| ຫວຽດນາມ - ລາວ ຂະຫຍາຍການຮ່ວມມືຝຶກອົບຮົມພະນັກງານ, ຊອກຫາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ |
ວັນທີ 9/8, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ປະທານປະເທດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ ໄດ້ອອກແຈ້ງການພິເສດກ່ຽວກັບການເຖິງແກ່ກຳຂອງປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ.
ຕາມແຈ້ງການ, ສະຫາຍ ໄຊສົມພອນ ພົມວິຫານ, ເກີດວັນທີ 12/12/1956, ກຳມະການກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ໄດ້ເຖິງແກ່ກຳໃນວັນທີ 8/8/2026, ລວມອາຍຸໄດ້ 70 ປີ.
![]() |
| ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ. |
ສະຫາຍ ໄຊສົມພອນ ພົມວິຫານ ແມ່ນການນຳຄົນສຳຄັນຂອງພັກປະຊາຊົນປະຕິວັດລາວ, ມີຄຸນປະໂຫຍດສຳຄັນຫຼາຍປະການຕໍ່ພາລະກິດປະຕິວັດລາວ ກໍຄືພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ. ສຳລັບສາຍພົວພັນ ຫວຽດນາມ - ລາວ, ສະຫາຍແມ່ນການນຳທີ່ມີບົດບາດສຳຄັນໃນການສືບທອດ, ທະນຸຖະໜອມ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງຍຸດທະສາດລະຫວ່າງສອງປະເທດ.
ເພື່ອສະແດງຄວາມອາໄລອາວອນຕໍ່ສະຫາຍ ໄຊສົມພອນ ພົມວິຫານ ແລະ ດ້ວຍສາຍພົວພັນພິເສດ ຫວຽດນາມ - ລາວ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ ຕົກລົງໄວ້ອາໄລສະຫາຍຕາມພິທີລະດັບຊາດເປັນເວລາ 2 ວັນ, ນັບແຕ່ວັນທີ 10 ຫາສິ້ນສຸດວັນທີ 11/8/2026.
ໃນໄລຍະໄວ້ອາໄລລະດັບຊາດ, ບັນດາອົງການ, ສຳນັກງານໃນຂອບເຂດທົ່ວປະເທດ ແລະ ບັນດາອົງການຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ປະດັບທຸງຊາດເຄິ່ງເສົາ ແລະ ມີແຖບຜ້າໄວ້ທຸກຕາມລະບຽບ; ບໍ່ຈັດກິດຈະກຳມ່ວນຊື່ນ ແລະ ບັນເທີງສາທາລະນະ.
ກ່ອນໜ້ານີ້, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ ໄດ້ສົ່ງສານສະແດງຄວາມເສຍໃຈເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ.
ບັນດາການນຳຂັ້ນສູງຂອງຫວຽດນາມກໍໄດ້ສົ່ງສານສະແດງຄວາມເສຍໃຈເຖິງການນຳລາວ. ໃນສານສະແດງຄວາມເສຍໃຈ, ການນຳຫວຽດນາມໄດ້ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ, ໂດຍເນັ້ນວ່ານີ້ແມ່ນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນລາວ, ພ້ອມທັງພັກ, ລັດ ແລະ ປະຊາຊົນຫວຽດນາມກໍໄດ້ສູນເສຍເພື່ອນມິດໃຫຍ່, ສະຫາຍຜູ້ຊື່ສັດ ແລະ ຜູກພັນ.
ການນຳຫວຽດນາມຕີລາຄາວ່າ ສະຫາຍ ໄຊສົມພອນ ພົມວິຫານ ແມ່ນການນຳດີເດັ່ນຂອງພັກ, ລັດ ແລະ ປະຊາຊົນລາວ, ໄດ້ອຸທິດຕົນໃຫ້ແກ່ພາລະກິດປະຕິວັດ ກໍຄືພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດລາວໃຫ້ມີສັນຕິພາບ, ເອກະລາດ, ເປັນເອກະພາບ ແລະ ຈະເລີນຮຸ່ງເຮືອງ.
ຕອນບ່າຍວັນທີ 9/8, ຢູ່ນະຄອນຫຼວງວຽງຈັນ, ປະທານສະພາແຫ່ງຊາດ ເຈີ່ນ ແທງ ເໝີນ ໄດ້ນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າໄວ້ອາໄລສະຫາຍ ໄຊສົມພອນ ພົມວິຫານ, ວາງພວງມາລາ ແລະ ຢືນສະຫງົບໄວ້ອາໄລເປັນເວລາໜຶ່ງນາທີ.
ໃນການຂຽນປຶ້ມໄວ້ອາໄລ, ປະທານສະພາແຫ່ງຊາດ ເຈີ່ນ ແທງ ເໝີນ ໄດ້ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປຂອງປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ, ໂດຍເນັ້ນວ່ານີ້ແມ່ນການສູນເສຍອັນໃຫຍ່ຫຼວງຂອງລາວ, ພ້ອມທັງຫວຽດນາມກໍສູນເສຍເພື່ອນມິດໃຫຍ່, ສະຫາຍຜູ້ຊື່ສັດ. ໃນນາມພັກ, ລັດ ແລະ ປະຊາຊົນຫວຽດນາມ, ປະທານສະພາແຫ່ງຊາດ ເຈີ່ນ ແທງ ເໝີນ ໄດ້ສົ່ງຄຳສະແດງຄວາມເສຍໃຈຢ່າງສຸດຊຶ້ງເຖິງພັກ, ລັດ, ສະພາແຫ່ງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ.
ສະຫາຍ ໄຊສົມພອນ ພົມວິຫານ ເກີດວັນທີ 12/12/1956. ກ່ອນຈະດຳລົງຕຳແໜ່ງປະທານສະພາແຫ່ງຊາດລາວແຕ່ປີ 2021, ສະຫາຍເຄີຍດຳລົງຫຼາຍຕຳແໜ່ງການນຳຢູ່ທ້ອງຖິ່ນ ແລະ ສູນກາງ, ມີຫຼາຍການປະກອບສ່ວນໃນບັນດາຂົງເຂດຂອງຊີວິດການເມືອງ - ສັງຄົມລາວ, ໃນນັ້ນມີວຽກງານການທູດລັດຖະສະພາ.
ພັກ, ລັດລາວ ຈັດພິທີໄວ້ອາໄລລະດັບຊາດແດ່ສະຫາຍ ໄຊສົມພອນ ພົມວິຫານ ເປັນເວລາ 5 ວັນ, ແຕ່ວັນທີ 9 ຫາ 13/8. ພິທີໄວ້ອາໄລຈັດຂຶ້ນໃນວັນທີ 13/8 ຢູ່ເດີ່ນທາດຫຼວງ, ນະຄອນຫຼວງວຽງຈັນ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ແຂວງ ຫຼວງພະບາງ ທາງພາກເໜືອຂອງ ລາວ, ໄດ້ມີການຈັດກອງປະຊຸມຫາລືລະຫວ່າງຄະນະຜູ້ແທນແຂວງ ລາວກາຍ ຂອງ ຫວຽດນາມ ແລະ ແຂວງ ບໍ່ແກ້ວ ຂອງ ລາວ. |
ຍສໝ - ທ່ານ ຫງວຽນມິງເຕີມ, ເອກອັກຄະລາຊະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ ການເຊື່ອມໂຍງລະຫວ່າງບັນດາທ້ອງຖິ່ນ ກຳລັງກາຍເປັນແຮງຂັບເຄື່ອນສຳຄັນ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການແລກປ່ຽນລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ພັດທະນາໄປໃນທິດທາງທີ່ເປັນຮູບປະທຳ ແລະ ມີປະສິດທິຜົນຫຼາຍຂຶ້ນ. |
ມິງດຶກ
