ຍສໝ - ນີ້ແມ່ນການແຂ່ງຂັນແລ່ນ Coteccons ກ໋ວາງບິ່ງ Marathon 2022, ໂດບບໍລິສັດຫຸ້ນສ່ວນກໍ່ສ້າງ Coteccons ສົມທົບກັບຄະນະກຳມະການປະຊາຊົນແຂວງ ກ໋ວາງບິ່ງ ຈັດຕັ້ງຢູ່ເຂດຟາມຜະລິດໄຟຟ້າແຮງລົມ B&T (ກ໋ວາງບິ່ງ) - ຟາມຜະລິດໄຟຟ້າແຮງລົມໃຫຍ່ທີ່ສຸດ ຫວຽດນາມ.
ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ຕັ້ງຢູ່ສາຍນໍ້າກົງ ເຂດບ້ານວັງແຄນ, ເມືອງພູວົງ, ແຂວງອັດຕະປື ມາຮອດປັດຈຸບັນ ການກໍ່ສ້າງ ໜ້າວຽກໂດຍລວມສໍາເລັດ ແລ້ວ 87,3% ຂອງໜ້າວຽກທັງໝົດ ພາຍຫລັງເລີ່ມລົງມື ກໍ່ສ້າງມາແຕ່ທ້າຍ ປີ 2017 ໂດຍແມ່ນ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ເປັນຜູ້ພັດທະນາ ໂຄງການດັ່ງກ່າວ ແລະ ໄດ້ຈ້າງຊ່ຽວຊານ ແລະ ວິຊາການຈາກບໍລິສັດ Poyry ມາເປັນທີ່ປຶກສາໃນການກໍ່ສ້າງ, ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ເປີດຜະລິດກະແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່ຈະມາເຖິງນີ້, ເຊິ່ງກະແສໄຟຟ້າ ທີ່ຜະລິດໄດ້ທັງໝົດ 54 MW (3x18 MW), ຈະສົ່ງຂາຍໃຫ້ ປະເທດຫວຽດນາມ.