![]() |
ການປຶກສາຫາລືເປີດທາງອອນລາຍເນື່ອງໃນໂອກາດສະເຫຼີມສະຫຼອງ 20 ແຫ່ງແຫ່ງວັນຮັບຮອງເອົາມະຕິເລກມີ 1373 ກ່ຽວກັບການປ້ອງກັນສະກັດກັ້ນກໍ່ການຮ້າຍສາກົນ (ພາບ: baoquocte) |
ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງການປຶກສາຫາລືເປີດທາງອອນລາຍເນື່ອງໃນໂອກາດສະເຫຼີມສະຫຼອງ 20 ແຫ່ງແຫ່ງວັນຮັບຮອງເອົາມະຕິເລກມີ 1373 ກ່ຽວກັບການປ້ອງກັນສະກັດກັ້ນກໍ່ການຮ້າຍສາກົນ.
ທີ່ການປຶກສາຫາລືໂດຍທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຕຸຍນີຢີ ແລະມີການເຂົ້າຮ່ວມຂອງລັດຖະມົນຕີບັນດາປະເທດຄື ອິນເດຍ, ອຽກລັງ, ແກນຢາ, ນອກແວ, ອັງກິດ…
ທ່ານ Vladimir Voronkov ຮອງເລຂາທິການໃຫຍ່ ຮັບຜິດຊອບຫ້ອງການປ້ອງກັນຕ້ານອາດຊະຍາກຳຂອງ ສປຊ (OCT), ທ່ານ Michele Coninsx ຜູ້ຊາວຍວຽກທ່ານຮອງເລຂາທິການຮັບຜິດຊອບອົງການບໍລິຫານການຕ້ານການກໍ່ການຮ້າຍ (CTED) ແລະ ຜູ້ຕາງໜ້າບາງອົງການບໍ່ຂຶ້ນກັບລັດຖະບານ.
ເນື່ອງໃນໂອກາດນີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາຖະແຫຼງການປະທານກ່ຽວກັບການປ້ອງກັນຕ້ານການກໍ່ການຮ້າຍສາກົນ
ຂໍ້ມູນຂ່າວສານກ່ຽວກັບເນື້ອໃນການກໍ່ການຮ້າຍສາກົນ, ບັນດານັກລາຍງານຖືວ່າ, ໃນ 20 ປີທີ່ຜ່ານມາ, ຄວາມສ່ຽງກໍ່ການຮ້າຍທົ່ວໂລກສືບຕໍ່ພັດທະນາ, ບັນດາກຸ່ມກໍ່ການຮ້າຍສາກົນໄດ້ຊອກຫາວິທີການເຄື່ອນໄຫວໃໝ່ຢ່າງບໍ່ຢຸດຢັ້ງ, ຍູ້ແຮງການນຳໃຊ້ເຄືອຂ່າຍອິນເຕີແນັດ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ, ເຊື່ອມຕໍ່ກັບອາດຊະຍາກຳຂ້າມຊາດ.
ທ່ານ Vladimir Voronkov ຖືວ່າບັນດາປະເທດຕ້ອງຢັ້ງຢືນຄຳໝັ້ນສັນຍາສາມັກຕີສາກົນຕ້ານການກໍ່ການຮ້າຍຄືນ ຜ່ານການຮ່ວມມືສາກົນ ແລະ ເພີ່ມທະວີກຳລັງຄວາມສາມາດ, ການແກ້ໄຂບັນດາສາຍເຫດຕົ້ນຕໍ ຂອງລັດຖິການກໍ່ການຮ້າຍ, ເພີ່ມທະວີຄວາມສາມາດໃນການຮັບມືກັບການໃຊ້ຄວາມຮຸນແຮງ, ດຶງດູດການເຂົ້າຮ່ວມຂອງຊາວໜຸ່ມ, ແມ່ຍິງ, ບັນດາອົງການບໍ່ຂຶ້ນກັບລັດຖະບານໃນຄວາມມານະພະຍາຍາມລວມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ພາຍຫຼັງມະຕິເລກທີ 1373 ໄດ້ຮັບຮອງເອົາ, ສະພາຄວາມໝັ້ນຄົງ ປສຊໄດ້ຊຸກຍູ້ກອບລະບອບລະບຽບການກ່ຽວກັບການຕ້ານການກໍ່ການຮ້າຍທົ່ວໂລກໃນຫຼາຍຂົງເຂດ, ການຕ້ານການກໍ່ການຮ້າຍກໍ່ບັນລຸໄດ້ໝາຜົນທີ່ສຳຄັນຫຼາຍຢ່າງ.
ທ່ານນາງຫງວຽນເຟືອງຈາ ໄດ້ຢັ້ງຢືນຕ້ອງຊຸກຍູ້ວິທີການສຳຜັດຢ່າງຮອບດ້ານບົນກົດບັດ ສປຊ. ໃນນັ້ນໄດ້ສຸມໃສ່ເຂົ້າການສະກັດກັ້ນ ແລະ ຢຸດຕິການປະທະກັນ, ຍົກເລີກບັນດາເງື່ອນໄຂສະດວກໃຫ້ແກ່ກໍ່ການຮ້າຍ, ເພີ່ມທະວີຄວາມສາມາດຂອງບັນດາປະຊາຄົມຕ້ານຄືນຄວາມສ່ຽງໂຄສະນາການໃຊ້ຄວາມຮຸນແຮງ.
ຜູ້ຕາງໜ້າຫວຽດນາມຖືວ່າ ສາມັກຄີ ແລະ ຍົກສູງສະຕິລະວັງຕົວຕໍ່ຄວາມສ່ຽງການກໍ່ການຮ້າຍຈະສ້າງກຳລັງແຮງລວມຂອງປະຊາຄົມສາກົນຕໍ່ຄວາມສ່ຽງ ແລະ ບັນດາການພັດທະນາໃໝ່ຂອງລັດຖະການກໍ່ການຮ້າຍ, ຢັ້ງຢືນຄຳໝັ້ນສັນຍາວ່າ ຫວຽດນາມຈະເຂົ້າຮ່ວມຄວາມມານະພະຍາຍາມລວມ ຂອງປະຊາຄົມສາກົນໃນການຕໍ່ສູ້ຕ້ານການກໍ່ການຮ້າຍນີ້.
![]() | ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ຍສໝ - ທ່ານເລຮ່ວາຍຈຸງ ຢັ້ງຢືນວ່າ ຫວຽດນາມເຂົ້າໃຈຄວາມສ່ຽງຢ່າງເລິກເຊິ່ງຕໍ່ສັນຕິພາບໂລກ, ສິ່ງທ້າທາຍໃໝ່ເປັນຕົ້ນແມ່ນ ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ ຫຼື ວິກິດການໃນພາກພື້ນ ແລະ ສາກົນ. |
![]() | ຫວຽດນາມໃຫ້ຄຳໝັ້ນສັນຍາຕ້ານການກໍ່ການຮ້າຍບົນພື້ນຖານປະຕິບັດຕາມກົດບັດ ສປຊ ແລະ ກົດໝາຍສາກົນ ຍສໝ - ວັນທີ 24 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍເພື່ອຮັບຟັງບົດລາຍງານຄັ້ງທີ 11 ຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບຄວາມສ່ຽງກໍ່ການຮ້າຍຈາກບັນດາ ອົງການລັດອິດສະລາມ (IS) ອ້າງຊື່ເອງທີ່ ນາບຂູ່ສັນຕິພາບ, ຄວາມໝັ້ນຄົງສາກົນ. |
![]() | ຫວຽດນາມ ໄດ້ແບ່ງປັນປະສົບການຂອງອາຊຽນ ກ່ຽວກັບການສະກັດກັ້ນການກໍ່ການຮ້າຍໃນໃນສັບປະດາປ້ອງກັນ, ຕ້ານການກໍ່ການຮ້າຍຂອງ ສປຊສະຫະປະຊາຊາດ ຍສໝ - ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢືນຢັນວ່າ ຕ້ອງຊຸກຍູ້ແຮງການໜູນຊ່ວຍດ້ານເຕັກນິກ ແລະ ສ້າງຄວາມສາມາດໃຫ້ແກ່ບັນດາປະເທດໃນການຊອກຄົ້ນ, ສືບສວນ ແລະ ດຳເນີນຄະດີອາດຊະຍາກຳກໍ່ການຮ້າຍ ແລະ ອາດຊະຍາກຳຢ່າງຮ້າຍແຮງອື່ນໆ. |
ບຸນຄົງ
ຂ່າວທີ່ກ່ຽວຂ້ອງ

ໄຂເປີດສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ ປີ 2025

ນຳການພົວພັນຮ່ວມມືລະຫວ່າງຫວຽດນາມ - ມົງໂກລີ ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານ

ງານວາງສະແດງ “ຫວຽດນາມ, ພູມສັນຖານແຫ່ງຄວາມຊົງຈຳ” ຢູ່ ຍີ່ປຸ່ນ
ທ່ານອາດຈະມັກ

ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ: ລະດົມທຶນ 2,5 ຕື້ດົ່ງໜູນຊ່ວຍຜູ້ປະສົບເຂດນ້ຳຖ້ວມ

ວັດທະນະທໍາແມ່ນແຫຼ່ງກໍາລັງພາຍໃນທີ່ເຊື່ອມຕໍ່ຫວຽດນາມ ກັບໂລກ

ຫວຽດນາມຢືນຢັນບົດບາດໃຈກາງຂອງແມ່ຍິງໃນການແກ້ໄຂຄວາມຂັດແຍ່ງ, ການສ້າງ ແລະ ຮັກສາສັນຕິພາບ.

ຫວຽດນາມ ຕ້ອງຂ້ຽວຂາດກວ່າ, ກ້າຫານກວ່າໃນການພັດທະນາບັນດາເຕັກໂນໂລຢີຍຸດທະສາດ

ແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມການໜູນຊ່ວຍພໍ່ແມ່ປະຊາຊົນຖືກເສຍຫາຍຍ້ອນພາຍຸ Bualoi
