| ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຊົມເຊີຍບັນດາວິສາຫະກິດເຢຍລະມັນ ມາລົງທຶນຢູ່ຫວຽດນາມ ຫວຽດນາມ - ສະຖານທີ່ລົງທຶນທີ່ປອດໄພ ແລະດູດດື່ມຂອງບັນດາວິສາຫະກິດເຢຍລະມັນ |
![]() |
| ບັນດາວິສາຫະກິດເຢຍລະມັນຢູ່ຫວຽດນາມ ພວມໃຫ້ບຸລິມະສິດແກ່ການຫັນການຜະລິດ ແລະ ການປະດິດສ້າງໃຫ້ມີຄວາມຫຼາກຫຼາຍ, ໂດຍສຸມໃສ່ບັນດາໂຄງການລົງທຶນສີຂຽວ. |
ຕອນເຊົ້າວັນທີ 18/8, ຢູ່ສຳນັກງານກະຊວງການຕ່າງປະເທດ (ຮ່າໂນ້ຍ), ທ່ານນາງ ເລທິທູຮັ່ງ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Rolf Mutzenich ສະມາຊິກສະພາ, ກຳມະການຄະນະກຳມາທິການການຕ່າງປະເທດ ສະພາແຫ່ງຊາດສະຫະພັນເຢຍລະມັນ, ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ ຫວຽດນາມພ້ອມສ້າງເງື່ອນໄຂອັນສະດວກໃຫ້ບັນດາວິສາຫະກິດເຢຍລະມັນຂະຫຍາຍກິດຈະກຳລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ.
ໃນນັ້ນ, ຫວຽດນາມເອົາໃຈໃສ່ບັນດາຂົງເຂດທີ່ເຢຍລະມັນມີທ່າແຮງ ແລະ ສອດຄ່ອງກັບທິດທາງການພັດທະນາໃໝ່ຂອງຫວຽດນາມ ເຊັ່ນ: ໂຄງລ່າງພື້ນຖານ, ທ່າກຳປັ່ນອັດສະລິຍະ, ພະລັງງານທົດແທນ, ທາງລົດໄຟຄວາມໄວສູງ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ.
ທ່ານນາງ ເລທິທູຮັ່ງ ຍັງສະເໜີໃຫ້ຍູ້ແຮງການແລກປ່ຽນບົດຮຽນປະສົບການດ້ານນິຕິບັນຍັດ ແລະ ການກວດກາຕິດຕາມ ລະຫວ່າງບັນດາສະມາຊິກສະພາ ແລະ ບັນດາຄະນະກຳມາທິການວິຊາສະເພາະຂອງສອງປະເທດ.
ພ້ອມກັນນັ້ນ, ທ່ານນາງ ສະເໜີໃຫ້ສະພາແຫ່ງຊາດເຢຍລະມັນສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງເງື່ອນໄຂອັນສະດວກໃຫ້ປະຊາຄົມຊາວຫວຽດນາມຫຼາຍກວ່າ 200.000 ຄົນ ທີ່ພວມດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ເຢຍລະມັນ.
ສ່ວນຝ່າຍເຢຍລະມັນ, ທ່ານ Rolf Mutzenich ສະມາຊິກສະພາ ຢືນຢັນວ່າ ການພົວພັນຫວຽດນາມ - ເຢຍລະມັນ ຍັງມີທ່າແຮງ ແລະ ໂອກາດຫຼາຍເພື່ອພັດທະນາໃຫ້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ. ຕາມທ່ານແລ້ວ, ກ່ອນອື່ນໝົດ ຕ້ອງເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີການແລກປ່ຽນຄະນະ ແລະ ຊຸກຍູ້ການຮ່ວມມືລະຫວ່າງສະພາຂອງສອງປະເທດ.
ສອງຝ່າຍເຫັນດີສືບຕໍ່ປະສານສົມທົບຢູ່ບັນດາກົນໄກຫຼາຍຝ່າຍ; ຊຸກຍູ້ການພົວພັນຫວຽດນາມ - EU ແລະ ເຢຍລະມັນ - ASEAN; ຂຸດຄົ້ນບັນດາທ່າແຮງການຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນນຳການພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ເຢຍລະມັນ ໃຫ້ນັບມື້ນັບພັດທະນາຢ່າງແທ້ຈິງ ແລະ ມີປະສິດທິຜົນ.
ຍສໝ - ວິສາຫະກິດເຢຍລະມັນ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ບັນດາຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດທີ່ມີຕໍ່ສະພາບການຜະລິດ, ດຳເນີນທຸລະກິດຂອງເຂົາເຈົ້າ, ແຕ່ຍັງຕັ້ງຄວາມຫວັງຕໍ່ການຟື້ນຟູເສດຖະກິດໃນໄລຍະກາງຂອງຫວຽດນາມ. |
ຍສໝ - ໃນກອງປະຊຸມຄັ້ງນີ້, ທ່ານ Peter Altmaier ລັດຖະມົນຕີເສດຖະກິດເຢຍລະມັນໄດ້ຮຽກຮ້ອງໃຫ້ບັນດາບໍລິສັດຂອງປະເທດນີ້ຄວນຊອກຫາຫຼາຍວິທີການປ່ຽນແທນໃນການດຳເນີນທຸລະກິດເພື່ອຫັນລະບົບການສະໜອງເປັນຫຼາຍຮູບແບບຢູ່ພາກພື້ນ |
ມິງດຶກ
