| ຊາວຫວຽດນາມຮຸ່ນໜຸ່ມຢູ່ ສ.ເຊັກໂກ ເລົ່າເລື່ອງລາວແຫ່ງການເຕີບໃຫຍ່ທ່າມກາງສອງກະແສວັດທະນະທຳ ສາຍພົວພັນລະຫວ່າງສອງພັກປະກອບສ່ວນເສີມສ້າງພື້ນຖານການຮ່ວມມືຫວຽດນາມ - ສ.ເຊັກໂກ |
![]() |
| ສະຫາຍ Roman Roun, ປະທານພັກກອມມູນິດ ສ.ເຊັກໂກ Morava ແລະ ສະຫາຍ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງເລຂາປະຈຳຄະນະພັກກະຊວງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໃນການເຈລະຈາວັນທີ 18/8. |
ທີ່ການເຈລະຈາ, ສອງຝ່າຍສະແດງຄວາມຍິນດີຕໍ່ບັນດາບາດກ້າວພັດທະນາໃນທາງບວກ ແລະ ແທ້ຈິງ ຂອງສາຍພົວພັນມິດຕະພາບທີ່ມີມາແຕ່ດັ້ງເດີມ ແລະ ການຮ່ວມມືຫຼາຍດ້ານຫວຽດນາມ - ສ.ເຊັກໂກ. ການທີ່ສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດໃນເດືອນ 1/2025 ໄດ້ຮັບການຕີລາຄາສູງ, ສ້າງຂອບ ແລະ ແຮງຊຸກຍູ້ໃໝ່ໃຫ້ສາຍພົວພັນສອງຝ່າຍພັດທະນາຢ່າງກວ້າງຂວາງ, ມີປະສິດທິຜົນ ແລະ ຍືນຍົງ.
ສະຫາຍ ຫງວຽນແມ້ງເກື່ອງ ຊົມເຊີຍພັກກອມມູນິດ ສ.ເຊັກໂກ Morava ທີ່ຈັດກອງປະຊຸມໃຫຍ່ຄັ້ງທີ XII ສຳເລັດເປັນຢ່າງດີ, ຕີລາຄາສູງບັນດາຜົນໄດ້ຮັບ ແລະ ທິດທາງໃຫຍ່ທີ່ກອງປະຊຸມໄດ້ວາງອອກ. ສະຫາຍ ສະແດງຄວາມເຊື່ອໝັ້ນວ່າ ພັກກອມມູນິດ ສ.ເຊັກໂກ Morava ຈະສືບຕໍ່ສົ່ງເສີມບົດບາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມສ້າງມິດຕະພາບ ແລະ ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ສ.ເຊັກໂກ.
ສຳລັບພັກກອມມູນິດ ສ.ເຊັກໂກ Morava, ສະຫາຍ Roman Roun ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ; ຕີລາຄາສູງບັນດາຜົນສຳເລັດທີ່ຫວຽດນາມບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເສີມສ້າງຖານະບົດບາດໃນສາກົນ.
ສະຫາຍ Roman Roun ພ້ອມກັນນັ້ນກໍສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະປະຕິບັດບັນດາເປົ້າໝາຍ, ໜ້າທີ່ ແລະ ທິດທາງໃຫຍ່ທີ່ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ວາງອອກໃຫ້ປະສົບຜົນສຳເລັດ.
ໃນການແລກປ່ຽນກ່ຽວກັບສາຍພົວພັນສອງຝ່າຍ, ສອງຝ່າຍຕີລາຄາສູງຜົນການຮ່ວມມືໃນບັນດາຂົງເຂດການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ, ການລົງທຶນ, ການສຶກສາ - ຝຶກອົບຮົມ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ.
ສອງຝ່າຍເຫັນດີວ່າ ສາຍພົວພັນຫວຽດນາມ - ສ.ເຊັກໂກ ພວມມີຫຼາຍເງື່ອນໄຂອັນສະດວກເພື່ອສືບຕໍ່ພັດທະນາຢ່າງແຂງແຮງ, ແທ້ຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ, ສົມກັບຂອບສາຍພົວພັນຄູ່ຮ່ວມຍຸດທະສາດ ແລະ ທ່າແຮງຂອງແຕ່ລະປະເທດ.
ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດ ສ.ເຊັກໂກ Morava ກໍໄດ້ຮັບການຕີລາຄາໃນທາງບວກຈາກສອງຝ່າຍ. ບັນດາກິດຈະກຳແລກປ່ຽນຄະນະຜູ້ແທນ ແລະ ການພົບປະລະຫວ່າງສອງພັກ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ວາງໃຈເຊິ່ງກັນແລະກັນ, ເສີມສ້າງພື້ນຖານການເມືອງ - ສັງຄົມໃຫ້ແກ່ສາຍພົວພັນສອງປະເທດ.
ສອງຝ່າຍເຫັນດີສືບຕໍ່ເລັ່ງຊຸກຍູ້ການແລກປ່ຽນ, ການພົບປະ, ແບ່ງປັນຂໍ້ມູນ ແລະ ປະສົບການ; ສົ່ງເສີມບົດບາດຂອງສາຍພົວພັນລະຫວ່າງສອງພັກໃນການເສີມສ້າງພື້ນຖານການເມືອງ ແລະ ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນຂອງສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ສ.ເຊັກໂກ ຢ່າງມີປະສິດທິຜົນ, ມຸ່ງໄປສູ່ການນຳສາຍພົວພັນສອງຝ່າຍໃຫ້ນັບມື້ນັບຮອບດ້ານ, ແທ້ຈິງ ແລະ ມີປະສິດທິຜົນ.
ຍສໝ - ຫວ່າງມໍ່ໆມານີ້, ພິທີເຊີດຊູພາສາ ຫວຽດນາມ ໃນປະຊາຄົມ ຊາວຫວຽດນາມ ຢູ່ ສ.ເຊັກໂກ ໄດ້ຮັບການຈັດຂຶ້ນ. |
ຍສໝ - ວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເຊັກໂກ ໄດ້ຈັດຕັ້ງການພົບປະມິດຕະພາບ ເນື່ອງໃນໂອກາດປີໃໝ່ປະຈຳຊາດ ປີມະເສັງ 2025 ແລະ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເຊັກໂກ ແລະ ສ.ສະໂລວາກີ. |
ມິງດຶກ
