ການລົງພຶດຕິກຳຕົວຈິງແລ່ນຜ່ານທົ່ງຜະລິດໄຟຟ້າແຮງລົມໃຫຍ່ທີ່ສຸດຢູ່ ຫວຽດນາມ

15:43 | 24/05/2022

ຍ​ສ​ໝ - ນີ້​ແມ່ນ​ການ​ແຂ່ງ​ຂັນ​ແລ່ນ Coteccons ກ໋ວາງ​ບິ່ງ Marathon 2022, ໂດບ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ກໍ່​ສ້າງ Coteccons ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກ໋​ວາງ​ບິ່ງ ຈັດ​ຕັ້ງຢູ່​ເຂດ​ຟາມ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ B&T (ກ໋​ວາງ​ບິ່ງ) - ຟາມ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ​ໃຫຍ່​ທີ່​ສຸ​ດ ຫວຽດ​ນາມ.

SEA Games 31: ງານ​ມະ​ຫາ​ກຳ​ກິ​ລາ ທີ່​ປອດ​ໄພ​, ມີ​ຄວາມ​ສະ​ເໝີ​ພາບ ແລະ ປະ​ທັບ​ໃຈ SEA Games 31: ງານ​ມະ​ຫາ​ກຳ​ກິ​ລາ ທີ່​ປອດ​ໄພ​, ມີ​ຄວາມ​ສະ​ເໝີ​ພາບ ແລະ ປະ​ທັບ​ໃຈ
ກິ​ລາ ຫວຽດ​ນາມ ຢັ້ງ​ຢືນທີ່​ຕັ້ງ​ບົດ​ບາດ​ໃນ​ພາກ​ພື້ນ ແລະ ບືນ​ຕົວ​ຂຶ້ນ​ສູ່ລະ​ດັບ​ສາ​ກົນ​ເທື່ອ​ລະ​ກ້າວ ກິ​ລາ ຫວຽດ​ນາມ ຢັ້ງ​ຢືນທີ່​ຕັ້ງ​ບົດ​ບາດ​ໃນ​ພາກ​ພື້ນ ແລະ ບືນ​ຕົວ​ຂຶ້ນ​ສູ່ລະ​ດັບ​ສາ​ກົນ​ເທື່ອ​ລະ​ກ້າວ
ການລົງພຶດຕິກຳຕົວຈິງແລ່ນຜ່ານທົ່ງຜະລິດໄຟຟ້າແຮງລົມໃຫຍ່ທີ່ສຸດຢູ່ ຫວຽດນາມ
ພາບ​ປະ​ກອບ: ຄະ​ນະ​ຈັດ​ຕັ້ງ

ການ​ແຂ່ງ​ຂັນ​ແລ່ນຈະ​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 5 – 6 ສິງ​ຫາ 2022, ສົມ​ທົບ​ຮູບ​ແບບ Glamping music-fest ໝັ້ນ​ໝາຍ​ວ່າ ຈະ​ນຳ​ມາ​ເຊິ່ງ​ເສັ້ນ​ທາງ​ແລ່ນ​ທີ່​ສວຍ​ງາມ​ທີ່​ສຸດ ແລະ ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃຫ້​ແກ່​ບັນ​ດາ​ນັກ​ກິ​ລາ. ການ​ແຂ່ງ​ຂັນ​​ແລ່ນ​ບໍ່​ພຽງ​ແຕ່​ແມ່ນ​ການ​ແຂ່ງ​ຂັນ​ເພື່ອ​ຍາດ​ເອົາ​ອັນ​ດັບ​ໜຶ່ງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ປະ​ກອບ​ສ່ວນ​ແຜ່​ກະ​ຈາຍ​ການ​ດຳ​ລົງ​ຊີ​ວິດສີ​ຂຽວ, ຍືນ​ຍົງ, ເປັນ​ມິດ​ກັບ​ສິ່ງ​ແວ​ດ​ລ້ອມ​ອີກ​ດ້ວຍ.

ນີ້​ແມ່ນ​ການ​ແຂ່ງ​ຂັນ​ແລ່ນ Coteccons ກ໋ວາງ​ບິ່ງ Marathon 2022, ໂດບ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ກໍ່​ສ້າງ Coteccons ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກ໋​ວາງ​ບິ່ງ ຈັດ​ຕັ້ງຢູ່​ເຂດ​ຟາມ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ B&T (ກ໋​ວາງ​ບິ່ງ) - ຟາມ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ​ໃຫຍ່​ທີ່​ສຸ​ດ ຫວຽດ​ນາມ.

ດ້ວຍ​ຫົວ​ຂໍ້ Green Up, ການ​ແຂ່ງ​ຂັນ​ແລ່ນດັ່ງ​ກ່າວ​ຈະ​ນຳ​ໃຊ້ບັນດາວັດ​ຖຸ​ຜະ​ລິດ​ຄືນ​ໃໝ່, ວັດ​ຖຸ​ເປັນ​ມິດ​ກັບ​ສິ່ງ​ແວ​ດ​ລ້ອມໃຫ້ໄດ້ຫຼາຍທີ່ສຸດ. ລະ​ອຽດ​ແມ່ນ ເສື້ອ​ຂອງ​ບັນ​ດາ​ນັກ​ກິ​ລາ​ໄດ້​ຜະ​ລິດ​ຈາກວັດ​ຖຸ ຜ້າ Nano ເຊິ່ງ​ແມ່ນ​ວັດ​ຖຸ​ຜະ​ລິດ​ຄືນ​ໃໝ່​ຈາກ​ຕຸກ​ນ້ຳ ແລະ ຢາງ, ໄດ້​ຜະ​ລິດ​ຈາກ​ບັນ​ດາ​ໂຮງ​ງານ​ທີ່​ບັນ​ລຸ​ມາດ​ຖານ​ຜະ​ລິດ​ຄືນ​ໃໝ່​ທົ່ວ​ໂລກ GRS, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

ຫຼຽນ​ໃນ​ການ​ແຂ່ງ​ຂັນ​ກໍ່​ໄດ້​ຜະ​ລິດ​ດ້ວຍ​ວັດ​ຖຸ​ພິ​ເສດ ທີ່​ໄດ້​ຜະ​ລິດ​ຄືນ​ຈາກ​ຂີ້​ເຫຍື້ອ​ປ​ຼາດ​ຕິກ. ບັນ​ດາ​ຜະ​ລິດ​ຕະ​ພັນ​ຕ່າງໆ​ທີ່​ໄດ້​ນຳ​ໃຊ້​ໃນ​ການ​ແຂ່ງ​ຂັນ​ກໍ່​ໄດ້​ຜະ​ລິດ​ຈາກ​ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ຂອງໂຄງ​ການ​ກໍ່​ສ້າງ, ສາ​ມາດ​ຕິດ​ຕັ້ງ ແລະ ນຳ​ໃຊ້​ຄືນ​ໃໝ່​ໄດ້, ຈຳ​ກັດ​ການ​ປ່ອຍ​ຂີ້​ເຫຍື້ອ​ອອກ​ສູ່​ສິ່ງ​ແວດ​ລ້ອມ.

ພິ​ເສດ​, ດ້ວຍແຕ່ລະ 5 ກີ​ໂລ​ແມັດ ທີ່​ນັກ​ກິ​ລາ​ແລ່ນ​ໄດ້, Coteccons ຈະ​ປູກ​ຕົ້ນ​ໄມ້​ຕື່ມ​ອີກ 1 ຕົ້ນ​ໃນ​ວິ​ວັດ​ການ​ປູກ​ຕົ້ນ​ໄມ້​ທົ່ວຫວຽດ​ນາມ ຕາມ​ແຜນ​ນະ​ໂຍ​ບາຍ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.