| ນັກການທູດ ສ.ເຊັກໂກ ໃຫ້ຂໍ້ສັງເກດກ່ຽວກັບຍຸດທະສາດປະເທດອຸດສາຫະກຳ 4.0 ຂອງ ຫວຽດນາມ | |
| ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບຢູ່ສປຊ: ຍົກສູງທີ່ຕັ້ງບົດບາດ ແລະ ກຳລັງແຮງທາງການທູດ |
![]() |
| ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມປຶກສາຫາລືຂອງ ສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN) |
ເມື່ອບໍ່ດົນມານີ້, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Dominic Raab ລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ, ປະທານສະພາຄວາມໝັ້ນຄົງ ສປຊ ເດືອນ ກຸມພາ 2021, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນສູງທາງອອນລາຍ ຂອງສະພາຄວາມໝັ້ນຄົງ ທີ່ມີຫົວຂໍ້ວ່າ: "ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ: ປະຕິບັດມະຕິເລກທີ 2532 ເພື່ອແນໃສ່ຮັບປະກັນການສຳຜັດວັກຊິນ ໂຄວິດ - 19 ຢ່າງສະເໝີພາບ ໃນສະພາບການປະທະກັນ ແລະ ຂາດຄວາມໝັ້ນຄົງ".
ໂດຍມີການເຂົ້າຮ່ວມຂອງ ທ່ານ António Guterres ເລຂາທິການໃຫຍ່ ສປຊ, ນາຍົກລັດຖະມົນຕີ ປະເທດ ແຊັງແວັງຊັງ, ລັດຖະມົນຕີການຕ່າງປະເທດບັນດາປະເທດ: ອາເມລິກາ, ຈີນ, ອິນເດຍ, ອຽກລັງ, ເກນຢາ, ເມັກຊີໂກ, ນອກແວ, ຜູ້ຕາງໜ້າບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ແລະ ການນຳບາງອົງການຈັດຕັ້ງສາກົນ.
ທີ່ກອງປະຊຸມ, ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນວ່າ ໂລກລະບາດໂຄວິດ - 19 ສືບຕໍ່ກໍ່ຜົນກະທົບຕໍ່ສັນຕະພາບ, ຄວາມໝັ້ນຄົງສາກົນ, ເຮັດໃຫ້ວິວັດການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຖືກຊ້າລົງ, ເນັ້ນໜັກເຖິງຕ້ອງເຜີຍແຜ່ ແລະ ຮັບປະກັນຄວາມສະເໝີພາບໃນການສຳຜັດກັບຊັກຊິນຢ່າງທັນການ.
ທ່ານເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງປະຊາຄົມສາກົນ ສືບຕໍ່ສະໜັບສະໜູນກົນໄກສຳຜັດກັບວັນຊິນທົ່ວໂລກ (COVAX), ຮຽກຮ້ອງຢຸດຍິງ, ປະຕິບັດມະຕິ 2532 ແລະ ບັນດາຄວາມມານະພະຍາຍາມຂອງລະບົບຫຼາຍຝ່າຍທົ່ວໂລກ ໂດຍສປຊນຳພາ ເພື່ອຜັນຂະຫຍາຍຍຸດທສາດສັກວັກຊິນທົ່ວໂລກ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ໄດ້ເນັ້ນໜັກວ່າ ປະຊາຄົມສາກົນຕ້ອງຮ່ວມມືກັນເພື່ອຜັນຂະຫຍາຍຍຸດທະສາດຮັບມືກັບໂລກລະບາດໂຄວິດ - 19 ແລະ ສັກວັກຊິນຢ່າງມີປະສິດມິຜົນ. ການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການປົກປ້ອງບັນດາຮາກຖານພື້ນຖານໂຄງລ່າງທີ່ຈຳເປັນແມ່ນ ປັດໄຈຫຼັກແຫຼ່ງເພື່ອສ້າງເງື່ອນໄຂໃຫ້ແກ່ການແຈກຢາຍ ວັກຊິນ.
ທ່ານ ຟ້າມບິ່ງມິງ ກໍ່ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ເພີ່ມທະວີການປະຕິບັດມະຕິ 2532, ເປັນຕົ້ນແມ່ນຮຽກຮ້ອງຢຸດຍິງທົ່ວໂລກ, ຖືນີ້ແມ່ນບັນດາເງື່ອນໄຂປະຖົມປັດໄຈໃຫ້ແກ່ ສປຊ ແລະ ບັນດາຝ່າຍທີ່ກ່ຽວຂ້ອງເຖິງການແຈກຢາຍວັນຊິນໃນພື້ນທີ່ຕົວຈິງ ເພື່ອເປົ້າໝາຍມະນຸດສະທຳ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ ໂດຍແມ່ນສະມາຊິກທີ່ຕັ້ງໜ້າຂອງ ອາຊຽນ ແລະ ສປຊ, ຫວຽດນາມໃຫ້ຄຳໝັັ້ນສັນຍາຈະສືບຕໍ່ປະກອບສ່ວນຈົນສຸດຄວາມສາມາດຂອງຕົນເຂົ້າຄວາມມານະພະຍາຍາມລວມຂອງບັນດາປະເທດເພື່ອຜ່ານຜ່າໂລກລະບາດໂຄວິດ - 19.
| ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບຢູ່ສປຊ: ຍົກສູງທີ່ຕັ້ງບົດບາດ ແລະ ກຳລັງແຮງທາງການທູດ ຍສໝ - ຫຼາຍປະເທດ, ພິເສດແມ່ນບັນດາປະເທດໃຫຍ່ ໄດ້ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ, ຜ່ານນັ້ນເປີດກ້ວາງເນື້ອໃນ, ເຮັດໃຫ້ການພົວພັນຂອງຫວຽດນາມ ກັບບັນດາປະເທດເລິກເຊິ່ງກ່ວາອີກ. |
| ເອກອັກຄະລັດຖະທູດຫວຽດນາມແລກປ່ຽນກັບພັກກອມມູນິດ ອາຟຼິກກາໃຕ້ ກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຍສໝ - ທ່ານ ຮ່ວາງວັນເລິ້ນ ເອກອັກຄະລັດຖະທູດຫວຽດນາມ ແລະ ທ່ານ Frans Baleni ກຳມະການກົມການເມືອງ, ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງ ພັກກອມມູນິດ ອາຟຼິກກາໃຕ້ ໄດ້ເປັນປະທານຮ່ວມການແລກປ່ຽນ. |
| ທ່ານນາຍົກລັດຖະມົນຕີ ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ຫົວໜ້າຕາງໜ້າບັນດາອົງການຈັດຕັ້ງຂອງ ສປຊ ປະຈຳຫວຽດນາມ ຍສໝ - ທີ່ການຕ້ອນຮັບທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກຊີ້ແຈ້ງວ່າ: ປະຊາຊົນຫວຽດນາມຫາກໍ່ຜ່ານຜ່າປີ 2020 ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແຕ່ຍັງຄົງບັນລຸໄດ້ຜົນງານຫຼາຍຢ່າງທີ່ເປັນໜ້າເອກອ້າງທະນົງໃຈ ແລະ ປັດຈຸບັນພວມຮູ້ສຶກ ປະເອີບໃຈຕໍ່ການຕ້ອນຮັບບຸນເຕັດປະຈຳຊາດສະຫຼຸໃນສະພາບການສືບຕໍ່ມານະພະຍາຍາມຕ້ອນໂລກລະບາດໂຄວິດ - 19. |
ບຸນຄົງ
ຂ່າວທີ່ກ່ຽວຂ້ອງ
ມະຕິເລກທີ 79 ຈາກທັດສະນະຂອງວິສາຫະກິດເອກະຊົນ: ການເດີນທາງຮ່ວມກັນເພື່ອບັນລຸໃຫ້ໄດ້ໄກກວ່າ
ຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວການທູດລະດັບສູງຢ່າງຕັ້ງໜ້າ
ການແຂ່ງຂັນ "ເລື່ອງລາວຫວຽດນາມຂອງຂາ້ພະເຈົ້າ" - ເຜີຍແຜ່ພາສາ ແລະ ວັດທະນະທໍາຫວຽດນາມໃນປະເທດໄທ
ທ່ານອາດຈະມັກ
ສ້າງບາດກ້າວບຸກທະລຸໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນໄລຍະໃໝ່
ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ
ສື່ມວນຊົນ ຍີ່ປຸ່ນ ເນັ້ນໜັກເຖິງບົດບາດຍຸດທະສາດຂອງ ຫວຽດນາມ ໃນບົດຢ້ຽມຢາມຂອງທ່ານນາງ ນາຍົກລັດຖະມົນຕີ Takaichi Sanae
ຊຸກຍູ້ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ພັດທະນານັບມື້ນັບມີເນື້ອໃນອຸດົມສົມບູນ, ແທດຕົວຈິງ ແລະ ມີປະສິດທິຜົນກວ່າເກົ່າ
ສ້າງກຳລັງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ
