ວິສາຫະກິດຫວຽດນາມຫັນຈາກຄວາມໄດ້ປຽບດ້ານຕົ້ນທຶນ ສູ່ການເປັນເຈົ້າຂອງມູນຄ່າ

14:36 | 19/08/2026

ຍສໝ - ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມບັນລຸຜົນສຳເລັດສຳຄັນຫຼາຍປະການ, ແຕ່ຮູບແບບການພັດທະນາຄ່ອຍໆເຜີຍໃຫ້ເຫັນຂໍ້ຈຳກັດ ເມື່ອການເຕີບໂຕຍັງເພິ່ງພາທຶນ, ຊັບພະຍາກອນ ແລະ ແຮງງານລາຄາຖືກຫຼາຍ; ຊັບພະຍາກອນມະນຸດ, ເຕັກໂນໂລຊີ ແລະ ນະວັດຕະກຳຢູ່ວິສາຫະກິດຈຳນວນໜຶ່ງຍັງບໍ່ທັນຕອບສະໜອງຄວາມຕ້ອງການ. ເມື່ອແຮງງານລາຄາຖືກບໍ່ແມ່ນຄວາມໄດ້ປຽບອີກຕໍ່ໄປ, ວິສາຫະກິດຫວຽດນາມຕ້ອງຫັນມາແຂ່ງຂັນດ້ວຍຜະລິດຕະພາບ, ຄຸນນະພາບ ແລະ ຄວາມສາມາດກ້າວຂຶ້ນເປັນເຈົ້າຂອງຕ່ອງໂສ້ມູນຄ່າ.

ສັນຍາຮ່ວມມືຫຼາຍສິບສະບັບລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດຫວຽດນາມ - ລາວ ກຳລັງຈະໄດ້ຮັບການລົງນາມ ວິສາຫະກິດຫວຽດນາມເປີດກວ້າງການລົງທຶນຢູ່ພາກໃຕ້ລາວ

ມະຕິເລກທີ 19-NQ/TW ວ່າດ້ວຍການປ່ຽນແປງໃໝ່ຮູບແບບການພັດທະນາຫວຽດນາມ ກໍໄດ້ວາງຂໍ້ຮຽກຮ້ອງນີ້, ແນໃສ່ການກຳນົດຮູບແບບການເຕີບໂຕໃໝ່, ຫັນບັນດາແຮງຂັບເຄື່ອນແບບດັ້ງເດີມໃຫ້ທັນສະໄໝ, ຄ່ອຍໆຫັນໄປສູ່ຮູບແບບການພັດທະນາທີ່ເພິ່ງຕົນເອງ, ສ້າງສັນ, ມີມະນຸດສະທຳ, ຍືນຍົງ ແລະ ເຊື່ອມໂຍງ, ສອດຄ່ອງກັບແຕ່ລະໄລຍະ.

ວິສາຫະກິດກາຍເປັນສູນກາງຂອງການປ່ຽນແປງໃໝ່

ມະຕິເລກທີ 19-NQ/TW ກຳນົດວ່າ ວິສາຫະກິດ ເຊິ່ງເປັນກຳລັງທີ່ສ້າງມູນຄ່າໃຫ້ແກ່ເສດຖະກິດໂດຍກົງ ຕ້ອງຢູ່ໃນຕຳແໜ່ງສູນກາງຂອງຂະບວນການປ່ຽນແປງໃໝ່. ຕາມນັ້ນ, ວິສາຫະກິດຕ້ອງຫັນຈາກການແຂ່ງຂັນດ້ວຍຕົ້ນທຶນ ໄປສູ່ການແຂ່ງຂັນດ້ວຍຜະລິດຕະພາບ, ເຕັກໂນໂລຊີ, ຄຸນນະພາບ ແລະ ຄວາມສາມາດຕອບສະໜອງຕະຫຼາດ; ຈາກການດຳເນີນງານແບບໂດດດ່ຽວ ໄປສູ່ການເຊື່ອມໂຍງໃນລະບົບນິເວດອຸດສາຫະກຳ; ຈາກການເຂົ້າຮ່ວມ ໄປສູ່ການເປັນເຈົ້າ ແລະ ຄ່ອຍໆນຳພາຕ່ອງໂສ້ມູນຄ່າ.

ການຫັນປ່ຽນນີ້ບໍ່ພຽງແຕ່ກ່ຽວພັນກັບແຮງຂັບເຄື່ອນການເຕີບໂຕເທົ່ານັ້ນ ແຕ່ຍັງຮຽກຮ້ອງໃຫ້ປ່ຽນແປງໃໝ່ແນວຄິດ, ວິທີການເຊື່ອມຕໍ່, ລະດົມ ແລະ ນຳໃຊ້ແຫຼ່ງກຳລັງ ເພື່ອຍົກສູງຄວາມສາມາດແຂ່ງຂັນ, ສ້າງມູນຄ່າເພີ່ມໃຫ້ແກ່ເສດຖະກິດ.

ແນວໃດກໍຕາມ, ມີວິສາຫະກິດບໍ່ຫຼາຍແຫ່ງທີ່ສາມາດຕອບສະໜອງຂໍ້ຮຽກຮ້ອງເຫຼົ່ານີ້ໄດ້ຢ່າງຄົບຖ້ວນດ້ວຍຕົນເອງ. ດັ່ງນັ້ນ, ຈຶ່ງຕ້ອງຊຸກຍູ້ການເຊື່ອມໂຍງ, ແບ່ງປັນເຕັກໂນໂລຊີ, ທຶນ, ຕະຫຼາດ ແລະ ປະສົບການບໍລິຫານ ເພື່ອສ້າງຕ່ອງໂສ້ມູນຄ່າທີ່ສົມບູນ.

ຢູ່ກຸ່ມບໍລິສັດຕັດຫຍິບ ແລະ ແຜ່ນແພຫວຽດນາມ (Vinatex), ທ່ານ ກາວຫືວຮ໊ຽວ ຜູ້ອຳນວຍການໃຫຍ່ ໃຫ້ຮູ້ວ່າ ວິສາຫະກິດພວມເພີ່ມທະວີການເຊື່ອມໂຍງ, ຄ່ອຍໆເປັນເຈົ້າດ້ານເຕັກໂນໂລຊີ ແລະ ກຳແໜ້ນບັນດາ “ຂໍ້ຕໍ່” ທີ່ມີມູນຄ່າສູງກວ່າໃນຕ່ອງໂສ້.

ພ້ອມກັນນັ້ນ, Vinatex ສະໜັບສະໜູນບັນດາວິສາຫະກິດຂະໜາດນ້ອຍໃຫ້ຍົກສູງຜະລິດຕະພາບ, ພັດທະນາຜະລິດຕະພັນຂອງຕົນ, ແນໃສ່ສ້າງຕ່ອງໂສ້ໃຫ້ສົມບູນ ນັບແຕ່ການອອກແບບ, ການສະໜອງວັດຖຸດິບ ແລະ ວັດສະດຸປະກອບ ຈົນເຖິງການຜະລິດສິນຄ້າສຳເລັດຮູບ. ວິທີການນີ້ຊ່ວຍຍົກສູງມູນຄ່າຂອງວິສາຫະກິດ, ຄ່ອຍໆສ້າງລະບົບນິເວດທີ່ມີຄວາມສາມາດພຽງພໍໃນການຕອບສະໜອງຄົບຊຸດຕາມຄວາມຕ້ອງການຂອງບັນດາຄູ່ຮ່ວມມື, ເພີ່ມຂີດຄວາມສາມາດແຂ່ງຂັນຂອງຂະແໜງຕັດຫຍິບ ແລະ ແຜ່ນແພຫວຽດນາມໃນສາກົນ.

ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເລືອກທິດທາງທີ່ສຸມໃສ່ການເປັນເຈົ້າດ້ານເຕັກໂນໂລຊີ, ເພີ່ມທະວີການຄົ້ນຄວ້າ ແລະ ລົງທຶນຢ່າງແທ້ຈິງໃຫ້ແກ່ວິທະຍາສາດ, ເຕັກໂນໂລຊີ ແລະ ຄົນ.

ຕາມທ່ານ ຟຸ່ງກວາງຮຽບ ປະທານສະພາສະມາຊິກ Vinachem, ກຸ່ມບໍລິສັດພວມລົງທຶນສູນຄົ້ນຄວ້າພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຢູ່ເຂດເຕັກໂນໂລຊີສູງ ຮວ່າລາກ (ຮ່າໂນ້ຍ), ດ້ວຍຂະໜາດປະມານ 3 ເຮັກຕາ ແລະ ມີຍອດທຶນປະມານ 1.500 ຕື້ດົ່ງ.

ສູນດັ່ງກ່າວແນໃສ່ເຊື່ອມຕໍ່ວິສາຫະກິດກັບສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ບັນດາຄູ່ຮ່ວມມືດ້ານເຕັກໂນໂລຊີ, ກ້າວໄປສູ່ການຊຸກຍູ້ນຳຜົນການຄົ້ນຄວ້າໄປສູ່ການຄ້າເປັນຜະລິດຕະພັນ. ສູນນີ້ຄາດວ່າຈະກາຍເປັນພື້ນຖານໃຫ້ Vinachem ຍົກສູງຄວາມສາມາດເພິ່ງຕົນເອງດ້ານວັດຖຸດິບ, ເປັນເຈົ້າເຕັກໂນໂລຊີຫຼັກ, ເພີ່ມຜະລິດຕະພາບ ແລະ ຄ່ອຍໆຢືນຢັນບົດບາດແກນຫຼັກໃນຂະແໜງເຄມີ ແລະ ຝຸ່ນ.

ການປ່ຽນແປງໃໝ່ຮູບແບບການພັດທະນາ ຍັງວາງຂໍ້ຮຽກຮ້ອງໃຫ້ປ່ຽນແປງວິທີການດຳເນີນງານຂອງບັນດາວິສາຫະກິດທີ່ສະໜອງໂຄງລ່າງພື້ນຖານ ແລະ ບໍລິການທີ່ຈຳເປັນ, ບໍ່ແມ່ນພຽງແຕ່ບັນດາຫົວໜ່ວຍທີ່ຜະລິດໂດຍກົງເທົ່ານັ້ນ.

ທ່ານ ຫງວຽນແອັງຕວນ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໃຫ້ຮູ້ວ່າ EVN ໄດ້ລົງທຶນພັດທະນາແຫຼ່ງຜະລິດ ແລະ ຕາຂ່າຍໄຟຟ້າ, ຍົກສູງຄວາມສາມາດສົ່ງໄຟຟ້າ, ພ້ອມທັງກະກຽມໂຄງລ່າງພື້ນຖານສຳລັບບັນດາຂົງເຂດເຕັກໂນໂລຊີສູງ, ສານເຄິ່ງຕົວນຳ, ປັນຍາປະດິດ, ສູນຂໍ້ມູນ ແລະ ການຄົມມະນາຄົມດ້ວຍໄຟຟ້າ.

EVN ຍັງຊຸກຍູ້ການບໍລິຫານໂດຍອີງໃສ່ຂໍ້ມູນ, ເລັ່ງລັດການອັດຕະໂນມັດ, ນຳໃຊ້ AI, IoT ແລະ Big Data ໃນການດຳເນີນງານຕາຂ່າຍໄຟຟ້າ, ຄາດຄະເນພາລະໄຟຟ້າ ແລະ ສ້າງລະບົບຄຸ້ມຄອງພະລັງງານອັດສະລິຍະ; ພ້ອມທັງປັບປຸງກົງຈັກໃຫ້ກະທັດຮັດ, ເພີ່ມການແບ່ງຂັ້ນ, ແບ່ງສິດອຳນາດຄຽງຄູ່ກັບຄວາມຮັບຜິດຊອບ.

ພ້ອມກັນນັ້ນ ແມ່ນຊຸກຍູ້ການຫັນປ່ຽນສີຂຽວ, ນຳໃຊ້ບັນດາມາດຖານ ESG, ຍົກສູງປະສິດທິພາບ, ຫຼຸດຜ່ອນການສູນເສຍ ແລະ ເພີ່ມຄວາມສາມາດເຊື່ອມລວມພະລັງງານທົດແທນ... ແນໃສ່ເປັນຝ່າຍລິເລີ່ມກ້າວໄປກ່ອນ ເພື່ອຕອບສະໜອງບັນດາຂະແໜງເສດຖະກິດໃໝ່.

ວິສາຫະກິດຫວຽດນາມຫັນຈາກຄວາມໄດ້ປຽບດ້ານຕົ້ນທຶນ ສູ່ການເປັນເຈົ້າຂອງມູນຄ່າ
ກິດຈະກຳການຜະລິດຜະລິດຕະພັນເຄມີ ຢູ່ຫົວໜ່ວຍສະມາຊິກແຫ່ງໜຶ່ງຂອງ Vinachem.

ສ້າງພະລັງຈາກລະບົບນິເວດວິສາຫະກິດ

ພາກປະຕິບັດຢູ່ Vinatex, Vinachem ແລະ EVN ສະແດງໃຫ້ເຫັນວ່າ ວິສາຫະກິດບໍ່ແມ່ນພຽງຜູ້ໄດ້ຮັບຜົນປະໂຫຍດ ແຕ່ພວມປະຕິບັດມະຕິເລກທີ 19-NQ/TW ໂດຍກົງ.

ສິ່ງທີ່ສຳຄັນກວ່ານັ້ນ, ວິສາຫະກິດຕ້ອງເປັນເຈົ້າບັນດາຂັ້ນຕອນທີ່ສ້າງມູນຄ່າເພີ່ມສູງໃນຕ່ອງໂສ້ສະໜອງ, ກຳແໜ້ນເຕັກໂນໂລຊີຫຼັກ, ສ້າງຍີ່ຫໍ້ ແລະ ປ່ຽນແປງໃໝ່ແນວຄິດການລົງທຶນ. ຈາກນັ້ນ, ວິສາຫະກິດສາມາດກາຍເປັນແກນຫຼັກນຳພາຕ່ອງໂສ້, ສ້າງແຮງຊຸກຍູ້ໃຫ້ວິສາຫະກິດອື່ນຍົກລະດັບຄວາມສາມາດ ແລະ ພັດທະນາໄປພ້ອມກັນ.

ແນວໃດກໍຕາມ, ຖ້າເພິ່ງພາພຽງແຕ່ບັນດາ “ຫົວຈັກ” ຄວາມສາມາດໃນການນຳພາຈະຍາກທີ່ຈະຮັກສາໄວ້ໄດ້ ເມື່ອຢູ່ເບື້ອງຫຼັງຍັງເປັນລະບົບວິສາຫະກິດທີ່ຍັງອ່ອນດ້ານຊັບພະຍາກອນມະນຸດ, ອຸດສາຫະກຳສະໜັບສະໜູນ ແລະ ເຕັກໂນໂລຊີ.

ດັ່ງນັ້ນ, ກ່ອນອື່ນໝົດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຕ້ອງເປັນເຈົ້າການຍົກສູງຄວາມສາມາດ, ຄ່ອຍໆກ້າວໄປສູ່ບັນດາຂັ້ນຕອນທີ່ມີມູນຄ່າເພີ່ມສູງກວ່າໃນຕ່ອງໂສ້. ການຄົ້ນຄວ້າ ແລະ ພັດທະນາ, ຊັບສິນທາງປັນຍາ, ຂໍ້ມູນ, ເຕັກໂນໂລຊີ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ການຫັນເປັນດິຈິຕອນ ຕ້ອງຖືກເບິ່ງວ່າບໍ່ແມ່ນລາຍຈ່າຍ ແຕ່ແມ່ນການລົງທຶນເພື່ອຄວາມສາມາດແຂ່ງຂັນໃນໄລຍະຍາວ.

ນີ້ແມ່ນຄວາມແຕກຕ່າງລະຫວ່າງກຳລັງວິສາຫະກິດທີ່ມີຈຳນວນຫຼາຍ ກັບກຳລັງວິສາຫະກິດທີ່ເຂັ້ມແຂງດ້ານລະດັບ ແລະ ຄວາມສາມາດ. ເມື່ອການເຊື່ອມໂຍງລະຫວ່າງບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດ ບັນລຸປະສິດທິຜົນ, ພະລັງຮ່ວມຂອງລະບົບນິເວດທັງໝົດຈຶ່ງສາມາດຖືກສົ່ງເສີມອອກມາໄດ້ຢ່າງເຕັມທີ່.

ເພື່ອໃຫ້ບັນດາການເຊື່ອມໂຍງນີ້ເຂົ້າສູ່ເນື້ອແທ້, ນະໂຍບາຍມີບົດບາດສຳຄັນໃນການສ້າງສະພາບແວດລ້ອມ ແລະ ສ້າງແຮງຊຸກຍູ້ໃຫ້ວິສາຫະກິດຮ່ວມມືກັນ.

ທ່ານ ເດົ້າແອັງຕວນ ຮອງເລຂາທິການໃຫຍ່ ສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ສະເໜີໃຫ້ລັດສືບຕໍ່ແກ້ໄຂບັນດາຈຸດອຸດຕັນດ້ານສະຖາບັນ ແລະ ສະພາບແວດລ້ອມທຸລະກິດ, ພ້ອມທັງປັບປຸງນະໂຍບາຍສະໜັບສະໜູນດ້ານເຕັກໂນໂລຊີ, ທຶນ, ການປ່ຽນແປງໃໝ່ສ້າງສັນ ແລະ ການເຊື່ອມໂຍງວິສາຫະກິດ.

ສຳລັບບັນດາໂຄງການຂະໜາດໃຫຍ່, ມາດຕະການຈູງໃຈຕ້ອງຄຽງຄູ່ກັບຂໍ້ຮຽກຮ້ອງໃນການພັດທະນາຜູ້ສະໜອງພາຍໃນປະເທດ ແລະ ອັດຕາການນຳໃຊ້ພາຍໃນປະເທດທີ່ແທ້ຈິງ, ພ້ອມກັບກົນໄກກວດພິສູດສະເພາະ ແທນທີ່ຈະຢຸດຢູ່ພຽງແຕ່ຄຳໝັ້ນສັນຍາ.

ນອກຈາກນັ້ນ, ຈຳເປັນຕ້ອງນຳໃຊ້ການຈັດຫາທຶນຕາມຕ່ອງໂສ້ສະໜອງ ເພື່ອໃຫ້ຜູ້ສະໜອງຂະໜາດນ້ອຍສາມາດເຂົ້າເຖິງທຶນໂດຍອີງໃສ່ສັນຍາ ແລະ ບັນດາໜີ້ຕ້ອງຮັບຈາກວິສາຫະກິດຕົ້ນຕ່ອງໂສ້. ຜ່ານນັ້ນ, ຄວາມສາມາດ ແລະ ຊື່ສຽງຂອງວິສາຫະກິດໃຫຍ່ ສາມາດກາຍເປັນ “ຄານງັດ” ຊ່ວຍໃຫ້ວິສາຫະກິດນ້ອຍເຂົ້າເຖິງທຶນໄດ້ສະດວກຂຶ້ນ, ພ້ອມທັງເສີມສ້າງພະລັງຂອງຕ່ອງໂສ້ສະໜອງທັງໝົດ.

ເມື່ອຄວາມສາມາດຂອງແຕ່ລະວິສາຫະກິດຖືກຍົກສູງ, ບັນດາຂໍ້ຕໍ່ຖືກເຊື່ອມໂຍງຢ່າງແໜ້ນແຟ້ນກວ່າເກົ່າ ແລະ ລະບົບນິເວດມີຄວາມສາມາດພຽງພໍໃນການສ້າງພະລັງຮ່ວມ, ບັນດາແຮງຂັບເຄື່ອນການເຕີບໂຕໃໝ່ຈຶ່ງສາມາດຫັນຈາກຄວາມຄາດຫວັງໃຫ້ກາຍເປັນຄວາມສາມາດຕົວຈິງຂອງເສດຖະກິດ. ນີ້ກໍແມ່ນເປົ້າໝາຍຂອງຂະບວນການປ່ຽນແປງໃໝ່ຮູບແບບການພັດທະນາປະເທດ.

ວິສາຫະກິດຫວຽດນາມລົງທຶນຢູ່ລາວ, ເຊື່ອມຕໍ່ການພັດທະນາເສດຖະກິດກັບການຮັບປະກັນຊີວິດສັງຄົມ ວິສາຫະກິດຫວຽດນາມລົງທຶນຢູ່ລາວ, ເຊື່ອມຕໍ່ການພັດທະນາເສດຖະກິດກັບການຮັບປະກັນຊີວິດສັງຄົມ
ຍສໝ - ຢູ່ເມືອງເຊໂປນ, ເປັນເມືອງພູດອຍຫ່າງໄກສອກຫຼີກຂອງແຂວງສະຫວັນນະເຂດ, ທາງພາກກາງຂອງລາວ, ການປະກົດຕົວຂອງບັນດາວິສາຫະກິດຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງກຳລັງວັງຊາໃໝ່ໃຫ້ແກ່ພື້ນຖານເສດຖະກິດທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນຂະບວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວຽກເຮັດງານທຳ ແລະ ພັດທະນາກະສິກຳແບບຍືນຍົງ.
ວິສາຫະກິດຫວຽດນາມກຳລັງລົງທຶນຫຼາຍພັນລ້ານດົງໃນກະສິກຳໃນລາວ ແລະ ກຳປູເຈຍ. ວິສາຫະກິດຫວຽດນາມກຳລັງລົງທຶນຫຼາຍພັນລ້ານດົງໃນກະສິກຳໃນລາວ ແລະ ກຳປູເຈຍ.
ຍສໝ - ຫຼັງຈາກກອງປະຊຸມຮ່ວມມືທີ່ແຂວງຢາລາຍ, ບັນດາວິສາຫະກິດເຊັ່ນ HAGL ແລະ PISICO ໄດ້ລົງນາມໃນຂໍ້ຕົກລົງເພື່ອລົງທຶນຫຼາຍພັນລ້ານດົ່ງໃນໂຄງການກະສິກຳຂະໜາດໃຫຍ່ໃນລາວ ແລະ ກຳປູເຈຍໃນໄລຍະປີ 2026-2030.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ