດຍສະເພາະຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍມີທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ເປັນຜູ້ນຳໜ້າ, ຫວຽດນາມພວມກ້າວເຂົ້າສູ່ “ສັງກາດແຫ່ງການບຸກບືນຂຶ້ນຂອງຊາດ” ຢ່າງໝັ້ນຄົງ ແລະ ແນ່ນອນວ່າຈະບັນລຸຜົນສຳເລັດອັນສະຫງ່າງາມຍິ່ງຂຶ້ນອີກ ໃນເສັ້ນທາງສ້າງສາລະບອບສັງຄົມນິຍົມ.

ມຸມມອງຈາກບັນດານັກວິຊາການເວເນຊູເອລາ

ກ່າວໃນພິທີ, ບັນດານັກວິຊາການ ແລະ ນັກຄົ້ນຄວ້າເວເນຊູເອລາ ໄດ້ສະແດງຄຳຍ້ອງຍໍອັນເລິກເຊິ່ງຕໍ່ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ.

ໃນບົດປະກອບຄຳເຫັນພາຍໃຕ້ຫົວຂໍ້ “ສາຍໃຍອັນບໍ່ອາດຕັດຂາດແຫ່ງການເສຍສະຫຼະ ແລະ ຄວາມສາມັກຄີ”, ນັກຄົ້ນຄວ້າ Joselym Baez ໄດ້ຍົກໃຫ້ເຫັນຄວາມໝາຍແຫ່ງຍຸກສະໄໝຂອງການປະຕິວັດເດືອນສິງຫາ ປີ 1945, ຢືນຢັນວ່າ ນີ້ແມ່ນບົດວິລະກຳທີ່ຂຽນຂຶ້ນດ້ວຍຈິດໃຈຕໍ່ສູ້ອັນບໍ່ຍອມຈຳນົນເພື່ອເອກະລາດ ແລະ ເສລີພາບ.

ໂດຍມີທັດສະນະຄືກັນ, ທ່ານນາງ ປອ. Anahis Lopez, ຫົວໜ້າສະຖາບັນຄົ້ນຄວ້າອາຊີ - ປາຊີຟິກ ແລະ ທ່ານນາງ ປອ. Arianna Guerrero, ຫົວໜ້າກຸ່ມຄົ້ນຄວ້າແນວຄິດໂຮ່ຈີມິນ ຂອງມະຫາວິທະຍາໄລການສື່ສານສາກົນ (UICOM), ໄດ້ເນັ້ນໜັກເຖິງຄວາມຍິ່ງໃຫຍ່ຂອງແນວຄິດໂຮ່ຈີມິນ.

ໂດຍສະເພາະ, ທ່ານນາງ ປອ. Anahis Lopez ຢືນຢັນວ່າ: “ຫວຽດນາມບໍ່ພຽງແຕ່ເປັນປະພາຄານອັນສະຫວ່າງໄສ ທີ່ສ່ອງທາງໃຫ້ບັນດາຊາດໃນພາລະກິດຕໍ່ສູ້ປົດປ່ອຍ ແລະ ໂຮມປະເທດເປັນເອກະພາບໃນອະດີດເທົ່ານັ້ນ, ຫາກໃນປັດຈຸບັນ ປະເທດນີ້ຍັງສືບຕໍ່ເປັນປະພາຄານ, ເປັນສັນຍາລັກອັນສະຫວ່າງສະໄຫວ ທີ່ສ້າງແຮງບັນດານໃຈໃຫ້ໂລກ ກ່ຽວກັບການພັດທະນາອັນເຂັ້ມແຂງ ທີ່ຍາມໃດກໍຕິດພັນກັບຄວາມກ້າວໜ້າ ແລະ ຄວາມເປັນທຳທາງສັງຄົມ”.

ຄວາມສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ແນວຄິດໂຮ່ຈີມິນ ພາຍໃນສັງກາດໃໝ່ ຄວາມສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ແນວຄິດໂຮ່ຈີມິນ ພາຍໃນສັງກາດໃໝ່
ຍສໝ - ພາຍໃນຂອບເຂດການຢ້ຽມຢາມຢ່າງເປັນທາງການ ແຫ່ງ ສາທາລະນະລັດ ໂບລີວາ ເວເນຊູເອລາ, ໃນວັນທີ 24 ມິຖຸນາ, ທ່ານກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປວາງຊໍ່ດອກໄມ້ ຢູ່ທີ່ອານຸສາວະລີ ປະທານ ໂຮ່ຈີມິນ ຕັ້ງຢູ່ເທິງເສັ້ນທາງຫຼັກ Bolívar ຢູ່ພາຍໃນນະຄອນຫຼວງ Caracas.
ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ
ຍສໝ - ວັນທີ 25 ມິຖຸນາ, ພາຍໃນງານຖະແຫຼງຂ່າວປະຈຳຂອງກະຊວງການຕ່າງປະເທດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງ ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ, ໃນຂະນະດຽວກັນກໍຢັ້ງຢືນວ່າ ພ້ອມແລ້ວທີ່ຈະມີບັນດາຮູບແບບການໜູນຊ່ວຍທີ່ເໝາະສົມ ເພື່ອຊ່ວຍປະເທດເພື່ອນມິດແກ້ໄຂຜົນສະທ້ອນຈາກໄພທຳມະຊາດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ