ຫວຽດນາມ - ເຢຍລະມັນ ເປີດກວ້າງທ່າແຮງການຮ່ວມມືໃນໄລຍະພັດທະນາໃໝ່

13:08 | 19/08/2026

ຍສໝ - ວັນທີ 18/8 ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Rolf Mutzenich, ສະມາຊິກສະພາ, ກຳມະການຄະນະກຳມາທິການການຕ່າງປະເທດ ສະພາແຫ່ງຊາດສະຫະພັນເຢຍລະມັນ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ເຢຍລະມັນ ນັບມື້ນັບເລິກເຊິ່ງ, ໂດຍສຸມໃສ່ການລົງທຶນ, ການສຶກສາ - ຝຶກອົບຮົມ, ວິທະຍາສາດ - ເຕັກໂນໂລຊີ, ການປ່ຽນແປງໃໝ່ສ້າງສັນ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ເພີ່ມທະວີການຜູກພັນລະຫວ່າງປະຊາຊົນ ຫວຽດນາມ - ເຢຍລະມັນ ຫວຽດນາມ - ເຢຍລະມັນ ມຸ່ງໄປສູ່ການເພີ່ມທະວີການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນ

ທີ່ການຕ້ອນຮັບ, ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ ຫວຽດນາມຖືເຢຍລະມັນເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ພ້ອມທັງປາດຖະໜາສືບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດໃຫ້ພັດທະນາເລິກເຊິ່ງຍິ່ງຂຶ້ນ.

ໃຫ້ຂໍ້ມູນກ່ຽວກັບທິດທາງການພັດທະນາໃນໄລຍະໃໝ່, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ ຫວຽດນາມວາງເປົ້າໝາຍຮັກສາລະດັບການເຕີບໂຕທາງເສດຖະກິດສອງຕົວເລກ, ປະຕິບັດສອງເປົ້າໝາຍ 100 ປີ ແລະ ມຸ່ງໄປສູ່ການກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045.

ພ້ອມກັນນັ້ນ, ຫວຽດນາມພວມຊຸກຍູ້ຮູບແບບການພັດທະນາໃໝ່, ໂດຍກຳນົດໃຫ້ວິທະຍາສາດ - ເຕັກໂນໂລຊີ, ການປ່ຽນແປງໃໝ່ສ້າງສັນ, ການຫັນເປັນດິຈິຕອນ ແລະ ຂະແໜງເສດຖະກິດເອກະຊົນ ເປັນບັນດາກຳລັງໜູນທີ່ສຳຄັນ.

ບົນພື້ນຖານບັນດາທິດທາງດັ່ງກ່າວ, ຫວຽດນາມຍິນດີຕ້ອນຮັບ ແລະ ພ້ອມສ້າງເງື່ອນໄຂອັນສະດວກໃຫ້ບັນດາວິສາຫະກິດເຢຍລະມັນຂະຫຍາຍການລົງທຶນ ແລະ ດຳເນີນທຸລະກິດ, ໂດຍສະເພາະໃນບັນດາຂົງເຂດທີ່ເຢຍລະມັນມີທ່າແຮງ ແລະ ສອດຄ່ອງກັບທິດທາງການພັດທະນາຂອງຫວຽດນາມ ເຊັ່ນ: ໂຄງລ່າງພື້ນຖານ, ທ່າກຳປັ່ນອັດສະລິຍະ, ພະລັງງານທົດແທນ, ທາງລົດໄຟຄວາມໄວສູງ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ.

ຫວຽດນາມ - ເຢຍລະມັນ ເປີດກວ້າງທ່າແຮງການຮ່ວມມືໃນໄລຍະພັດທະນາໃໝ່
ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລກປ່ຽນກັບທ່ານ Rolf Mutzenich, ສະມາຊິກສະພາ, ກຳມະການຄະນະກຳມາທິການການຕ່າງປະເທດ ສະພາແຫ່ງຊາດສະຫະພັນເຢຍລະມັນ.

ເສີມຂະຫຍາຍການເຊື່ອມຕໍ່ລະຫວ່າງລັດຖະສະພາ ແລະ ບັນດາພັກການເມືອງ

ທ່ານ Rolf Mutzenich, ສະມາຊິກສະພາ, ສະແດງຄວາມປະທັບໃຈຕໍ່ບັນດາຜົນສຳເລັດດ້ານການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ; ຢືນຢັນວ່າ ສະພາແຫ່ງຊາດສະຫະພັນເຢຍລະມັນເອົາໃຈໃສ່ຊຸກຍູ້ສາຍພົວພັນສອງປະເທດໃຫ້ສົມກັບຂອບການພົວພັນຄູ່ຮ່ວມຍຸດທະສາດ ແລະ ພ້ອມຮ່ວມເດີນທາງກັບຫວຽດນາມໃນໄລຍະພັດທະນາໃໝ່.

ຕາມທ່ານ, ສາຍພົວພັນຫວຽດນາມ - ເຢຍລະມັນ ຍັງມີທ່າແຮງຫຼາຍເພື່ອເປີດກວ້າງ, ກ່ອນອື່ນໝົດແມ່ນຜ່ານການເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ຊຸກຍູ້ການຮ່ວມມືລະຫວ່າງລັດຖະສະພາສອງປະເທດ.

ທ່ານນາງ ເລທິທູຮັ່ງ ສະເໜີໃຫ້ເພີ່ມທະວີການຮ່ວມມືຕາມຊ່ອງທາງພັກ, ໃນນັ້ນມີສາຍພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກສັງຄົມປະຊາທິປະໄຕເຢຍລະມັນ (SPD). ຝ່າຍເຢຍລະມັນກໍສະແດງຄວາມສົນໃຈຕໍ່ການຊຸກຍູ້ການສົນທະນາລະຫວ່າງ SPD ແລະ ພັກກອມມູນິດຫວຽດນາມ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບການເພີ່ມທະວີແບ່ງປັນປະສົບການດ້ານນິຕິບັນຍັດ ແລະ ການກວດກາ ລະຫວ່າງບັນດາສະມາຊິກສະພາ ແລະ ບັນດາຄະນະກຳມາທິການວິຊາສະເພາະ. ທ່ານນາງ ເລທິທູຮັ່ງ ສະເໜີໃຫ້ສະພາແຫ່ງຊາດເຢຍລະມັນສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມຫຼາຍກວ່າ 200.000 ຄົນ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ເຢຍລະມັນ.

ຊຸກຍູ້ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ

ໃນຂົງເຂດການສຶກສາ - ຝຶກອົບຮົມ, ສອງຝ່າຍເຫັນດີເລັ່ງຊຸກຍູ້ການຮ່ວມມື, ເພີ່ມທະວີການແລກປ່ຽນນັກສຶກສາ, ນັກສຶກສາຫຼັງປະລິນຍາ ແລະ ຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ.

ການຮ່ວມມືໃນບັນດາຂົງເຂດແຮງງານ, ວິທະຍາສາດ - ເຕັກໂນໂລຊີ, ການປ່ຽນແປງໃໝ່ສ້າງສັນ ແລະ ປ້ອງກັນຊາດ - ຄວາມປອດໄພ ກໍໄດ້ຮັບການເຫັນດີໃຫ້ເປີດກວ້າງ. ພ້ອມກັນນັ້ນ, ສອງປະເທດຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການຮ່ວມມືລັດຖະສະພາ.

ຫວຽດນາມ ແລະ ເຢຍລະມັນ ເຫັນດີສືບຕໍ່ປະສານສົມທົບຢູ່ບັນດາກົນໄກຫຼາຍຝ່າຍ, ຊຸກຍູ້ສາຍພົວພັນຫວຽດນາມ - ສະຫະພາບເອີຣົບ (EU) ແລະ ສາຍພົວພັນເຢຍລະມັນ - ອາຊຽນ, ຜ່ານນັ້ນຂຸດຄົ້ນທ່າແຮງການຮ່ວມມືໃຫ້ມີປະສິດທິຜົນຍິ່ງຂຶ້ນ, ນຳສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ເຢຍລະມັນ ພັດທະນາຢ່າງແທ້ຈິງ ແລະ ມີປະສິດທິຜົນ.

ສຳລັບບັນດາບັນຫາສາກົນ ແລະ ພາກພື້ນທີ່ສອງຝ່າຍຕ່າງສົນໃຈ, ສອງຝ່າຍເນັ້ນໜັກບົດບາດຂອງການສົນທະນາ, ການສ້າງຄວາມໄວ້ວາງໃຈ ແລະ ສະໜັບສະໜູນລັດທິຫຼາຍຝ່າຍ ໂດຍມີສະຫະປະຊາຊາດເປັນໃຈກາງ.

ພ້ອມກັນນັ້ນ, ສອງຝ່າຍຢືນຢັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ເສລີພາບໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ແກ້ໄຂຂໍ້ຂັດແຍ່ງດ້ວຍມາດຕະການສັນຕິ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982).

ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ
ຍສໝ -​ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ (1975 - 2025), ນະຄອນ ຮ່າໂນ້ຍ ໄດ້ສົມທົບກັບສະຖານທູດ ເຢຍລະມັນ ຈັດຕັ້ງງານບຸນວັດທະນະທຳ ແລະ ແນະນຳປະກອບອາຊີບ, ເປີດກ້ວາງກາລະໂອກາດໃນການຮຽນຮູ້, ບຳລຸງສ້າງອາຊີບ ແລະ ວຽກເຮັກງານທຳໃຫ້ຊາວໜຸ່ມ.
ນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ ເພີ່ມທະວີການເຊື່ອມຕໍ່ປະຊາຄົມ ນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ ເພີ່ມທະວີການເຊື່ອມຕໍ່ປະຊາຄົມ
ຍສໝ - ຫຼາຍມື້ຜ່ານມາ, ສະມາຄົມນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ (VSAF) ໄດ້ຈັດຕັ້ງເຫດການ “The Next Move 2026” ແນໃສ່ສະຫຼຸບສັງລວມບັນດາກິດຈະກຳໃນປີຜ່ານມາ ແລະ ເລືອກຕັ້ງຄະນະບໍລິຫານງານສະໄໝໃໝ່. ເຫດການໄດ້ດຳເນີນໄປຢູ່ບໍລິເວນ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຟຣັງເຟີດ, ເຢຍລະມັນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ